ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ- ຍີ່ປຸ່ນ

(vovworld)- ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຫາ​ກໍ​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຍີ່​ປຸ່ນ ແຕ່​ວັນ​ທີ 17-20/3 ຕາມ​ຄຳ​ເຊີນ​ຂອງ​ພະ​ເຈົ້າ​ຈັກກະພັດ ຍີ່​ປຸ່ນ Akihito ​ແລະ ພະ​ລາຊານີ​. ການ​ຢ້ຽມຢາມ​ຄັ້ງ​ນີ້​ບັນລຸ​ໄດ້ຜົນ​ສຳ​ເລັດ​ທີ່​ສຳຄັນ​ຫລາຍ​ຢ່າງ, ວາງ​ຂີດ​ໝາຍ​​ປະຫວັດສາດ​ໃຫມ່ ຍົກ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ເລິກ​ເຊິ່ງ, ກວ້າງ​ຂວາງ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ.

ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ- ຍີ່ປຸ່ນ - ảnh 1
ທ່ານປະທານເຈືອງເຕີນຊາງ ເຈລະຈາກັບທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe
photo:internet

        ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຍີ່​ປຸ່ນ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ໃນ​ຖານະ​ຜູ້ນຳ​ລັດ ​ແລະ ​ແມ່ນ​ການ​ຢ້ຽມຢາມ​ຍີ່ປຸ່ນ ທາງ​ລັດຖະກິດ​ຄັ້ງ​ທີ 2 ຂອງ​ປະທານ​ປະ​ເທດ​ຫວຽດນາມ ​ໃນ​ກວ່າ 40 ປີ​ຜ່ານ​ມາ, ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973. ພິ​ເສດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ ​ເປັນ​ປະມຸກ​ລັດ​ຕ່າງປະ​ເທດ​ຜູ້​ທຳ​ອິດ​ ແມ່ນ​ແຂກ​ຖືກ​ເຊີນ​ຂອງ​ພະ​ເຈົ້າ​ຈັກກະພັດ​ຍີ່​ປຸ່ນ ​ໃນ​ປີ 2014.

        ບັນລຸ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ກ່ຽວ​ກັບ​ດ້ານ​ການ​ເມືອງ

        ພຽງ​ໃນ​ເວລາ 3 ມື້ ​ແຕ່​ໄດ້​ມີ​ການ​ເຄື່ອນ​ໄຫວ 50 ຢ່າງຈາກ ​ໂຕ​ກຽວ ​ເຖິງ ອີ​ບາຣາກີ ​ແລະ ​ໂອຊາ​ກາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ຫລາຍ​ຄັ້ງ​ກັບ​ພະ​ເຈົ້າ​ຈັກກະພັດ, ລາຊະວົງ, ສະພາ​ແຫ່ງ​ຊາດ, ລັດຖະບານ ຕະຫລອດ​ຮອດ​ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ໃຫຍ່, ສະຫະ​ສະມາຄົມ​ວິ​ສາ​ຫະກິດ, ການ​ນຳ​ທ້ອງ​ຖິ່ນ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ບັນດາ​ເພື່ອນ​ມິດ​ຍີ່​ປຸ່ນທີ່ສະຫນິດສະຫນົມ​ກັບ ຫວຽດນາມ ​ແລະ ນັບ​ທັງ​ຊາວ​ກະສິກອນ​ຍີ່ປຸ່ນ ​ເປັນ​ຈຳນວນ​ຫລວງຫລາຍ. ພົ້ນ​ເດັ່ນ​ແມ່ນ ຢູ່​ສະພາ​ແຫ່ງ​ຊາດ ຍີ່​ປຸ່ນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ ດ້ວຍ​ຫົວ​ຂໍ້​ວ່າ: ການ​ປ່ຽນ​ໃຫມ່ ​ແລະ ຫົວຄິດ​ປະດິດ​ສ້າງ​ເພື່ອ​​ຮັບ​ມືກັບ​ໂລກ​ທີ່​ພວມ​ປ່ຽນ​ແປງ”. ການ​ມີຫນ້າ ​ແລະ ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້ຮັບ​ຄວາມ​ຊົມເຊີຍຈາກວົງ​ການ​​ເຈົ້າ​ຫນ້າ​ທີ່ທັງ​ໝົດ, ບັນດາ​ພາກສ່ວນ​ໃນ​ສັງຄົມ.

        ພ້ອມ​ກັບ​ບົດ​ກ່າວ​ປາ​ໄສ​ສຳຄັນ​ຕໍ່​ສະພາ​ແຫ່ງ​ຊາດ​ຍີ່​ປຸ່ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ​ໄດ້​ມີ​ການ​ເຈລະຈາ​ສຳ​ເລັດ​ຜົນ. ຜູ້ນຳ​ທັງ​ສອງ​ທ່ານ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ ​ເພ່ືອ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່ ອາຊີ ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຂຶ້ນ​ສູ່​ລະດັບ​ໃຫມ່ ​ແລະ ຂອບ​ເຂດ​ການ​ຮ່ວມ​ມື​ໃຫມ່​, ສອ່ງ​ແສງ​ໃຫ້​ເຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່​ປຸ່ນ ​ໃນ​ໄລຍະ​ຜ່ານ​ມາ​​ແມ່ນພັດທະນາ​ຢ່າງ​ແຂງ​ແຮງ, ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ ພ້ອມ​ທັງ ວາງ​ບັນດາ​ທິດ​ທາງ​ໃຫຍ່​​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ພັດທະນາ​ໃຫມ່. ຂ້າພະ​ເຈົ້າ​ກໍ​ຢືນຢັນ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ ວ່າ: ຫວຽດນາມ ​ໄດ້ ​ແລະ ພວມ​ສືບ​ຕໍ່​ຍູ້​ແຮງ​ກິດຈະການ​ປ່ຽນ​ໃຫມ່​ຢ່າງຮອບດ້ານ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ​ເປີດ​ກວ້າງ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ,​ຕຸລາການ, ຍູ້​ແຮງ​ການ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ແລະ ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ຫວຽດນາມ.”

        ວາງ​ຂີດ​ໝາຍ​ປະຫວັດສາດ​ໃນ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ

        ​ໃນ​ການ​ຢ້ຽມຢາມ​ຍ່ີ​ປຸ່ນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ໄດ້​ມີ​ການພົບປະ​ສົນທະນາ​ກັບ​ການ​ນຳ​ອົງການ​ເສດຖະກິດ​ ​ແລະ ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ຍີ່​ປຸ່ນ ນັບ​ຮ້ອຍ​ໆແຫ່ງ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ຍີ່​ປຸ່ນ​ໃຫ້​ຄຳ​ໝັ້ນ​ສັນຍາ ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ໃຫ້​ແກ່​ 6 ຂະ​ແຫນງ​ອຸດສາຫະກຳບຸລິມະສິດ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ , ຫນູນ​ຊ່ວຍ​ການ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ລົງ​ເລິກ, ພ້ອມ​ທັງ​ສືບ​ຕໍ່​ສະຫນອງ​ບວ້ງກູ້​ຢືມ 120 ຕື້​ເຢັນ​​ໄລຍະ 2 ປີ​ການ​ເງິນ 2012 ​ໃຫ້​ແກ່ 5 ​ໂຄງການ​ໃຫຍ່​ຂອງ​ຫວຽດນາມ.

        ຄຽງ​ຄູ່​ກັນ​ນັ້ນ, ສອງ​ປະ​ເທດ ກໍ​ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ ໃນຂົງ​ເຂດພັດທະນາ​ແຫ່​ລງຊັບພະຍາກອນ​ມະນຸດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສາທາລະນະ​ສຸກ, ວັດທະນະທຳ, ສຶກສາ ຫລາຍ​ສະບັບ​, ​ໃນ​ນັ້ນ ການ​ຮ່ວມ​ມື​ດ້ານ​ກະສິກຳ ​ແມ່ນ​ຂອດ​ບຸກທະລຸ ​ເມື່ອ​ຍີ່ປຸ່ນ ຈະ​ພິຈາລະນາ​ຫນູນ​ຊ່ວຍ​ຫວຽດນາມ ​ເພີ່ມ​ສະມັດ​ຕະພາບ, ຍົກ​ສູງ​ປະສິດທິ​ຜົນ​ການ​ປຸງ​ແຕ່ງ, ​ເພີ່ມ​ທະວີ​ການ​ກວດກາ, ຄຸ້ມ​ຄອງ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ​ດ້ານສະບຽງ​ອາຫານ​ໃນ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ນຳ​ອຸດສາຫະກຳ​ເຂົ້າ​ໃນ​ການ​ຜະລິດກະສິກຳ​, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ​ໃນ​ການ​ປູກຝັງ ​ແລະ ລ້ຽງສັດ, ປະກອບສ່ວນ​ເພີ່ມ​ລາຍ​ຮັບ, ຮັດ​ແຄບ​ຊ່ອງ​ຫວ່າງ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່​ຊາວ​ກະສິກອນ. ນີ້​ແມ່ນ​ບາດກ້າວ​ຫັນປ່ຽນ​ໃຫມ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ດຣ ​ເຈີ​ນດີງທຽນ, ຫົວຫນ້າ​ສະຖາບັນ​ຄົ້ນ​ຄ້ວາ​ເສດຖະກິດ​ຫວຽດນາມ ຖື​ວ່າ:

        “ບັນຫາ​ຈຸດ​ສຸມ ຊື່​ງ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ​ບໍ່​ທັນວາ​ງອອກ​ຫລາຍ​ປານ​​ໃດ,​ນັ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ກະສິກຳ. ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້ ​ແມ່ນ​ຫັນ​ໄປ​ສູ່​ເຕັກ​ໂນ​ໂລ​ຊີ​ຜ່ານ​ໂຄງການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ.​ສິ່ງ​ນີ້​ແມ່ນ​ເໝາະ​ສົມ​ກັບ​ຫວຽດນາມ,​​ເພາະ​ປະຈຸ​ບັນ ພວກ​ເຮົາ​ພວມ​ຫັນ​ໄປ​ສູ່​ພື້ນຖານ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ​ເລື່ອງ​ເລືອ​ກ​ເຟັ້ນ ຍີ່​ປຸ່ນ ​​ເປັນຄູ່​ຮ່ວມ​ມື​​ແມ່ນ​ມີຄວາ​ມໝາຍສຳຄັນ.”

        ​ໄປ​ຄຽງ​ຄູ່​ກັບຜົນສຳ​ເລັດ​ໃນ​ການ​ຮ່ວມ​ມືດ້ານ​ເສດຖະກິດ ​ແມ່ນ​ຜົນສຳ​ເລັດ​​​ໃນ​ການ​ຊຸກຍູ້​​ຮ່ວມ​ມື​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ. ທີ່​ຍີ່​ປຸ່ນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ເພື່ອນ​ມິດ​ຍີ່​ປຸ່ນ, ນັກການ​ເມືອງ, ນັກທຸລະກິດ ​ແລະ ຜູ້ຕາງຫນ້າ​ບັນດາ​ອົງການ​ມິດຕະພາບ​ກັບ​ຫວຽດນາມ ນັບ​ຮ້ອຍ​ຄົນ.

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ຢ້ຽມຢາມ​ທາງ​ລັດ​ຖະກິດ​ເຖິງ​ຍີ່​ປຸນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ​ ຟ້າ​ມບີ​ງມີ​ງ ຢືນຢັນ​ວ່າ:

        “ການ​ຢ້ຽມຢາມ​ຍີ່​ປຸ່ນ ຄັ້ງ​ນີ້ ຂອງ ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ  ມີ​ຄວາມ​ໝາຍ​ສຳຄັນ​.  ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ​ໄດ້​ມີ​ການ​ພົບ​ປະ​ຂັ້ນ​ສູງ​ກັບ​ພ​ະ​ເຈົ້າ​ຈັກກະພັດ ຍີ່​ປຸ່່ນ,​ ກາ​ນນຳ​ສະພາ​ສູງ,​ ສະພາ​ຕຳ່ ​ແລະ ບັນດາ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​,​ການ​ນຳ​ບັນດາ​ພັກ​ຝ່າຍ ການ​ເມືອງ​ຂອງ​ຍີ່​ປຸ່ນ. ການ​ພົບ​ປະ​ຄັ້ງຕ່າງໆ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ລະດັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ, ​ແມ່ນ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​, ​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ.”

        ການ​ຢ້ຽມຢາມ​ຍີ່​ປຸ່ນຄັ້ງ​ນີ້​ຂອງ ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ໄດ້​ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ລະອຽດ. ບັນດາ​ໝາກຜົນນີ້​ໄດ້​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃຫມ່ ​ແລະ ​ແນ່​ນອນ​ວ່າ ຈະ​ແມ່ນ​ກຳລັງ​ຫນູນ​ໃຫມ່​ຮັດ​ແຫນ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ໝັ້ນຄົງ​.

ຕອບກັບ

ຂ່າວ/ບົດ​ອື່ນ