ທ່ານນາຍົກລັດຖະມົນຕີ Nguyen Tan Dung ພົບປະກັບ
ນັກທຸລະກິດ ສເກົາຫລີ
ພາບ:ktdt.com.vn
|
(vovworld) - ການຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພນິວເຄຼຍຄັ້ງທີ 2 ຢູ່ ສເກົາຫລີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ດຳເນີນໄປແຕ່ວັນທີ 26 - 29/3. ດ້ວຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນຫລາຍຂົງເຂດ, ການຢ້ຽມຢາມເພື່ອແນໃສ່ຢັ້ງຢືນທັດສະນະຂອງ ຫວຽດນາມ ແມ່ນສືບຕໍ່ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສເກົາຫລີ.
ພ້ອມກັບຜູ້ນຳ, ປະມຸກລັດ 57 ທ່ານທີ່ມາຈາກຫລາຍປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນຫນຶ່ງທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພນິວເຄຼຍຄັ້ງທີ 2, ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ສົ່ງສານຂັນແຂງຂອງ ຫວຽດນາມ ເຖິງປະຊາຄົມໂລກ, ນັ້ນແມ່ນ ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມຊຸກຍູ້ບັນດາມາດຕະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພນິວເຄຼຍ ພ້ອມກັບບັນດາປະຊາຊາດໃນໂລກເທົ່ານັ້ນ ຫາກຍັງຢືນຢັນທັດສະນະໃນການແກ້ໄຂບັນຫາຊຶ່ງທົ່ວໂລກພວມປະເຊີນຫນ້າອີກດ້ວຍ. ໃນບັນດາ ບົດປາໄສທີ່ກອງປະຊຸມກໍຄືທີ່ການພົບປະຢູ່ນອກກອງປະຊຸມ, ທ່ານນາຍົກ
ລັດຖະມົນຕີ Nguyen Tan Dung ລ້ວນແຕ່ເນັ້ນຫນັກເຖິງການຫລຸດຜ່ອນກຳລັງທະຫານ, ອາວຸດ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແມ່ນບັນດາປັດໄຈສຳຄັນທີ່ສຸດເພື່ອບັນເທົາຄວາມສ່ຽງທີ່ມີຕໍ່ຄວາມໝັ້ນຄົງ ແລະ ຄວາມປອດໄພນິວເຄຼຍ. ແຕ່ລະປະເທດ ລ້ວນແຕ່ມີສິດອັນຊອບທຳໃນການນຳໃຊ້ພະລັງງານ ແລະ ເຕັກໂນໂລຊີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ຫວຽດນາມ ຕັດສິນໃຈພັດທະນາໂຄງການນິວເຄຼຍ ເພື່ອຕອບສະຫນອງຄວາມຕ້ອງການຄວາມປອດໄພພະລັງງານແຫ່ງຊາດ ແລະ ພວມສ້າງບັນດາລະບຽບການທີ່ຈຳເປັນໃຫ້ສົມບູນແບບເພື່ອເຂົ້າຮ່ວມສົນທິສັນຍາປົກປັກຮັກສາອຸປະກອນນິວເຄຼຍ. ຫວຽດນາມ ກໍສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາປະເທດເພື່ອປະຕິບັດຈຸດໝາຍພັດທະນາເຕັກໂນໂລຊີນິວເຄຼຍເພື່ອຈຸດປະສົງສັນຕິພາບ. ກ່ຽວກັບບັນຫານີ້ ທ່ານ Nguyen Quan, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ:
“ພວກເຮົາກໍເຫັນດີບົນຫລັກການ ຈະພ້ອມກັບ ສເກົາຫລີ ຄົ້ນຄ້ວາໂຄງການທົດລອງການກຳນົດແຫລ່ງກຳມັນຕະພາບລັງສີຜ່ານດາວທຽມ ແລະ ຖ້າຫາກໂຄງການນີ້ໄດ້ຮັບການປະຕິບັດ ພວກເຮົາກໍມີການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການຄວບຄຸມບັນດາແຫລ່ງກຳມັນຕະພາບລັງສີຢູ່ໃນຜືນແຜ່ນດິນຂອງຫວຽດນາມ ກໍຄື ແຫລ່ງກຳມັນຕະພາບລັງສີຈາກຕ່າງປະເທດ ເຂົ້າຫວຽດນາມ.”
ໃນເວລາ 2 ວັນທີ່ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການພົບປະສອງຝ່າຍຄັ້ງຕ່າງໆ, ພິເສດແມ່ນບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ. ຈຸດລວມແມ່ນ ບັນດາຜູ້ນຳປະເທດເຫຼົ່ານັ້ນ ລ້ວນແຕ່ຕີລາຄາສູງບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບສູງຂຶ້ນຢູ່ໃນເວທີສາກົນ, ຢືນຢັນຄວາມຕັດສິນໃຈດ້ານການເມືອງຢ່າງແຂງແຮງພ້ອມກັບຫລາຍມາດຕະການລະອຽດ ເພື່ອຫັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.
ພາຍຫລັງກອງປະຊຸມສຸດຍອດຄວາມປອດໄພນິວເຄຼຍຄັ້ງທີ 2 ສິ້ນສຸດລົງ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ດຳເນີນການຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການ. ການຢ້ຽມຢາມແມ່ນການເຄື່ອນໄຫວການເມືອງສຳຄັນ ເປີດສາກໃຫ້ແກ່ “ປີແຫ່ງມິດຕະພາບຫວຽດນາມ ສເກົາຫລີ 2012” ເນື່ອງໃນໂອກາດລະນຶກ 20 ປີ ແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດ. ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ປະທານາທິບໍດີ ສເກົາຫລີ Lee Myung Bak ໄດ້ດຳເນີນການເຈລະຈາ, ປຶກສາຫາລືຫລາຍເນື້ອໃນທີ່ແທດຈິງ, ເຫັນດີເປີດກວ້າງການຮ່ວມມືໃນຫລາຍຂົງເຂດ, ພິເສດ ເປັນເອກະພາບພ້ອມກັນເຄື່ອນໄຫວເພື່ອເຮັດໃຫ້ການຮ່ວມມືເສດຖະກິດ ຫວຽດນາມ ສເກົາຫລີ ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານ Le Luong Minh ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ:
“ສອງຝ່າຍເຫັນດີ ຄວນຜັນຂະຫຍາຍບັນດາມາດຕະການ, ວາງຄາດໝາຍຍົກວົງເງິນການຄ້າລະຫວ່າງສອງປະເທດໃຫ້ຂຶ້ນເຖິງ 20 ຕື້ USD ກ່ອນປີ 2015 ແລະ 30 ຕື້ USD ໃນຊຸມປີຕໍ່ໄປ. ເພື່ອບັນລຸຄາດໝາຍນີ້ໃຫ້ໄດ້, ສອງຝ່າຍໄດ້ເຫັນດີຊຸກຍູ້ການເຈລະຈາສັນຍາການຄ້າເສລີ ລະຫວ່າງສອງປະເທດໂດຍໄວ ແລະ ຝ່າຍ ສເກົາຫລີ ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍບັນດາມາດຕະການສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຫວຽດນາມ ສົ່ງເຂົ້າຕະຫລາດ ສເກົາຫລີ ຢ່າງສະດວກສະບາຍກ່ວາ, ພິເສດແມ່ນບັນດາປະເພດສິນຄ້າ ຊຶ່ງຫວຽດນາມ ມີທ່າແຮງຄື: ຜະລິດຕະພັນກະເສດ.”
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມການ
ໂອ້ລົມສົນທະນາໂຕະມົນຂັ້ນສູງ ຫວຽດນາມ - ສເກົາຫລີ
ພາບ: internet
|
ທີ່ ສເກົາຫລີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບບັນດາວິສາຫະກິດໃຫຍ່ ສເກົາຫລີ ແລະ ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນຂັ້ນສູງ ຫວຽດນາມ - ສເກົາຫລີ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ ຍາມໃດ ຫວຽດນາມ ກໍຖືເປັນສຳຄັນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສເກົາຫລີ ມາລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ. ຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຮັບການຕີລາຄາສູງຈາກບັນດາວິສາຫະກິດ ສເກົາຫລີ. ທ່ານ Hu Soc U, ລັດຖະມົນຕີກະຊວງເສດຖະກິດພູມປັນຍາ ສເກົາຫລີ ໄດ້ເນັ້ນຫນັກວ່າ:
“ດ້ວຍຖານະແມ່ນຄູ່ຮ່ວມມືຍຸດທະສາດ, ສເກົາຫລີ ສາມາດເຂົ້າຮ່ວມ ປະກອບສ່ວນຫັນຈຸດໝາຍເຊິ່ງ ຫວຽດນາມ ພວມມຸ້ງໄປເຖິງໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມໂດຍພື້ນຖານ. ນັບແຕ່ປີນີ້ເປັນຕົ້ນໄປ, ສເກົາຫລີ ຈະຕັ້ງຫນ້າຊຸກຍູ້ການຮ່ວມມືສ້າງສວນເທັກໂນໂລຊີ ແລະ ການຮ່ວມມືໃນຂົງເຂດອຸດສາຫະກຳສຳຮອງ ແລະ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ.”
ຫນຶ່ງໃນບັນດາຄວາມສົນໃຈຕົ້ນຕໍຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໃນການຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການ ນັ້ນແມ່ນສິດຜົນປະໂຫຍດອັນຊອບທຳຂອງຊາວຫວຽດນາມ ກວ່າ 116.000 ຄົນທີ່ພວມດຳລົງຊີວິດຢູ່ ສເກົາຫລີ.
ການຢ້ຽມຢາມ ສເກົາຫລີ ທີ່ໄດ້ດຳເນີນໃນເວລາ 2 ວັນ ແຕ່ບັນດາໝາກຜົນບັນລຸໄດ້ໃນການຢ້ຽມຢາມເປັນຂີດໝາຍໄລຍະ 20 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງຫວຽດນາມ ແລະ ສເກົາຫລີ, ພ້ອມທັງເປີດກາລະໂອກາດໃຫມ່ໃຫ້ແກ່ໄລຍະຕໍ່ໄປ.
ນັກຂ່າວ: Thanh Chung