(vovworld) - ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ພາຍຫລັງການເຄື່ອນໄຫວທາງການທູດຄັ້ງຕ່າງໆຂອງທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ພິເສດ ແມ່ນບັນດາການທາບທາມຄວາມເຫັນໂດຍກົງກັບບັນດາທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຟີລິບປີນ ແລະ ກຳປູເຈຍ, ວັນທີ 20/7, ລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເຫັນດີຮັບຮອງເອົາ “ຫລັກການລວມ 6 ຂໍ້ ກ່ຽວກັບທະເລຕາເວັນອອກ”. ເອກະສານສະບັບນີ້ ອີກຄັ້ງຫນຶ່ງໄດ້ພິສູດໃຫ້ເຫັນຄວາມສາມັກຄີ, ຄວາມເປັນເອກະພາບ ແມ່ນບັນດາປັດໄຈຕັດສິນສ້າງເປັນກຳລັງແຮງ ແລະ ຄວາມດູດດື່ມຂອງຫນຶ່ງໃນບັນດາອົງການຈັດຕັ້ງພາກພື້ນສຳເລັດຜົນໃນໂລກ.
ອາດຈະຢືນຢັນໄດ້ວ່າ: ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ແມ່ນຄວາມສົນໃຈລວມຂອງບັນດາປະເທດ ອາຊຽນ ກໍຄືບັນດາປະເທດໃນພາກພື້ນ ແລະ ໃນໂລກ. ບັນຫາທະເລຕາເວັນອອກບໍ່ພຽງແຕ່ແມ່ນບັນຫາສອງຝ່າຍ ລະຫວ່າງປະເທດໃນອາຊຽນ ຈຳນວນຫນຶ່ງ ແລະ ຈີນ. ໂດຍຮັບຮູ້ໄດ້ສິ່ງດັ່ງກ່າວ, ທ່ານ Marty Natalegawa, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໄດ້ມີການເຄື່ອນໄຫວຢ່າງຕັ້ງຫນ້າໃນການຢ້ຽມຢາມບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ໃນອາທິດຜ່ານມາ ເພື່ອເກ້ຍກອ່ມບັນດາປະເທດສະມາຊິກ ສະຫນັບສະຫນູນຖະແຫລງການຮ່ວມຂອງກຸ່ມກ່ຽວກັບບັນຫາທະເລຕາເວັນອອກ.
ທ່ານ Marty Natalegawa, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
ແລະ ທ່ານ Hor Namhong, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ ຢູ່ ພະນົມເປັນ
ພາບ:internet
|
ໃນການປະຊຸມຂ່າວສາກົນດຳເນີນໄປໃນຕອນບ່າຍວັນທີ 20/7 ຢູ່ ນະຄອນຫລວງ ພະນົມເປັນ, ຕາງຫນ້າໃຫ້ປະເທດເຈົ້າພາບ ອາຊຽນ, ທ່ານ Hor Namhong, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ ໄດ້ປະກາດ “ຫລັກການ 6 ຂໍ້ ຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ”. ເຊິ່ງຕາມນັ້ນແລ້ວ, ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຢືນຢັນຄືນໃຫມ່ຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກທີ່ມີຕໍ່ຫລັກການ 6 ຂໍ້, ຊ່ຶງລວມມີ: ການປະຕິບັດຖະແຫລງການຂອງຝ່າຍຕ່າງໆກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ; ແນະນຳການປະຕິບັດ DOC; ສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ; ເຄົາລົບບັນດາຫລັກການທີ່ໄດ້ຮັບການຮັບຮູ້ຈາກກົດໝາຍສາກົນຢ່າງສິ້ນເຊິງ, ໃນນັ້ນ ມີສົນທິສັນຍາກົດໝາຍທະເລ 1982 ຂອງ ສະຫະປະຊາຊາດ (UNCLOS); ສືບຕໍ່ລະງັບໃຈ ແລະ ບໍ່ນຳໃຊ້ກຳລັງອາວຸດລະຫວ່າງບັນດາຝ່າຍ; ແລະ ແກ້ໄຂການພິພາດໂດຍສັນຕິວິທີ ຕາມຫລັກການຂອງກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາກົດໝາຍທະເລປີ 1982 ຂອງສະຫະປະຊາຊາດ (UNCLOS). ທ່ານ Hor Namhong, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ ໄດ້ຢືນຢັນວ່າ:
“ລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ ຕັດສິນໃຈເພີ່ມທະວີການທາບທາມຄວາມເຫັນໃນ ອາຊຽນ ເພື່ອຊຸກຍູ້ມາດຕະການຕ່າງໆທີ່ລະບຸໄວ້ໃນຫລັກການ, ສອດຄ່ອງກັບສົນທິສັນຍາການຮ່ວມມື ແລະ ໄມຕິຈິດຢູ່ອາຊີຕາເວັນອອກສຽງໃຕ້ປີ 1976 ແລະ ກົດບັດອາຊຽນ 2008.”
ພາບປະກອບ:internet
|
ເລື່ອງປະເທດເປັນປະທານ ອາຊຽນ ປະກາດ “ຫລັກການ 6 ຂໍ້ ຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ” ໄດ້ລົບລ້າງຄວາມສົງໄສກ່ຽວກັບທັດສະນະບໍ່ລົງລອຍກັນລະຫວ່າງບັນດາສະມາຊິກອາຊຽນ ໃນບັນຫາທະເລຕາເວັນອອກທີ່ພົ້ນເດັ່ນໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 45 (AMM - 45) ສິ້ນສຸດກ່ອນນີ້ 1 ອາທິດ ຢູ່ ພະນົມເປັນ ຊຶ່ງບໍ່ໄດ້ອອກຖະແຫລງການຮ່ວມ. ການຮັບຮອງເອົາ “ຫລັກການ 6 ຂໍ້ ຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ” ສະແດງໃຫ້ເຫັນວ່າສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຍັງສາມັກຄີ, ເປັນເອກະພາບ ແລະ ສືບຕໍ່ເສີມຂະຫຍາຍບົດບາດໃຈກາງຂອງຕົນໃນບັນຫາເຄັ່ັງຮ້ອນຂອງພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ຫລັກການນີ້ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຂອງ 10 ປະເທດອາຊຽນ ທັງໝົດ ກ່ຽວກັບບັນຫາທະເລຕາເວັນອອກ, ສ້າງພື້ນຖານເພື່ອຮັບປະກັນບັນດາຝ່າຍກ່ຽວຂ້ອງເຄົາລົບ, ປະຕິບັດຕາມກົດໝາຍສາກົນໃນການປະພຶດຢູ່ທະເລຕາເວັນອອກ ແລະ ຢືນຢັນວ່າ: ການກະທຳທີ່ລະເມີດບັນດາຫລັກການນີ້ຈະສົ່ງຜົນສະທ້ອນເຖິງ ອາຊຽນ. ຈຸດຕົ້ນຕໍຂອງ ຫລັກການ 6 ຂໍ້ ກ່ຽວກັບບັນຫາທະເລຕາເວັນອອກ ອີກຄັ້ງຫນຶ່ງພິສູດໃຫ້ເຫັນວ່າ ໃນເບື້ອງຕົ້ນ ບັນດາປະເທດສະມາຊິກອາຊຽນ ອາດຈະມີທັດສະນະແຕກຕ່າງ ແຕ່ສຸດທ້າຍ ປະເທດສະມາຊິກອາຊຽນ ທັງໝົດ ລ້ວນແຕ່ຖືຜົນປະໂຫຍດລວມຂອງ ອາຊຽນ ເປັນຕົ້ນຕໍ ເພື່ອຊອກຫາສຽງເວົ້າລວມ ເຖິງວ່າ ບັນຫານັ້ນ ສັບສົນ ແລະ ສະດຸ້ງໄວກໍຕາມ. ສຳລັບ ຫວຽດນາມ, ນີ້ກໍແມ່ນຫລັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ. ຍາມໃດຫວຽດນາມ ກໍຢືນຢັນ ຜົນປະໂຫຍດຂອງຊາດບໍ່ສາມາດຕັດແຍກອອກຈາກຜົນປະໂຫຍດຂອງພາກພື້ນໄດ້. ບໍ່ພຽງແຕ່ຢູ່ບັນດາປະເທດມີທະເລຈຶ່ງມີສ່ວນກ່ຽວຂ້ອງເທົ່ານັ້ນ ຫາກບັນດາປະເທດສະມາຊິກທັງໝົດຄວນເພີ່ມທະວີການແບ່ງປັນຄວາມຮັບຜິດຊອບຮັກສາສັນຕິພາບບົນທະເລຕາເວັນອອກ. ທ່ານ Pham Quang Vinh ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:
“ທີຫນຶ່ງ ຕ້ອງເຮັດແນວໃດຮັບປະກັນການປະຕິບັດກົດໝາຍສາກົນ, ໃນນັ້ນ ມີບັນຫາເຄົາລົບອະທິປະໄຕເອກະລາດແຫ່ງຊາດ, ແກ້ໄຂການພິພາດໂດຍສັນຕິວິທີ ຫາກບໍ່ນຳໃຊ້ກຳລັງອາວຸດ. ທີສອງ ອາຊຽນ ຕ້ອງຊຸກຍູ້ ແລະ ເສີມຂະຫຍາຍບົດບາດຂອງບັນດາເຄື່ອງມື, ພາຫະນະ, ເວທີປາໄສທີ່ກ່ຽວຂ້ອງເຖິງດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຮ່ວມມືພັດທະນາໃນພາກພື້ນ, ພົ້ນເດັ່ນແມ່ນສົນທິສັນຍາການຮ່ວມມື ແລະ ໄມຕິຈິດຢູ່ທະເລຕາເວັນອອກ, ເຂດປອດອາວຸດນິວເຄຼຍ ແລະ ຖະແຫລງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ກໍຄື ບັນດາເວທີປາໄສຂອງ ອາຊຽນ. ສິ່ງດັ່ງກ່າວແມ່ນຈຳເປັນທີ່ສຸດ.”
ບໍ່ມີປະເທດສະມາຊິກອາຊຽນໃດແມ່ນປະເທດມະຫາອຳນາດ ແຕ່ສະມາຊິກອາຊຽນທັງໝົດ ສາມັກຄີກັນ, ອາຊຽນ ຈຶ່ງມີກຳລັງແຮງ ແລະ ຄວາມດຶງດູດບັນດາປະເທດມະຫາອຳນາດອື່ນໃນໂລກ. ສະນັ້ນ ເລື່ອງຮັບຮອງເອົາຫລັກການ 6 ຂໍ້ກ່ຽວກັບບັນຫາທະເລຕາເວັນອອກ ອີກຄັ້ງຫນຶ່ງໄດ້ຢືນຢັນໃຫ້ເຫັນວ່າ ກຳລັງແຮງຂອງ ອາຊຽນ ນັ້ນແມ່ນຄວາມສາມັກຄີ ແລະ ເປັນເອກະພາບ. ຫລັກການດັ່ງກ່າວ ໄດ້ປະກອບເພີ່ມເຕີມໃຫ້ແກ່ສຽງເວົ້າລວມຂອງ ອາຊຽນ ໃນໄລຍະທາງມຸ່ງໄປເຖິງຈຸດໝາຍສ້າງປະຊາຄົມ ອາຊຽນ ໃນປີ 2015./.