(ພາບປະກອບ)
|
ວັນທີ 12/11, ທີ່ການປ່ອນບັດເລືອກຕັ້ງ 14 ປະເທດສະມາຊິກໃໝ່ ຂອງສະພາສິດທິມະນຸດ ສະຫະປະຊາ ຊາດ ອາຍຸການ 2014-2016, ຫວຽດນາມໄດ້ຮັບການເລືອກຕັ້ງ ດ້ວຍຈຳນວນບັດເຫັນດີສູງສຸດ ແລະ ເປັນຄັ້ງທຳອິດໄດ້ກາຍເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາ ຊາດ. ສິດທິມະນຸດ, ການເຄື່ອນໄຫວປົກປ້ອງ, ຊຸກຍູ້ສິດທິມະນຸດ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງການເຄື່ອນໄຫວທີ່ສຳຄັນຂອງສະຫະ ປະຊາຊາດ. ຍ້ອນເຫດນີ້ເອງ, ສະພາສິດທິມະນຸດ ແມ່ນໜຶ່ງໃນບັນດາອົງການທີ່ອາດຈະຮັບຖືວ່າ ແມ່ນອົງການທີ່ສຳຄັນກ່ວາໝູ່ຂອງ ສະຫະປະຊາຊາດ.
ເລີ່ມຈາກນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແມ່ນປົກປ້ອງ ແລະ ເສີມຂະຫຍາຍສິດທິມະນຸດ.
ເມື່ອປະເທດໃດໜຶ່ງ ຕົກລົງສະໝັກເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິ ມະນຸດ ສະຫະປະຊາຊາດນັ້ນ, ກ່ອນອື່ນໝົດ, ແມ່ນສະແດງແນວທາງນະໂຍບາຍຂອງປະເທດນັ້ນທີ່ມີຕໍ່ບັນຫາຊຸກຍູ້, ປົກປ້ອງສິດທິມະນຸດ, ແຕ່ພ້ອມກັນນັ້ນ, ກໍສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດຂອງປະເທດຕ່າງໆ. ການຕັດສິນສະໝັກເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາ ຊາດອາຍຸການ 2014-2016 ຂອງຫວຽດນາມແມ່ນ ເລີ່ມມາຈາກນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ນັ້ນແມ່ນປົກປ້ອງ, ເຄົາລົບ ແລະ ເສີມຂະຫຍາຍສິດທິມະນຸດ, ພ້ອມທັງຜັນຂະຫຍາຍແນວທາງການຕ່າງປະເທດຢ່າງລະອຽດ, ນັ້ນແມ່ນເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງພັກ ແລະ ລັດຫວຽດນາມ.
ໂດຍເລີ່ມມາຈາກນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແລະ ແນວທາງການຕ່າງປະເທດເຊັ່ນນັ້ນ, ຫວຽດນາມໄດ້ມີທັງວິວັດການກະກຽມສະໝັກເລືອກຕັ້ງມາແຕ່ດົນນານແລ້ວ. ຕາມ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນແລ້ວ, ເພື່ອມີລາຍຊື່ໃນກຸ່ມບັນດາປະເທດ ຢູ່ພາກພື້ນອາຊີ-ປາຊີຝິກ ສະໝັກເລືອກຕັ້ງເຂົ້າໃນ ສະພາສິດທິມະນຸດ ສະຫະປະຊາຊາດນັ້ນ ກໍແມ່ນຂະບວນວິວັດແຫ່ງຄວາມມານະພະຍາຍາມຂອງຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໃຫ້ຮູ້ວ່າ :
“ ມີຫຼາຍປະເທດອອກສະໝັກເລືອກຕັ້ງ, ແຕ່ມີພຽງ 4 ທີ່ນັ່ງເພື່ອສະຫງວຽນໃຫ້ແກ່ສະມາຊິກ ສະພາສິດທິມະນຸດຢູ່ແຕ່ລະພາກພື້ນ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນລັກສະນະທີ່ສຳຄັນທີ່ສຸດຂອງສະພາສິດທິມະນຸດ. ແລະ ພວກເຮົາໄດ້ຮັບເລືອກຕັ້ງດ້ວຍບັດເຫັນດີຫຼາຍທີ່ສຸດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ , ກ່ອນອື່ນໝົດແມ່ນບັນດາປະເທດໄດ້ຮັບຮູ້ບັນດາໝາກຜົນ, ຜົນງານຂອງຫວຽດນາມໃນບັນຫາຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ຫວຽດນາມ, ສະແດງໃຫ້ເຫັນບັນດາຜົນສຳເລັດຂອງພວກເຮົາໃນວິວັດການປ່ຽນແປງໃໝ່. ທີ 2, ນັ້ນແມ່ນເລື່ອງບັນດາປະເທດກໍໄດ້ຮັບຮູ້ ແລະ ຕີລາຄາສູງບົດບາດທີ່ຕັ້ງຂອງຫວຽດນາມໃນເວທີ່ສາກົນ”
ສັງເກດກ່ຽວກັບບັນດາຜົນງານຂອງຫວຽດນາມໃນບັນຫາຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ຫວຽດນາມ ຈຶ່ງເຫັນວ່າ ເລື່ອງ 184 ປະເທດໃນຈຳນວນ 193 ປະເທດສະໜັບສະໜູນຫວຽດນາມກາຍເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ແມ່ນໝາກຜົນທີ່ບໍ່ແມ່ນເລື່ອງບັງເອີນ. ຫວຽດນາມໄດ້ສ້າງລັດແຫ່ງອຳນາດນິຕິບັນຍັດ, ນຳບັນຫາ ສິດທິມະນຸດເຂົ້າໃນລັດຖະທຳມະນູນ ແລະ ບັນດາຜົນງານທີ່ຫວຽດນາມບັນລຸມາໄດ້ໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດໄດ້ຮັບການຕີລາຄາສູງທີ່ສຸດຈາກສະຫະປະຊາຊາດ ແລະ ປະຊາຄົມໂລກ. ນັ້ນແມ່ນຫຼັກຖານທີ່ພິສູດຢ່າງຈະແຈ້ງວ່າ ຫວຽດນາມແມ່ນປະເທດມີຄວາມຮັບຜິດຊອບໃນບັນຫາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ນອກຈາກນັ້ນ, ບັນດາການປະກອບສ່ວນຂອງຫວຽດນາມໃນບັນດາເວທີ່ປາໄສພາກພື້ນ ແລະ ສາກົນໃນຕະຫຼອດໄລຍະທີ່ຜ່ານມາ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຄົມໂລກ, ເຊື່ອໝັ້ນວ່າ ຫວຽດນາມມີບັນດາການປະກອບສ່ວນຢ່າງໃຫຍ່ຫຼວງກ່ວາອີກໃນການແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ຢືນຢັນວ່າ :
“ ຫວຽດນາມໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຂອງສະຫະປະຊາຊາດ ຊຶ່ງໄດ້ສະແດງອອກຢູ່ບ່ອນວ່າ ພວກເຮົາໄດ້ຮັບຜົນສຳເລັດໃນອາຍຸການເປັນສະມາຊິກຂອງສະພາຄວາມໝັ້ນຄົງ ສະຫະ ປະຊາຊາດອາຍຸການ 2008-2009. ຫວຽດນາມກໍໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນບັນດາການເຄື່ອນໄຫວໃນຂອບເຂດຂອງບັນດາເວທີ່ປາໄສພາກພື້ນ. ຍົກຕົວຢ່າງຄື ບົດບາດຂອງຫວຽດນາມໃນກຸ່ມອາຊຽນ, ອາແຊມ, ອາເປັກ”
ປົກປ້ອງ ແລະ ຊຸກຍູ້ບັນດາຄຸນຄ່າສິດທິມະນຸດໃນຂອບເຂດທົ່ວໂລກ
ໃນອາຍຸການເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດໃນ 3 ປີຂ້າງໜ້າ, ຫວຽດນາມຈະມີກາລະໂອກາດປະກອບສ່ວນໂດຍກົງດ້ວຍຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບເຂົ້າໃນກິດຈະການປົກປ້ອງ ແລະ ຊຸກຍູ້ບັນດາຄຸນຄ່າສິດທິມະນຸດໃນຂອບເຂດທົ່ວໂລກ, ກໍຄືມີເງື່ອນໄຂໄດ້ແບ່ງປັນ ແລະ ຖອດຖອນບົດຮຽນທີ່ດີຈາກເພື່ອນມິດສາກົນ ແນໃສ່ຮັບປະກັນການຊົມໃຊ້ຜົນປະໂຫຍດທີ່ນັບມື້ນັບດີກ່ວາສຳລັບບັນດາສິດທິຂອງຊາວຫວຽດນາມແຕ່ລະຄົນ. ກ່ຽວກັບບັນດາທິດທາງການເຄື່ອນໄຫວຂອງສະພາສິດທິມະນຸດ ສະຫະປະຊາຊາດໃນໄລຍະທີ່ຈະມາເຖິງ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ເນັ້ນໜັກວ່າ :
“ ໂດຍແມ່ນສະມາຊິກຂອງ ສະພາສິດທິມະນຸດ ສະຫະປະຊາຊາດ, ພວກເຮົາຈະມີເງື່ອນໄຂປະກອບສ່ວນເຂົາໃນການສ້າງສາ, ສ້າງບັນດາກົນໄກ, ລະບອບລະບຽບການຂອງສະຫະປະຊາຊາດໃນຂົງເຂດປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ໃຫ້ສຳເລັດບໍລິບູນ. ໃນຖານະເປັນປະເທດພວມພັດທະນາ, ຫວຽດນາມຈະປະກອບສ່ວນເພື່ອໃຫ້ ສະພາສິດທິມະນຸດ ສະຫະປະຊາຊາດເຄື່ອນໄຫວຢ່າງມີປະສິດທິຜົນ, ບໍ່ເພື່ອເປົ້າໝາຍການເມືອງ ແລະ ຍຸຕິທຳ. ແລະ ກໍຜ່ານການເຄື່ອນໄຫວຂອງ ສະພາສິດທິມະນຸດ, ຫວຽດນາມກໍສາມາດຖອດຖອນບັນດາບົດຮຽນ ຈາກບັນດາປະເທດໃນໂລກສຳລັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ທັງນີ້ກໍເພື່ອໃຫ້ພວກເຮົາປະຕິບັດເປັນຢ່າງດີກ່ວາໃນຂົງເຂດຊຸກຍູ້ແລະປົກປ້ອງສິດທິ ມະນຸດ”
ຕາມແຜນການແລ້ວ, ຫວຽດນາມຈະມີບັນດາການເຄື່ອນໄຫວທຳອິດຢ່າງເປັນທາງການໃນສະພາສິດທິມະນຸດສະຫະປະຊາຊາດ ດ້ວຍຖານະເປັນສະມາຊິກນັບຕັ້ງແຕ່ວັນທີ 1/1/2014 ເປັນຕົ້ນໄປ. ດ້ວຍບັນດາໝາກຜົນໃນຕະຫຼອດ 36 ປີເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າຂອງ ສະຫະປະຊາຊາດ, ພິເສດແມ່ນບັນດາບົດຮຽນທີ່ມີມາເມື່ອເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ແນ່ນອນວ່າ ຈະເຮັດສຳເລັດບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ສະຫະປະຊາຊາດອາຍຸການ 2014-2016, ປະກອບສ່ວນຊຸກຍູ້ບັນດາຄຸນຄ່າສິດທິມະນຸດໃນຂອບເຂດທົ່ວໂລກ.