ວິກິດການດ້ານນິວຄະເລຍຢູ່ ອີຮານພວມເຄັ່ງຕຶງ ແລະແນ່ນອນວ່າຈະບໍ່ສາມາດຊອກຫາວິທີການແກ້ໄຂໃນອະນາຄົດມໍ່ໆນີ້ໄດ້. ສາຍເຫດແມ່ນມາຈາກອຳນາດການປົກຄອງຂອງປະທານາທິບໍດີ ອີຮານ Ahmadinejad ແລະ ຝ່າຍຕາເວັນຕົກ, ພິເສດແມ່ນ ອາເມລິກາ ຍາມໃດກໍ່ແມ່ນຄູ່ແຂ່ງທີ່ອັນຕະລາຍໃນຫຼາຍດ້ານ ນັບແຕ່ດ້ານການທູດ, ຕະຫຼອດຮອດດ້ານເສດຖະກິດ - ການເມືອງ, ນັບທັງທາງດ້ານການທະຫານອີກດ້ວຍ.
ວັນທີ 26/12, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຮານ, ພົນຕີ Ahmad Vahidi ໄດ້ຢືນຢັນວ່າ ປະເທດ ສ ອິດສະລາມນີ້ ມີຄວາມສາມາດເຫຼືອເຟືອໃນການຜະລິດເຮືອບິນບໍ່ມີຄົນຂັບ ເພື່ອຮັບມືກັບສົງຄາມ. ເຈົ້າໜ້າທີ່ຜູ້ນີ້ຍັງໃຫ້ຮູ້ວ່າ Tehran ສາມາດພັດທະນາ ແລະຮັກສາຜົນງານທີ່ມີຢູ່ແລ້ວ ນັບທັງໃນ ”ເງືອນໄຂຫຍຸ້ງຍາກທີ່ສຸດ, ຊ້ຳບໍໜຳ ໃນກໍລະນີມີຄຳສັ່ງລົງໂທດຢ່າງຮອບດ້ານອີກ”. ກ່ອນໜ້ານັ້ນ, ວັນທີ 25/12, ຜູ້ບັນຊາການກອງທັບເຮືອ ອີຮານ, ພົນເຮືອເອກ Habibollah Sayyari, ໄດ້ຖະແຫຼງວ່າ ກອງທັບເຮືອຂອງປະເທດນີ້ ພວມຕໍ່ກ່ຳປັ່ນທີ່ທັນສະໄໝອັນດັບສອງ ເຊິ່ງມີຊື່ວ່າ Jamaran – 2. ການກະທຳດັ່ງກ່າວແມ່ນດຳເນີນໄປໃນຂະນະທີ່ອຳນາດການປົກຄອງ Tehran ເລີ່ມ ຕົ້ນການຊ້ອມຮົບດ້ານກອງທັບເຮືອທີ່ມີຊື່ວ່າ ”Velayat – e 90” ເຊິ່ງແກ່ຍາວເປັນເວລາ 10 ວັນ ຢູ່ຊ່ອງທະເລ Hormuz (ແຕ່ວັນທີ 24-12), ໄດ້ເພີ່ມຄວາມວິຕົກກ່ຽວກັບເລື່ອງ ອີຮານ ສາມາດອັດປະຕູເສັ້ນທາງຂົນສົ່ງນ້ຳມັນຍຸດທະສາດໃຫຍ່ທີ່ສຸດຢູ່ໃນໂລກ, ໃນກໍລະນີເກີດການປະທະກັນດ້ານການທະຫານລະຫວ່າງ Tehran ແລະ ຝ່າຍຕາເວັນຕົກ… ໃນໄລຍະມໍ່ໆມານີ້, Israel ແລະ ອາເມລິກາ ໄດ້ເພີ່ມທະວີການເກາະຜິດກັບອີຮານ. Tel Aviv ແລະ ວໍຊິງຕັນ ໄດ້ຜູກໂທດ Tehran ພວມປະຕິບັດຈຸດໝາຍກຳມະສິດ ດ້ານອາວຸດນິວຄະເລຍ, ແຕ່ຄວາມຈິງຍັງບໍ່ທັນມີເອກະສານອັນລະອຽດໃດໆທີ່ພິສູດໃຫ້ເຫັນການຜູກໂທດດັ່ງກ່າວຂອງຕົນເທື່ອ. ນັບທັງ ອາເມລິກາ ແລະ Israel ລ້ວນແຕ່ຖະແຫຼງວ່າຈະບໍ່ປັດເຂ່ຍຄວາມສາມາດບຸກໂຈມຕີດ້ານການທະຫານ ຖ້າຫາກວ່າບັນດາມາດຕະການເຈລະຈາດ້ານການທູດກ່ຽວກັບໂຄງການນິວຄະເລຍຂອງອີຮານ ຖືກປະລາໄຊ. ໃນຂະນະນັ້ນ, ຝ່າຍ ອີຣານ ພັດກ່າວປະນາມ ມັງວໍຊິງຕັນ ແລະ Tel Aviv ລ້ວນແຕ່ ກຳມະສິດອາວຸດລ້າງຜານປະເພດຕ່າງໆໃນນັ້ນມີຫົວນິວຄະເລຍ. ເພື່ອໂຕ້ຕອບຄວາມດັນທີ່ພວມເພີ່ນຂຶ້ນຈາກສາກົນ, Tehran ໄດ້ກ່າວເຕືອນຈະເລັ່ງໃສ່ Israel ແລະບັນດາຜົນປະໂຫຍດໃນທົ່ວໂລກ, ຖ້າຫາກວ່າ Tel Aviv ບຸກໂຈມຕີ. ອີຮານ ກໍ່ໄດ້ປະກາດວ່າ ຖ້າຫາກຖືກ ອາເມລິກາ ຫຼື Israel ບຸກໂຈມຕີ, ປະເທດນີ້ຈະບຸກໂຈມຕີ ຖານທີ່ໝັ້ນດ້ານການທະຫານ 32 ແຫ່ງຂອງ ອາເມລິກາ ຢູ່ຕາເວັນອອກກາງ ແລະ ອັດປະຕູຊ່ອງທະເລ Hormuz. ຫາງສຽງຖືວ່າ ດ້ວຍທຸກສິ່ງທຸກຢ່າງທີ່ພວມດຳເນີນໄປນັ້ນ, Tehran ຈະບໍ່ເວົ້າລ້າໆອີກ. ຖ້າຫາກອັດປະຕູ ຊ່ອງທະເລນີ້ ຈະແມ່ນໄພຂາດສະຖຽນລະພາບໃຫຍ່ທີ່ມີຕໍ່ໂລກ. ລາຄານ້ຳມັນໂລກຈະເພີ່ມຂຶ້ນ ແລະ ສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ໂລກອີກ.
ຄວາມເຄັ່ງຕຶງລະຫວ່າງ ອີຮານ ແລະ ຝ່າຍຕາເວັນຕົກນັບມື້ນັບເພີ່ມຂຶ້ນ ເມືອກາງເດືອນ 12 ນີ້, Tehran ຖະແຫຼງວ່າ ໄດ້ຍິງເຮືອບິນສອດແນມບໍ່ມີຄົນຂັບ RQ-170 ລຳໜຶ່ງຂອງອາເມລິກາ ຕົກ ຢູ່ພາກຕາເວັນອອກຂອງປະເທດນີ້. ນີ້ແມ່ນຄວາມເສຍຫາຍຢ່າງໜັກໜ່ວງຂອງທະຫານ ອາເມລິກາ. ບັນດາເຈົ້າໜ້າທີ່ທຳນຽບ 5 ແຈ ຍັງວິຕົກກັງວົນວ່າ ຈະມີເຮືອບິນທີ່ຄ້າຍຄືກັນ RQ-170 ຫຼາຍລຳ ໄດ້ຮັບການຜະລິດຢູ່ປະເທດອື່ນ ຫາກບໍ່ແມ່ນຢູ່ ດິນແດນ ອາເມລິກາ. ຄວາມຄັດ ແຍ້ງກັນນັບມື້ນັບຮ້າຍແຮງ ຂະນະທີ່ Tehran ປະກາດ ໄດ້ຍື່ນໃບສະເໜີຕໍ່ທ່ານ Ban ki moon ເລຂາທິການໃຫຍ່ ສປຊ, ອົງການຮ່ວມມື ອິດສະລາມ (OIC) ແລະ ບວນການບໍ່ຮ່ວມກຸ່ມ (NAM) ກ່ຽວກັບເລື່ອງເຮືອບິນຂອງ ອາເມລິກາ ໄດ້ແຊກແຊງເຂົ້າ ເຂດນ່ານຟ້າຂອງຕົນ. ວັນທີ 25/12, ອີຮານ ກໍ່ໄດ້ປະຕິເສດບັນດາຄຳກ່າວຜູກໂທດຂອງ ອາເມລິກາທີ່ວ່າ ປະເທດນີ້ພວມຊຸກເຊື່ອງສະມາຊິກຜູ້ໜຶ່ງຂອງເຄືອຂ່າຍກໍ່ການຮ້າຍ Al-Qaeda ເຊິ່ງມີຊື່ວ່າ Yasin al-Suri, ຜູ້ທີ່ ອາເມລິກາໄດ້ປະກາດໃຫ້ລາງວັນ 10 ລ້ານ USD ແກ່ຜູ້ໃດທີ່ສະໜອງຂໍ້ມູນຂ່າວ ກ່ຽວກັບເປົ້າໝາຍນີ້. ຄວາມເຄັ່ງຕຶງພວມເກີດຂື້ນ ແລະ ແຜ່ລາມອອກຢ່າງກ້ວາງຂວາງ, ໃນຂະນະທີ່ບັນດາປະເທດຕາເວັນຕົກ ສືບຕໍ່ເພີ່ມຄວາມກົດດັນໃນຫຼາຍດ້ານຕໍ່ປະເທດ ສ. ອິດສະລາມນີ້. ຫວ່າງແລ້ວນີ້, ກະຊວງການເງິນ ອາເມລິກາ ໄດ້ເພີ່ມເຕີມຄຳສັ່ງລົງໂທດ ອີຣານ ເມື່ອຈັດບໍລິສັດຂົນສົ່ງ 10ແຫ່ງ ຢູ່ Malta ທີ່ມີການພົວພັນທາງທຸລະກິດກັບບໍລິສັດຂົນສົ່ງທະເລ ອີຣານ ເຂົ້າບັນຊີລາຍຊື່ຄຳສັ່ງຂວ້ຳບາດ. ໃນຂະນະນັ້ນ, ທີ່ Rome ປະເທດ Italia, ບັນດານັກການທູດ ອາເມລິກາ, ສະຫະພາບເອີລົບ (ຫຼື EU) ພ້ອມກັບບັນດາສຳພັນທະມິດອື່ນໄດ້ປຶກສາຫາລືການຈັດວາງຄຳສັ່ງລົງໂທດ ອີຣານ ຕື່ມອີກ, ເຊິງອາດຈະລວມທັງຄຳສັ່ງ ຂວ້ຳບາດ ນ້ຳມັນບໍ່ແຮ່ຂອງ EU ອີກ.
ບັນດານັກສັງເກດການຖືວ່າ: ການທີ່ຈະແກ້ໄຂວິກິດການນີ້ໃຫ້ລຸລ່ວງບໍ່ແມ່ນເລື່ອງງ່າຍດາຍແຕ່ຢ່າງໃດເລີຍ. ບັນຫານິວເຄຼຍ ເປັນພຽງຂໍ້ອ້າງເທົ່ານັ້ນ. ຍິ່ງໄປກ່ວານັ້ນແມ່ນຈາກທີ່ຕັ້ງຍຸດທະສາດຂອງ ອີຣານ, ບັນດາປະເທດຝ່າຍຕາເວັນຕົກຢາກມີທີ່ຕັ້ງດ້ານພູມມີສັນຖານທີ່ສຳຄັນ ເຊິ່ງປະເທດ ອິດສະລາມນີ້ພວມຄວບຄອງ ຢູ່ພາກພື້ນຕາເວັນອອກກາງ, ພິເສດແມ່ນເສັ້ນທາງຂົນສົ່ງບົນທະເລທີ່ໄປຜ່ານ ຊ່ອງທະເລ Hormuz. ສິ່ງດັ່ງກ່າວໄດ້ ແລະ ພວມຍູ້ດັນຄວາມເຄັ່ງຕຶງໃຫ້ປີນຂັ້ນໄດໂດຍບໍ່ທັນມີວັນທີ່ຈະຢຸດຢັ້ງ.
ແອ໋ງຮ່ວຽນ