ຈີນ-ອິນເດຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ຝ່າຍ

ວັນ​ທີ 14/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ນເດຍ Narenda Modi ໄດ້​ໄປ​ຮອດ​ປັກ​ກິງ​,ປະ​ເທດ​ຈີນ ຊຶ່ງ​ແມ່ນປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ເຫດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ, ເປັນຂີດ​ໝາຍ 1 ປີ​ແຫ່ງ​ການ​ກຳ​ອຳ​ນາດ​ຂອງ​ທ່ານ Narenda Modi, ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ເໜືອກວ່າ​ດ້ານ​ເສດ​ຖະ​ກິດ, ສິ່ງ​ທີ່ 2 ຝ່າຍພວມ​ລໍ​ຄ່ອຍ ນັ້ນ​ແມ່ນ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ນຳ​ມາ​ເຊິ່ງ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງທີ່​ໃຫຍ່ກວ່າ​ລະ​ຫວ່າງ 2 ປະ​ເທດ​ໃນ​ພາກ​ພື້ນ​ຊຶ​່ງ​ເຄີຍ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ແກ່​ຍາວ​ເປັນ​ເວ​ລາຫຼາຍ​ສິບ​ປີ​ຜ່ານ​ມາ.

ຈີນ-ອິນເດຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ຝ່າຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ນເດຍ Narenda Modi ໄດ້​ໄປ​ຮອດ​ປັກ​ກິງ​,ປະ​ເທດ​ຈີນ ຊຶ່ງ​ແມ່ນປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ

    ອາດ​ຈະ​ເຫັນ​ວ່າ ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົວ​ແປງ​ການ​ພົວ​ພັນ ນິ​ເດ​ລີ-ປັກ​ກິງ ໄດ້​ຖືກ​ສະ​ແດງ​ອອກ​ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທີ 4 ໃນ​ 12 ປີ​ທີ່​ຜ່ານ​ມາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ນເດຍ, ໃນ​ຂະ​ນະ​ນັ້ນ, ນິ​ເດ​ລີ ກໍ​ໄດ້​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ 6 ຄັ້ງ​ຂອງ​ບັນ​ດາ​ການ​ນຳ​ຈີນ. ເປັນ​ໜ້າ​ສົນ​ໃຈ ແມ່ນ​ເລື່ອງ​ຈີນ​ໄດ້​ເລືອກ​ເອົາ ຊີ​ອານໃນ​ແຂວງ ໃສ​ຊີ ຊຶ່ງ​ແມ່ນ​ບ້ານ​ເກີດ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີນຜີງ ເປັນ​ບ່ອນ​ພົບ​ປະ​ເຈ​ລະ​ຈາ ຊຶ່ງ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ປັກ​ກິງ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ ການ​ພົບ​ປະ​ນີ້ ແລະ ຢາກ​ປະ​ລະ​ຄວາມບາດ​ໝາງ​ກັບ​ອິນ​ເດຍ​ໃນ​ອະ​ດີດ​ຕະ​ການ.

    ໃນ​ການ​ຢ້ຽມຢ​າມຄັ້ງ​ນີ້, ທ່ານ Narenda Modi ມີ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ກັບ​ບັນ​ດາ​ການ​ນຳ​ຈີນ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ເສດ​ຖະ​ກິດ​ຢູ່​ນະ​ຄອນ​ຊຽງ​ໄຮ, ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ກຸ່ມ​ເສດ​ຖະ​ກິດ​ແຖວ​ໜ້າ​ຂອງ​ຈີນ. ບັນ​ດາ​ຂໍ້​ຕົກ​ລົງ​ກັນ​ລວມ​ມູນ​ຄ່າ 20 ຕື້ USD ຄາດ​ວ່າ​ຈະ​ຖືກ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້.

    ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ຄົງ​ຕົວ​ໃນ​ອະ​ດີດ​ຕະ​ການ

   ໃນ 2-3 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ອິນ​ເດຍ-ຈີນ​ໄດ້​ຖືກ​ແຕກ​ແຫງຫຼາຍ​ເທື່ອ​ຍ້ອນ​ການ​ຂັດ​ແຍ້ງ​ດ້ານ​ຊາຍ​ແດນ. ໃນ​ອະ​ດີດ​ຕະ​ການ, ຈີນ ແລະ ອິນ​ເດຍໄດ້​ດຳ​ເນີນ​ສົງ​ຄາມ​ຢູ່​ເຂດ​ຊາຍ​ແດນ 3 ຄັ້ງ ແລະ ມາ​ຮອດ​ປະ​ຈຸ​ບັນ, 2 ຝ່າຍ​ຍັງ​ບໍ່​ທັນ​ບັນ​ລຸ​ມາດ​ຕະ​ການ​ດ້ານ​ການ​ເມືອງເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງນີ້. ຈີນ​ໄດ້​ເຄີຍ​ຖະ​ແຫຼງວ່າ ນິວ​ເດ​ລີ​ພວມ​ມີ​ການ​ຂັດ​ແຍ້ງ​​ກັບ​ຈີນກ່ຽວ​ກັບ​ເນືຶ້ອ​ທີ່​ດິ​ນ 90.000 ຕາ​ລາງ​ກິ​ໂລ​ແມັດໃນ​ບໍ​ລິ​ເວນ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ສາຍ​ພູ ຮີ​ມາ​ໄລ. ສ່ວນ​ອິນ​ເດຍ ພັດ​ເວົ້າວ່າ ຈີນ​ໄດ້​ຢຶດ​ຄອງ​ເຂດ​ດິນ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ເຂດ​ພູ​ພຽງ Aksai Chin ລວມ​ເນື້ອ​ທີ່ 38.000 ຕາ​ລາງ​ກິ​ໂລ​ແມັດ . ໃນ​ເດືອນ​ 9/2014, ຂະ​ນະ​ທີ່ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີນຜີງ ພວມ​ທຳ​ການ​ຢ້ຽມ​ຢາມ​ອິນ​ເດຍ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຂັ້ນ​ສຸດຍອດ​ຄັ້ງ​ທຳ​ອິດ​ກັບ​ທ່ານ Narenda Modi ນັ້ນ, ກອງ​ທັບ 2 ຝ່າຍ​ໄດ້​ປະ​ທະ​ກັນ​ຢູ່​ເຂດ Ladakh ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ສາຍ​ພູ ຮີ​ມາ​ໄລ. ນັບ​ແຕ່ນັ້ນ​ເ​ປັນ​ຕົ້ນ​ມາ, ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ນີ້ ຍັງ​ບໍ່​ທັນ​ມີ​ວັນ​ສິ້ນ​ສຸດ, ການ​ປະ​ທະ​ກັນ​ໄດ້​ເກີດຂຶ້ນ​ໃໝ່​ບາງ​ຄັ້ງ​ບາງ​ຄາວ.

    ຈຸດ​ອ່ອນ​ໃນ​ການ​ຮ່ວມ​ມື 2 ຝ່າຍ

  ຄວາມບໍ່​ລົງ​ລອຍ​ກັນແມ່ນ​ສິ່ງ​ທີ່​ເຄີຍ​ເກີດ​ຂຶ້ນ, ແຕ່ 2 ປະ​ເທດ​ກໍ​ຍັງ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ​ກ່ຽວ​ກັບ​ເສດ​ຖະ​ກິດ. ແຕ່​ປີ 2000 ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ດ້ານ​ການ​ຄ້າ 2 ຝ່າຍ ຈີນ ແລະ ອິນ​ເດຍ​ໄດ້​ພັດ​ທະ​ນາ​ດ້ວຍ​ອັດ​ຕາ​ສະ​ເລ່ຍ​ແຕ່​ລະ​ປີ​ແມ່ນ 29%, ໄວ​ກວ່າ​ເມື່ອ​ທຽບ​ໃສ່​ລະ​ດັບ​ເຕີບ​ໂຕ​ດ້ານ​ການ​ຄ້າ​ຂອງ​ແຕ່​ລະ​ປະ​ເທດ​ກັບ​ທຸກ​ພາກ​ພື້ນ​ອື່ນ​ໃນ​ໂລກ. ສັງ​ເກດຜ່ານຫຼາຍແງ່​ມຸມ ໄດ້​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື ຈີນ ແລະ ອິນ​ເດຍ​ແມ່ນ​ສິ່ງ​ທີ່​ຕ້ອງ​ເປັນ​ໄປ ເພາະ 2 ປະ​ເທດ​ລ້ວນ​ແຕ່​ມີ​ຈຳ​ນວນ​ປະ​ຊາ​ກອນ​ເກືອບ 1/3 ຈຳນວນ​ປະ​ຊາ​ກອນ​ຂອງ​ໂລກ ແລະ 2 ປະ​ເທດ​ລ້ວນ​ແຕ່​ແມ່ນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ໂລກ. ໃນ​ຕົວ​ຈິງ, ຍາມ​ໃດ​ຈີນ​ກໍ​ຕ້ອງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ອິນ​ເດຍ ແລະ ກົງ​ກັນ​ຂ້າມ. ແຕ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດລະ​ຫວ່າງຈີນ ແລະ ອິນ​ເດຍ​ມາ​ຮອດ​ປະ​ຈຸ​ບັນ, ພຽງ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ໃນ​ບັນ​ດາ​ເວ​ທີ່​ປາ​ໄສຫຼາຍ​ຝ່າຍ​ເທ່ົ່ານັ້ນ. ເຖິງວ່າ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຢູ່​ອາ​ຊີ​ກໍ​ຕາມ, ແຕ່​ອິນ​ເດຍບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່ 10 ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ຂອງ​ຈີນ. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ  ດ້ວຍ​ຂອບ​ຂະ​ໜາດ​ຂອງ 2 ພື້ນ​ຖານ​ເສດ​ຖະ​ກິດນີ້, ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງຈີນ ແລະ ອິນ​ເດຍໃນ​ປະ​ຈຸ​ບັນ​ ຍັງຕ່ຳຫຼາຍ​ເມື່ອ​ທຽບ​ໃສ່​ຄວາມ​ສາ​ມາດ​ບົ່ມຊ້ອນ​ຕົວ​ຈິງ.

    ທັງ​ຮ່ວມ​ມື​ທັງ​ແກ່ງ​ແຍ້ງ

  ມີ​ສິ່ງ​ໜຶ່ງ​ທີ່​ສາ​ມາດ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ​ວ່າ ໃນ​ຊຸມ​ປີມໍ່​ໆ​ມານີ້, ເຖິງວ່າ​ມີ​ການ​ລະ​ແວງ​ສົງ​ໄສ​ຕໍ່​ກັນ​ກ່ຽວ​ກັບ​ຍຸດ​ທະ​ສາດ ແລະ ຖື​ຄູ່​ແຂ່ງ​ແມ່ນ​ໄພ​ນາບ​ຂູ່​ກໍ​ຕາມ, ແຕ່​ທັງ ຈີນ ແລະ ອິນ​ເດຍ​ຕ່າງ​ກໍ​ປະ​ສົບ​ຜົນ​ສ​ຳ​ເລັດ​ໃນ​ການ​ວາງ​ການ​ແກ່ງ​ແຍ້ງ​ຍຸດ​ທະ​ສາດ​ໃນ​ຂອບ​ເຂດ​ຄວບ​ຄຸມ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເປີດ​ກ້​ວາງ​ຂົງ​ເຂດ​ທີ່​ສາ​ມາດ​ຮ່ວມ​ມື​ນຳ​ກັນ. ຈີນ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ແລະ ພື້ນ​ຖານ​ໂຄງ​ລ່າງ ໃນ​ຂະ​ນະ​ທີ່​ອິນ​ເດຍ​ບໍ່ມີ​ທ່າ​ໄດ້​ປຽບຫຼາຍ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ ແຕ່​ພັດ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ບໍ​ລິ​ການ ແລະ ເຕັກ​ໂນ​ໂລ​ຢີ​ຂໍ​້​ມູນ​ຂ່າວ​ສານ. ເພາະ​ສະ​ນັ້ນ, 2 ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງ​ການ​ຍາດ​ແຍ່ງ​ທ່າ​ດີ​ຂອງ​ກັນ ແລະ ບໍ່​ປະ​ໃຫ້​ຄວາມບໍ່​ລົງລອຍກັນ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ຮ່ວມ​ມື.

     ການ​ຢ້ຽມ​ຢາມ​ຈີນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ນເດຍ Narenda Modi ຄັ້ງ​ນີ້, ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງກັບ​ຈີນ. ເພື່ອ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ກາຍ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກນັ້ນ, ປັກ​ກິງບໍ່​ອາດບໍ່​ຕ້ອງ​ການມີການ​ໜູນຫຼັງ​ຂອງ​ນິວ​ເດ​ລີ ແລະ ກົງ​ກັນ​ຂ້າມ. ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ພູມ​ສາດ, ການ​ເມືອງ, ບັ​ນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ເສດ​ຖະ​ກິດ​ພວມ​ເຮັດ​ໃຫ້ ຈີນ ແລະ ອິນ​ເດຍ​ຕ້ອງ​ຮ່ວມ​ມື​ນຳ​ກັນ, ຊ່ວຍຫຼຸດ​ຜ່ອນ​ບັນ​ດາ​ຄວາມ​ສົງ​ໄສ, ເຮັດ​ໃຫ້​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ປະ​ຫວັດ​ສາດ ແລະ ການ​ແກ່ງ​ແຍ້ງ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ