(vovworld) – ວັນທີ 8/7, ການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືລົງທຶນ ແລະ ການຄ້າ ເຂດອັກລັງຕິກ (TTIP) ລະຫວ່າງສະຫະພາບ ເອີລົບ (ອີຢູ) ແລະ ສະຫະລັດ ອາເມລິກາ ເລີ່ມດຳເນີນຢ່າງເປັນທາງການຢູ່ ວໍຊິງຕັນ. ການເຈລະຈາຖືກດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ 2 ຝ່າຍພວມຊົ່ວຮ້າຍລົງ ຍ້ອນໄດ້ຮັບຂ່າວອົງການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ (NSA) ຕິດຕັ້ງອຸປະກອນລັກຟັງ ແລະ ຕິດຕາມກວດກາຢູ່ຫ້ອງການ ອີຢູ ຢູ່ ບຣຸກແຊນ ແລະ ວໍຊິງຕັນ. ເຖິງວ່າ, ບັນດາຝ່າຍທີ່ກ່ຽວຂ້ອງໄດ້ເລີ່ມດຳເນີນການເຈລະຈາແລ້ວກໍ່ຕາມ, ແຕ່ເຫດການດັ່ງກ່າວຈະສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງໝາກຜົນຂອງການປຶກສາຫາລືສຳຄັນນີ້.
(ພາບປະກອບ vietnamplus.vn)
ເນື້ອໃນຂອງຮອບເຈລະຈາຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ອີຢູ ແມ່ນເຫັນດີເປັນເອກະພາບກ່ຽວກັບຂອບຂະໜາດ ແລະ ບັນດາບັນຫາຈະໄດ້ຮັບການເຈລະຈາ.
ຕາມການສະຖິຕິແລ້ວ, ເສດຖະກິດ ອາເມລິກາ - ອີຢູ ກວມເກືອບ 50% ຍອດປະລິມານສິນຄ້າ ແລະ ການບໍລິການ ແລະ 30% ວົງເງິນການຄ້າຂອງທົ່ວໂລກ. ອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ເອີລົບ. ປີ 2011, ວົງເງິນແລກປ່ຽນການຄ້າ 2 ສົ້ນລະຫວ່າງ ອາເມລິກາ ແລະ ເອີລົບ ບັນລຸພຽງ 449 ຕື້ ເອີໂຣເທົ່ານັ້ນ. ແຕ່ພາຍຫຼັງພຽງ 1 ປີ, ຕົວເລກນີ້ໄດ້ເພີ່ມຂຶ້ນ 646 ຕື້ ເອີໂຣ. ປີ 2012, ທຶນໂດຍກົງຈາກຕ່າງປະເທດລະຫວ່າງ 2 ຝັ່ງອັກລັງຕິກບັນລຸ 1.000 ຕື້ ເອີໂຣ.
ຍ້ອນເຫດນັ້ນ, ອາດເວົ້າໄດ້ວ່າ, ຖ້າຫາກການເຈລະຈາສຳເລັດຜົນ, ຜົນປະໂຫຍດເຊິ່ງ TTIP ນຳມາໃຫ້ອາເມລິກາ ແລະ ອີຢູ ແມ່ນແທດຈິງທີ່ສຸດ. ແຕ່ລະປີ TTIP ສາມາດຊ່ວຍໃຫ້ເພີ່ມຂຶ້ນແຕ່ 0,5-1% ຈີດີພີໃຫ້ທັງສອງຝ່າຍ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານນັບລ້ານຄົນ. ຕາມການຄິດໄລ່, TTIP ສາມາດນຳມາໃຫ້ພື້ນຖານເສດຖະກິດອີຢູ ໄດ້ 119 ຕື້ ເອີໂຣ/ປີ, ຫຼາຍກວ່າຕົວເລກ 95 ຕື້ເອີໂຣ ເຊິ່ງອາເມລິກາໄດ້ຮັບເອົາໃນແຕ່ລະປີ. ນອກນັ້ນມີຫຼາຍຂະແໜງດຳເນີນທຸລະກິດ ກໍ່ໄດ້ຮັບປະໂຫຍດຈາກ TTIP ຄື ລາຍຮັບຂອງບັນດາບໍລິສັດຜະລິດລົດໃຫຍ່ເອີລົບຢູ່ຕະຫຼາດອາເມລິກາ ຈະເພີ່ມຂຶ້ນຢ່າງແຮງ, ຫຼຸດຜ່ອນການຂຶ້ນກັບຂອງອີຢູ ເຂົ້າໃນແຫຼ່ງສະໜອງອາຍແກດຈາກລັດເຊຍ ໃນອະນາຄົດ. ໃນຂະນະນັ້ນ, ອາເມລິກາກໍ່ຫວັງວ່າ TTIP ຈະຊຸກຍູ້ທ່າຟື້ນຟູເສດຖະກິດທີ່ພວມເຕີບໂຕຢ່າງຊັກຊ້າ ໃນຂະນະທີ່ລະດັບ ຈີດີພີ ໃນໄຕມາດທີ 1 ບັນລຸພຽງປະມານ 2.5% ແລະ ອັດຕາສ່ວນຜູ້ຫວ່າງງານໃນເດືອນ 5 ເພີ່ມຂຶ້ນ7,6% ເມື່ອທຽບໃສ່ 7,5% ໃນເດືອນ 4. ຍ້ອນເຫດນັ້ນ, ທ່ານນາຍົກລັດຖະມົນຕີອັງກິດ David Cameron ຈຶ່ງຖືວ່າ TTIP ລະຫວ່າງ ອີຢູ ແລະ ອາເມລິກາ ແມ່ນຂໍ້ຕົກລົງດ້ານການຄ້າສອງຝ່າຍໃຫຍ່ກວ່າໝູ່ໃນປະຫວັດສາດ. ສ່ວນທ່ານປະທານຄະນະກຳມະການເອີລົບ (ອີຊີ), ເຊິ່ງແມ່ນສະມາຊິກຫຼັກແຫຼ໋ງຂອງຄະນະເຈລະຈາອີຢູ, ທ່ານ Jose Manuel Barroso, ປາຖະໜາວ່າ ວິວັດທະນາການນີ້ຈະໄດ້ຮັບການຊຸກຍູ້ຢ່າງໄວກວ່າ.
ເຖິງວ່າທັງສອງຝ່າຍລ້ວນແຕ່ເຂົ້າໃຈໄດ້ຄວາມສຳຄັນເມື່ອບັນລຸໄດ້ TTIP ກໍ່ຕາມ, ແຕ່ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ເຊິ່ງທັງສອງຝ່າຍຕ້ອງແກ້ໄຂ. ກ່ອນອື່ນໝົດ, ຍ້ອນອັດຕາພາສີລະຫວ່າງອາເມລິກາ ແລະ ອີຢູ ຢູ່ໃນລະດັບຕຳ່ພໍສົມຄວນ, ດັ່ງນັ້ນການເຈລະຈາຈະຕ້ອງຫຼຸດຜ່ອນຂໍ້ກຳນົດ ແລະ ບັນດາຮົ້ວກີດຂວາງບໍ່ເປັນທາງການ ເຊິ່ງໄດ້ກີດຂວາງການເຄື່ອນໄຫວດ້ານການຄ້າໃນຂົງເຂດຕ່າງໆນັບແຕ່ຂົງເຂດກະສີກຳຕະຫຼອດຮອດທາດເຄມີ, ລົດໃຫຍ່ ຫຼືການເງິນ. ສິ່ງດັ່ງກ່າວບໍ່ແມ່ນເລື່ອງງ່າຍ, ເມື່ອນັບແຕ່ດົນນານມາແລ້ວ, ນະໂຍບາຍການຄ້າຂອງອີຢູ ແລະ ອາເມລິກາ ເຄີຍມີການປະທະກັນໃນຂົງເຂດເຫຼົ່ານີ້. ຍິ່ງກວ່ານັ້ນ, ໃນຂົງເຂດວັດທະນະທຳ, ປັດໃຈທີ່ຖືກຖືວ່າຮົ້ວກີດຂວາງໃຫຍ່ກວ່າໝູ່ສຳລັບ TTIP ໃຫ້ທັງສອງຝ່າຍ ກ່ອນທີ່ດຳເນີນການເຈລະຈາ, ຝລັ່ງຢືນຢັນວ່າຈະນຳໃຊ້ສິດອຳນາດທັງໝົດ ເພື່ອປະຕິເສດມາດຕາຕົກລົງກ່ຽວກັບຂົງເຂດຜະລິດຕະພັນຟັງ ແລະ ເບິ່ງ. ໃນຂະນະນັ້ນ, ຄວາມເສລີໃນການຄ້າຂາຍບັນດາຜະລິດຕະພັນວັດທະນະທຳພັດແມ່ນເນື້ອໃນເຊິ່ງອາເມລິກາຮຽກຮ້ອງໃຫ້ນຳເຂົ້າໂຄງການດຳເນີນງານ. ຄວນໃສ່ໃຈວ່າ, ຝລັ່ງໄດ້ຍົກອອກເງື່ອນໄຂດັ່ງກ່າວເມື່ອປີ 1993, ເຮັດໃຫ້ຮອບເຈລະຈາສັນຍາລວມກ່ຽວກັບພາສີອາກອນ ແລະ ການຄ້າ (GATT), ເກືອບຈະຕົກເຂົ້າໃນສະພາບບໍ່ມີທາງອອກ.
ນັ້ນແມ່ນບໍ່ທັນເຕື້ອງເຖິງການພົວພັນລະຫວ່າງສອງຝ່າຍນັບມື້ນັບຊົ່ວຮ້າຍລົງ, ເມື່ອໄດ້ຮັບຂ່າວວ່າອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ (NSA) ໄດ້ຕິດຕັ້ງອຸປະກອນລັກຟັງ ແລະ ຕິດຕາມຢູ່ຫ້ອງການຂອງ ອີຢູ ທີ່ ບຣຸກແຊນ ແລະ ວໍຊິງຕັນ. ເຖິງວ່າຄະນະກຳມະການເອີລົບຖືວ່າ ການເຈລະຈາສັນຍາກັບອາເມລິກາ ບໍ່ຄວນຖືກຜົນສະທ້ອນຈາກເຫດການສືບລາຊາການລັບທີ່ປະກົດໃນຊຸມມື້ຜ່ານມາ ແລະ ຝ່າຍຕ່າງໆຄວນເຮັດແຈ້ງເຫດການນີ້ ເພື່ອຮັບປະກັນໃຫ້ການເຈລະຈາສຳເລັດຜົນກໍ່ຕາມ, ແຕ່ເຫດການດັ່ງກ່າວຍົງຄົງເປັນການກະທົບເຖິງການພົວພັນລະຫວ່າງສອງຝ່າຍ.
ອີຢູ ແລະ ອາເມລິກາຫວັງວ່າ ສາມາດເຊັນ TTIP ພາຍໃນເວລາ 18 ເດືອນ, ໝາຍຄວາມວ່າກ່ອນທີ່ຄະນະກຳມະການເອີລົບໃນປະຈຸບັນໝົດອາຍຸການໃນປີ 2014. ແຕ່ເບິ່ງຄືວ່າວິວັດທະນາການນີ້ຍາກທີ່ຈະປະຕິບັດໄດ້ ເມື່ອລະຫວ່າງສອງຝ່າຍຍັງຄົງຄ້າງຫຼາຍບັນຫາທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂ.