ຄວາມເສຍຫວັງຕໍ່ການເຈລະຈາສັນຕິພາບຢູ່ຊີຣີ

ຄວາມເສຍຫວັງຕໍ່ການເຈລະຈາສັນຕິພາບຢູ່ຊີຣີ - ảnh 1

ຜົນຮ້າຍຢ້ອນຫຼັງຈາກເສິກກາງເມືອງຢູ່ຊີຣີ
(ພາບ: xaluan.com)

(vovworld) - ພາຍຫຼັງ​ການ​ເຈລະຈາ​ຕ່າງໆ ​ເພື່ອຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ສະພາບ​ເສິກ​ກາງ​ເມືອງຢູ່​ຊີຣີ, ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ບໍ່​ໄດ້​ຮັບ​ຜົນ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ, ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເສຍ​ຄວາມ​ຫວັງ​ຕໍ່​ບາດກ້າວ​ບຸກທະລຸ​ດ້ານ​ການ​ເມືອງ​ຜ່ານ​ການ​ເຈລະຈາ​ສັນຕິພາບ ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນຢູ່​ຊີຣີ​ທີ່​ແກ່ຍາວ​ເປັນ​ເວລາ 3 ປີ​ເທົ່າ​ນັ້ນ, ຫາກ​ຍັງເຮັດ​ໃຫ້​ສະພາບເສິກ​ກາງ​ເມືອງ​ຢູ່​ປະ​ເທດ​ນີ້ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ, ​ເພາະວ່າ​ພາຍຫຼັງ​​​ເຫດການ​ນີ້, ທັງອຳນາດ​ການ​ປົກຄອງຊີຣີ ​ແລະ ຝ່າຍ​ລຸກ​ຮຶ້ຂຶ້ນ​ຈະ​ເພີ່ມ​ກຳລັງ​ດັນ​ດ້ານ​ການ​ທະຫານຂຶ້ນ​ຕື່ມ.

        ​ເລື່ອງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ Damascus ​ແລະ ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ​ ເຫັນ​ດີ​ພົບ​ປະກັນ​ທີ່​ການ​ເຈລະຈາ ​ໄດ້​ສ້າງ​ຄວາມ​ຫວັງ​ຕໍ່​ມາດ​ຕະການ​ສັນຕິພາບ ​ເພື່ອ​ຢຸດຕິ​​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ ​ແລະ ນອງ​ເລືອດ​ນີ້. ​ແຕ່​ຄວາມ​ມານະ​ພະຍາຍາມ​ທັງ​ໝົດ​ຂອງ​ປະຊາ​ຄົມ​ໂລກ​ພັດ​ບໍ່​ນຳ​ມາ​ເຊິ່ງໝາກຜົນ​ໃດໆ, ​ເມື່ອ​ທັງ​ສອງ​ຝ່າຍ​ເດັດ​ດຽວ​ຮັກສາ​ຫຼັກ​ໝັ້ນ​ຂອງ​ຕົນ. ​ໃນ​ຂະນະ​ທີ່​ອຳນາດ​ການ​ປົກຄອງ Damascus ຖື​ເລື່ອງ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແມ່ນ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ເຈລະຈາ, ຝ່າຍ​ຄ້ານ​ພັດ​ຖື​ວ່າ​ມາດ​ຕະການ​ຕົ້ນ​ຄໍ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ແມ່ນ​ສ້າງ​ຕັ້ງ​ລັດຖະບານ​ຂ້າມ​ຜ່ານ ​ແຕ່​ບໍ່​ມີ​ປະທານາທິບໍດີ Bashar al – Assad.

        ການ​ປະລາ​ໄຊ​ບໍ່​ໄດ້​ຄາດ​ຄະ​ເນ​ລ່ວງ​ໜ້າ

        ກ່ອນທີ່​ດຳ​ເນີນ​ການ​ເຈລະຈາ, ຜູ້​ຊ່ຽວຊານ​ຫຼາຍ​ທ່ານ​ໄດ້​ຄາດ​ຄະ​ເນ​ວ່າ, ການ​ເຈລະຈາ​ສັນຕິພາບ​ແມ່ນ​ການ​ຕໍ່ສູ້​ທີ່​ຫຍຸ້ງຍາກ ​ແລະ ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ. ​ເພາະວ່າ​ມັນ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ມີ​ຄວາມ​ຜິດ​ໂຕນ​ກັນລະຫວ່າງ​ກຳລັງ​ທະຫານ​ລັດຖະບານ​ຊີຣີ ​ແລະ ກຳລັງ​ຝ່າຍ​ຄ້ານ. ​ໃນ​ຂະນະ​ທີ່​ກອງທັບ​ຂອງ​ ປະທານາທິບໍດີ Bashar al – Assad ພວມ​ມີ​ທ່າ​ໄດ້​ປຽບ​ໃນ​ສະໜາມຮົບ, ກຳລັງ​ຝ່າຍ​ຄ້ານ​ຂອງ​ຊີຣີ ພັດ​ຖືກ​ແບ່ງ​ແຍກ ​ແລະ ມີ​ຫຼາຍ​ບັນຫາ​ຂັດ​ແຍ້​ງພາຍ​ໃນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ພັນທະ​ມິດ​ໃຫຍ່​ຂອງ ອຳນາດ​ການ​ປົກຄອງ Damascus ​ແມ່ນ​ອີຣານ ​ແລະ ລັດ​ເຊຍ ​ເລີ່​ມຂົນ​ສົ່ງ​ອາວຸດ​​ໃຫ້​ຊີຣີ, ຊຳ້​ບໍ​ໜຳ ​ເຕ​ເຮຣານ ຍັງ​ສົ່ງ​ເຈົ້າ​ໜ້າ​ທີ່​ດ້ານ​ການ​ທະຫານ​ມາ​ຊ່ວຍ​ອຳນາດ​ການ​ປົດ​ຄອງ Assad ອີກ. ​ໃນ​ຂະນະ​ນັ້ນ, ບັນດາ​ລາຍການ​ໜູນ​ຊ່ວຍ​ອົບຮົມ ​ແລະ ປະກອບ​ອາວຸດ​ໃຫ້​ກຳລັງ​ລຸກ​ຮຶ້ຂຶ້ນ​ຊີຣີ ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພັດ​ຖືກ​ຈຳກັດ.

        ​ການແຊກ​ແຊງ​ດ້ານ​ການ​ທະຫານ​ຈະ​ຖືກປ່ຽນ​ແທນ​ດ້ວຍ​ມາດ​ຕະການ​ດ້ານການ​ທູດ​​ຫຼື​ບໍ ?

        ພາຍຫຼັງ​ການ​ເຈລະຈາ​ບໍ່​ໄດ້​ຮັບ​ຜົນ, ອາ​ເມ​ລິ​ກາ ​ໄດ້ອອກສຽງ​ຕິຕຽນວ່າ​ລັດຖະບານ​ຂອງ ປະທານາທິບໍດີ Bashar al – Assad​ ​ຕັ້ງ​ໃຈ​ກີດຂວາງ​ຄວາມ​ກ້າວໜ້າ​ໃນ​ການ​ເຈລະຈາ​ຢູ່​ເຊີ​ແນວ, ພ້ອມ​ທັງ​ກ່າວ​ຫາ ອຳນາດ​ການ​ປົກຄອງ Damascus​ ​ເພີ່ມ​ທະວີ​ການ​ບຸກ​ໂຈມ​ຕີ​ໃສ່​ສາມັນ​ຊົນ. ອາ​ເມ​ລິ​ກາ ພວມ​ວາງ​ແຜນການ​ຍູ້​ແຮງ​ການ​ແຊກ​ແຊງ​ເຂົ້າ​ຊີຣີ.

        ​ໃນ​ການ​ຢ້ຽມຢາມ​ຈີນ ​ເມື່ອ​ສັບປະດາ​ກ່ອນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຍອມຮັບ​ວ່າ, ວໍ​ຊິງ​ຕັນ​ ພວມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປ່ຽນ​ແທນ​ນະ​ໂຍບາຍ​ສຳລັບ​ຊີຣີ ​ແລະ ມາດ​ຕະການ​ດ້ານ​ທະຫານ​ແມ່ນ​ເໝາະ​ສົມ​ກັບ​ຊີຣີ ​ໃນ​ປະຈຸ​ບັນ. ສາຍ​ເຫດ​ເຊິ່ງທຳນຽບ 5 ​ແຈ ຍົກ​ອອກ​ມາ​ແມ່ນ ​ເລື່ອງ​ແຊກ​ແຊງ​ດ້ານ​ການ​ທະຫານ​ນັ້ນ, ທັງ​ແກ້​ໄຂບັນຫາ​ວິ​ກິດ​ການ​ມະນຸດສະທຳ​ຢູ່​ຊີຣີ​, ​ທັງ​ຕ້ານ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ​ໄດ້. ຄຽງ​ຂ້າງ​ນັ້ນ, ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ຍັງ​ຖື​ວ່າ, ​ເລື່ອງ​ກະກຽມ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ ຈະ​ເປັນ​ກຳລັງ​ດັນ​ ​ບັງຄັບ​ໃຫ້ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ Bashar al – Assad ຕ້ອງ​ເຫັນ​ດີ​ຕໍ່​ມາດ​ຕະການ​ ການ​ທູດ. ໜ້າ​ສົນ​ໃຈ​ແມ່ນ, ຕົ້ນ​ສັບປະດາ​ກ່ອນ, ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ມີ​ການ​ປະຊຸມ​ລັບ​ກັບ​ເຈົ້າ​ຊີວິດ ຈໍ​ແດນ Abdullah II ຢູ່​ອາ​ເມ​ລິ​ກາ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ,​ໃນ​ນັ້ນ​ມີ​ຊີຣີ. ຕາມ​ນັ້ນ​ແລ້ວ, ຢາກ​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຢືມ ​ແລະ ບ້ວງ​ທຶນ​ຊ່ວຍ​ເຫຼືອ​ຂຶ້ນ​ເຖິງ 1,6 ຕື້ USD, ຈໍ​ແດນ​ ຈະ​ຕ້ອງ​ອະນຸຍາດ​ໃຫ້​ວໍ​ຊິງ​ຕັນ​ນຳ​ໃຊ້​ດິນ​ແດນ​ຂອງ​ຕົນ ​ໃນ​ກໍລະນີ​ອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ໃສ່​ຊີຣີ. ​ເພື່ອ​ປະຕິບັດ​ແຜນການ​ແຊກ​ແຊງ​ເຂົ້າ​ຊີຣີ, ອາ​ເມ​ລິ​ກາ​ ຈະ​ປະກອບ​ອາວຸດ​ໃຫ້​ຝ່າຍ​ລຸກ​ຮຶ້ຂຶ້ນ, ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ຢ່າງ​ພຽງພໍ ​ເພື່ອ​ຄວບ​ຄູ​ມ​ເຂດ​ທິດ​ໃຕ້​ຂອງ​ນະຄອນຫຼວງ Damascus, ​ແລະ ເປັນ​​ແປ້ນ​ຢັນ​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຕ່າງໆ​ເພື່ອ​ດັບ​ສູນ​ກອງທັບ​ລັດຖະບານ.

        ​ໃນ​ຂະນະ​ນັ້ນ, ອັງກິດ​ ກໍ່​ກະຕຸກ​ຊຸກຍູ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຄວນ​ມີ​ການ​ກະທຳ​ໃນ​ທັນທີ ​ເພື່ອ​ຢຸດຕິ​ວິ​ກິດ​ການ​ມະນຸດສະທຳ​ຢູ່​ຊີຣີ ຢ່າງ​ວ່ອງ​ໄວ. ປະລາ​ໄຊຂອງ​ການ​ເຈລະຈາ​ຕ່າງໆ​ຜ່ານ​ມາ ຍິ່ງ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ຕ້ອງ​ມີ​ການ​ກະທຳ​ຮັບ​ມື​ຢ່າງ​ແຮງ​ກວ່າ​ອີກ. ຫາງ​ສຽງ​ຖື​ວ່າ, ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ຈະ​ນັບ​ມື້​ນັບ​ເຄັ່ງ​ຕຶງ​ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ