ຄວາມເຫັນດີເຫັນພ້ອມຂອງສັງຄົມໃນການຜັນຂະຫຍາຍລັດຖະທຳມະນູນປີ2013

ຄວາມເຫັນດີເຫັນພ້ອມຂອງສັງຄົມໃນການຜັນຂະຫຍາຍລັດຖະທຳມະນູນປີ2013 - ảnh 1

ວຽກ​ງານ​ຜັນ​ຂະ​ຫ​ຍາຍ​ການປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013

(ພາບປະກອບ)

(vovworld)- ​ວຽກ​ງານ​ຜັນ​ຂະ​ຫ​ຍາຍ​ການປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໄດ້ ແລະ ພວມ​ດຳ​ເນີນ​ໄປຢ່າງກວ້າງ​ຂວາງ​, ເລິກ​ເຊິ່ງໃນ​ທົ່ວ​ປະ​ເທດ. ມາ​ຮອດ​ຈຸດ​ເວ​ລານີ້, ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂັ້ນສູນ​ກາງ ແລະ ຮາກ​ຖານ​ ​ໄດ້ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ຜັນ​ຂະ​ຫ​ຍາຍ ລັດ​ຖະ​ທຳ​ມະ​ນູນ​ປີ 2013. ການ​ສະ​ຫ​ນັບ​ສະ​ຫ​ນູນ​ຢ່າງ​ຕັ້ງ​ຫ​ນ້າ​ຂອງ​ປະ​ຊາ​ຊົນ​ໃນການ​ຜັນ​ຂະ​ຫ​ຍາຍ​ກົດ​ໝາຍ​ພື້ນ​ຖານສະ​ບັບ​ນີ້​ ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ.

        ​ວຽກ​ງານ​ຜັນ​ຂະ​ຫ​ຍາຍ​ການປະ​ຕິ​ບັດລັດ​ຖະ​ທຳ​ມະ​ນູນ​ປີ 2013 ໄດ້​ຮັບ​ການ​ຍູ້​ແຮງ​ຢູ່​ຫລາຍທ້ອງ​ຖິ່ນ, ​ອົງ​ການ​ຈັດ​ຕັ້ງມະ​ຫາ​ຊົນ ແລະ ໃນ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ມີ​ປະ​ຊາ​ຊົນ​ຫລາຍ​ຄົນ​ເຈົ້າ​ໃຈ​ແຈ້ງ ແລະ ຖືກ​ຕ້ອງ​ກ່ຽວ​ກັບ​ເນື້ອ​ໃນ ລັດ​ຖະ​ທຳ​ມະ​ນູນ​ປີ 2013.

ຍູ້​ແຮງ​​ຄວາມ​ຄືບ​ຫ​ນ້າ​​ໃນ​ວຽກ​ງານຜັນ​ຂະ​ຫ​ຍາຍ​ການປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013

        ​ດ້ວຍ​ບົດ​ບາດ​ແມ່ນ​ກົດ​ໝາຍ​ພື້ນ​ຖານ, ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ​ສູງ​ສຸດ, ​ເລື່ອງ​ຜັນ​ຂະ​ຫ​ຍາຍ​ການປະ​ຕິ​ບັດ ລັດ​ຖະ​ທຳ​ມະ​ນູນ​ ມີ​ຄວາມ​ໝາຍສຳ​ຄັນ, ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຈັດ​ຕັ້ງ​ຢ່າງ​ເປັນ​ລະ​ບົບ, ​ມີວິ​ທະ​ຍາ​ສາດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ເປັນ​ຫ​ນ້າ​ສົນ​ໃຈ, ​ແມ່ນ​​ວິທີເຮັດຄື​ແນວ​ໃດເພື່ອ​ສາມາດເຂົ້າ​ໃຈ​​ເນື້ອ​ໃນ, ຈິດ​ໃຈ ແລະ ຄວາມ​ໝາຍ​ຂອງ ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຢ່າງ​ຖືກ​ຕ້ອງ ແລະ ເປັນ​ເອກ​ະ​ພາບ​ນັ້ນ, ​ແມ່ນມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ເຖິງ​ການ​ຍົກ​ສູງ​ສະ​ຕິ​ປະ​ຕິ​ບັດລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ກົດ​ໝາຍ, ປະ​ກອບ​ສ່ວນນຳລັດ​ຖະ​ທຳ​ມະ​ນູນ​ເຂົ້າ​ສູ່​ຊີ​ວິດ ແລະ ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ. ທ່ານ ດີງ​ຊວນ​ຖາວ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ສ້າງ​ກົດ​ໝາຍ​ຖື​ວ່າ:

        “ເປົ້າ​ໝາຍ​ຮັບ​ຟັງ, ຮັບ​ເອົາລັດ​ຖະ​ທຳ​ມະ​ນູນ​ ຍັງມີຄວາມ​ຮູ້​, ຄວາມ​ຮຽກຮ້ອງທີ່​ຕ່າງ​ກັນ. ສະ​ນັ້ນ, ການ​ເຜີຍ​ແຜ່ ລັດ​ຖະ​ທຳ​ມະ​ນູນ​ຕ້ອງ​​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ, ລຽນ​ຕິດ, ເປັນ​ປະ​ຈຳ ແລະ​ຍາວ​ນານ, ເໝາະ​ສົມ​ກັບ​ຈຸດ​ພິ​ເສດ​ສະ​ເພາະຂອງ​ແຕ່​ລະ​ເປົ້າ​ໝາຍ.”

        ເພາະ​ສະ​ນັ້ນ, ໃນ​ໄລ​ຍະ​ຜ່ານ​ມາ, ຫລາຍ​ທ້ອງ​ຖິ່ນ​ໄດ້​ຍູ້​ແຮງ​ການ​ເຜີຍ​ແຜ່​ເນື້ອ​ໃນ​ລັດ​ຖະ​ທຳ​ມະ​ນູນເຖິງ​ແຕ່​ລະ​ເປົ້າ​ໝາຍ, ອີງ​ໃສ່​ແຕ່​ລະ​ລະ​ດັບ​ຄວາມ​ຮູ້, ຄວາມ​ຮັບ​ຮູ້​ດ້ານ​ກົດ​ໝາຍ​ຂອງ​ປະ​ຊາ​ຊົນ. ໃນ​ກາງ​ເດືອນ 3/2014, ບັນ​ດາ​ອົງ​ການ, ຫົວ​ຫ​ນ່ວຍ​, ​ເມືອງ, ນະ​ຄອນຢູ່​ແຂວງ ຮ່​ວາ​ບີງ ໄດ້​ສຳ​ເລັດ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຜີຍ​ແຜ່​ເນື້ອ​ໃນ, ຄວາມ​ໝາຍ​ຂອງ ລັດ​ຖະ​ທຳ​ມະ​ນູນ ແລະ ບັນ​ດາ​ຄຳ​ສັ່ງ, ມະ​ຕິ, ແຜນ​ການ, ການ​ແນະ​ນຳ​ຂອງ​ສູນ​ກາງ ກໍ່​ຄືຂອງ​ແຂວງ​ໃຫ້​ແກ່​ຖັ​ນ​ແຖວ​ພະ​ນັກ​ງານ​ຫລັກ​ແຫລ່ງ​ ​ໂດຍ​ພື້ນ​ຖານ. ສ່ວນ​ຢູ່​ແຂວງ ຟຸ໋​ທ​ໍ້, ມາ​ຮອດ​ປະ​ຈຸບັນ, ມີ 10/10 ຕາ​ແສງຢູ່​ເທດ​ສະ​ບານ ຟູ​ທໍ້ ໄດ້​ສຳ​ເລັດ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ ລັດ​ຖະ​ທຳ​ມະ​ນູນປີ 2013. ທົ່ວ​ເທດ​ສະ​ບານ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ 10 ຄັ້ງ​ຢູ່​ຂັ້ນ​ຕາ​ແສງ ແລະ ກວ່າ 100 ຄັ້ງ​ຢູ່​ເຂດ​ຊຸມ​ຊົນ ໂດຍ​​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ກວ່າ 11.000 ເທື່ອ​ຄົນ.

        ຫັນ​ຮູບ​ການ, ເປົ້າ​ໝ​າຍ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ

        ນອກ​ຈາກ​ຍູ້​ແຮງ​ຄວາ​ມ​ຄືບ​ຫ​ນ້າ​ໃນ​​ການ​ເຜີຍ​ແຜ່, ໂຄ​ສະ​ນາລັດ​ຖະ​ທຳ​ມະ​ນູນປີ 2013, ບັນ​ດາ​ທ້ອງ​ຖິ່ນ,​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນກໍ​ມີ​ຫລາຍ​ຮູບ​ການ​ເພື່ອ​ນຳ​ກົດ​ໝາຍ​ພື້ນ​ຖານນີ້​ເຖິງ​ປະ​ຊາ​ຊົນ​ຢ່າງ​ສະ​ດວກ​ທີ່​ສຸດ. ຢູ່​ເມືອງ ເຕີນ​ລາກ ແຂວງ ຟູ​ທໍ້ ໄດ້​ຮຽບ​ຮຽງ, ພິມ​ເອ​ກະ​ສານ​ເຜີຍ​ແຜ່ 231 ຊຸດເພື່ອ​ສະ​ຫນອງ​ໃຫ້​ຄຸ້ມ​ບ້ານ, ໝູ່​ບ້ານ. ລະ​ບົບ​ໂທ​ລະ​ໂຄ່ງ​ຂອງ​ບັນ​ດາ​ຕາ​ແສງ, ເທດ​ສະ​ບານ, ຄຸ້ມ​ບ້ານ​ໃນ​ເມືອງ​ກໍ​ໄດ້ຮັບ​ການ​ເສີມ​ຂະ​ຫ​ຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ເຜີຍ​ແຜ່ ລັດ​ຖະ​ທຳ​ມະ​ນູນ.

        ສ່ວນ​ຢູ່​ແຂວງ ບີງ​ເຢືອງ, ທ່ານ​ນາງ ໂດ​ທິ​ທູ​ຖຸຍ, ຫົວ​ຫ​ນ້າ​ພະ​ແນກ​ກົດ​ໝາຍ ນະ​ຄອນ ຖຸ​ເຢົາ​ຫ​ນື່ງໃຫ້​ຮູ້​ວ່າ:

“ອົງ​ການ​ປະ​ຈຳ ໄດ້​ຮຽບ​ຮຽງ​ເອ​ກະ​ສານ​ຖາມ​ຕອບ​ກ່ຽວ​ກັບ​ກົດ​ໝາຍ​ເພື່ອ​ສົ່ງ​ເຖິງ​າ​ຄະ​ນະ, ຂະ​ແຫນງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ບັນ​ດາ​ນັກ​ເຜີຍ​ແຜ່. ໄຕ​ມາ​ດ​ທີ 2 ປີ 2014, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ຜັນ​ຂະ​ຫ​ຍາຍລັດ​ຖະ​ທຳ​ມະ​ນູນ ເຖິງ​ການ​ນຳ​​ຄະ​ນະ, ຂະ​ແຫນງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຢູ່​ບັນ​ດາ​ເມືອງ, ຕາ​ແສງ ແລະ ປ​ະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.”

        ໃນ​ຂະ​ນະ​ນັ້ນ, ບັນ​ດາ​ຮາກ​ຖານ​ການ​ສຶກ​ສາກ​ໍ​ໄດ້​ມີ​ວິ​ທີ​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ເພື່ອ​ໃຫ້​ພະ​ນັກ​ງານ ແລະ ນັກ​ຮຽນ, ນັກ​ສຶກ​ສາ​ເຂົ້າ​ໃຈ​ ລັດ​ຖະ​ທຳ​ມະ​ນູນ. ຄູ​ສອນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ອຸດ​ສາ​ຫະ​ກຳ ຫວຽດ​ຈີ  ແຂວງ ຟູ​ທໍ້ ໄດ້​ສົມ​ທົບ​ເນື້ອ​ໃນ ລັດ​ຖະ​ທຳ​ມະ​ນູນກັບ​ເນື້ອ​ໃນ​ບົດ​ຮຽນ​ກ່ຽວ​ກັບ​ການ​ສຶກ​ສາ​ພົນ​ລະ​ເມືອງ, ຊ່ວຍ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ເຂົ້າ​ໃຈ​ວ່າ ລັດ​ຖະ​ທຳ​ມະ​ນູນ​ແມ່​ນ​​ຄວາມ​ເປັນຈິງ, ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ. ມະ​ຫາ​ວິ​ທະ​ຍາ​ໄລ​ຮຸ່ງ​ເວືອງ ແຂວງ ຟູ​ທໍ້ ໄດ້​ເຜີຍ​ແຜ່, ຊາບ​ຊືມ​ເນື້ອ​ໃນ ລັດ​ຖະ​ທຳ​ມະ​ນູນຜ່ານ​ ​ການ​ເຄື່ອນ​ໄຫວ​ປະ​ຈຳ​ເດືອນ​ຂອງ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວ​ດ້ວຍ​ຫົວ​ເລື່ອງ​ສະ​ເພາະ, ສົມ​ທົບ​ກັບ​ທິດ​ສະ​ດີ​ການ​ເມືອງ​ເພື່ອ​ສິດ​ສອນ​ໃຫ້​ນັກ​ສຶກ​ສາ. ນອກນັ້ນ, ທາງ​ໂຮງ​ຮຽນ​ກໍ​ເຜີຍ​ແຜ່ ລັດ​ຖະ​ທຳ​ມະ​ນູນ ຜ່ານ​ລະ​ບົບ​ເວັບ​ໄຊ. ໃນ​ຂະ​ນະ​ນັ້ນ, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ກົດ​ໝາຍ​ຮ່າ​ໂນ້ຍ, ສາດ​ສະ​ດາ​ຈານ - ດ​ຣ ທາຍ​ຫວີ​ທັງ ໃຫ້​ຮູ້​ວ່າ:

        “ການ​ຜັນ​ຂະ​ຫ​ຍາຍ​ ລັດ​ຖະ​ທຳ​ມະ​ນູນປີ 2013 ແມ່ນ​ຫ​ນ້າ​ທີ່​ສຳ​ຄັນ​ພິ​ເສດ​ສຳ​ລັບ​ໂຮງ​ຮຽນ. ພະ​ນັກ​ງານ, ຄູ​ອາ​ຈານ​ທັງ​ໝົດ​ໃນ​ໂຮງ​ຮຽນ ລ້ວນ​ແຕ່​ຮູ້​ຈັກ​ເຖິງ​ບັນ​ດາ​ຈຸດ​ໃຫມ່​ຂອງ ລັດ​ຖະ​ທຳ​ມະ​ນູນປີ 2013. ໃນ​ປີ 2014, ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ຫລັກ​ສູດ​ກ່ຽວ​ກັບ​ກົດ​ໝາຍ ລັດ​ຖະ​ທຳ​ມະ​ນູນຫວຽດ​ນາມຄືນ​ໃຫມ່ ແລະ ປັບ​ປຸງ​ບັນ​ດາ​ຫລັກ​ສູດ​ທີ່ມີ​ສ່ວນ​ກ່ຽວ​ຂ້ອງ. ທາງ​ໂຮງ​ຮຽນ​ກໍ​ໄດ້​​ເຮັດວາ​ລະ​ສານ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ບັນ​ດາ​ຈຸດໃຫມ່​ຂອງ ລັດ​ຖະ​ທຳ​ມະ​ນູນປີ 2013 ແລະ ບັນ​ດາ​ບັນ​ຫາ​ວາງ​ອອກ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ. ຄູ​ອາ​ຈານ​ໃນ​ໂຮງ​ຮຽນ ຈະ​ເຂົ້າ​ຮ່ວມ​ການຮຽບຮຽງ​ປື້ມ​ວິ​ຈານ​ກ່ຽວ​ກັບ ລັດ​ຖະ​ທຳ​ມະ​ນູນປີ 2013. ນອກນັ້ນ ໂຮງ​ຮຽນ ກໍ່ຈະ​ຈັດ​ຕັ້ງ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບລັດ​ຖະ​ທຳ​ມະ​ນູນ​ໃຫ້​ແກ່​ນັກ​ຮຽນ​ໃນ​ເດືອນ 5 ຈະ​ມາ​ເຖິງ.”

        ລັດ​ຖະ​ທຳ​ມະ​ນູນແມ່ນ​ກົດ​ໝາຍ​ພື້ນ​ຖານທີ່​ສຳ​ຄັນ. ເລື່ອງ​​ຂັ້ນ​ຮາກ​ຖານຕັ້ງ​ຫ​ນ້າ​ຍູ້​ແຮງ​ວຽກ​ງານຜັນ​ຂະ​ຫ​ຍາຍການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ທັງ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ, ຮັກ​ສາລັດ​ຖະ​ທຳ​ມະ​ນູນ, ​ທັງ​ຕິດ​ຕາມກວດ​ກາ​ກົງ​ຈັກ​ລັດ​​ໃນ​ການປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ພື້ນ​ຖານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ