ໃນຊຸມປີທີ່ຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ສິງກະໂປໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງດ້ວຍໝາກຜົນອັນຈົບງາມໃນທຸກຂົງເຂດ. ການຢ້ຽມຢາມສາທາລະນະລັດສິງກະໂປ ຢ່າງເປັນທາງການຂອງທ່ານ Nguyen Phu Trong ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແຕ່ວັນທີ 12-14/9/2012 ຈະສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ຕໍ່ໄປນີ້ແມ່ນບົດຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ທີ່ພາດຫົວຂໍ້ວ່າ: ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສິງກະໂປ.
ປະເທດສິງກະໂປ
(ພາບ:visco.edu.vn)
ນີ້ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄປຢ້ຽມຢາມສິງກະໂປ ພາຍຫຼັງເວລາເກືອບ 20 ປີນັບແຕ່ການຢ້ຽມຢາມສິງກະໂປ ເປັນຄັ້ງທຳອິດຂອງທ່ານໂດ໋ເມືອຍ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 7 ເມື່ອປີ 1993.
ໃນຊຸມປີຜ່ານມາ, ຫວຽດນາມ ແລະ ສິງກະໂປ ໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ. ເມື່ອເດືອນ 9/2011, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ໄປຢ້ຽມຢາມສິງກະໂປ ແລະທ່ານປະທານາທິບໍດີສິງກະໂປ Tony Tan Keng Yam ໄດ້ມາຢ້ຽມຢາມຫວຽດນາມ ເມື່ອເດືອນ 4/2012. ຫວຽດນາມ ແລະ ສິງກະໂປ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຂອບເຂດການຮ່ວມມືຮອບດ້ານໃນສັດຕະວັດທີ 21 ແຕ່ປີ 2004 ແລະ ສັນຍາແມ່ເຊື່ອມຕໍ່ນັບແຕ່ປີ 2005.
ທ່ານເລຂາທິການໃຫ່ຍ Nguyen Phu Trong ແລະ
ທ່ານປະທານາທິບໍດີສິງກະໂປ Tony Tan Keng Yam
(ພາບ: baodientu.chinhphu.vn)
ນັບແຕ່ປີ 1996 ມາຮອດປະຈຸບັນ, ຍາມໃດ, ສິງກະໂປ ກໍ່ແມ່ນໜື່ງໃນບັນດາຄູ່ຮ່ວມມືລົງທຶນ ແລະ ການຄ້າໃຫ່ຍອັນດັບ 1 ຂອງຫວຽດນາມ. ໄລ່ຮອດເດືອນ 4/2012, ສິງກະໂປ ໄດ້ລົງທຶນເຂົ້າຫວຽດນາມ ກ່ວາ 1000 ໂຄງການ ດ້ວຍຈຳນວນທຶນຈົດທະບຽນທີ່ມີມູນຄ່າເກືອບ 23 ຕື້ໂດລາສະຫະລັດ. ຫວຽດນາມ ກໍ່ໄດ້ລົງທຶນເຂົ້າສິງກະໂປ 41 ໂຄງການດ້ວຍມຸນຄ່າກ່ວາ 614 ລ້ານໂດລາສະຫະລັດ. ຫຼາຍໂຄງການລົງທຶນຂອງສິງກະໂປ ເຂົ້າຫວຽດນາມ ບັນລຸໝາກຜົນດີ, ໃນນັ້ນ, ເຂດອຸດສາຫະກຳຫວຽດນາມ -ສິງກະໂປ ຖືກຖືວ່າແມ່ນສັນຍາລັກ, ຊື່ງໄດ້ສະແດງໃຫ້ເຫັນປະສິດທິຜົນແຫ່ງການຮ່ວມມືລົງທຶນຂອງສິງກະໂປ ຢູ່ຫວຽດນາມ ຢ່າງມີຊີວິດຊີວາ. ວົງເງິນການຄ້າສອງສົ້ນຫວຽດນາມ-ສິງກະໂປ ໄດ້ເພີ່ມຂຶ້ນຢ່າງລຽນຕິດ, ໃນປີ 2008 ໄດ້ຂຶ້ນເຖິງ 12 ຕື້ໂດລາສະຫະລັດ.
.
ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ Nguyen Phu Trong
(ພາບ:phunuonline.com.vn)
ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານການປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ສິງກະໂປ ກໍ່ໄດ້ຮັບການເພີ່ມທະວີຂຶ້ນໂດຍຜ່ານບັນດາການຢ້ຽມຢາມຂັ້ນລັດຖະມົນຕີ ແລະ ການນຳຂັ້ນສູງອີກຫຼາຍທ່ານຂອງກະຊວງປ້ອງກັນປະເທດ. ປະຈຸບັນ, ກະຊວງປ້ອງກັນປະເທດພວມປະຕິບັດກົນໄກຮ່ວມມືສອງຝ່າຍຈຳນວນ 1. ການສຶກສາ-ບຳລຸງສ້າງກໍ່ແມ່ນຂົງເຂດຮ່ວມມືທີ່ມີປະສິດທິຜົນ ແລະ ຫຼາຍຮູບຫຼາຍແບບລະຫວ່າງສອງປະເທດ. ໄລ່ຮອດປະຈຸບັນ, ມີນັກສຶກສາຫວຽດນາມ ປະມານ 9000 ຄົນພວມຮ່ຳຮຽນຢູ່ສິງກະໂປ.
ນັບແຕ່ວັນສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນເດືອນ 10/1993 ເນື່ອງໃນໂອກາດການໄປຢ້ຽມຢາມສິງກະໂປ ຂອງທ່ານໂດ໋ເມືອຍ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 7, ພັກກອມມູນິດຫວຽດນາມ ແລະ ພັກເຄື່ອນໄຫວເພື່ອປະຊາຊົນສິງກະໂປ (PAP) ໄດ້ຮັກສາການພົວພັນອັນດີງາມ ແລະ ຜັນຂະຫຍາຍຫຼາຍມາດຕະການຮ່ວມມືຄື: ແລກປ່ຽນຄະນະຜູ້ແທນສອງຝ່າຍ; ແລກປ່ຽນບົດຮຽນໃນການກໍ່ສ້າງພັກ, ບົດຮຽນການນຳພາ, ຄຸ້ມຄອງ, ພັດທະນາປະເທດຊາດ, ບຳລຸງສ້າງພະນັກງານ. ການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງ ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວການຕ່າງປະເທດຢ່າງຄົບຊຸດ, ຮອບດ້ານ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ; ຢັ້ງຢືນນະໂຍບາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງກ່ຽວກັບເພີ່ມທະວີການພົວພັນກັບບັນດາປະເທດໃນພາກພື້ນ; ຢັງຢືນຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະພ້ອມກັບສິງກະໂປ ແລະ ບັນດາປະເທດອາຊຽນ ຕັດສິນໃຈສ້າງປະຊາຄົມອາຊຽນ ແຫ່ງສາມັກຄີ, ສະໜິດຕິດພັນ, ເຂັ້ມແຂງ, ໝັ້ນຄົງ ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ເພີ່ມທະວີການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກເຄື່ອນໄຫວເພື່ອປະຊາຊົນສິງກະໂປ (PAP), ສ້າງພື້ນຖານໝັ້ນຄົງໜັກແໜ້ນໃຫ້ແກ່ການພົວພັນສອງປະເທດສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່. ທີ່ບັນດາການພົບປະເຈລະຈາໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫ່ຍ Nguyen Phu Trong ຈະພ້ອມກັບບັນດາການນຳສິງກະໂປ ແລະ ພັກເຄື່ອນໄຫວເພື່ອປະຊາຊົນສິງກະໂປ ປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ, ຊຸກຍູ້ການຮ່ວມມືຮອບດ້ານ ມຸ້ງໄປເຖິງການພັດທະນາ ແລະ ລົງນາມຂອບເຂດການຮ່ວມມືໃໝ່ໃນປີ 2013 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 40 ປີ ພ້ອມທັງວາງອອກບັນດາການກຳນົດທິດໃຫ່ຍໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະທີ່ຈະມາເຖິງ. ດ້ວຍຈຸດປະສົງດັ່ງກ່າວ, ການຢ້ຽມຢາມສິງປະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫ່ຍ Nguyen Phu Trong ຈະຕອບສະໜອງຄວາມປາດຖະໜາ ແລະ ຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສິງກະໂປ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.