ຂະຫຼວງໃຫຍ່ເອີລົບ Olli Rehn ເວົ້າວ່່າ :
“ລະດັບການເຕີບໂຕຂອງເອີລົບ ໄດ້ຢຸດສະງັກ ”
(ພາບ : Internet)
|
ບັນດາບັນຫາອ້ອມແອ້ມການແກ້ໄຂວິກິດການໜິ້ສິນຢູ່ເອີລົບພວມປະກົດມີສະພາບຂາດສະຖຽນລະພາບຄັ້ງໃໝ່. ພ້ອມກັບການແຂ່ງຂັນເຂົ້າວັງ Elysée ຢ່າງຂ້ຽວຂາດຢູ່ຝະລັ່ງນັ້ນ, ເວທີການເມືອງເອີລົບຍັງມີຄວາມສັບສົນກ່ວາ ຂະນະທີ່ທ່ານນາຍົກລັດຖະມົນຕີ ໂຮນລັງ Marka Rutte ຫາກໍຍື່ນໜັງສືຂໍລາອອກຈາກຕ່ຳແໜ່ງພາຍຫຼັງທີ່ບັນດາການເຈລະຈາກ່ຽວກັບບັນດາມາດຕະການ “ ຮັດເຂັມຄັດ ” ແນໃສ່ນຳພື້ນຖານເສດຖະກິດຂອງປະເທດນີ້ຫຼຸດພົ້ນອອກຈາກວິກິດການຖືກພັງທະລາຍ. ການລາອອກຈາກຕ່ຳແໜ່ງຂອງທ່ານ Marka Rutte ບໍ່ພຽງແຕ່ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ໂຮນລັງເທົ່ານັ້ນ, ຫາກຍັງເຮັດໃຫ້ພາກພື້ນໃຊ້ສະກູນເງິນເອີໂຣລວມເພີ່ມຄວາມຫຍຸ້ງຍາກຫຼາຍຂຶ້ນໃນການແກ້ໄຂບັນຫາຂອງຕົນ.
ໂຮນລັງ ຈະດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດ. ນີ້ແມ່ນສິ່ງໄດ້ຮັບການຢັ້ງຢືນພາຍຫຼັງຂໍ້ຕົກລົງຂອງພະລາຊີນີໂຮນລັງ Beatrix ເມື່ອວັນທີ 24 ເມສາ ຂະນະທີ່ຮຽກຮ້ອງໃຫ້ຍຸບເລີກສະພາແຫ່ງຊາດ. ກ່ອນທີ່ຈະມີການຮຽກຮ້ອງ, ພະລາຊີນີໂຮນລັງ Beatrix ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີ ໂຮນລັງ Marka Rutte. ກ່ອນໜ້ານັັ້ນ 1 ວັນ, ທ່ານ Marka Rutte ໄດ້ຍື່ນໜັງສືຕໍ່ປະມຸກລັດເພື່ອຂໍລາອອກຈາກຕ່ຳແໜ່ງຍ້ອນບັນດາການເຈລະຈາກ່ຽວກັບແຜນການ “ ຮັດເຂັມຄັດ ”ຊ່ວຍປະເທດນີ້ຫຼຸດພົ້ນອອກຈາກວິກິດການຖືກພັງທະລາຍ. ໃນວັນທີ 27 ເມສາ, ລັດຖະບານໃກ້ຈະໝົດອາຍຸການຂອງໂຮນ ລັງຈະມີການຕົກລົງຄັ້ງສຸດທ້າຍກ່ຽວກັບວັນເລືອກຕັ້ງທົ່ວປະເທດ ແລະ ຄາດຄະເນວ່າການເລືອກຕັ້ງທົ່ວປະເທດຈະຖືກດຳເນີນໃນວັນທີ 12/9/2012. ດ້ວຍການຂໍ້ຕົກລົງນີ້, ຫາງສຽງຖືວ່າ ເຖິງວ່າພະລາຊີນີໂຮນລັງ Beatrix ໄດ້ສະເໜີໃຫ້ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີຈົ່ງປະຕິບັດທຸກສິ່ງທີ່ຈຳເປັນທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດກໍຕາມ,ແຕ່ການສະເໜີຍຸບເລິກສະພາແຫ່ງຊາດຂອງພະນາງ ອາດຈະເຮັດໃຫ້ແຜນການຟື້ນຟູເສດຖະກິດຂອງໂຮນລັງຍາກທີ່ຈະປະຕິບັດໄດ້.
ສະພາບເສດຖະກິດຂອງໂຮນລັງເລີ່ມຊົ່ວຮ້າຍລົງນັບແຕ່ກາງປີ 2011 ອັນໄດ້ເຮັດໃຫ້ອັດຕາວ່າງງານເພີ່ມຂຶ້ນ 6%. ເພື່ອຕອບສະໜອງບັນດາຄຳຮຽກຮ້ອງຂອງສະພາບເອີລົບ EU ແລະ ຮັກສາຄວາມໄວ້ເນື້ອເຊື່ອໃຈກ່ຽວກັບສິນເຊື່ອຂອງຕົນ, ໃນປີ 2012 ລັດຖະບານໂຮນລັງ ໄດ້ຫຼຸດຜ່ອນການຂາດດູນງົບປະມານເຖິງ 9 ຕື້ເອີໂຣ ( 1,5 % GDP ) . ແຕ່ໃນການເຈລະຈາເປັນເວລາ 7 ອາທິດລະຫວ່າງ 3 ພັກການເມືອງຕົ້ນຕໍຊຶ່ງລວມມີ ພັກເສລີ ແລະ ປະຊາທິປະໄຕ VVD, ພັກປະຊາທິປະໄຕ ຄິດສະຕຽນ CDA ແລະ ພັກເສລີ PVV ແມ່ນບໍ່ບັນລຸຂໍ້ຕົກລົງກ່ຽວກັບບັນດາມາດຕະການການເງິນແບບ“ ຮັດເຂັມຄັດ ” ຍ້ອນການຄັດຄ້ານຂອງພັກເສລີ PVV . ສິ່ງດັ່ງກ່າວມີຄວາມໝາຍເຊັ່ນດຽວກັນກັບເລື່ອງລັດຖະບານປະສົມລະຫວ່າງພັກປະຊາທິປະໄຕ ຄິດສະຕຽນ CDA – ແລະ ພັກເສລີປະຊາທິປະໄຕ VVD ຈະບໍ່ສາມາດຍາດໄດ້ການສະໜັບສະໜູນຂອງສະພາແຫ່ງຊາດທີ່ມີຕໍ່ມາດຕະການການເງິນລວມມຸນຄ່າປະມານ 16 ຕື້ເອໂຣ. ນີ້ຖືກຖືວ່າແມ່ນ 1 ໃນບັນດາມາດຕະການສຳຄັນຊຶ່ງ ທ່ານນາຍົກລັດຖະມົນຕີ ໂຮນລັງ Marka Rutte ໄດ້ຝາກຄວາມຫວັງຈະສະກັດກັ້ນທ່າຂາດດູນງົບປະມານທີ່ອາດຈະເພີ່ມຂື້ນເຖິງລະດັບ 4,7% GDP ເທົ່າກັບປະມານ 28 ຕື້ເອີໂຣໃນປີ 2013.
ຄວາມຫຍຸ້ງຍາກຂອງຄະນະລັດຖະບານຂອງ ທ່ານນາຍົກລັດຖະມົນຕີ ໂຮນ ລັງ Marka Rutte ແມ່ນເຖິງວ່າກາຍເປັນສຳພັນທະມິດກຳອຳນາດ ພາຍຫຼັງ ການເລືອກຕັ້ງທົ່ວປະເທດປີ 2010, ແຕ່ຈຳນວນທີ່ນັ່ງຂອງ ພັກເສລີປະຊາທິປະໄຕ VVD ແລະ ພັກປະຊາທິປະໄຕ ຄິດສະຕຽນ CDA ພັດບໍ່ລື່ນກາຍເຄິ່່ງໜຶ່ງຈຳນວນທີ່ນັ່ງໃນສະພາແຫ່ງຊາດ. ເພາະສະນັ້ນ ທຸກໆລັດຖະນະໂຍບາຍຂອງລັດຖະບານລ້ວນແຕ່ຕ້ອງການໄດ້ຮັບການສະໜັບສະໜູນຕື່ມອີກຂອງ ພັກເສລີ PVV. ບັນດານັກເສດຖະກິດຖືວ່າການພັງທະລາຍຂອງລັດຖະບານໂຮນລັງ ຈະກໍ່ໃຫ້ເກີດຊອ່ງວ່າງດ້ານສິດອຳນາດ ຊຶ່ງກົງກັບຈຸດເວລາທີ່ພື້ນຖານເສດຖະກິດຂອງປະເທດນີ້ພວມປະກົດມີບັນດາສັນຍານທີ່ໜ້າເປັນຫ່ວງກັງວົນ. ບັນຫານີ້ ບໍ່ແມ່ນວ່າບ້ວງໜິ້ສິນຂອງລັດກວມເຖິງ 66% GDP , ຫາກສິ່ງທີ່ເປັນພື້ນຖານແມ່ນຢູ່ບ່ອນວ່າການລົ້ມລະລາຍຂອງຕະຫຼາດອະສັງຫາລິມະຊັບພວມກໍ່ຄວາມຫຍຸ້ງຍາກໃຫ້ແກ່ຫຼາຍຄອບຄົວ. ຕາມຕົວເລກສະຖີຕິແລ້ວ, ຍອດໜິ້ສິນເອກະຊົນໃນຂົງເຂດ ອະສັງຫາລິມມະຊັບໄດ້ຂຶ້ນເຖິງ 249% GDP ຊຶ່ງແມ່ນອັດຕາສູງສຸດໃນ ກຸ່ມ Eurozone .
ເປັນທີ່ຈະແຈ້ງແລ້ວວ່າ ຕໍ່ຈາກການພັງທະລາຍຂອງລັດຖະບານຫຼາຍປະເທດທີ່ມີພຶ້ື້ນຖານເສດຖະກິດອອ່ນດ້ອຍຄື ປອກຕຸຍການ, ອຽກລັງ, ອີຕາລີ, ເກັຼກ ແລະ ແອດສະປາຍ ນັ້ນ, ວິກິດການທີ່ພວມເກີດຂຶ້ນຢູ່ ໂຮນລັງຈະເພີ່ມຄວາມເປັນຫ່ວງກັງວົນໃຫ້ແກ່ບັນດາການນຳ Eurozone. ຕາມການປະກາດຢ່າງເປັນທາງການຂອງ EU ເມື່ອວັນທີ 24/4, ໜິ້ສິນຂອງ 17 ປະເທດທີ່ຂຶ້ນກັບກຸ່ມ Eurozone ໄດ້ຂຶ້ນເຖິງລະດັບ 87,2% GDP . ນີ້ແມ່ນລະດັບສູງສຸດນັບແຕ່ເລີ່ມນຳໃຊ້ສະກູນເງິນເອີໂຣ ເມື່ອປີ 1999. ປະຈຸບັນນອກຈາກບ້ວງໜິ້ສິນເພື່ອໜູນຊ່ວຍການຂາດດູນງົບປະມານແລ້ວ, ຫຼາຍປະເທດໃນ ກຸ່ມ Eurozone ຍັງຕ້ອງແບກຫາບທັງບ້ວງເງິນກູ້ຊ່ວຍລວມມຸນຄ່າ 386 ຕື້ ເອີໂຣ ຈາກ ປອກຕຸຍການ, ອຽກລັງ, ເກັຼກ. ນັ້ນແມ່ນຍັງບໍ່ທັນຄິດໄລ່ເຖິງໄພອັນຕະລາຍທີ່ປະກົດຂຶ້ນຈາກ 2 ພື້ນຖານເສດຖະກິດໃຫຍ່ອັນດັບ 3 ແລະ 4 ຂອງເອີລົບ ຄື ອີຕາລີ ແລະ ແອດສະປາຍ.
ປະຈຸບັນ, ພ້ອມກັບແນວໂນ້ມປ່ຽນແປງດ້ານການເມືອງຢູ່ຝະລັ່ງ ພາຍຫຼັງການເລືອກຕັ້ງປະທານາບໍດີຝະລັ່ງຮອບທີ່ 1, ເລື່ອງ ທ່ານນາຍົກລັດຖະມົນຕີ ໂຮນລັງ Marka Rutte ຍື່ນໜັງສືຂໍລາອອກຈາກຕ່ຳແໜ່ງຢ່າງເປັນທາງການນັ້ນ, ອາດຈະເຮັດໃຫ້ການແກ້ໄຂວິກິດການໜິ້ສິນຂອງລັດໃນພາກພື້ນເພີ່ມຄວາມສັບສົນຂື້ນຕື່ມ. ຫຼັກຖານຢັ້ງຢືນ ແມ່ນເມື່ອສິ້ນສຸດການແລກປ່ຽນເມື່ອວັນທີ 24/4 ຢູ່ຕະຫຼາດອາຊີ, ອັດຕາແລກປ່ຽນຂອງເງິນເອີໂຣສືບຕໍ່ຫຼຸດລົງເມື່ອທຽບໃສ່ສະກູນເງິນອື່ນໆ. ນີ້ແມ່ນບັນດາສັນຍານກ່າວເຕືອນກ່ຽວກັບໄພອັນຕະລາຍທີ່ ກຸ່ມ 17 ປະເທດ Eurozone ອາດຈະຕ້ອງປະເຊີນໜ້າກັບການຊຸດໂຊມທີ່ຮ້າຍແຮງກ່ວາການຄາດຄະເນໄວ້ລ່ວງໜ້າ.