ທ່ານ Thabo Mbeki ຜູ້ນຳຄະນະໄກ່ເກັ່ຍຂອງ ສະຫະພາບອາຟະລິກາ
(ພາບ: AFP)
|
ຄວາມເຄັ່ງຕຶງລະຫວ່າງຊູດັງ ແລະ ຊູດັງໃຕ້ພວມນັບມື້ນັບປີນຂັ້ນໄດ, ອັນໄດ້ ເຮັດໃຫ້ຫາງສຽງສາກົນ ມີຄວາມວິຕົກກັງວົນ, ຖ້າຫາກວ່າບັນດາຂໍ້ຄວາມຂັດແຍ້ງ ແລະ ການພິພາດກັນບໍ່ມີມາດຕະການແກ້ໄຂຢ່າງມີປະສິດທິຜົນນັ້ນ ຈະພາໃຫ້ 2 ປະເທດບ້ານໄກ້ເຮືອນຄຽງ ນີ້ຕົກຢູ່ໃນການສູ້ຮົບຢ່າງດຸເດືອດ.
ໃນການຜັນແປທີ່ຫຼ້າສຸດນັ້ນ, ວັນທີ 11/4 ຊູດັງ ໄດ້ຢຸດຕິທຸກໆການເຈລະຈາກັບ ຊູດັງໃຕ້ກ່ຽວກັບການຢຸດຕິການໂຕ້ແຍ້ງກັນສຳລັບບັນດາບ້ວງເງິນຊຳລະຈາກການຊື້ນ້ຳມັນ ພ້ອມກັບບັນດາການພິພາດອື່ນໆພາຍຫຼັງເກີດການປະທະກັນຢູ່ເຂດຊາຍແດນຜະລິດນ້ຳມັນເຊື້ອໄຟ. ໃນແຈ້ງການສະບັບໜຶ່ງ, Khartoum ໃຫ້ຮູ້ວ່າ ໃນທັນທີ, ຈະຖອນຄະນະນັກເຈລະຈາຂອງຕົນອອກຈາກການເຈລະຈາໂດຍສະຫະພາບອາຟະລິກາ (AU) ປົກປ້ອງຢູ່ນະຄອນຫຼວງ Addis Abeba ຂອງ ເອທີໂອເພັຍ ແລະ ອອກຄຳສັ່ງລະດົມພົນທະຫານທົ່ວປະເທດ.
ກ່ອນໜ້ານັ້ນ, ວັນທີ 10/4,ໂດຍອ້າງເຫດຜົນແມ່ນກະທຳເພື່ອປ້ອງກັນຕົວ, ກຳລັງທະຫານປົດປ່ອຍປະຊາຊົນ ຊູດັງ( ຊູດັງໃຕ້) ໄດ້ດຳເນີນການບຸກໂຈມຕີ ຂະໜາດໃຫຍ່ໃສ່ບໍນ້ຳມັນ Heglig ຊຶ່ງແມ່ນບໍນ້ຳມັນໃຫຍ່ທີ່ສຸດຢູ່ຊູດັງ, ແຫ່ງທີ່ສາມາດຂຸດຄົ້ນນ້ຳມັນໄດ້ 115.000 ຖັງຕໍ່ວັນ, ມີປະລິມານການຜະລິດນ້ຳມັນກວມເອົາ 50%. ຕາມຄຳກ່າວຟ້ອງຂອງອຳນາດການປົກຄອງ Juba , ກຳລັງທະຫານຊູດັງ ໄດ້ນຳໃຊ້ເຮືອບິນສູ້ຮົບ ແລະ ປືນໃຫຍ່ ເພື່ອບຸກໂຈມຕີເທດສະບານເມືອງ Tashwin ຢູ່ເຂດຊາຍແດນຜະລິດນ້ຳມັນທີ່ກໍ່ຄວາມໄຕ້ຖຽງກັນນີ້. ຕົ້ນເດືອນ 4 ແລ້ວນີ້, ຊູດັງໃຕ້ ໄດ້ກ່າວຫາຝ່າຍຊູດັງສືບຕໍ່ຖິ້ມລະເບີດລົງໃສ່ບໍລິເວນເກີດການພິພາດກັນ, ພ້ອມທັງປະກາດວ່າ ໄດ້ຍິງເຮືອຍິນສູ້ຮົບລຳ 1 ຂອງຊູດັງຕົກ ຂະນະທີ່ເຮືອບິນລຳນີ້ພວມຖິ້ມລະເບີດລົງໃສ່ເຂດມີບໍນ້ຳມັນຫຼາຍແຫ່ງທີ່ຊາຍແດນລະຫວ່າງ 2 ປະເທດ. ຫາງສຽງຖືວ່າ ຍ້ອນການລະເມີດນີ້ເອງ ໄດ້ທຳລາຍສັນຍາຢຸດຍິງຊຶ່ງ 2 ຝ່າຍໄດ້ລົງນາມເມື່ອເດືອນ 2 ທີ່ຜ່ານມາ. ນອກ ຈາກນັ້ນ, ມັນກໍທຳລາຍຄວາມມານະພະຍາຍາມຂອງອະດີດປະທານາທິບໍດີອາຟະລິກາໃຕ້ ທ່ານ Thabo Mbeki ຜູ້ນຳກຸ່ມໄກ່ເກັ່ຍຂອງ ສະຫະພາບອາຟະລິກາ . ກ່ອນໜ້ານັ້ນ, ພາຍຫຼັງແຜນການເຈລະຈາ 2 ຝ່າຍລະຫວ່າງ ຊູດັງ ແລະ ຊູດັງໃຕ້ ຢູ່ ນະຄອນຫຼວງ Addis Abeba ຂອງ ເອທີໂອເພັຍ ຖືກປະລາໄຊນັ້ນ, ຄະນະ ຜູ້ແທນເປັນກາງໄກ່ເກ່ັຍຂອງ ສະຫະພາບອາຟະລິກາ ໄດ້ມີການພົບປະກັບ ປະທານາທິບໍດີ ຊູດັງໃຕ້ ທ່ານ Salva Kiir ແລະ ປະທານາທິບໍດີ ຊູດັງ ທ່ານ Omar al- Bashir ເພື່ອປຶກສາຫາລືບັນດາ ມາດຕະການທີ່ອາດຈະປະຕິບັດໃນ ໄລຍະທີ່ຈະມາເຖິງເພື່ອເຮັດໃຫ້ສະພາບເຄັ່ງຕຶງຜ່ອນຄາຍລົງ. ຄວາມມານະ ພະຍາຍາມຢ່າງລຽນຕິດນີ້ໄດ້ບັນລຸ ໝາກຜົນ ດ້ວຍການເຊື່ອມຕໍ່ການບັນດາ ພົບປະຂັ້ນສູງຄືນໃໝ່. ແຕ່ການ ປະທະກັນ ທີ່ລະເບີດຂຶ້ນນັ້ນ, ໄດ້ເປັນການທຳ ລາຍຄວາມຫວັງສັນຕິພາບ ແລະ ການຊອກຫາວິທີການໄກ່ເກ່ັຍແກ້ໄຂຄວາມ ຂັດແຍ້ງກັນລະຫວ່າງ 2 ປະເທດ. ສະຫະພາບອາຟະລິກາ ໄດ້ຍົກອອກຂໍ້ສະເໜີໃໝ່ທີ່ກ່ຽວຂ້ອງເຖິງຂົງເຂດການເມືອງ, ການທະການ, ການປ້ອງກັນຄວາມສະຫງົບ, ສື່ສານ, ແຕ່ຄວນຄົ້ນຄ້ວາ ແລະ ທາບທາມຢ່າງຮອບດ້ານເພື່ອຮັບປະກັນການເຂົ້າຮ່ວມຂອງທຸກໆຝ່າຍທີ່ກ່ຽວຂ້ອງ. ໃນຂະນະນັ້ນ, ນັກເຈລະຈາຄົນສຳຄັນຂອງ ຊູດັງໃຕ້ ທ່ານ Pagan Amum ຖືວ່າ ເບິ່ງຄືວ່າ 2 ປະເທດ ບໍ່ກຽມພ້ອມໃຫ້ແກ່ການເຈລະຈານີ້, ພ້ອມກັນນັ້ນ ກໍຕຳນິຕິຕຽນ ຊູດັງ ຖອນອອກຈາກການເຈລະຈາ ແລະ ບໍ່ຢາກເຊັນສັນຍາກັບ ຊູດັງໃຕ້ ຢ່າງເປັນທາງການ.
ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ນັບແຕ່ເວລາ ຊູດັງໃຕ້ ແຍກອອກຈາກ ຊູດັງ ແລະ ປະກາດເອກະລາດເມື່ອເດືອນ 7/2011 ມາຮອດປະຈຸບັນ, 2 ປະເທດຍັງຄົງເກີດຄວາມບໍ່ລົງລອຍກັນເປັນປະຈຳ, ໃນນັ້ນຄວາມຂັດແຍ້ງຢ່າງຮ້າຍແຮງທີ່ສຸດແມ່ນການຈັດແບ່ງຊາຍແດນກໍຄືບັນດາສິດຜົນປະໂຫຍດກ່ຽວກັບນ້ຳມັນ. ຕາມສັນຍາສັນຕິພາບຢຸດຕິສົງຄາມກາງເມືອງລະຫວ່າງ 2 ພາກເໜືອ-ໃຕ້ຊູດັງ ທີ່ລົງນາມປີ 2005 ແຫຼ່ງນ້ຳມັນຈະຖືກແບ່ງກັນຕາມອັດຕາ 50-50. ແຕ່ວ່ານັບແຕ່ແຍກຕົວອອກ ແລະ ປະກາດເອກະລາດນັ້ນ, ບັນດາເຈົ້າໜ້າທີພາກໄຕ້ຢາກປ່ຽນແປງວິທີຈັດແບ່ງນີ້ ດ້ວຍການຈາຍຄ່າຂົນສົ່ງຜ່ານແດນສຳລັບການນຳໃຊ້ພື້ນຖານໂຄງລ່າງຢູ່ພາກເໜືອ. ເພື່ອຫຼີກລ່ຽງການຂື້ນກັບ ພື້ນຖານໂຄງລ່າງຢູ່ພາກເໜືອນັ້ນ, ພາກໃຕ້ຊູດັງ ໄດ້ພິຈາລະນາການກໍ່ສ້າງລະບົບທໍ່ສົ່ງອອກນ້ຳມັນໄປຍັງນະຄອນທະເລ Mombasa ຂອງ ເກັນຢາ. ຄວາມເສຍຫາຍອາດຈະຂຶ້ນເຖິງນັບຕື້ USD ຕໍ່ປີຈາກແຫຼ່ງລາຍຮັບໃນຂົງເຂດນ້ຳມັນ ໄດ້ເຮັດໃຫ້ຊູດັງ ທີ່ເຄີຍອາໄສບັນດາບໍນ້ຳມັນຢູ່ພາກໃຕ້ ບໍ່ຮັບຮູ້ໄດ້ຢ່າງງາຍດ່າຍ.
ໃນມໍ່ໆມານີ້, ລັດຕ່າງໆ ທີ່ຖືກຕັ້ງຢູ່ເຂດຊາຍແດນ ຄື : Kordofan, Blue Nile, Unity …ລ້ວນແຕ່ແມ່ນແຫ່ງເກີດການປະທະກັນລະຫວ່າງ ຊູດັງ ກັບບັນດາກຸມກຳລັງໄດ້ຮັບການໜູນຫຼັງຈາກ ຊູດັງໃຕ້. ກອງທັບ 2 ປະເທດໄດ້ນຳໃຊ້ເຮືອບິນ, ລົດຖັງ, ແລະ ປືນໃຫຍ່ໃນບັນດາການປະທະກັນ. ຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດ ໄດ້ເຮັດໃຫ້ຫາງສຽງສາກົນມີຄວາມວິຕົກກັງວົນຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ ຮຽກຮ້ອງ 2 ປະເທດຈົ່ງຖອນທະຫານ ແລະ ຕຳຫຼວດອອກຈາກບໍລິເວັນເກີດການປະທະກັນ. ອາເມລິກາກໍໄດ້ຮຽກຮ້ອງໃຫ້ 2 ປະເທດຈົ່ງລະງັບໃຈ ແລະ ຢຸດຕິການປະທະກັນເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສະຫງົບໃຫ້ແກ່ປະຊາຊົນ 2 ປະເທດ .
ປະຈຸບັນ 2 ປະເທດບ້ານໄກ້ເຮືອນຄຽງນີ້ ຍັງບໍ່ທັນສາມາດຊອກຫາໄດ້ສຽງເວົ້າລວມເພື່ອແກ້ໄຂຄວາມບໍ່ລົງລອຍກັນ ແລະ ຈຳເປັນຕ້ອງມີການແຊກແຊງຂອງປະຊາຄົມໂລກ. ຫາງສຽງມີຄວາມວິຕົກກັງວົນວ່າ ຖ້າຫາກການປະທະກັນສືບຕໍ່ແຜ່ລາມຢ່າງກ້ວາງຂວາງນັ້ນ, ຊູດັງ ແລະ ຊູດັງໃຕ້ ຈະບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດຈາກແຫຼ່ງນ້ຳມັນເທົ່ານັ້ນ, ຫາກຍັງເຮັດໃຫ້ສະພາບການຕົກເຂົ້າສູ່ສະພາບບໍ່ມີທາງອອກ, ແລະ ພາໃຫ້ພື້ນຖານເສດຖະກິດຂອງ 2 ປະເທດຕົກຕ່ຳຖອຍຫຼັງ, ສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນໂດຍກົງ.