ທ່ານ Shinzo Abe ຈະກາຍເປັນນາຍົກລັດຖະມົນຕີຍີປຸ່ນ
(ພາບ : internet)
|
ຄືດັ່ງການຄາດຄະເນ, ພັກປະຊາທິປະໄຕເສລີ (LDP) ສາມາດຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການ ເລືອກຕັ້ງສະພາຕ່ຳຍີປຸ່ນເມື່ອວັນທີ 16/12 ທີ່ຜ່ານມາ. ສິ່ງດັ່ງກ່າວກໍມີຄວາມໝາຍເຊັ່ນດຽວກັນເລື່ອງປະທານ LDP ທ່ານ Shinzo Abe ຈະກາຍເປັນນາຍົກລັດຖະມົນຕີຍີປຸ່ນໃນໄລຍະທີ່ຈະມາເຖິງ. ເລື່ອງ LDP ຍາດໄດ້ໄຊຊະນະ, ສ່ວນໃດໜຶ່ງກໍສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງຜູ້ມີສິດເລືອກຕັ້ງຍີປຸ່ນທີ່ມີຕໍ່ພັກ LDP. ເຖິງຢ່າງໃດກໍຕາມ, ພັກນີ້ ກໍຕ້ອງຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍໃນການແກ້ໄຂບັນດາບັນຫາຢູ່ພາຍໃນ ແລະ ພົວພັນຕ່າງປະເທດຂອງຍີປຸ່ນໃນປະຈຸບັນ.
ພາຍຫຼັງທີ່ພັກ LDP ຍາດໄດ້ໄຊຊະນະ, ປະທານພັກ LDP ທ່ານ Shinzo Abe ໄດ້ມີບັນດາຄຳຖະແຫຼງທີ່ແຂງແຮງ ໂດຍຢຶນຢັນຄວາມຕັດສິນໃຈນຳປະເທດຊາດຫຼຸດພົ້ນອອກຈາກວິກິດການ. ທີ່ການປະຊຸມຂ່າວຄັ້ງທຳອິດພາຍຫຼັງໄດ້ຮັບໄຊຊະນະ, ທ່ານ Shinzo Abe ໃຫ້ຮູ້ວ່າ ຄະນະລັດຖະບານໃໝ່ ຈະອອກສະເໜີຕົວໃນວັນທີ 26/12 ດ້ວຍຈຸດໝາຍຕົ້ນຕໍແມ່ນຜ່ານຜ່າວິກິດການ, ພ້ອມກັນນັ້ນ ກໍໝັ້ນໝາຍເປີດກ້ວາງພື້ນຖານເສດຖະກິດ ແລະ ຟື້ນຟູກຳລັງແຮງດ້ານການທູດຂອງຍີປຸ່ນ. ເພື່ອປະຕິບັດຄຳໝັ້ນສັນຍານີ້ໃຫ້ໄດ້, ທາງດ້ານເສດຖະກິດ, ທ່ານ Shinzo Abe ຊີ້ແຈ້ງວ່າ ພາຍຫຼັງໄດ້ຮັບການສ້າງຕັ້ງ, ຄະນະລັດຖະບານໃໝ່ຂອງທ່ານຈະມານະພະຍາຍາມແກ້ໄຂໄພເງິນຝືດທີ່ແກ່ຍາວໃນພື້ນຖານເສດຖະກິດ ແລະ ສະພາບສະກູນເງິນເຢັນແຂງຕົວຂຶ້ນ. ທ່ານໃຫ້ຮູ້ວ່າ ຈະຊີ້ນຳບັນດາລັດຖະມົນຕີເຊັນຂໍ້ຕົກລົງກັບທະນາຄານສູນກາງຍີປຸ່ນເພື່ອປະຕິບັດນະໂຍບາຍໂຍະຍານເງິນຕາ ແລະ ບັນລຸຈຸດໝາຍຄວບຄຸມເງິນເຟີ້ໃນລະດັບ 2%ຕໍ່ປີ. ນີ້ແມ່ນບັນຫາທີ່ຫຍຸ້ງຍາກເພາະ ທ່ານ Shinzo Abe ແລະ ຄະນະລັດຖະບານຂອງທ່ານຈະຕ້ອງປະເຊີນໜ້າກັບສະພາບເງິນຝືດຂອງຍີປຸ່ນ ຂະນະທີ່ການເຕີບໂຕ GDP ຂອງປະເທດນີ້ໃນເດືອນ 11/2012 ແມ່ນຢູ່ໃນລະດັບ 3,5% ຊຶ່ງແມ່ນຕົວເລກຕ່ຳສຸດນັບແຕ່ເວລາເກີດເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກເມືອ່ເດືອນ 3/2011 ທີ່ຜ່ານມາ. ນອກຈາກນັ້ນ, ເສດຖະກິດຂອງຍີປຸ່ນ ແມ່ນເຄີຍຂຶ້ນກັບການສົ່ງອອກເປັນຕົ້ນຕໍ ແລະ ພວມປະສົບຄວາມຫຍຸ້ງຍາກຫຼາຍຢ່າງໃນສະພາບການເຕີບໂຕຂອງພື້ນຖານເສດຖະກິດໂລກສືບຕໍ່ອຶດອາດຊັກຊ້າລົງ. ພ້ອມກັນນັ້ນ, ການຟື້ນຟູເຂດທາງຕາເວັນອອກສ່ຽງເໜືອຂອງປະເທດນີ້ ຊຶ່ງເຄີຍຖືກທຳລາຍຍ້ອນ ເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກເມື່ອປີກາຍ, ພິເສດແມ່ນການແກ້ໄຂຜົນຮ້ານຢ້ອນຫຼັງຂອງເຫດຮ້າຍ ນິວເຄຼຍ Fukushima .
ໃນຂົງເຂດການພົວພັນຕ່າງປະເທດ, ປະທານ LDP ທ່ານ Shinzo Abe ໄດ້ຊີ້ໃຫ້ເຫັນວ່າ ອາເມລິກາ ຍັງຄົງແມ່ນໜຶ່ງໃນບັນດາປະເທດພັນທະມິດທີ່ສຳຄັນທີ່ສຸດຂອງ ຍີປຸ່ນ ຂະນະທີ່ທ່ານຢືນຢັນວ່າ ຈະສືບຕໍ່ຮັກສາສຳພັນທະມິດ ຍີປຸ່ນ-ອາເມລິກາ ແລະ ຟື້ນຟູກຳລັງແຮງທາງດ້ານການທູດຂອງ ຍີປຸ່ນ ທີ່ຖືກອ່ອນແອລົງໃນຊຸມປີທີ່ຜ່ານມາຍ້ອນຄວາມອ່ອນດ້ອຍຂອງເສດຖະກິດ ແລະ ບັນຫາອື່ນໆອີກ. ສິ່ງດັ່ງກ່າວໄດ້ຮັບການຢັ້ງຢືນໃນເມື່ອຕອນເຊົ້າວັນທີ 18/12, ທ່ານ Shinzo Abe ໄດ້ມີການເຈລະຈາທາງໂທລະສັບຄັ້ງທຳອິດກັບປະທານາທິບໍດີອາເມລິກາ Barac Obama ແລະ ໄດ້ເຫັນດີເປັນເອກະສັນເພີ່ມທະວີການພົວພັນລະຫວ່າງ 2 ປະເທດກໍຄືປຶກສາຫາລືສົນທິສັນຍາວ່າດ້ວຍການປ້ອງກັນຄວາມສະຫງົບ ຍີປຸ່ນ-ອາເມລິກາ ພ້ອມບັນດາບັນຫາເສດຖະກິດອີກດ້ວຍ. ທ່ານ Shinzo Abe ຍັງຢືນຢັນຈະດຳເນີນການພົບປະກັບ ທ່ານປະທານາທິບໍດີອາເມລິກາ Barac Obama ໃນເດືອນ 1/2013. ຕາມນັກໄຈ້ແຍກບາງຄົນແລ້ວ, ໃນສາຍພົວພັນກັບ ອາເມລິກາ, LDP ຈະຕ້ອງແກ້ໄຂຢ່າງຄ່ອງແຄ້ວກ່ຽວກັບບັນຫາຈັດແຈງຖານທີ່ໝັ້ນທັບອາກາດ Futenma ຄືນໃໝ່ເພື່ອຫຼີກລ້ຽງການຄັດຄ້ານຂອງອຳນາດການປົກຄອງ ແລະ ປະຊາຊົນໃນແຂວງ Okinawa ຊຶ່ງແມ່ນແຫ່ງເຕົ້າໂຮມຖານທີ່ໝັ້ນການທະຫານອາເມລິກາຫຼາຍກ່ວາໝູ່. ຖ້າຫາກບໍ່ແກ້ໄຂບັນາຄວາມວິຕົກກັງວົນຂອງ Okinawa ນັ້ນ, ການພົວພັນ ຍີປຸ່ນ-ອາເມລິກາຈະຖືກຜົນສະທ້ອນປຽບເໝືອນໃນສະໄໝຂອງລັດຖະບານຊຸດກ່ອນ.
ເມື່ອເຕືອງເຖິງການພົວພັນກັບຈີນ, ເຖິງວ່າໄດ້ຢືນຢັນການພົວພັນລະຫວ່າງ ຍີປຸ່ນ-ຈີນ ແມ່ນໜຶ່ງໃນບັນດາສາຍພົວພັນທີ່ສຳຄັນທີ່ສຸດຂອງ ຍີປຸ່ນກໍຕາມ, ແຕ່ ທ່ານ Shinzo Abe ຍັງສະແດງໃຫ້ເຫັນແຈ້ງຫຼັກໝັ້ນແຂງແກ່ນຂະນະທີ່ໄດ້ຖະແຫຼງວ່າ ຈະບໍ່ມີການຜ່ອນສັ້ນຜ່ອນຍາວກ່ຽວກັບອະທິປະໄຕຂອງເກາະຕ່າງຊຶ່ງພວມເກີດການພິພາດລະຫວ່າງ 2 ປະເທດ. ຊ້ຳບໍໜຳ, LDP ໄດ້ຢືນຢັນຄຳໝັ້ນສັນຍາຂອງຕົນ ຈະຄົ້ນຄ້ວາຂໍ້ສະເໜີໃຫ້ສ້າງຕັ້ງທ່າກຳປັ່ນຢູ່ Senkaku ຫຼືຈັດສົ່ງກຳລັງໄປຍັງເກາະເຫຼົ່ານັ້ນເພື່ອຢັ້ງຢືນສິດຄວບຄຸມຂອງຍີປຸ່ນ. ແຕ່ຕາມຂໍ້ສັງເກດຂອງວົງການນັກໄຈ້ແຍກແລ້ວ, ຖ້າຫາກປະຕິບັດມາດຕະການດັ່ງກ່າວ, ການພົວພັນ ລະຫວ່າງ ຍີປຸ່ນ-ຈີນ ຈະສືບຕໍ່ເຄັ່ງຕຶງຂຶ້ນກ່ວາເກົ່າໃນໄລຍະທີ່ຈະມາເຖິງ. ດັ່ງນັ້ນ, ຄະນະລັດຖະບານໃໝ່ຂອງທ່ານ Shinzo Abe ຈະຕ້ອງຊັງຊາຢ່າງລະອຽດກ່ອນທີ່ຈະປະຕິບັດບັນດາບາດກ້າວເດີນ ທີ່ອາດຈະສົ່ງຜົນສະທ້ອນທີ່ບໍ່ດີຕໍ່ການພົວພັນລະຫວ່າງ 2 ປະເທດ.
ດ້ວຍບັນດາຄຳຖະແຫຼງພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງ, ເບິ່ງຄືວ່າ ທ່ານ Shinzo Abe ແລະ ພັກ LDP ພວມປະຕິບັດຄຳຂວັນໃນການຫາສຽງເລືອກຕັ້ງເທື່ອລະກ້າວ ນັ້ນແມ່ນ “ ສ້າງຊື່ສຽງຮຽງນາມ ແລະ ສ້າງສາຍີປຸ່ນຄືນໃໝ່ ” . ແຕ່ວິວັດການດັ່ງກ່າວຍັງປະສົບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ບັນດາຜູ້ມີສິດເລືອກຕັ້ງຍີປຸ່ນ ພວມຕິດຕາມຄວາມສາມາດຊັກຈູງນຳພາປະເທດຊາດຂອງພັກ LDP .