(vovworld)- ວິສາຫະກິດ, ນັກທຸລະກິດ ມີບົດບາດສຳຄັນໃນພາລະກິດພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ເມື່ອພື້ນຖານເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ຄຽງຂ້າງກັບເລື່ອງຮັບປະກັນການຮັກສາພັດທະນາການຜະລິດດຳເນີນທຸລະກິດ, ວິສາຫະກິດ, ນັກທຸລະກິດ ຫວຽດນາມ ຍັງຄົງຢືນຢັນບົດບາດ, ຄວາມຮັບຜິດຊອບທີ່ມີຕໍ່ວົງຄະນາຍາດຜ່ານການຮັບປະກັນການຄົງຕົວຂອງ ວິສາຫະກິດ, ຮັບປະກັນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຄົນງານ ແລະ ຈັດຕັ້ງບັນດາການເຄື່ອນໄຫວຂອງວົງຄະນາຍາດ.
ຄວາມຮັບຜິດຊອບຕໍ່ສັງຄົມຂອງ ວິສາຫະກິດ, ນັກທຸລະກິດ ແມ່ນຄຳໝັ້ນໝາຍຂອງວິສາຫະກິດໃນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ, ຜ່ານບັນດາວຽກງານຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ຄົນງານ ແລະ ບັນດາສະມາຊິກໃນຄອບຄົວເຂົາເຈົ້າ, ໃຫ້ແກ່ວົງຄະນາຍາດ ແລະ ທົ່ວສັງຄົມ, ຕາມວິທີການມີຜົນປະໂຫຍດໃຫ້ທັງວິສາຫະກິດກໍຄືການພັດທະນາລວມຂອງສັງຄົມ. ໃນສະພາບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດພາຍໃນ ແລະ ຕ່າງປະເທດ, ຄວາມຮັບຜິດຊອບຕໍ່ສັງຄົມຂອງ ວິສາຫະກິດ, ນັກທຸລະກິດ ຫວຽດນາມ ແມ່ນຕ້ອງຮັກສາການພັດທະນາການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນໃຫ້ແກ່ວົງຄະນາຍາດສັງຄົມຜ່ານການຮັບປະກັນການສະຫນອງສິນຄ້າໃຊ້ສອຍໃຫ້ແກ່ປະເທດຊາດ. ມີວິສາຫະກິດຫລາຍແຫ່ງໄດ້ສ້າງບັນຊີລາຍຊື່ການລົງທຶນ, ດຳເນີນທຸລະກິດຄືນໃຫມ່ ແລະ ສະຫງວນແຫລ່ງກຳລັງໃຫ້ແກ່ບັນດາປະເພດສິນຄ້າທີ່ນຳມາເຊິ່ງຜົນປະໂຫຍດໃນຕໍ່ຫນ້າ ແລະ ຫລຸດຜ່ອນແຫລ່ງລາຍຈ່າຍທີ່ບໍ່ຈຳເປັນໃນການຄຸ້ມຄອງ, ຈັດຕັ້ງ ປ່ຽນໃຫມ່ການຄຸ້ມຄອງການຜະລິດເພື່ອຍົກສູງປະສິດທິຜົນຂອງວຽກງານບໍລິຫານວິສາຫະກິດ.
ເດັກທຸກຍາກຮັບເຄື່ອງຊ່ວຍເຫລືອຈາກວິສາຫະກິດ
ພາບ: internet
|
ໂດຍແມ່ນວິສາຫະກິດດຳເນີນທຸລະກິດເຄື່ອງຈັກ, ເອເລັກໂຕນິກ, ຄຽງຄູ່ກັບການເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນແລ້ວ, ຍາມໃດ ບໍລິສັດການຄ້າ ແລະ ບໍລິການ Thien Nam Hoa ຈຳກັດ ຢູ່ ແຂວງ Dong Nai ກໍເອົາໃຈໃສ່ເຖິງການເຄື່ອນໄຫວກຸສົນ, ແລະ ຖືວ່າ ນັ້ນແມ່ນຄວາມຮັບຜິດຊອບ, ແມ່ນຫນ້າທີ່ຂອງຕົນທີ່ມີຕໍ່ວົງຄະນາຍາດ. ປີນີ້, ທາງບໍລິສັດໄດ້ສະຫງວນຈຳນວນເງິນປະມານ 2 ຕື້ດົ່ງ ເພື່ອປະຕິບັດໂຄງການມອບທຶນສຶກສາໃຫ້ແກ່ນັກຮຽນທຸກຍາກ, ນັກຮຽນພິການ, ມອບຂອງຂວັນໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ກູ້ຊ່ວຍປະຊາຊົນທີ່ປະສົບກັບໄພທຳມະຊາດ, ພະຍຸນ້ຳຖ້ວມໃນທົ່ວປະເທດ. ທ່ານ Nguyen Minh Thu ຮອງຜູ້ອຳນວຍການໃຫຍ່ບໍລິສັດ Thien Nam Hoa ໃຫ້ຮູ້ວ່າ:
“ແຜນນະໂຍບາຍຂອງການນຳບໍລິສັດ Thien Nam Hoa ແມ່ນສຶກສາ ແລະ ແນະນຳໃຫ້ພາລະກອນຂອງຕົນ 1500 ຄົນຈ່ົງມີຄວາມຮັບຜິດຊອບຕໍ່ວົງຄະນາຍາດສັງຄົມ. ສຳລັບບັນດາໂຄງການກຸສົນ ຊຶ່ງພວກຂ້າພະເຈົ້າປະຕິບັດໃນໄລຍະຜ່ານມາ ແມ່ນແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນຫນຶ່ງກັບປະຊາຊົນປະສົບໄພທຳມະຊາດ, ພະຍຸນ້ຳຖ້ວມ ແລະ ຄອບຄົວທຸກຍາກຢູ່ບັນດາທ້ອງຖິ່ນ.”
ວິສາຫະກິດລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ
ພາບ: baogialai.com
|
ບໍ່ພຽງແຕ່ປະຕິບັດຄວາມຮັບຜິດຊອບສັງຄົມຕໍ່ວົງຄະນາຍາດຢູ່ພາຍໃນປະເທດເທົ່ານັ້ນ ຫາກ ວິສາຫະກິດ, ນັກທຸລະກິດ ຫວຽດນາມ ຍັງປະຕິບັດຄວາມຮັບຜິດຊອບສັງຄົມຕໍ່ວົງຄະນາຍາດຢູ່ບັນດາປະເທດບ້ານໃກ້ເຮືອນຄຽງອີກດ້ວຍຄື: ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ກໍ່ສ້າງໂຮງຮຽນ, ມອບທຶນສຶກສາໃຫ້ແກ່ລູກຫລານປະເທດເພື່ອນມິດ, ສະຫນອງຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທຸກຍາກ. ບໍລິສັດຝຸ່ນເຄມີ Nam Sao ກຳປູເຈຍ, ຊຶ່ງແມ່ນສະມາຊິກຂອງບໍລິສັດໃຫຍ່ຝຸ່ນເຄມີ Nam Sao ຂອງ ຫວຽດນາມ ໄດ້ຈັດຕັ້ງລາຍການຫນູນຊ່ວຍປະຊາຊົນທຸກຍາກຢູ່ ກຳປູເຈຍ ຫລາຍຄັ້ງໄດ້ ຖືວ່າ ນັ້ນແມ່ນຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດທີ່ມີຕໍ່ວົງຄະນາຍາດເຊິ່ງແມ່ນບ່ອນບໍລິສັດພວມຜະລິດ ດຳເນີນທຸລະກິດ. ໃນການຈັດຕັ້ງຫນູນຊ່ວຍໃຫ້ແກ່ຊາວກຳປູເຈຍ, ທ່ານ Tran Van Nghia ຜູ້ອຳນວຍການໃຫຍ່ບໍລິສັດ Nam Sao ກຳປູເຈຍ ແບ່ງປັນວ່າ:
“ພວກຂ້າພະເຈົ້າໄດ້ສ້າງລາຍການຫນູນຊ່ວຍປະຊາຊົນ ກຳປູເຈຍ ຢູ່ 5 ແຂວງທີ່ພວມປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນແຂວງ Kandan ຊຶ່ງແມ່ນແຫ່ງ ບໍລິສັດພວກຂ້າພະເຈົ້າພວມລົງທຶນ. ພວກຂ້າພະເຈົ້າເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນນັກຮຽນ ແລະ ຊາວກະສິກອນ ສະນັ້ນພວກຂ້າພະເຈົ້າໄດ້ປຸກລະດົມຂະບວນການຫນູນຊ່ວຍເດັກນ້ອຍ ແລະ ປະຊາຊົນຢູ່ທີ່ນີ້.”
ເຖິງວ່າ ການຜະລິດດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກກໍຕາມ, ແຕ່ບໍລິສັດສະຖາປັດກໍ່ສ້າງ Nha Vui ຢູ່ ນະຄອນ ໂຮ່ຈິມີນ ຍັງຄົງຈັດການເຄື່ອນໄຫວກຸສົນຫລາຍຢ່າງໃນທົ່ວປະເທດ. ທ່ານ Nguyen Nhu Phong ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດໃຫ້ຮູ້ວ່າ:
“ຂ້າພະເຈົ້າຄິ ດວ່າ ປະຈຸບັນມີນັກທຸລະກິດຫລາຍຄົນ ແລະ ບັນດາການນຳ ວິສາຫະກິດໄດ້ເລີ່ມມີສະຕິຮັບຮູ້ ແລະ ເຂົ້າໃຈວ່າ ວິສາຫະກິດ, ນັກທຸລະກິດ ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມຕໍ່ວົງຄະນາຍາດ, ພິເສດ ໃນໄລຍະປະເທດຊາດພວມປະສົບກັບຄວາມຫຍຸ້ງຍາກນີ້ ຄວາມຮັບຜິດຊອບສະແດງໃຫ້ເຫັນຜ່ານວຽກງານທີ່ເຂົາເຈົ້ານຳມາໃຫ້, ບໍ່ພຽງແຕ່ຮັບປະກັນວຽກເຮັດງານທຳ, ຮັບປະກັນຊີວິດການເປັນຢູ່ ໃຫ້ແກ່ຄົນງານເທົ່ານັ້ນ ຫາກເຂົາເຈົ້າຍັງມີຄວາມຮັບຜິດຊອບ ຕິດພັນ ແລະ ພັດທະນາສະພາບແວດລ້ອມແບບຍືນຍົງໃຫ້ແກ່ຄອບຄົວຂອງຄົນງານອີກດ້ວຍ.”
ໃນສະພາບຄວາມຫຍຸ້ງຍາກນີ້, ເລື່ອງບັນດາວິສາຫະກິດ ຫວຽດນາມ ຕັ້ງຫນ້າປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃນການຮັກສາພາບພົດອັນດີງາມຂອງວິສາຫະກິດ, ນັກທຸລະກິດໃນວົງຄະນາຍາດ./.