(vovworld) – ວັນທີ 16/9, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen , ຜູ້ຕາງໜ້າພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ແລະ ປະທານພັກກູ້ຊາດ (CNRP) Sam Rainsy ໄດ້ມີການເຈລະຈາເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງທາງດ້ານການເມືອງໃນປະຈຸບັນ. ເຖິງວ່າຜົນຂອງການພົບປະຍັງຈຳກັດຢູ່ກໍ່ຕາມ ແຕ່ເມື່ອທຽບໃສ່ການພົບປະຄັ້ງກ່ອນ, ຫຼັກໝັ້ນຂອງສອງຝ່າຍບໍ່ຕ່າງກັນຫຼາຍອີກ ແລະ ສິ່ງດັ່ງກ່າວສາມາດຊ່ວຍກຳປູເຈຍຫຼຸດພົ້ນອອກຈາກສະພາບຂາດສະຖຽນລະພາບທີ່ແກ່ຍາວໃນ 6 ສັບປະດາທີ່ຜ່ານມາ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດເມື່ອວັນທີ 28/7.
ຜູ້ແຫ່ຂະບວນປະທ້ວງຢູ່ສະໜາມຫຼວງເສລີໃນວັນທີ 16/9 ນັບມື້ນັບຫຼຸດລົງ
(ພາບ: ຕ໋ຽນຈິ່ງ)
ໂດຍຕ່າງກັບການພົບປະຄັ້ງກ່ອນພຽງແຕ່ດຳເນີນໃນເວລາ 30 ນາທີນັ້ນ, ການພົບປະລະຫວ່າງຜູ້ຕາງໜ້າພັກ CPP ແລະ CNRP ຄັ້ງນີ້ ໄດ້ແກ່ຍາວເປັນເວລາເກືອບ 5 ຊົ່ວໂມງ ຢູ່ສຳນັກງານສະພາແຫ່ງຊາດ. ຕາມຂໍ້ຕົກລົງທີ່ບັນລຸໄດ້, ສອງຝ່າຍຈະຕ້ອງປະຕິບັດຕາມຄຳສັ່ງຂອງພະບາດສົມເດັດ ພະເຈົ້າມະຫາຊີວິດ ລາຊະອານາຈັກກຳປູເຈຍ Norodom Sihamoni ນັ້ນແມ່ນບໍ່ໃຫ້ເກີດການໃຊ້ຄວາມຮຸນແຮງອີກ, ເປັນເອກະພາບສ້າງຕັ້ງກຳມາທິການຮ່ວມ ເພື່ອປະຕິຮູບວຽກງານເລືອກຕັ້ງໃນອະນາຄົດ ແລະ ເຫັນດີສືບຕໍ່ພົບປະກັນ ເພື່ອແກ້ໄຂບັນດາບັນຫາຂອງປະເທດພາຍຫຼັງການເລືອກຕັ້ງ. ເຖິງວ່າຍັງບໍ່ທັນມີຄວາມປະນິປະນອມຢ່າງລະອຽດກໍ່ຕາມ ແຕ່ຕາມການຕີລາຄາຂອງວົງການນັກສັງເກດການແລ້ວ, ພັກ CPP ຂອງນາຍົກລັດຖະມົນຕີ Hun sen ພວມມີທ່າໄດ້ປຽບ ພາຍຫຼັງການເຈລະຈາກັບພັກ CNRP. ກ່ອນໜ້ານັ້ນ, ເຖິງວ່າຫາງສຽງ ແລະ ອຳນາດການປົກຄອງທຸກຂັ້ນລ້ວນແຕ່ຮັບຮອງໄຊຊະນະຂອງພັກ CPP ໃນການເລືອກຕັ້ງເມື່ອວັນທີ 28/7 ແລ້ວກໍ່ຕາມ, ແຕ່ພັກຝ່າຍຄ້ານ CNRP ຍັງຄົງເດັດດຽວປະຕິເສດ ແລະ ກ່າວຫາມີການສໍ້ກົງໃນການເລືອກຕັ້ງ ກໍ່ຄືຮຽກຮ້ອງໃຫ້ດຳເນີນການສຳຫຼວດເປັນເອກະລາດກ່ຽວກັບບັນຫານີ້.
ວັນທີ 16/9 ແມ່ນວັນທີ 2 ຂອງການແຫ່ຂະບວນປະທ້ວງຢູ່ສະໜາມຫຼວງທີ່ແກ່ຍາວ 3 ວັນ ໂດຍພັກ CNRP ປຸກລະດົມ, ຈຳນວນຜູ້ແຫ່ຂະບວນໄດ້ຫຼຸດຜ່ອນຢ່າງວ່ອງໄວຈາກ 20.000 ຄົນ ລົງເຫຼືອພຽງ 1000 ຄົນ ແລະ ວັນທີ 17/9, ຈຳນວນຜູ້ແຫ່ຂະບວນຢູ່ທີ່ນີ້ກໍ່ສືບຕໍ່ຫຼຸດລົງອີກ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າຄວາມຂາດສະຖຽນລະພາບຢູ່ກຳປູເຈຍ ໄດ້ຫຼຸດລົງສ່ວນໃດສ່ວນໜຶ່ງ. ກ່ອນໜ້ານັ້ນ, ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນຕອນຄຳ່ວັນທີ 15/9, ເມື່ອຜູ້ເຂົ້າຮ່ວມການແຫ່ຂະບວນໄດ້ທຳລາຍຮົ້ວ, ເກາະຜິດດ້ວຍການແກວ່ງຫີນໃສ່ຕຳຫຼວດ, ອັນໄດ້ບັງຄັບໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງນຳໃຊ້ແກດນຳ້ຕາເພື່ອຍຸບເລີກຜູ້ແຫ່ຂະບວນ, ເຮັດໃຫ້ 1 ຄົນເສຍຊີວິດ ແລະ ອີກ 5 ຄົນຖືກບາດເຈັບ.
ອາດເຫັນໄດ້ວ່າ, ບັນດາການຜັນແປຄັ້ງໃໝ່ຢູ່ ກຳປູເຈຍ ໄດ້ສ່ອງແສງສ່ວນໃດສ່ວນໜຶ່ງບົດບາດຂອງພັກກຳອຳນາດ (CPP) ໂດຍທ່ານນາຍົກລັດຖະມົນຕີ Hunsen ນຳໜ້າ. ຕາມບັນດານັກສັງເກດການແລ້ວ, ເຖິງວ່າພາຍຫລັງນຳພາປະເທດມາເປັນເວລາເກືອບ 3 ທົດສະວັດກໍ່ຕາມ, ແຕ່ນີ້ແມ່ນການທ້າທາຍທາງດ້ານການເມືອງຫຍຸ້ງຍາກທີ່ສຸດເຊິ່ງທ່ານນາຍົກລັດຖະມົນຕີ Hunsen ແລະ ພັກ CPP ຂອງທ່ານຕ້ອງປະເຊີນໜ້າ ໃນຂະນະທີ່ນັ່ງໃນສະພາແຫ່ງຊາດຂອງພັກ CPP ໄດ້ຂຶ້ນກັບພັກ CNRP, ອັນໄດ້ກີດຂວາງການສ້າງຕັ້ງລັດຖະບານໃໝ່, ແຕ່ທ່ານ Hunsen ຍັງຄົງຍາດໄດ້ທ່າໄດ້ປຽບ. ຄວາມຈິງແລ້ວ, ປະຈຸບັນ, ທ່ານ Hunsen ຍັງກຳໄດ້ສິດຄວບຄຸມສູງສຸດດ້ວຍກົງຈັກລັດທັງໝົດ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບ. ຍິ່ງກ່ວານັ້ນ, ທ່ານ Hunsen ຍັງແມ່ນຜູ້ທີ່ເຄີຍມີປະສົບການໃນການດຶງດູດບັນດາບຸກຄົນຝ່າຍຄ້ານຈາກພັກການເມືອງອື່ນໆ ເຊິ່ງທ່ານເຄີຍນຳໃຊ້ໃນການເລືອກຕັ້ງຄັ້ງກ່ອນ ແລະ ແນ່ນອນວ່າໃນຄັ້ງນີ້ການນຳ CPP ຈະສືບຕໍ່ນຳໃຊ້ເພື່ອແນໃສ່ສ້າງຕັ້ງລັດຖະບານໂດຍບໍ່ຕ້ອງເຈລະຈາກັບ CNRP ອີກ. ຕາມການຄາດຄະເນແລ້ວ, ທ່ານ Hunsen ພວມກະກຽມແຜນການບຸກຕີຝ່າຍຄ້ານຢູ່ສານ ຍ້ອນວ່າການນຳຝ່າຍຄ້ານທ່ານ Rainsy ເຄີຍຖືກຕັດສິນລົງໂທດຄຸມຂັງ 11 ປີຍ້ອນບັນດາຄຳກ່າວຫາແມ່ນເລີ່ມມາຈາກຈຸດປະສົງດ້ານການເມືອງ. ແຕ່ນີ້ພຽງແຕ່ແມ່ນຄັນຕະລາບັດສຸດທ້າຍຂອງທ່ານ Hunsen ຍ້ອນວ່າມັນຈະສົ່ງຜົນສະທ້ອນເຖິງຮູບພາບຂອງການນຳທີ່ສະຫງ່ຽມຄ່ຽມຄົມຜູ້ໜຶ່ງ ເຊິ່ງທ່ານ Hunsen ໄດ້ມານະພະຍາຍາມກໍ່ສ້າງໃນຊຸມປີມໍ່ໆມານີ້. ກ່ອນທີ່ດຳເນີນການປ່ອນບັດ, ທ່ານ Hunse ແມ່ນຜູ້ທີ່ໄດ້ຈັດຄຳສັ່ງອະນຸໂລມ ລາຊະອານາຈັກໃຫ້ທ່ານ Rainsy ເພື່ອສາມາດກັບຄືນກຳປູເຈຍ, ການກະທຳນີ້ໄດ້ເຮັດໃຫ້ຜູ້ມີສິດເລືອກຕັ້ງເຄົາລົບນັບຖືການນຳທີ່ສະຫງ່ຽມຄ່ຽມຄົມນີ້ກວ່າອີກ.
ບັນດາໝາກຜົນຂອງການເລືອກຕັ້ງປີ 1998, 2003, 2008, ຍິ່ງເປັນການຢືນຢັນໃຫ້ເຫັນວ່າ, ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ທ່ານ Hunsen. ໃນໄລຍະທີ່ປະເທດປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ບໍ່ອາກປະຕິເສດບົດບາດຂອງທ່ານ Hunsen ໃນການນຳປະເທດກ້າວຂຶ້ນ ແລະ ພັດທະນາ. ຍຸດທະສາດຮອບດ້ານຂອງທ່ານແມ່ນກ່ຽວຂ້ອງເຖິງ 3 ປັດໃຈຄື: ຄວາມໝັ້ນຄົງດ້ານການເມືອງ, ແຫຼ່ງຊ່ວຍເຫຼືອ ແລະ ການລົງທຶນຕ່າງປະເທດ, ການສ້າງວຽກເຮັດງານທຳ ແລະ ເຮັດໃຫ້ປະຊາຊົນກຳປູເຈຍ ໄດ້ດຳລົງຊີວິດໃນສັນຕິພາບ ແລະ ວັດທະນາຖາວອນ.
ຕາມບັນດານັກສັງເກດການແລ້ວ, ການເຈລະຈາລະຫວ່າງພັກ CPP ແລະ CNRP ອາດຈະຖືກແກ່ຍາວ. ແຕ່ບັນດາຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ລະຫວ່າງຜູ້ຕາງໜ້າສອງພັກໄດ້ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຢູ່ກຳປູເຈຍ ລົງສ່ວນໃດສ່ວນໜຶ່ງ, ເມື່ອທັງສອງຝ່າຍໃຫ້ຄຳໝັ້ນສັນຍາບໍ່ປະໃຫ້ສະພາບໃຊ້ຄວາມຮຸນແຮງເກີດຂຶ້ນອີກ. ນີ້ແມ່ນເງື່ອນໄຂທີ່ຈຳເປັນ ເພື່ອໃຫ້ກຳປູເຈຍ ມີສະຖຽນລະພາບ, ສ້າງເປັນລັດຖະບານສາມັກຄີ ແລະ ເຮັດໃຫ້ກຳປູເຈຍສືບຕໍ່ວັດທະນາຖາວອນ.