ຄຳສາບານຕົວ ແລະ ຄວາມຕັດສິນໃຈກະທຳ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ພວມ​ດຳ​ເນີນ​ການ​ປະ​ຊຸມ​ໃນ​ມື້​ສຸດ​ທ້າຍ​ກ່ອນ​ທີ່​ຈະ​ສິ້ນ​ສຸດ​ອາ​ຍຸ​ການ 5 ປີ​ໃນ​ວັນ​ທີ 12/4. ມາ​ຮອດ​ຈຸດ​ເວ​ລານີ້, ອາດ​ຈະ​ເວົ້າ​ໄດ້​ວ່າ ສະ​ພາ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ດ້ວຍ​ການ​ແຕ່ງ​ຕັ້ງ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ທີ່ຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ. ຜູ້​ຄົນ​ທັງຫຼາຍ​ມີ​ຄວາມ​ຫວັງ​ຕໍ່ຄະ​ນະ​ນຳ​ຊຸດ​ໃໝ່ ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ​ຈະ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ໃໝ່ ເພື່ອ​ພ້ອມ​ກັບ​ທົ່ວ​ປວງ​ຊົນ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ​ຂອງ​ປະ​ເທດ​ຊາດ.

ຄຳສາບານຕົວ ແລະ ຄວາມຕັດສິນໃຈກະທຳ - ảnh 1
ທ່ານ​ເຈີນ​ດ້າຍກວາງ​ກ່າວ​ຕຳ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ຫວຽດ​ນາມ

    ໃນ​ເວ​ລາ​ປະ​ມານ 10 ວັນ​ທີ່​ສະ​ຫງວນ​ໃຫ້​ແກ່​ວຽກ​ງານ​ບຸກ​ຄະ​ລາ​ກອນ, ຊຶ່ງກວມ​ເອົາ​ເກືອບ​ເຄິ່ງ​ໜຶ່ງໄລ​ຍະ​ເວ​ລາ​ດຳ​ເນີນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ບັນ​ດາ​ຕຳ​ແໜ່ງ​ທີ່ຫຼັກ​ແຫຼ່ງ, ໃນ​ນັ້ນ​ມີ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ກຳ​ມະ​ການ​ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ; ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ 3 ຕຳ​ແໜ່ງ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີພ້ອມ​ກັບ 18 ຕຳ​ແໜ່ງ ລັດ​ຖະ​ມົນ​ຕີ​ເພື່ອ​ບູ​ລະ​ນະ​ຄະ​ນະ​ລັດ​ຖະ​ບານ.

    ຄຳ​ສາ​ບານ​ຕົວ

    ຂີດ​ໝາຍ​ທີ່​ເປັນ​ໜ້າ​ຈົດ​ຈຳໃນ ວຽກ​ງານ​ບຸກ​ຄະ​ລາ​ກອນໃນ​ຊຸມມື້​ທີ່​ຜ່ານ​ມາ ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ບັນ​ດາ​ຜູ້​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າດຳ​ລົງ​ບັນ​ດາຕຳ​ແໜ່ງເປັນ​ຫົວ​ໜ້າ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ, ບໍ​ລິ​ຫານ ແລະ ຕຸ​ລາ​ການໄດ້ກ່າວຄຳ​ສາ​ບານ​ຕົວ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ນັ້ນ​ແມ່ນຄຳ​ສາ​ບານ​ຕົວທີ່​ສັກ​ກະຫຼະ​ບູ​ຊາ​ໂດຍ​ຢືນ​ຢັນ​ຄວາມ​ຮັບ​ຜິດ​ຊອບ ແລະ ພັນ​ທະ​ຂອງ​ບັນ​ດາ​ຜູ້​ໄດ້​ຮັບ​ມອບ​ໝາຍ​ຈາກ​ປະ​ຊາ​ຊົນ​ເພື່ອ​ປະ​ຕິ​ບັດ​ສິດ​ຄຸ້ມ​ຄອງ, ບໍ​ລິ​ຫານ​ປະ​ເທ​ດ​ຊາດ, ໃຫ້​ຄຳ​ໝັ້ນໝາຍ​ຈົ່ງ​ຮັກ​ພັກ​ດີ​ກັບ​ລັດ​ຖະ​ທຳ​ມະ​ນູນ, ກັບ​ປະ​ຊາ​ຊົນ ແລະ ​ປະ​ເທດ​ຊາດຢ່າງ​ເດັດ​ຂາດ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ໃນ​ລະ​ດັບ​ສູງ​ສຸດ. ພິ​ທີ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ ດ້ວຍ​ຄຳ​ສາ​ບານ​ຕົວ​ຂອງ ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ການມອບ​ໝາຍ​ໜ້າ​ທີ່​ຂອງ​ຕົນພ້ອມ​ທັງ​ຮັບ​ປະ​ກັນ​ວ​່າ ສິດ​ອຳ​ນາດ​ແຫ່ງ​ລັດ​ແມ່ນ​ຕ້ອງ​ຖືກ​ນຳ​ໃຊ້​ຢ່າງ​ຖືກ​ຕ້ອງ​ເພື່ອ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ.ບັນ​ດາຄຳ​ສາ​ບານ​ຕົວບໍ່​ພຽງ​ແຕ່​ແມ່ນ​ການ​ທຳ​ພິ​ທີ​ເທົ່າ​ນັ້ນ, ຫາ​ກ​ ຍັງ​ແມ່ນຄຳ​ໝັ້ນ​ໝາຍ​ກ່ຽວກ​ັບ​ຄວາມ​ຮັບ​​ຜິດ​ຊອບ​ສ່ວນ​ຕົວຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ, ຕໍ່​ໜ້າ​ປະ​ຊາ​ຊົນ,ສ້າງ​ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ປະ​ຊາ​ຊົນ​ເພື່ອ​ປະ​ຕິ​ບັດ​ສິດ​ຕິດ​ຕາມກວດ​ກາ​ຂອງ​ຕົນ​ທີ່​ມີ​ຕໍ່​ບັນ​ດາ​ຜູ້ດຳ​ລົງ​ຕຳ​ແໜ່ງຫຼັກ​ແຫຼ່ງໃນ​ກົງ​ຈັກ​ແຫ່ງ​ລັດ. ທ່ານ ເຈີນ​ຫງອກວິງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ​ຫາຍ​ຟ່ອງ ຖື​ວ່າ : 

    “ ຕາມ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ, ຄວາມ​ໝາຍ​ຂອງຄຳ​ສາ​ບານ​ຕົວແມ່ນ​ສຳ​ຄັນ​ທີ່​ສຸດ. ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ຕຳ​ແໜ່ງນັ້ນ​ແມ່ນ​ສຳ​ຄັນ​ທີ່​ສຸດ ແລະ ບັນ​ດາ​ຜູ້​ໄດ້​ຮັບ​ການມອບ​ໝາຍ​ໜ້າ​ທີ່​ເມື່ອ​ສາ​ບານ​ຕົວແມ່ນ​ຕ້ອງ​ຕັກ​ເຕືອນ​ຕົນ​ເອງ​ປະ​ຕິ​ບັດ​ວຽກ​ງານ​ໃຫ້​ຖືກ​ຕາມ​ຄຳ​ສາ​ບານ​ຕົວ. ນີ້​ແມ່ນ​ແມ່ນ​ວຽກ​ງານ​ທີ່​ມີ​ຄ​ວາມ​ໝາຍ​ທີ່​ສຸດ ”

   ​​ຕັດ​ສິນ​ໃຈ​ກະ​ທຳ

    ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ ພາຍຫຼັງ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ບັນ​ດາ​ຜູ້​ນຳອົງ​ການ​ນິ​ຕິ​ບັນ​ຍັດ, ບໍ​ລິ​ຫານ ແລະ ຕຸ​ລາ​ການ ຕ່າງ​ກໍ​ຊີ້​ແຈ້ງ​ບັນ​ດາ​ໜ້າ​ທີ່​ຊຶ່ງ​ຈະ​ເລັ່ງໃສ່ປະ​ຕິ​ບັດ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່. ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດຫງວຽນ​ທິ​ກິມ​ເງິນ ຊີ້​ແຈ້ງວ່າ ທ່ານ​ນາງ​ຈະ​ພ້ອມກັບ​​ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດປະ​ຕິ​ບັດ​ໜ້າ​ທີ່ຂອງ​ອົງ​ການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ​ຊຶ່ງ​ເປັນອົງ​ການ​ສິດ​ອຳ​ນາດ​ແຫ່ງ​ລັດສູງ​ສຸດຂອງ​ປະ​ທ​ດ ສ.ສ ຫວຽດ​ນາມ​ເປັນ​ຢ່າງ​ດີ. ທ່ານປະ​ທານ​ປະ​ເທດເຈີນ​ດ້າຍກວາງ​ໃຫ້​ຮູ້​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເດັດ​ດ່ຽວ​ຕໍ່​ສູ້​ປົກ​ປັກ​ຮັກ​ສາເອ​ກະ​ລາດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ. ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ, ເປັນ​ເຈົ້າ​ການຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ​ຢືນ​ຢັນ​ວ່າ ຈະ​ມາ​ນະ​ພະ​ຍ​າຍາມກໍ່​ສ້າງລັດ​ຖະ​ບານ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ສຸມ​ໃສ່​ປະ​ຕິ​ຮູບ​ການບ​ໍລິ​ຫານ, ສ້າງ​​ສະ​ພາບແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ; ເສີ​ມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ. ໂດຍ​ຖັດ​ຈາກ​ຄວາມ​ຕັດ​ສິນ​ໃຈ​ກະ​ທຳ​ຂອງ​ບັນ​ດາ​ການ​ນຳຫຼັກ​ແຫຼ່ງ​ຂອງ​ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດນັ້ນ, ມີຫຼາຍຕຳ​ແໜ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນຫຼາຍ​ຈາກນັ້ນ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ວຽກ​ງານ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່ຂອງ​ຕົນ. ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າກຳ​ມາ​ທິການ​ຊົນ​ເຜົ່າ ໂດ້​ວັນ​ຈ້ຽນ ຢືນ​ຢັນ​ວ່າ :

     “ ຂ້າ​ພະ​ເຈົ້າ​ຈະ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ອື່ນ​ໃນ​ລັດ​ຖະ​ບານ ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຂອງມະ​ຕິກອງ​ປະ​ຊຸມ​​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ທີ່​ໄດ້​ວາງ​ອອກ. ໃນ​ນັ້ນ, ຈະ​ສືບ​ຕໍ່​ສ້າງ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສ​ັງ​ຄົມ​ຢູ່​ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ; ລົງ​ທຶນ​ປະ​ຕິ​ບັດ​ໂຄງ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ລົງ​ທຶນ​ໃຫ້​ແກ່​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ກ່ຽວກ​ັບ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ເຂ​ດ​ພູ​ດອຍ”

     ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ-ການ​ຄ້າ ເຈີນ​ຕ້ວນ​ແອງ ໃຫ້​ຮູ້​ວ່າ :

    “ ໃນ​ໄລ​ຍະ​ທີ່​ຍັງ​ເຫຼືອ​ຂອງ​ປີ 2016, ຂ້າ​ພະ​ເຈົ້າ​ຈະ​ພ້ອມ​ກັບ​ຄະ​ນະ​ນຳກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສຸມ​ໃສ່​ຊີ້​ນຳ​ນຳ​ພາ​ເພື່ອ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ການ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ ”

     ປະ​ເທດ​ຊາດ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ດ້ວຍ​ເປົ້າ​ໝາຍ ແລະ ໜ້າ​ທີ່​ໃໝ່. ເລື່ອງ​ຖັນ​ແຖວ​ພະ​ນັກ​ງານ​ການ​ນຳ​ຮັບ​ຮູ້​ແຈ້ງ​ກ່ຽວ​ກັບ​ໜ້າ​ທີ່ກໍ​ຄື​ຄວາມ​ຕັດ​ສິນ​ໃຈ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ແມ່ນ​ປະ​ຖົມ​ປັດ​ໄຈ​ທີ່​ສຳ​ຄັນ​ເພື່ອ​ຊ່ວຍ​ຫວຽດ​ນາມ​ປະ​ສົບ​ຜົນສຳ​ເລັດຫຼາຍ​ຢ່າງ​ບົນ​ເສັ້ນ​ທາງ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ