ຄວາມເຄັ່ງຕຶງຄັ້ງໃຫມ່ບົນເວທີການເມືອງ ຢູແກຼນ

(vovword)- ພາຍ​ຫລັງ​ການ​ເລືອກ​ຕັ້ງ​ຂອງ​ຝ່າຍ​ຄ້ານ​ແຍກ​ຕົວ​ຢູ່​ພາກ​ຕາ​ເວັນ​ອອກ, ສະ​ພາບ​ການ ຢູ​ແກຼນ ​ມ​ີ​ຜັ​ນ​ແປຫລາຍ​ຢ່າງ​ທີ່​ອັນ​ຕະ​ລາຍ, ຍາກ​ທີ່​ຄາດ​ຄະ​ເນ​ໄດ້. ບັນ​ດາ​ການ​ກະ​ທຳ​ຈາກ​ອຳ​ນາດ​ການ​ປົກ​ຄອງ ກີ​ແອບ​ຄື: ປະ​ກາ​ດ​ຄຳ​ສັ່ງ​ຈັດສົ່ງ​ກຳ​ລັງ​ທະ​ຫານ​ເຖິງ​ພາກ​ຕາ​ເວັນ​ອອກ, ຍົກ​ເລີກ​ຂໍ້​ກຳ​ນົດ​ພິ​ເສດ, ຢຸດ​ຕິ​ການ​ເບີກ​ຈ່າຍ​ງົບ​ປະ​ມານ​ໃຫ້​ແກ່​ບັນ​ດາ​ເຂດ​ທວງ​ເອົາ​ເອ​ກະ​ລາດ.. ພວມ​ຍູ້​ປະ​ເທດນີ້​ອາດຈະ​ຕົກ​ເຂົ້າ​ສູ່​ສະ​ພາບ​​ເສິກກາງ​ເມືອງ.

ຄວາມເຄັ່ງຕຶງຄັ້ງໃຫມ່ບົນເວທີການເມືອງ ຢູແກຼນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Petro Poroshenko ມີຄວາມເປັນຫ່ວງກັງວົນພາຍຫຼັງການເລືອກຕັ້ງ
(ພາບ: Bloomber)

        ພາຍ​ຫລັງ​ການ​ລັດ​ຖະ​ປະ​ຫານ​ເມື່ອ​ເດືອນ 2 ຢູ່ ຢູ​ແກຼນ, ລັດ​ຂະ​ຫນານ​ນາມ​ເອງ Donetsk ແລະ  Lugansk ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ແມ່ນ​ການ​ກະ​ທຳ​ພາ​ໄປ​ເຖິງ​ການ​ປີນ​ຂັ້ນ​ໄດ​ຂອງວິ​ກິດ​ການ​ຢູ​ແກຼນ. ຫລັງ​ຈາກນັ້​ນ 2 ເດືອນ, ອຳ​ນາດ​ການ​ປົກ​ຄອງ ໄດ້​ປຸກ​ລະ​ດົມ​ບັ້​ນ​ຮົບ​ການ​ທະ​ຫານ​ຕ້ານ​ຄືນ​ບັນ​ດາ​ຜູ້​ສະ​ຫນັບ​ສະ​ຫນູນ​ເອ​ກະ​ລາດ​ຂອງ​ເຂດນີ້. ມີ​ກົດ​ໝາຍ​ພິ​ເສດ​ສະ​ບັບ​ຫນຶ່ງ​ໃຫ້​ແກ່​ເຂດ Donbass ລວມ​ມີ: Donetsk ແລະ Lugansk ໄດ້​ຮັບ​ການ​ຮັບ​ຮ​ອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ເມື່ອ​ວັນ​ທີ 16/9, ພາຍ​ຫລັງ​ສັນ​ຍາ​ຢຸດ​ຍິງ ເມື່ອ​ວັນ​ທີ 5/9 ລະ​ຫວ່າງ Kiev ແລະ ບັນ​ດາ​ຜູ້​ສະ​ຫນັບ​ສະ​ຫນູນ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກ​ນ. ຕາມນັ້ນ​ແລ້ວ ເຂດ Donbass ໄດ້​ຮັບ​ປະ​ກັນ​ສິດ​ນຳ​ໃຊ້​ພາ​ສາ​ ລັດ​ເຊຍ ຫລືບໍ່​ວ່າ​ພາ​ສາ​ໃດ ແລະ ຄາ​ດ​ວ່າ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໃນ​ວັນ​ທີ 7/12. ກົດ​ໝາຍ​ສະ​ບັບ​ນີ້ ກໍ​ກຳ​ນົດ​ວ່າ ບັນ​ດາ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຢູ​ແກຼ​ນ ຈະ​ດຳ​ເນີນ​ໄປ​ຢູ່​ບັນ​ດາ​ເຂດນີ້​ໃນ​ເດືອນ 12. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ບັນ​ດາ​ປະ​ເທດ​ຂະ​ຫນານ​ນາມ​ເອງ ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄັ້ງ​ຕ່າງໆ​ເພື່ອ​ເລືອກ​ຕັ້ງ​ການ​ນຳ ແລະ ສະ​ພາ​ແຫ່ງ​ຊາດ​ໃຫ້​ສະ​ເພາະ​ຕົນ​ເອງ​ໃນ​ວັນ​ທີ 2/11.

        ອຳ​ນາດ​ການ​ປົກ​ຄອງ ຢູ​ແກຼນ ໄດ້​ກ່າວ​ປະ​ນາມ​ບັນ​ດາ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ແລະ ຖື​ວ່າແມ່ນ​ຜິດ​ກົດ​ໝາຍ. ອາ​ເມ​ລິ​ກາ, ອີ​ຢູ ແລະ ນາ​ໂຕ ກໍ​ຖະ​ແຫລງ ບໍ່​ຍອມ​ຮັບ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ຂອງ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

        ກ່າວ​ຫາ, ຖີ້​ມ​ໂທດ​ໃສ່​ກັນ

        ພາ​ຍ​ຫລັງ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 2/11, ປະ​ທາ​ນາ​ທິ​ບໍ​ດີ Petro Poroshenko ໄດ້​ກ່າວ​ຫາ​ກຳ​ລັງ​ທວງ​ເອົາ​ແຍກ​ຕົວ​ເປັນເອ​ກະ​ລາດ​ຢູ່​ພ​າກ​ຕາ​ເວັນ​ອອກ ໄດ້​ລະ​ເມີດ​ສັນ​ຍາຢຸດ​ຍິງ ພ້ອມ​ທັງ​ເຊັນ​ລັດ​ຖະ​ດຳ​ລັດ ຍົກ​ເລີດ​ກົດ​ໝາຍ​ກ່ຽວ​ກັບ​ການມອບ​ຂໍ້​ກຳ​ນົດ​ພິ​ເສດ​ໃຫ້​ແກ່​ບັນ​ດາ​ເຂດ​ພາກ​ຕາ​ເວັນ​ອອກ. ໃນ​ການ​ກະ​ທຳ​ຫນຶ່ງ​ໄດ້​ຮັບ​ຖື​ວ່າ: “ຖອກ​ນ້ຳ​ມັນ​ໃສ່​ແປວ​ໄຟ​”, ປະ​ທາ​ນາ​ທິ​ບໍ​ດີ Petro Poroshenko ອອກ​ຄຳ​ສັ່ງ​ໃຫ້​ແກ່​ບັນ​ດາຜູ້​ບັນ​ຊາ​ການ​ທະ​ຫານ ຈັດ​ສົ່ງ​​ກຳ​ລັງ​ທະ​ຫານ​ຕື່ມ​ອີກ​​ເພື່ອ​ປົກ​ປັກ​ຮັກ​ສາ​ບັນ​ດາ​ຕົວ​ເມື​ອງ​ຢູ່​ພາກ​ຕາ​ເວັນ​ອອກ ກ່ອນ​ທີ່​ການ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ​ແຍກ​ຕົວ​ອອກ​ຖືກ​ດຳ​ເນີນ. ກ່ອນ​ຫນ້ານັ້ນ ອຳ​ນາດ​ການ​ປົກ​ຄອງ ກີ​ແອບ ກໍ​ຖະ​ແຫລງ​ຊົ່ວ​ຄາວ​ວ່າ ຢຸດ​ຕິ​ການ​ເບີກ​ຈ່າຍ​ງົບ​ປະ​ມານ​ໃຫ້​ແກ່​ບັນ​ດາ​ເຂດ​ທວງ​ເອົາ​ເອ​ກະ​ລາດ ຢູ່​ສອງ​ແຂວງ Donetsk ແລະ Lugansk. ປະ​ຈຸ​ບັນ ບັນ​ດາ​ເຂດນີ້​ໂດຍ​ແມ່ນ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຄວບ​ຄຸມ ພວມ​ຕ້ອງ​ການ​ງົບ​ປະ​ມານ​ຈາກ​ສູນ​ກາງ.

   ໃນ​ຂະ​ນະ​ນັ້ນ. ການ​ນຳ​ກຳ​ລັງ​ແຍກ​ຕົວ​ກໍໄດ້​ກ່າວ​ຫາ​ອຳ​ນາດ​ການ​ປົກ​ຄອງ​ກີ​ແອບ ທີ່​ໄດ້​ລວງ​ລະ​ເມີດ​ຢ່າງ​ເປີດ​ແປນ​ຕໍ່​ສັນ​ຍາ​ສັນ​ຕິ​ພາບ​ເມື​ອ່​ໂຈະ​ການ​ນຳ​ໃຊ້​ “ກົດ​ໝາຍສະ​ພາ​ວະ​ພິ​ເສດ” ໃຫ້​ແກ່​ພາກ​ຕ​າ​ເວັນຕົກ. ການ​ນຳ​ກຳ​ລັງ​ແຍກ​ຕົວຖື​ວ່າ ການ​ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງກົດ​ໝາຍ​ໄດ​້​ເປັນ​ເອ​ກະ​ພາບ​ໃນ​ຈຸດ​ເວ​ລາ​ກ່ອນນັ້ນ ແມ່ນ​ພັນ​ທະ​ຂອງ​ກີ​ແອບ. ເພາະ​ສະ​ນັ້ນ, ການ​ກະ​ທຳ​ຂອງ​ກີ​ແອບນີ້ ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ສັນ​ຍາ Minsk ຊຶ່ງ​ໄດ້​ຖືກ​ຍົດ​ເລີກ. ກ່ອນ​ໜ້ານັ້ນ, ອຳ​ນາດ​ການ​ປົກ​ຄອງ Donetsk  ແລະ Lugansk ກໍ​ຖື​ວ່າ ປະ​ທາ​ນາ​ທິ​ບໍ​ດີ Poroshenko ໂດ້​ຖອນ​ບາງ​ຂໍ້​ມາດ​ຕາ​ຂອງ​ສັນ​ຍາ, ພ້ອມ​ທັບ​ຢືນ​ຢັນ​ວ່າ ຈະ​ບໍ່​ກະ​ທຳ​ຕາມ​ເຈດ​ຈຳ​ນົງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ.

   ໄພ​ອັນ​ຕະ​ລາຍ​ຕົກ​ເຂົ້າສູ່​ວິກິດ​ການ​ຢ່າງຮ້າຍ​ແຮງກວ່າ.

  ເປັນ​ທີ່​ຈະ​ແຈ້ງວ່າ ເລື່ອງ​ເດັດ​ດຽວ​ເດີນ​ຕາມ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ແຍກ​ຕົວ​ເປັນ​ເອ​ກະ​ລາດ​​ໂດຍບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານຂອງ 2 ລັດ​ໂດຍ​ຂະ​ໜານ​ນາມ​ເອງ​ຢູ່​ພາກ​ຕາ​ເວັນ​ອອກ​ປະ​ເທດນີ້ ພວມ​ເຮັດ​ໃຫ້​ສະ​ພາບ​ການຢູ​ແກຼນ ຕົກ​ເຂົ້າສູ່​ວິກິດ​ການ​ຢ່າງຮ້າຍ​ແຮງກວ່າ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ຄວາມບໍ່​ລົງລອຍ​ກັນ​ກ່ຽວ​ກັບ​ທັດ​ສະ​ນະ​ໃນ​ການ​ແກ້​ໄຂວິ​ກິດ​ການ​ຂອງ​ບັນ​ດາ​ພັກ​ການ​ເມ​ືອງ​ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຢູ​ແກຼນເມື່ອ​ວັນ​ທີ 26/10 ກໍ​ພວມ​ແມ່ນ​ຮົ້ວ​ກີດ​ຂວາງ​ທີ່​ໃຫຍ່ຫຼວງ​ຕໍ່​ການ​ສ້າງ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ໃຫ້​ແກ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

   ພ້ອມ​ກັນ​ນັ້ນ, ເລື່ອງ​ລັດ​ເຊຍ​ສະ​ໜັບ​ສະ​ໜູ​ນ ແລະ ຮັບ​ຮູ້​ການ​ເລື່ອກ​ຕັ້ງ​ຂອງກຳ​ລັງ​ແຍກ​ຕົວຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນໄດ້​ເປັນ​ການ​ເພີ່ມ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງບໍ່​ພຽງ​ແຕ່​ລະ​ຫວ່າງ ກີ​ແອບ ແລະ ມົດ​ສະ​ກູ​ໃນ​ໄລ​ຍະ​ທີ່​ຜ່ານ​ມາເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ການ​ຕໍ່​ສູ້​ດ້ານ​ການ​ທູດ​ລະ​ຫວ່າງ​ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ​ນັບ​ມື້​ນັບ​ຮ້າຍ​ແຮງກວ່າ​ເກົ່າ.

    ໄລະ​ຍະ​ປີ​ໜຶ່ງ ນັບ​ແຕ່​ວິ​ກິດ​ການຢູ​ແກຼນ​ເກີດ​ຂຶ້ນ ພາ​ໄປ​ເຖິງ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Viktor Yanukovych, ປະ​ຊາ​ຊົນ​ຂອງ​ປະ​ເທດນີ້ ຫວັງຢາກ​ເປີດ​ໜ້າ​ປະ​ຫວັດ​ສາດໃໝ່ເພື່ອ​ຫຍັບ​ມໍ່​ເຂົ້າ​ກັບ​ເອີ​ລົບ​ກ່​ວາ​ເກົ່າ. ແຕ່​ມາ​ຮອດ​ປະ​ຈ​ຸ​ບັນ, ວິ​ກິດ​ການຢູ​ແກຼນ ນັບ​ມື້​ນັບ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ. ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຊຸດ​ໂຊມ, ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ​ຕົກ​ເຂົ້າ​ສູ່​ສະ​ພາບ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ ຍ້ອນບໍ່​ມີ​ວຽກ​ເຮັດ​ງານ​ທຳ, ບໍ່​ມີເບ້ຍ​ບຳ​ນານຫຼື​ເຄືຶ່ອງ​ຂອງ​ທີ່​ຈຳ​ເປັນ​ອື່ນໆ.  ແຕ່​ສຳ​ລັບ​ບ​ັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ, ການ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ນຳ​ປະ​ເທດນີ້ຫຼຸດ​ພົ້ນ​ອອກ​ຈາກວິ​ກິດ​ການນັ້ນ, ຍັງ​ຄົງ​ແມ່ນ​ໜ້າ​ທີ່ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້.
ຂ່າວ/ບົດ​ອື່ນ