ຄວາມເຄັ່ງຕຶງໃໝ່ໃນການພົວພັນ ລັດເຊຍ - EU

   ໃນ​ຂະ​ນະ​ທີ່​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍັງ​ພວມ​ຊອ​ກ​ຫາ​ວິ​ທີ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ​ແກຼນຢ່າງ​ມີ​ປະ​ສິດ​ທິ​ຜົນນັ້ນ, ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker ໄດ້​ຮຽກ​ຮ້ອງ​ໃຫ້​ສ້າງ​ຕັ້ງ​ກຳ​ລັງ​ກອງ​ທັບ​ປະ​ສົມ​ຂອງ​ເອີ​ລົບ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ບັນ​ດາ​ປະ​ຕິ​ກິ​ລີ​ຍາ​ທີ່​ກົງ​ກັນ​ຂ້າມ​ກັນ​ຢູ່​ພາຍ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU, ພ້ອມ​ທັງ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ ແລະ EU ໄປ​ຕາມ​ແນວ​ໂນ້ມ​ທີ່ບໍ່​ດີ.

 

ຄວາມເຄັ່ງຕຶງໃໝ່ໃນການພົວພັນ ລັດເຊຍ - EU - ảnh 1
ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker
(ພາບ: Reuters)

     ຕອບ​ສຳ​ພາດ​ນັກ​ຂ່າວ​ໜັງ​ສື​ພິມ Welt am Aonntag ຂອງ​ເຢັຍລະ​ມັນ, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker ໃຫ້​ຮູ້​ວ່າ ກຳ​ລັງ​ນີ້​ຈະ​ຊ່ວຍ EU ສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ກ່​ວາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ, ແລະ ເພື່ອ​ຮັບ​ເອົາ​ໜ້າ​ທີ່​ຄວາມ​ຮັບ​ຜິບ​ຊອບ​ລວມ​ຂອງ​ເອີ​ລົບ​ຕໍ່​ໜ້າ​ທົ່ວ​ໂລກ. ກອງ​ກຳ​ລັງ​ເອີ​ລົບ​ເປັນ​ເອ​ກະ​ພ​າບ ຈະ​ປັບ​ປຸງ​ນະ​ໂຍ​ບາຍ​ຂອງ EU ກ່ຽວ​ກັບ​ຄວາມ​ສະ​ຫງົບ​ໃນ​ສະ​ພາບ​ເກີດ​ວິ​ກິດ​ການ​ຕ່າງໆຄື ວິ​ກິດ​ການ​ຢູ​ແກຼນ.

   ພາຍຫຼັງສົງ​ຄາມ​ໂລກ​ຄັ້ງ​ທີ 2 , ໃນ​ຊຸມ​ປີ 50 ຂອງ​ສະ​ຕະ​ວັດ​ກ່ອນ, ເຢັຍ​ລະ​ມັນ, ຝະ​ລັ​່ງ, ອີ​ຕາ​ລີ ແລະ ບັນ​ດາ​ປະ​ເທດ​ຂຶ້ນ​ກັບ ສຳ​ພັນ​ທະ​ພາບ​ພາ​ສີ Benelux ໄດ້​ມີ​ຄວາມ​ຫວັງ​ຢາກ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ປ້ອງ​ກັນ​ຊາດ​ເອີ​ລົບ. ແຕ່​ແນວ​ຄວາມ​ຄິດ​ໃນ​ຄາວນັ້ນ ຖືກ​ລົ້ມ​ເຫຼວ​ຍ້ອນບໍ່​ສາ​ມາດ​ຜ່ານ​ຜ່າ​ຮົ້ວ​ກີດ​ຂວາງ​ໃນ​ສະ​ພາ​ແຫ່ງຊາດຝະ​ລັ່ງ. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ແຜນ​ການນີ້ ຍັງໄດ້​ຮັບ​ການ​ເຕື້ອງ​ເຖິງ​ຢ່າງຫຼວງຫຼາຍ. ໃນ​ມໍ່ໆ​ມານີ້​ຄື​ປີ 2004, EU ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ກຳ​ລັງ​ການ​ທະ​ຫານ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເພື່ອ​ກຽມ​ພ້ອມ​ແຊກ​ແຊງ​ເຂົ້າ​ບັນ​ດາ​ເຂດ​ເກີດວິ​ກິດ​ການ​, ແຕ່​ໃນ​ຕົວ​ຈິງ, ກຳ​ລັງ​ນີ້​ ບໍ່​ມີ​ຍາມ​ໃດ​ຖືກ​ຜັນ​ຂະ​ຫຍາຍ​ເທື່ອ.

   ກຳ​ລັງ​ທະ​ຫານ​ປະ​ສົມ ແມ່ນ​ວິ​ໄສ​ທັດ, ແງ່​ຫວັງ​ຂອງ​ເອີ​ລົບ​ເມື່ອ​ມີ​ກາ​ລະ​ໂອ​ກາດ

ຕາມທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker ຮູບ​ພາບ​ຂອງ EU ໄດ້​ຂີ້​ຮ້າຍ​ລົງຫຼາຍ​ພໍ​ສົມ​ຄວນ ແລະ ທາງ​ດ້ານ​ການ​ຕ່າງ​ປະ​ເທດ, ເ​ບິ່ງ​ຄື​ວ່າ EU ບໍ່​ສາ​ມາດ​ແບກ​ຫາບ​ໜ້າ​ທີ່​ຄວ​ງາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຢ່າງ​ເຂັ້ມ​ງ

ວດ. ຍິ່ງກວ່ານັ້ນ, ກຳ​ລັງ​ທະ​ຫານ​ປະ​ສົມ​ຂອງ EU ໄດ້​ສະ​ແດງໃຫ້​ໂລກ​ເຫັນ​ວ່າ ຈະ​ບໍ່​ມີ​ຍາມ​ໃດ​ເກີດກ​ານ​ສູ້​ຮົບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຊ່ວຍ​ໃຫ້​ການ​ໃຊ້​ຈ່​າຍ​ງົບ​ປະ​ມານ​ສຳ​ລັບ​ພາ​ຫະ​ນະ​ອຸ​ປະ​ກອນ​ການ​ທະ​ຫານ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ ແລະ 28 ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ​ຈະ​ມີ​ຄວາມ​ເປັນ​ເອ​ກະ​ພາບກວ່າ. ດ້ວຍ​ກຳ​ລັງ​ການ​ທະ​ຫານ​ປະ​ສົມ​, ກຸ່ມນີ້​ສາ​ມາດ​ປະ​ຕິ​ກິ​ລີ​ຍາ​ໄວ​ກວ່າ​ຕໍ່​ໜ້າ​ໄພ​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ​ຊຶ່ງ​ປະ​ເທດ​ສະ​ມາ​ຊິກ​ໜຶ່ງຫຼື​ປະ​ເທດ​​ໃກ້ຄຽງ​ໃດ​ໜຶ່ງ​ຕ້ອງ​ປະ​ເຊີນ​ໜ້າ. ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker ຍັງ​ຢືນ​ຢັນ​ວ່າ ແນ່ນອນ​ວ່າ ​ດ້ວຍຂໍ​້ຕົກ​ລົງສ້າງ​ຕັ້ງ ກຳ​ລັງ​ການ​ທະ​ຫານ​ປະ​ສົມ, EU ຈະ​ສົ່ງ​ສານ​ເຖິງ​ລັດ​ເຊຍ​ທີ່​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ການ​ປົກ​ປ້ອງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ EU . ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker ຍັງ​ປະ​ຕິ​ເສດ​ທັດ​ສະ​ນະ​ໂດຍ​ຖື​ວ່າ ກາ​ນ​ສ້າງ​ຕັ້ງ ກຳ​ລັງ​ການ​ທະ​ຫານ​ປະ​ສົມຂອງ EU ຈະ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ກຸ່ມ​ NATO

    ກໍ່​ຄວາມ​ແບ່ງ​ແຍກ​ພາຍ​ໃນ, ເພີ່ມ​ທະ​ວີ​ຄວາມ​ບາດ​ໝາງ

  ປະ​ສິດ​ທິ​ຜົນ​ຕົວ​ຈິງ​ຈາກ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ ກຳ​ລັງ​ການ​ທະ​ຫານ​ປະ​ສົມ​ແມ່ນ​ຄື​ແນວ​ໃດ ແມ່ນ​ຍັງ​ບໍ່​ທັນ​ຮູ້​ເທື່ອ, ແຕ່​ຂໍ້​ສະ​ເໜີ​ຂອງ ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC Jean – Claude Junrker ໃນ​ທັນ​ທີ່ ໄດ້​ກໍ່​ໃຫ້​ເກີດ​ປະ​ຕ​ິ​ກິ​ລີ​ຍາ​ທີ່ກົງ​ກັນ​ຂ້າມ​ກັນ. ກ່ອນ​ອື່ນ​ໝົດ ແມ່ນ​ຢູ່​ພາຍ​ໃນ EU, ວັນ​ທີ 9/3, ນາຍ​ຍົກ​ລັດ​ຖະ​ມົນ​ຕີ​ເຢັຍ​ລະ​ມັນ Angela Merkel ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢັຍ​ລະ​ມັນ Frank – Walter Steinmeier ໄດ້​ພ້ອມ​ກັນ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ແນວ​ຄວາມ​ຄິດ​ຂອງປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC . ນາຍ​ຍົກ​ລັດ​ຖະ​ມົນ​ຕີ​ເຢັຍ​ລະ​ມັນ Angela Merkel ຖື​ວ່າ ໃນ​ຂັ້ນ​ພື້ນ​ຖານ​ແລ້ວ, ການ​ຮ່ວມ​ດ້ານ​ການ​ທະ​ຫານ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຢູ່​ເອີ​ລົບ ແມ່ນ​ສິ່ງ​ທີ່​ຄວນ​ເຮັດ ແນ​ໃສ່​ຊ່ວຍ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ເມື່ອ​ຕ້ອງ​ການ​ມີ​ຄຳ​ຕອບ​ລວມ​ຂອງ​ກຸ່ມ. ໃນ​ຂະ​ນະ​ນັ້​ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢັຍ​ລະ​ມັນ Frank – Walter Steinmeier ໄດ້​ກ່າ​ວ​ເຕືອນ​ກ່ຽວ​ກັບ​ບັນ​ດາ​ໄພ​ອັນ​ຕະ​ລາຍ ແລະ ການ​ນາບ​ຂູ່​ໃໝ່​ທີ່​ມີ​ຕໍ່​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍສັນ​ຕ​ິ​ພາບ​ເອີ​ລົບ, ຮຽກ​ຮ້ອງ​ໃຫ້​ຕ້ອງ​ມີ​ຄວາມ​ແທດ​ເໝາະ​ຢ່າງວ່ອງ​ໄວ​ໃນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

     ຖ້າ​ຫາກວ່າ ວົງ​ການ​ນັກ​ການ​ເມືອງ​ເຢັຍ​ລະ​ມັນ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ກັບ​ຂ​້​ໍສະ​ເໜີຂອງປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC ນັ້ນ, ທັດ​ສະ​ນະ​ຂອງ​ທ່ານ Junrker ຖືກ​ປະ​ສົບ​ກັບ​ການ​ຄັດ​ຄ້ານຂອງ​ສະ​ມາ​ຊິກ​ອື່ນໆ​ອີກ​ຈຳ​ນວນ​ໜຶ່ງ​ຂອງ​ເອີ​ລົບ, ພິ​ເສດ​ແມ່ນ​ຝະ​ລັ່ງ ແລະ ອັງ​ກິດ. 2 ປະ​ເທດນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ລະ​ມັດ​ລະ​ວັງ​ທີ່​ມີ​ຕໍ່​ການມອບ​ໝາຍ​ບົດ​ບາດ​ການ​ທະ​ຫານ​ທີ່​ໃຫຍ່ກວ່າ​ໃຫ້​ແກ່ EU, ເພາະ​ສິ່ງນີ້​ອາດ​ຈະ​ເຮັດ​ໃຫ້​ອ່ອນ​ແອ​ລົງ ແລະ ພາ​ໃຫ້ ກຸ່ມ​ NATO ຖືກ​ປັດ​ເຂ່ຍ​ອອກ. ນອກ​ຈາກນັ້ນ, ອັງ​ກິດ​ຖື​ວ່າ ນີ້​ແມ່ນ​ແນວ​ຄວາມ​ຄ​ິດບໍ່​ມີ​ແງ່​ຫວັງ ແລະ ອັງ​ກິດບໍ່ທັນ​ມີເຈດ​ຈຳ​ນົງ​ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດ​ການ​ທະ​ຫານນີ້​ເທື່ອ.

   ກ່ຽວ​ກັບ​ບັນ​ຫາ​ສາ​ກົນ, ແນ່ນອນ​ວ່າ ກໍ​ບໍ່​ອາດ​ປະ​ລະ​ປະ​ຕິ​ກິ​ລີ​ຍາ​ຂອງ​ລັດ​ເຊຍຊຶ່ງ​ແມ່ນ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງເຖິງຂໍ້​ສະ​ເໜີ​ຂອງປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ EC . ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂັ້ນ​ສູງ​ຂອງ​ລັດ​ເຊຍ, ທ່ານ Leonid Slutsky ຖື​ວ່າ  EU ພວມ​ລະ​ເມີ​ເຟີ້​ຝັນ​ກ່ຽວ​ກັບ​ລັດ​ເຊຍ. ທ່ານ​ໄດ້​ເປີດ​ເຜີຍ​ວ່າ ຄວາມ​ລະ​ເມີ​ຟີ້​ຝັນ​ຂອງ​ເອີ​ລົບ ແມ່ນ​ຢາກ​ສ້າງ​ຕັ້ງ​ກອງ​ທັບ​ເປັນ​ເອ​ກະ​ພາບ​ເພື່ອ​ສູ້​ຢັນ​ກັບ​ລັດ​ເຊຍ ຊຶ່ງ​ແມ່ນ​ປະ​ເທດບໍ່​ມີ​ເຈດ​ຈຳ​ນົງໄປ​ສູ່​ສົງ​ຄາມ​ກັບ​ບໍ່​ວ່າ​ປະ​ເທດ​ໃດໆ. ກຳ​ມະ​ການ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ​ສະ​ພາ​ຕ່ຳ​ດູ​ມາ ລັດ​ເຊຍ ທ່ານ Franz Klintsevich ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຖ້າ​ຫາກ ກຳ​ລັງ​ການ​ທະ​ຫານ​ປະ​ສົມ​ຂອງ EU ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນນັ້ນ, ຈະ​ກາຍ​ເປັນ​ການ​ກະ​ທຳ​ເກາະ​ຜິດ. ທ່ານ Franz Klintsevich ຖື​ວ່າ ໃນ​ສັງ​ກາດ​ນິວ​ເຄຼຍນີ້, ບັນ​ດາ​ກອງ​ກຳ​ລັງ​ເພີ່ມ​ເຕີມ ບໍ່​ຊ່ວຍ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ແຕ່​ພຽງ​ສວມ​ບົດ​ບາດ​ເກາະ​ຜິດ​ເທົ່າ​ນັ້ນ.

    ໃນ​ສະ​ພາ​ວະ​ທີ່​ລັດ​ເຊຍ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຍັງ​ບໍ່​ທັນ​ຊອກ​ຫາ​ ວິ​ທີ​ການ​ແກ້​ໄຂ ວິ​ກິດ​ການ​ຢູ​ແກຼນ​ໄດ້​ເທື່ອນັ້ນ, ເລື່ອງ EU ເພີ່ມ​ທະ​ວີ​ການ​ລົງ​ໂທດ​ຕ້ານ​ລັດ​ເຊຍນັ້ນ ກໍ​ຍິ່ງ​ກໍ່​ຜົນ​ເສຍ​ຫາຍ​ໃຫ້​ແກ່​ການ​ພ​ົວ​ພັນ​ລະ​ຫວ່າງ EU ແລະ ລັດ​ເຊຍ. ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ ສິ່ງນີ້​ບໍ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທຸກ​ຝ່າຍ ແລະ ພາ​ໃຫ້ການ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ​ລັດ​ເຊຍ ແລະ EU ຍິ່ງປະ​ສົ​ບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ