(vovworld)- ຍັງອີກສອງສາມວັນທີ່ດຳລັດເລກທີ 72 ຂອງລັດຖະບານກ່ຽວກັບການຄຸ້ມຄອງ, ສະໜອງ, ນຳໃຊ້ການບໍລິການອິນເຕີແນັດ ແລະ ຂໍ້ມູນຂ່າວໃນເຄືອຂ່າຍອິນເຕີແນັດມີຜົນສັກສິດຢ່າງເປັນທາງການ. ການສ້າງ ແລະ ປະກາດໃຊ້ດຳລັດນີ້ ແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສ້າງລະບົບກົດໝາຍແຫ່ງຊາດໃກ້ສົມບູນແບບ ແລະ ສືບຕໍ່ຢັ້ງຢືນນະໂຍບາຍຄຸ້ມຄອງໄປຄຽງຄູ່ກັບການສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ອິນເຕີແນັດພັດທະນາຂອງລັດຖະບານຫວຽດນາມ.
(ພາບປະກອບ:vietbao.vn)
ດຳລັດເລກທີ 72 ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1/9/2013 ຈະມາເຖິງນີ້ ຊື່ງໄດ້ກຳນົດໂດຍລະອຽດກ່ຽວກັບການບໍລິການອິນເຕີແນັດ, ຫຼັກການຄຸ້ມຄອງ, ສະໜອງ, ນຳໃຊ້ຂໍ້ມູນຂ່າວໃນເຄືອຂ່າຍອິນເຕີແນັດ, ຄຸ້ມຄອງການສ້າງໜ້າເວັບ, ເຄືອຂ່າຍສັງຄົມ. ຈຸດໃໝ່ອຽມທີ່ໜ້າສົນໃຈແມ່ນ ດຳລັດເລກທີ 72 ໄດ້ເພີ່ມທະວີການຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວໃນເຄືອຂ່າຍອິນເຕີແນັດ. ເປັນອັນວ່າ, ດຳລັດເລກທີ 72 ບໍ່ກີດຂວາງສິດເສລີພາບໃນການສື່ຂ່າວ, ສິດເສລີພາບໃນການປາກເວົ້າຂອງແຕ່ລະສ່ວນບຸກຄົນຄືດັ່ງບາງອົງການຈັດຕັ້ງ, ສ່ວນບຸກຄົນຂາດເຈດຕະນາດີເຄີຍເວົ້າ, ຫາກພຽງແຕ່ຄຸ້ມຄອງການສະໜອງ, ນຳໃຊ້ການບໍລິການອິນເຕີແນັດຖືກຕ້ອງຕາມມາດຕະຖານດ້ານຄຸນສົມບັດ, ວັດທະນະທຳ, ຄວາມສະຫງົບປອດໄພແຫ່ງຊາດ, ສອດຄ່ອງກັບກົດໝາຍຫວຽດນາມ ແລະ ກົດໝາຍສາກົນເທົ່ານັ້ນ.
(ພາບ:reds.vn)
ໃນສັງກາດອິນເຕີແນັດ ແລະ ການພັດທະນາຂໍ້ມູນຂ່າວທົ່ວໂລກ, ສິດເສລີພາບໃນການສື່ຂ່າວ, ສິດເສລີພາບໃນການປາກເວົ້າຕ້ອງໄດ້ຮັບການເຄົາລົບຢ່າງສຸດຂີດ. ແຕ່ການສະກັດກັ້ນບັນດາການສະແດງທີ່ຫຍໍ້ທໍ້ກ່ຽວຂອ້ງເຖິງຄວາມເສລີພາບດ້ານຂໍ້ມູນຂ່າວ ແລະ ໃນການປາກເວົ້າໃນເຄືອຂ່າຍອິນເຕີແນັດແມ່ນຄວາມຮັບຜິດຊອບຂອງບໍ່ວ່າລັດຖະບານໃດ, ເພື່ອໃຫ້ຄວາມເສລີພາບໃນການສື່ຂ່າວ ແລະ ໃນການປາກເວົ້າຮັບໃຊ້ຜົນປະໂຫຍດອັນຊອບທຳຂອງ ປຊຊ ເປັນຈຳນວນຫຼວງຫຼາຍ, ຮັບປະກັນສະຖຽນລະພາບ ແລະ ການພັດທະນາປະເທດຊາດ. ຍ້ອນເຫດນັ້ນ, ຕາມເງື່ອນໄຂ ແລະ ສະພາບການຂອງຕົນ, ປະເທດຕ່າງໆໃນໂລກລ້ວນແຕ່ມີນະໂຍບາຍເພື່ອແນໃສ່ຮັບປະກັນສິດເສລີພາບໃນການປາກເວົ້າໃນຂອບເຂດກົດໝາຍຂອງປະເທດນັ້ນ. ແລະ ສິດເສລີພາບໃນການສື່ຂ່າວ, ສິດເສລີພາບໃນການປາກເວົ້າຈະໄດ້ຮັບການປົກປ້ອງໃນຂະນະທີ່ບໍ່ລະເມີດບັນດາສິດເສລີພາບອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງປະເທດຊາດ, ວົງຄະນາຍາດ ແລະ ບໍ່ລະເມີດບັນດາສິດອັນເປັນພື້ນຖານອື່ນໆຄື: “ຖະແຫຼງການໂລກກ່ຽວກັບສິດທິມະນຸດ“ ຂອງ ສປຊ ໄດ້ກຳນົດວ່າ: “ແຕ່ລະຄົນລ້ວນແຕ່ມີພັນທະຕໍ່ວົງຄະນາຍາດ ໃນຂະນະທີ່ໄດ້ຊົມໃຊ້ບັນດາສິດກ່ຽວກັບຄວາມເສລີພາບສ່ວນຕົວ, ຕ້ອງຮັບຄວາມຈຳກັດໂດຍກົດໝາຍກຳນົດເພື່ອແນໃສ່ຮັບປະກັນການຮັບຮູ້ ແລະ ເຄົາລົບຕໍ່ບັນດາສິດເສລີພາບຂອງຄົນອື່ນ ແລະ ສອດຄ່ອງກັບບັນດາຄຳຮຽກຮ້ອງອັນຊອບທຳດ້ານຄຸນສົມບັດ ແລະ ຜົນປະໂຫຍດລວມໃນສັງຄົມປະຊາທິປະໄຕ“. ຄວາມຈິງໃຫ້ເຫັນວ່າ: ກົດໝາຍຂອງຫຼາຍປະເທດໄດ້ຮັບຮູ້ສິດເສລີພາບໃນການສື່ຂ່າວ, ສິດເສລີພາບໃນການປາກເວົ້າ ແລະ ສິດເສລີພາບທາງສື່ມວນຊົນ ແຕ່ບໍ່ຖືວ່ານີ້ແມ່ນ “ສິດເສລີພາບເດັດດຽວ“. ກົດໝາຍອາຍາ ອາເມລິກາ ເກືອດຫ້າມທຸກໆການກະທຳ “ພິມຈຳໜ່າຍ, ບັນນາທິການ, ກະຈາຍສຽງ, ໂຄສະນາ, ຄ້າຂາຍ, ແຈກຢາຍ ຫຼືສະແດງຢ່າງເປີດເຜີຍບໍ່ວ່າເອກະສານທີ່ມີເນື້ອໃນຂົນຂວາຍ, ກະຕຸກຊຸກຍູ້ ຫຼືອະທິບາຍກ່ຽວກັບຄວາມຮັບຜິດຊອບ ຫລືລັກສະນະຖືກຕ້ອງຂອງການກະທຳໂຄ່ນລົ້ມບໍ່ວ່າອຳນາດການປົກຄອງຂັ້ນໃດຢູ່ອາເມລິກາ….“.ອົງການ ພັດທະນາສື່ສານ ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານສິງກະໂປ ກຳນົດວ່າ: ບັນດາເວັບໄຊໄດ້ຮັບໜັງສືອະນຸຍາດມີພັນທະຕ້ອງຖອນບັນດາເນື້ອໃນທີ່ “ທຳລາຍຄວາມກົມກຽວດ້ານເຊື້ອຊາດຜິວພັນ ແລະ ສາສະໜາໃນຮອບເວລາ 24 ຊົ່ວໂມງ“ ພາຍຫຼັງອົງການຄຸ້ມຄອງສື່ສານແຫ່ງຊາດມີຄຳຮຽກຮ້ອງ. ສ່ວນລັດຖະທຳມະນູນເຊເນການ ຮັບຮູ້ການຮັບປະກັນສິດເສລີພາບໃນການສື່ຂ່າວ, ສິດເສລີພາບໃນການປາກເວົ້າ ແຕ່ພັດຖືວ່າ ບັນດາສິດດັ່ງກ່າວແມ່ນເປົ້າໝາຍຖືກປັບປຸງຍ້ອນບັນດາການກຳນົດຂອງກົດໝາຍ….
ອິນເຕີແນັດໄດ້ ແລະ ພວມນັບມື້ນັບໄດ້ຮັບການເຜີຍແຜ່ ແລະ ກາຍເປັນສ່ວນໜື່ງທີ່ຂາດບໍ່ໄດ້ໃນຊີວິດສັງຄົມ. ຜູ້ໃດເຄີຍນຳໃຊ້ອິນເຕີແນັດລ້ວນແຕ່ເຂົ້າໃຈຜົນຮ້າຍໃນເບື້ອງຫຼັງຂອງມັນໄດ້ ຖ້າຫາກຂາດບັນດາເຄື່ອງມືຄຸ້ມຄອງທີ່ມີປະສິດທິຜົນ, ເພື່ອໄປທັນກັບການພັດທະນາຢ່າງແຮງຂອງອິນເຕີແນັດ. ເປັນທີ່ຈະແຈ້ງແລ້ວວ່າ, ທຸກໆການກະທຳໃນເຄືຍຂ່າຍອິນເຕີແນັດຂອງພົນລະເມືອງໃນບໍ່ວ່າປະເທດໃດ ກໍ່ຕ້ອງປະຕິບັດຕາມການກຳນົດຂອງກົດໝາຍຂອງປະເທດນັ້ນ. ເລື່ອງຫວຽດນາມ ສ້າງ ແລະ ປະກາດໃຊ້ດຳລັດເລກທີ 72 ແມ່ນເພື່ອແນໃສ່ຈຸດປະສົງປົກປ້ອງຜົນປະໂຫຍດອັນຊອບທຳຂອງພົນລະເມືອງຫວຽດນາມ ໃຫ້ດີກ່ວາອີກ. ດຳລັດເລກທີ 72 ໄດ້ສ້າງກອບກົດໝາຍທີ່ຈະແຈ້ງກ່ວາອີກ ເພື່ອພັດທະນາອິນເຕີແນັດ, ແມ່ນຄວາມຈຳເປັນ ແລະ ຊອບທຳຊື່ງຫວຽດນາມ ກໍ່ຄືປະເທດຕ່າງໆໃນໂລກ ໄດ້ ແລະ ພວມປະຕິບັດໃນສັງກາດອິນເຕີແນັດນີ້./.