ພຸດທະສາສະນິກກະຊົນ ແລະ ພະສົງສາມະເນັນຂອງຫວຽດນາມ ຫາກໍ່ມີງານບຸນວິສາຂະບູຊາດ້ວຍການດຳເນີນຊີວິດທາງສາສະໜາຢ່າງສົມກຽດ ແລະ ສະຫງົບສຸກ. ປະຊາຊົນ ແລະ ບັນດາພະສົງສາມະເນັນ, ພຸດທະສາສະນິກກະຊົນເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມການເຄື່ອນໄຫວທາງສາສະໜາຕ່າງໆ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເສລີໃນການເຫຼື້ອມໃສສາສະໜາຢູ່ຫວຽດນາມ ຢ່າງຈະແຈ້ງ.
ຕ້ອນຮັບວັນບຸນວິສາຂະບູຊາ
(ພາບ:hue.vnn.vn)
ໃນວັນບຸນວິສາຂະບູຊາ ພສ 2557, ຢູ່ວັດວາອາຮານແຫ່ງຕ່າງໆຈາກຮ່າໂນ້ຍ, ຕະຫຼອດຮອດເຫ້ວ, ນະຄອນໂຮ່ຈິມິນ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ ລ້ວນແຕ່ຖືກປະດັບປະດາຢ່າງສວຍງາມ ດ້ວຍການເຄື່ອນໄຫວທາງສາສະໜາຢ່າງຟົດຟື້ນ. ພຸດທະສາສະນິກກະຊົນນັບລ້ານຄົນຢູ່ພາຍໃນປະເທດ ແລະ ຕ່າງປະເທດໄດ້ຈັດພິທີຖະຫວາຍທູບທຽນ, ສວດມົນ, ຫົດສົງ, ເຂົ້າຮ່ວມວຽກງານກຸສົນ….ພະສົງສາສະເນັນ, ພຸດທະສາສະນິກກະຊົນໄດ້ເຂົ້າຮ່ວມງານບຸນວິສາຂະບູຊາດ້ວຍຄວາມເບີກບານມ່ວນຊື່ນ, ສະຫງົບສຸກ ນັ້ນແມ່ນປະກົດການທີ່ມີຊີວິດຊີວາ ພິສູດໃຫ້ເຫັນການພັດທະນາທຸກດ້ານຂອງສາສະໜາພຸດຫວຽດນາມ ຄືດັ່ງຄຳຢືນຢັນຂອງພະອາຈານມະຫາທິກຢາກວາງ, ຮອງປະທານສະພາບໍລິຫານ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃນງານບຸນວິວາຂະບູຊາຈັດຂຶ້ນຢູ່ຮ່າໂນ້ຍວ່າ:
“ປະຈຸບັນ, ສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສືບທອດມູນເຊື້ອຂອງສາສະໜາຫວຽດນາມ ທີ່ມີມາກ່ອນນີ້ 2000 ປີ ແລະ ໂດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງລັດ ແລະ ປະຊາຊົນ, ດັ່ງນັ້ນຈຶ່ງບັນລຸໄດ້ບັນດາຜົນງານທີ່ໜ້າຊື່ນຊົມໃນການເຄື່ອນໄຫວທຸກດ້ານ, ສ້າງກຳລັງພັດທະນາຢ່າງແຮງດ້ວຍພຸດທະສາສະນິກກະຊົນກ່ວາ 45 ລ້ານຄົນ, ພະສົງສາມະເນັນ 45.000 ອົງ ແລະ ວັດວາອາຮາມເກືອບ 16.000 ແຫ່ງໃນທົ່ວປະເທດ“
ວັນບຸນວິສາຂະບູຊາຢູ່ວັດຕື່ດ່າມ
(ພາບ:giacngo.vn)
ໃນວັນບຸນວິສາຂະບູຊາ ຫລືງານບຸນສຳຄັນຕ່າງໆຂອງປະຊາຊົນຖືສາສະໜາຕ່າງໆຢູ່ຫວຽດນາມ, ອຳນາດການປົກຄອງທ້ອງຖິ່ນຕ່າງໆລ້ວນແຕ່ໄດ້ໄປຢື້ຢາມຖາມຂ່າວບັນດາສາສະນິກກະຊົນ, ຜູ້ມີຍົດຖາບັນດາສັກ ພ້ອມກັນນັ້ນກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ປະຊາຊົນເຫຼື້ອມໃສສາສະໜາຕ່າງໆຈັດຕັ້ງການເຄື່ອນໄຫວເຫຼື້ອມໃສດ້ວຍຄວາມປອດໄພ ແລະ ບັນລຸປະສິດທິຜົນ. ການເຄື່ອນໄຫວເຫຼື້ອມໃສສາສະໜາສາສະນິກກະຊົນໄດ້ຮັບປະກັນໃນໂອກາດງານບຸນສຳຄັນຕ່າງໆ ແລະ ທັງຊີວິດປະຈຳວັນ ນັ້ນແມ່ນຈຸດປະສົງສູງສຸດຊື່ງຫວຽດນາມ ມານະພະຍາຍາມປະຕິບັດໃນຫຼາຍປີຜ່ານມາ.
ການເຫຼື້ອມໃສສາສະໜາຂອງປະຊາຊົນເຊື່ອຖືສາສະໜາຕ່າງໆໄດ້ຮັບປະກັນນັ້ນ ໄດ້ສະແດງໃຫ້ເຫັນນະໂຍບາຍເຄົາລົບຄວາມເສລີໃນການເຫຼື້ອມໃສສາສະໜາຢ່າງຈະແຈ້ງທີ່ສຸດ. ພ້ອມກັບລັດຖະທຳມະນູນ, ສະພາແຫ່ງຊາດ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບັນດາລັດຖະບັນຍັດ, ມະຕິຕົກລົງ, ພິເສດແມ່ນລັດຖະບັນຍັດເຫຼື້ອມໃສ, ສາສະໜາເພື່ອຮັບປະກັນໃຫ້ພົນລະເມືອງປະຕິບັດສິດເສລີພາບໃນການເຫຼື້ອມໃສສາສະໜາຕາມກອບກົດໝາຍ ແລະ ຍ້ອນເຫດນັ້ນ, ບັນດາສາສະໜາໃຫ່ຍຢູ່ຫວຽດນາມ ເກືອບທັງໝົດລ້ວນແຕ່ໄດ້ ແລະ ພວມພັດທະນານັບມື້ໆນັບຫຼາຍ. ໄລ່ຮອດທ້າຍປີ 2012, ຫວຽດນາມ ມີ 13 ສາສະໜາ, 36 ອົງການຈັດຕັ້ງສາສະໜາດ້ວຍສາສະນີກກະຊົນ 24 ລ້ານຄົນ, ຜູ້ມີຍົດຖາບັນດາສັກ 83.000 ອົງ, 46 ຮາກຖານບຳລຸງສ້າງຜູ້ມີຍົດຖາບັນດາສັກ ສາສະໜາ, ມີວັດວາອາຮານ, ໂບດກ່ວາ 25.000 ແຫ່ງ…ພ້ອມກັບການເປີດກ້ວາງບັນດາຮາກຖານບູຊາ, ບັນດາອົງການ ຈັດຕັ້ງສາສະໜາຢູ່ຫວຽດນາມ ລ້ວນແຕ່ສ້າງທິດທາງການເຄື່ອນໄຫວຕິດພັນກັບການພັດທະນາຂອງຊາດ, ຄືດັ່ງຄຳຢືນຢັນຂອງທ່ານບຸ່ຍແທງຮ່າ, ຮອງຫົວໜ້າຄະນະສາສະໜາລັດຖະບານ ທີ່ກອງປະຊຸມໃຫ່ຍຄັ້ງທີ 2, ສະມາຄົມໃຫ່ຍສາສະໜາບາຕິດ ຈັດຂຶ້ນເມື່ອທ້າຍປີ 2012 ວ່າ:
“ລັດຫວຽດນາມ ໄດ້ປະຕິບັດນະໂຍບາຍເຄົາລົບນັບຖື ແລະ ຮັບປະກັນຄວາມເສລີໃນການເຄື່ອນໄຫວທາງສາສະໜາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ. ສາສະໜາຕ່າງໆລ້ວນແຕ່ມີຄວາມສະເໝີພາບທາງດ້ານກົດໝາຍ. ການປະກາດໃຊ້ ແລະ ປະຕິບັດບັນດານະໂຍບາຍກົດໝາຍກ່ຽວກັບຄວາມເສລີທາງສາສະໜາ, ການເຫຼື້ອມໃສສາສະໜາໄດ້ຕອບສະໜອງຕາມຄວາມມຸ້ງຫວັງອັນຊອບທຳຂອງປະຊາຊົນເຊື່ອຖືສາສະໜາຕ່າງ“
ຕົວຈິງກ່ຽວກັບຄວາມເສລີໃນການເຫຼື້ອມໃສສາສະໜາຢູ່ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ ໃນໂອກາດທີ່ຫວຽດນາມ ເປັນເຈົ້າພາບຈັດບັນດາເຫດການສາສະໜາສາກົນຄື: Vesak 2008 ແລະ ໃນຄຳກ່າວປາໄສຂອງບັນດານັກການເມືອງ, ເພື່ອນມິດສາກົນທີ່ເຄີຍມາຫວຽດນາມ, ໃນນັ້ນມີທ່ານອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Michael Michalack. ຫວ່າງແລ້ວນີ້, ເມື່ອເຕື້ອງເຖິງອັນທີ່ເອີ້ນວ່າ, “ບົດລາຍງານກ່ຽວກັບສິດເສລີພາບທາງສາສະໜາປີ 2013“, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ກໍໄດ້ຢືນຢັນວ່າ: ຫວຽດນາມ ມີຄວາມກ້າວໜ້າບໍ່ແມ່ນໜ້ອຍໃນຂົງເຂດສາສະໜາ.
ການສ່ອງແສງບາງຢ່າງກ່ຽວກັບວັນບຸນວິສາຂະບູຊາ ພສ 2557 ໄດ້ສະແດງໃຫ້ເຫັນຮູບພາບທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງບັນດາສາສະໜາຢູ່ຫວຽດນາມ, ກໍ່ຄືເຫັນໄດ້ວ່າ: ສິດເສລີພາບໃນການເຫຼື້ອມໃສ, ສາສະໜາຢູ່ຫວຽດນາມ ແມ່ນຄວາມຈິງຢ່າງຈະແຈ້ງຊື່ງໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ ແລະ ບໍ່ສາມາດເສກສັນປັ້ນແຕ່ງໄດ້./.