ຄວາມຫວັງທີ່ບໍ່ແນ່ນອນ

ຄວາມຫວັງທີ່ບໍ່ແນ່ນອນ - ảnh 1
ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດຍັງ​ຄົງ​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດຊີຣີ
(ພາບ: internet)

vovworld- ວິ​ກິດ​ການ​ຢູ່​ຊີຣີທີ່​ແກ່ຍາວ​ເປັນ​ເວລາ 19 ​ເດືອນ​ທີ່​ຜ່ານ​ມາພວມມີຄວາມຫວັງ ໃໝ່. ນັ້ນ​ແມ່ນ​ເລື່ອງ​ລັດຖະບານ​ຂອງ​ປະທານາທິບໍດີ ຊີຣີ Bashar al-Assad ​ໄດ້​ຍອມຮັບ​ການ​ຢຸດ​ຍິງ​ໃນ​ໄລຍະ​ດຳ​ເນີນ​ເທດສະການ Eid Al-Adha ທີ່​ສັກສິດ​ຂອງ​ຊາວ​ມຸດ​ສະ​ລິ​ມ( ​ແຕ່​ວັນ​ທີ 26 ຫາ 28/10 ) . ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາ​ຄົມ​ໂລກມານະ​ພະຍາຍາມ​ໃຫ້​ແກ່​ການ​ເຄື່​ອນ​ໄຫວ​ຊ່ວຍ​ເຫຼືອ​ມະນຸດ ສະທຳ , ພ້ອມ​ທັງ​ແມ່ນ​ປະຖົ​ມປັດ​ໄຈ​ເພື່ອ​ໃຫ້​ບັນດາ​ຝ່າຍ​ຢູ່​ປະ​ເທດ​ນີ້​ປະຕິບັດ​ບັນດາ​ບາດກ້າວ​ເດີນ​ທຳ​ອິດ​ມຸ່ງ​ໄປ​ສູ່​ຈຸດໝາຍ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີຢ່າງ​ສິ້ນ​ເຊິ່ງຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ 2042 ​ແລະ 2043 ຂອງ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ກ່ຽວ​ກັບ​ຊີ​ຣີ. ​ແຕ່​ໃນ​ສະພາບ​ການ​ປະຈຸ​ບັນ, ຂະນະ​ທີ່​ບັນດາ​ຝ່າຍ​ຢູ່​ປະ​ເທດ​ນີ້​ຍັງ​ມີ​ການ​ກະທຳ​ເກາະ​ຜິດ​ຢ່າງ​ຕໍ່​ເນື່ອງ​ນັ້ນ, ຄວາມ​ມານະ​ພະຍາຍາມ​ທີ່​ຫາ​ກໍ​ບັນລຸ​ໄດ້​ພຽງ​ແຕ່​ແມ່ນ​ຄວາມ​ຫວັງ​ທີ່​ບໍ່​ແນ່ນອນ.

    ກ່ອນ​ທີ່​ຮອດ​ເທດສະການ Eid Al-Adha ຊຶ່ງ​ແມ່ນ 1 ​ໃນ 2​ເທດສະການທີ່​ສຳຄັນ​ໃນ​ປີ​ຂອງ​ຊາວມຸດ​ສະ​ລິ​ມ​ເປັນ​ເວລາ 1 ວັນ, ວັນ​ທີ 24/10, ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງ ສ.ປ.ຊ ​ ແລະ ສະຫະພັນ​ອາຣັບ ​ ກ່ຽວ​ກັບ​ຊີຣີ​ໄດ້​ປະກາດ​ສັນຍາ​ຢຸດ​ຍິງ​ໃນ​ເວລາ​ດຳ​ເນີນ​ເທດສະການ Eid Al-Adha ​ໃນ 4 ວັນ ຊຶ່ງ​ເລີ່​ມ​ແຕ່​ວັນ​ທີ 26/10 ​ໄດ້​ຮັບ​ຄວາມ​ເຫັນ​ດີຈາກ​ທັງ 2 ຝ່າຍ​ຢູ່ ຊີ​ຮີ. ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເນັ້ນ​ໜັກ​ວ່າ ບັນລຸ​ໄດ້​ໝາກຜົນ​ຄື​ດັ່ງກ່າວ ​ແມ່ນ​ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງ ທ່ານ Lakhdar Brahimi ທູດ​ພິ​ເສດ​ຮ່ວມຂອງ ສ.ປ.ຊ ​ ແລະ ສະຫະພັນ​ອາຣັບ. ​ໃນ​ບົດບາດ​ເປັນ​ທູດ​ພິ​ເສດ​ເພື່ອ​ສ້າງ​ສາ​ສັນຕິພາບ​ສຳລັບ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ຊຶ່ງ​ພວມ​ຖືກ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ​ນັ້ນ, ​ໃນ​ຕະຫຼອດ 2-3 ມື້​ຜ່ານ​ມາ, ທ່ານ Lakhdar Brahimi ​ໄດ້​ມານະ​ພະຍາຍາມ ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ເພື່ອ​ທຳ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ແນ​ໃສ່​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ທາງ​ດ້ານການ​ເມືອງ​ໃຫ້​ແກ່ວິ​ກິດ​ການ​ຢູ່​ຊີຣີ.

   ພາຍຫຼັງ​ທີ່​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວຄາວ​ໄດ້​ຮັບ​ການ​ປະກາດ, ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ​ໄດ້​ອອກ​ຖະ​ແຫຼ​ງການ​ຊົມ​ເຊີຍ​ຂໍ້​ສະ​ເໜີ​ຢຸດ​ຍິງ​ນີ້, ພ້ອມ​ກັນ​ນັ້ນ​ກໍ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຢູ່​ຊີຣີຈົ່ງ​ປະຕິ​ບັດ​ຢ່າງ​ເຂັ້ມ​ງວດ. ພ້ອມ​ກັນ​ນັ້ນ, ​ໃນ​ວັນ​ທີ 24/10, ມີ​ຂ່າວ​ຄາວ​ທີ່​ຫຼ້າ​ສຸດ​ໄດ້​ເປີດ​ເຜີຍ​ວ່າ ສ.ປ.ຊ ພວມ​ມີ​ແຜນການ​ຜັນ​ຂະຫຍາຍ​ກຳລັງ​ຮັກສາ​ສັນຕິພາບ​​ໄປ​ຍັງ​ຊີຣີ ຖ້າ​ຫາກ​ບັນດາ​ຝ່າຍ​ປະຕິບັດ​ສັນຍາ​ຢຸດ​ຍິງ. ​ແຕ່ ການ​ລະດົມ​ກຳລັງ​ນີ້ ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ 15 ປະ​ເທດ​ສະມາຊິກ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ. ​ໃນ​ວັນ​ດຽວ​ກັນ, ທ່ານ Hossein Amir-Abdollahian ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮັບຜິດຊອບ​ບັນດາ​ບັນຫາ​ອາຣັບ ​ແລະ ອາ​ຟະລິ​ກາ ຂອງ​ອີຣານ ​ໃຫ້​ຮູ້​ວ່າ ບັນດາ​ການ​ເຈລະຈາ​ຢູ່​ຊີຣີຈະ​ຖືກ​ດຳ​ເນີນ​ໂດຍ​ໄວ.

    ​ເຖິງ​ຢ່າງ​ກໍ​ຕາມ, ຫາງ​ສຽງ​ຍັງ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ການ​ປະ​ຕິ​ບັດ​ແມ່ນ​ບໍ່​ງ່າຍດາຍ​​ແຕ່​ຢ່າງ​ໃດ. ມັນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ຈາກ​ທັງ 2 ຝ່າຍ​ຢູ່​ປະ​ເທດ​ນີ້ ກໍ​ຄື​ຂອງ​ປະຊາ​ຄົມ​ໂລກ. ສິ່ງ​ທີ່​​ເປັນກິດ​ຂວາງ​ທຳ​ອິດ​ໄດ້​ປະກົດ​ມີ​ພາຍຫຼັງ ທ່ານ Lakhdar Brahimi ທູດ​ພິ​ເສດ​ລວມຂອງ ສ.ປ.ຊ ​ ແລະ ສະຫະພັນ​ອາຣັບ ​ໄດ້​ປະກາດຂ່າວ​ຄາວດັ່ງກ່າວ. ຕາມ​ນັ້ນ​ແລ້ວ, ວັນ​ທີ 24/10, ກຸ່ມ​ແນວ​ໂຮມ​ອິດສະ​ລາມ Al-Nusra ​ໄດ້​ປະຕິ​ເສດ​ຕໍ່​ສັນຍາ​ຢຸດ​ຍິງ​ຢູ່​ຊີ້​ຮີ້​ໃນ​ໂອກາດ​ດຳ​ເນີນ​ເທດສະການ Eid Al-Adha. ພ້ອມ​ກັນ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ກຸ່ມ​ແນວ​ໂຮມ​ອິດສະ​ລາມ Al-Nusra ​ໄດ້​ສົມທົບ​ກັບ​ກອງທັບ​ຊີຣີອິດສະຫຼະ ດຳ​​ເນີນ​ການ​ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ການ​ທະຫານ Wadi Deif ຢູ່​ແຂວງ Idlib. ​ໃນ​ຂະນະ​ນັ້ນ, ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດຍັງ​ຄົງ​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດຊີຣີ.

    ຈາກ​ສະຖານະ​ການ​ເຊັ່ນ​ນັ້ນ, ຫາງ​ສຽງ​ຍັງ​ມີ​ຄວາມ​ວິຕົກ​ກັງວົນຕໍ່​ລັກສະນະ​ຍືນ​ຍົງ​ຂອງ​ສັນຍາ​ຢຸດ​ຍິງ. ບັນຫາ​ໃນ​ປະຈຸ​ບັນ ນັ້ນ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ລະຫວ່າງ​ບັນດາ​ຝ່າຍ​ໄດ້​ຖືກ​ແຕກ​ທະລາ​ຍ. ຜູ້​ຄົນ​ທັງຫຼາຍ​ຍັງ​ຈືດີ​ວ່າ ຫວ່າງ​ເດືອນ 4 ​ແລ້ວ​ນີ້, ທ່ານ Kofi Annan ທູດ​ພິ​ເສດ​ຂອງ ສ.ປ.ຊ ​ ແລະ ສະຫະພັນ​ອາຣັບ ​ໄດ້​ມານະ​ພະຍາຍາມ​ຊອກ​ຫາ​ສັນຍາ​ຢຸດ​ຍິງ ​ແຕ່​ສັນຍາ​ຢຸດ​ຍິງ​ນີ້​ ພາຍຫຼັງບໍ່​ເຕັມ 24 ຊົ່ວ​ໂມງໄດ້​ຖືກ​ທຳລາຍ​ ຍ້ອນ​ສາຍ​ເຫດ​ວ່າ ທັງ 2 ຝ່າຍ​ຍັງ​ຄົງ​ຮັກສາ​ທັດສະນະ​ແຂງ​ກະດ້າງ​ຂອງ​ຕົນ. ສຳລັບ​ຄັ້ງນີ້, ​ໃນ​ປະຈຸ​ບັນ ພວມ​ມີ​ ​ປັດ​ໄຈ​ຫຼາຍເກີນ​ໄປ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ສັນຍາ​ຢຸດ​ຍິງນີ້​ອາດ​ຈະ​ຖືກ​ທຳລາຍ​ອີກ​ຄັ້ງ​ໜຶ່ງ. ຕາມ​ແຫຼ່ງຂ່າວ​ຈາກ​ເສນາ​ທິການ​ໃຫຍ່​ກອງທັບ​ລັດ​ເຊຍ ​ແລ້ວ, ປະຈຸ​ບັນ ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ​ໄດ້​ມີ​ໃນ​ກຳມື​ຂອງ​ຕົນ​ບັນດາ​ລູກ​ສອນ​ໄຟຕັ້ງບ່າໜ້າດິນ​ຕ້ານ​ອາກາດ, ​ໃນ​ນັ້ນ​ມີ​ທັງ​ລູກ​ສອນ​ໄຟ Stinger ຂອງ​ອາ​ເມ​ລິ​ກາ. ສິ່ງ​ທີ່​ເປັນ​ອັນ​ຕະລາຍ​ກ່ວາ​ນັ້ນ, ອຳນາດ​ການ​ປົກຄອງ Ankara ປະຈຸ​ບັນ ​ໄດ້​ອະນຸຍາດ​ໃຫ້​ກອງທັບ​ອາ​ເມ​ລິ​ກາ​ຜັນ​ຂະ​ຫາຍ​ລູກ​ລະ​ເບີດ​ນິວ​ເຄຼຍ B61 ຈຳນວນ​ປະມານ 70 ລູກ​ຢູ່​ປະ​ເທດ​ນີ້ ​ເພື່ອ​ນຳ​ໃຊ້​ໃນ​ກໍ​ລະ​ນີ​ເກີດ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ.

    ກຳລັງ​ດັນ​ຈາກ​ພາຍ​ນອກທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ ຂອງ​ປະທານາທິບໍດີ ຊີຣີ Bashar al-Assad ຍັງຄົງບໍ່​ຫຼຸດ​ລົງ​ເທື່ອ. ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ລວມຄວາມ​ຍາວ 900 ກິ​ໂລ​ແມດ ຕິດ​ກັບ​ຕວກກີ, ​ໃນ​ຊຸມ​ອາທິດ​ມໍ່ໆມານີ້, Ankara ​ໄດ້​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ກຳລັງ​ທະຫານ​ເພື່ອ​ກໍ່​ກຳລັງ​ດັນ​ຕໍ່ Damacus . ​ໃນ​ຂະນະ​ນັ້ນ, ກຸ່ມ Nato ພວມ​ຂຶ້ນ​ແຜນການ​ປົກ​ປັກ​ຮັກສາ​ຕວກກີ ຊຶ່ງ​ແມ່ນ​ສະມາຊິກ​ຂອງ​ກຸ່ມ​ນີ້. ຫາງສຽງ​ຖື​ວ່າ ພຽງ​ແຕ່​​ມີຂໍ້​ອ້າງ​ອີງ​ນ້ອຍ​ໜຶ່ງ ກໍ​ອາດ​ຈະ​ພາ​ໄປ​ເຖິງ​ການ​ແຊກ​ແຊງ​ທາງ​ທະຫານ​ຈາກ​ພາຍ​ນອກ​ເຂົ້າ​ຊີຣີ. ຍ້ອນ​ວ່າ ​ແຕ່​ດົນ​ນານ​ມາ​ແລ້ວ, ອຳນາດ​ການ​ປົກຄອງ ຂອງ​ປະທານາທິບໍດີ ຊີຣີ Bashar al-Assad ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ໜ້າ​ວິຕົກ​ກັງວົນ ຄວນ​ຕ້ອງ​ລົບ​ລ້າງ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ.

    ຈາກ​ສະຖານະ​ການ​ດັ່ງກ່າ​ວ, ຫາງ​ສຽງ​ຖື​ວ່າ ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳລັບ ທ່ານ Lakhdar Brahimi ທູດ​ພິ​ເສດຮ່ວມ​ຂອງ ສ.ປ.ຊ ​ ແລະ ສະຫະພັນ​ອາຣັບ ​ເພື່ອ​ປະສົບ​ຜົນສຳ​ເລັດ​ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ຕົນ. ສະພາບ​ການ​ຢູ່​ພາຍ​ໃນ​ຊີ​ຣີ​ໄດ້​ເຮັດ​ໃຫ້​ບັນດາ​ນັກ​ສັງ​ເກດ​ການ​ມີ​ຂໍ້​ສັງ​ເກດ​ວ່າ ຄວາມ​ເຫັນ​ດີ​ຈາກ​ຝ່າຍ​ຄ້ານ​ເມື່ອ​ຍິນ​ຍອມ​ຕໍ່ ສັນຍາ​ຢຸດ​ຍິງ ​ແມ່ນ​ບໍ່​ວ່າພຽງ​ເປັນຄວາມ​ຫວັງ​ເພື່ອ​ຕອບ​ສະໜອງ​ຕາມ​ຂໍ້​ສະ​ເໜີ​ຂອງ​ທູດ​ພິ​ເສດ​ທ່ານ​ນີ້​ໃນ​ຄວາມ​ມານະ​ພະ​ບຍາ​ຍາມ​ຂອງ​ທ່ານ​ຕໍ່ໜ້າ​ປະຊາ​ຄົມ​ໂລກ. ສ່ວນ​​ເລື່ອງຈະ​ປະຕິບັດ​ໄດ້​ຫຼື​ບໍ່​ນັ້ນ, ຍັງ​ຄົງ​ແມ່ນ​ຂະ​ບວນວິວັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກລຳບາກ ​ແລະ ສິ່ງ​ກິດ​ຂວາງ​ຫຼາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ