(vovworld) ພາຍຫຼັງເຫດການກຳລັງປ້ອງກັນອາກາດຍິງເຮືອບິນສອດແນມ F4 ຂອງ ຕວກກີ ຕົກ ເມື່ອວັນທີ 22/6 ນັ້ນ, ວັນທີ 25/6, ຕວກກີສືບຕໍ່ກ່າວຜູກໂທດ ຊີຮີ ໄດ້ຍິງເຮືອບິນສອດແນມ ລຳທີ 2 ຂອງປະເທດນີ້ຕົກ ໃນຂະນະທີ່ພວມຊອກຫາເຮືອບິນສອດແນມ F4. ການກະທຳດັ່ງກ່າວໄດ້ເຮັດໃຫ້ການພົວພັນລະຫວ່າງ ຊີຮີ ກັບ ຕວກກີມີຄວາມເຄັ່ງຕຶງຂຶ້ນຕື່ມ ແລະ ອາດຈະເກີດສະພາບໃຊ້ຄວາມຮຸນແຮງ, ໃນສະພາບການທີ່ລັດຖະບານ ຊີຮີ ພວມປະເຊີນໜ້າກັບສະພາບຂາດສະຖຽນລະພາບພາຍໃນປະເທດ.
ປະທານາທິບໍດີຊີຮີ Bashar al-Assad. ພາບ: MiddleEast Post.
|
ຕາມທ່ານຮອງນາຍົກລັດຖະມົນຕີ ຕວກກີ Bulent Srinc ແລ້ວ, ເລື່ອງຊີຮີ ຍິງເຮືອບິນ F4 ຕົກ ແມ່ນການກະທຳທີ່ເປັນປໍລະປັກຢູ່ໃນລະດັບສູງສຸດ ແລະ Ankara ຈະປ້ອງກັນຕົວເອງໃນຂອບເຂດກົດໝາຍສາກົນ. ບໍ່ພຽງແຕ່ກ່າວຜູກໂທດເທົ່ານັ້ນ, ທ່ານຮອງນາຍົກລັດຖະມົນຕີ Bulent Srinc ຍັງໃຫ້ຮູ້ວ່າ, ໃນສອງ, ສາມມື້ຈະມາເຖິງ, ຕວກກີຈະຕົກລົງກ່ຽວກັບເລື່ອງຄວນຢຸດຕິການຂາຍໄຟຟ້າໃຫ້ຊີຮີຫຼືບໍ່. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Ahmet Davutoglu ພັດຖືວ່ານີ້ແມ່ນເຮືອບິນທີ່ພວມປະຕິບັດໜ້າທີ່ເຝິກຊ້ອມ, ດຳເນີນການກວດກາລະບົບ ຮາດາ, ຫາກບໍ່ແມ່ນປະຕິບັດໜ້າທີ່ສອດແນມ. ຕາມທ່ານລັດຖະມົນຕີການຕ່າງປະເທດ ຕວກກີແລ້ວ, Ankara ຈະມີການກະທຳລະງັບໃຈ, ແຕ່ກໍ່ຕັດສິນໃຈຈະນຳເຫດການດັ່ງກ່າວອອກສູ່ຫາງສຽງ ກໍ່ຄືກົດໝາຍສາກົນ.
ເຫດການດັ່ງກ່າວບໍ່ພຽງແຕ່ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງກາຍເປັນເຫດຜົນເພື່ອໃຫ້ຝ່າຍຕາເວັນຕົກເພີ່ມຄວາມກົດດັນສາກົນທີ່ມີຕໍ່ອຳນາດການປົກຄອງຂອງປະທານາທິບໍດີ Bashar – Assad, ຍື່ນມືເຂົ້າແຊກແຊງສະພາບການໃນຊີຮີ. ໂດຍບໍ່ຫົວຊາຕໍ່ເລື່ອງຊີຮີໄດ້ຢັ້ງຢືນອີກເທື່ອໜຶ່ງວ່າເລື່ອງ Damascus ຍິງເຮືອບິນສອດແນມ F4 ຂອງຕວກກີຕົກ ບໍ່ແມ່ນການກະທຳເກາະຜິດ ຫາກພຽງແຕ່ແມ່ນການປ້ອງກັນຕົວ ໃນຂະນະທີ່ເຮືອບິນພວມບິນໃນເຂດນ່ານຟ້າຂອງ ຊີຮີ ເທ່ົານັ້ນ, ແຕ່ອົງການ NATO, ຍັງຄົງຕັດສິນໃຈຈັດການປະຊຸມດ່ວນໃນວັນທີ 26/6 ເພື່ອພິຈາລະນາເຫດການດັ່ງກ່າວ. ໂຄສົກທຳນຽບຂາວທ່ານ Jay Carney ກໍ່ຢັ້ງຢືນວ່າ, ອາເມລິກາຈະສົມທົບກັບ ຕວກກີ ເພື່ອບັງຄັບໃຫ້ Damascus ຕ້ອງຮັບຜິດຊອບກ່ຽວກັບກໍລະນີຍິງເຮືອບິນຕົກດັ່ງກ່າວ. ກ່ອນໜ້ານັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ກໍ່ໃຫ້ຮູ້ວ່າ ວໍຊິງຕັນຈະມີການສົມທົບຢ່າງແໜ້ນແຟ້ນກັບ ກັບ Ankara ເພື່ອຊຸກຍູ້ວິວັດການມອບໂອນສິດອຳນາດຢູ່ ຊີຮີ. ໃນຂະນະນັ້ນ, ເພື່ອເຮັດໃຫ້ລັດຖະບານ ຊີຮີ ຕົກຢູ່ໂດດດ່ຽວ, ບັງຄັບໃຫ້ປະທານາທິບໍດີ Bashar – Assad ຕ້ອງຍອມຖອຍຫຼັງ ຍ້ອນກຳລັງດັນຈາກຝ່າຍນອກ. ວັນທີ 25/6, ລັດຖະມົນຕີການຕ່າງປະເທດຂອງ 27 ປະເທດໃນສະຫະພາບເອີລົບ (EU) ໄດ້ຮັບຮອງເອົາຄຳສັ່ງລົງໂທດໃໝ່ສຳລັບອຳນາດການປົກຄອງ ຊີຮີ, ເຊິ່ງຈຸດໝາຍແມ່ນບັນດາກະຊວງ ແລະ ບໍລິສັດແຫ່ງລັດ. ນີ້ແມ່ນການລົງໂທດດ້ານການເງິນຄັ້ງທີ 16 ຂອງ EU ສຳລັບ ຊີຮີ ນັບແຕ່ເດືອນ 3/2011. ອົດສະຕາລີກໍ່ປະກາດນຳໃຊ້ບັນດາມາດຕະການໃໝ່ເພື່ອລົງໂທດ ຊີຮີ, ໃນນັ້ນມີການຈຳກັດ ຫຼື ຫ້າມການແລກປ່ຽນດ້ານການຄ້າໃນຂົງເຂດນ້ຳມັນ, ການບໍລິການດ້ານການເງິນ, ໂທລະຄົມ… ຕໍ່ໜ້າສະພາບການທີ່ສັບສົນ ແລະ ສະດຸ້ງໄວຄືດັ່ງກ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Glushko ໄດ້ຊຸກຍູ້ໃຫ້ NATO ບໍ່ຄວນສວຍໃຊ້ຄວາມຮຽກຮ້ອງຕ້ອງການຂອງ ຕວກກີ ກ່ຽວກັບການຮຽກໂຮມກອງປະຊຸມຂອງພັນທະມິດການທະຫານນີ້ ເພື່ອເຮັດໃຫ້ສະພາບການຢູ່ ຊີຮີ ເຄັ່ງຕຶງຍິ່ງຂຶ້ນ. ພັນທະມິດຂອງ ອີຮານ ກໍ່ຫວັງວ່າເຫດການນີ້ຈະຖືກຕີລາຄາຢ່າງຊັດເຈນ ແລະ ຮັບຮອງເອົາມາດຕະການໂດຍສັນຕິ, ຄວາມເປັນລະບຽບຮຽບຮ້ອຍ ກໍ່ຄືຄວາມສະຫງົບປອດໄພໃນພາກພື້ນ. ຈີນກໍ່ຮຽກຮ້ອງໃຫ້ທຸກຝ່າຍຄວນມີສະຕິ ແລະ ລະງັບໃຈ.
ໃນສະພາບຄວາມເຄັ່ງຕຶງລະຫວ່າງອຳນາດການປົກຄອງຂອງປະທານາທິບໍດີ ຊີຮີ Bashar – Assad ແລະ ບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ເຊິ່ງຍັງບໍ່ທັນຊອກເຫັນບັນດາມາດຕະການແກ້ໄຂທີ່ມີປະສິດທິຜົນນັ້ນ, ການປະທະກັນຢູ່ພາຍໃນປະເທດລະຫວ່າງກຳລັງປ້ອງກັນຄວາມສະຫງົບ ຊີຮີ ກັບຝ່າຍຄ້ານ ກໍ່ບໍ່ທັນຢຸດຕິລົງເທື່ອ. ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຮີ ແລ້ວ, ສັບປະດາຜ່ານມາ ແມ່ນໜຶ່ງໃນບັນດາ ສັບປະດານອງເລືອດທີ່ສຸດຂອງວິກິດການທີ່ແກ່ຍາວ 15 ເດືອນ ຜ່ານມາຢູ່ ຊີຮີ, ສະເພາະວັນທີ 24/6, ການໃຊ້ຄວາມຮຸນແຮງຢູ່ຊີຮີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 34 ຄົນ. ຖ້າຫາກຄິດໄລ່ແຕ່ເດືອນ 3/2011 ມາຮອດປະຈຸບັນ, ການໃຊ້ຄວາມຮຸນແຮງຢູ່ ຊີຮີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 15.000 ຄົນ.
ເລື່ອງຊີຮີທັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກຝ່າຍຕາເວັນຕົກ ພາຍຫຼັງເຫດຍິງເຮືອບິນສອດແນມ F4 ຂອງ ເຕິກກີ ຕົກ, ທັງຕ້ອງແກ້ໄຂການພິພາດກັນພາຍໃນປະເທດນັ້ນ ໄດ້ສະແດງໃຫ້ເຫັນວ່າ ສະພາບການຢູ່ ຊີຮີ ມີຄວາມເຄັ່ງຕຶງທີ່ສຸດ. ວິກິດການການເມືອງຢູ່ ຊີຮີ ໄດ້ຕົກເຂົ້າສູ່ສະພາບອັນຕະລາຍ, ເຊິ່ງອາດຈະກໍ່ໃຫ້ເກີດການປະກັນໃນທົ່ວເຂດຕາເວັນອອກກາງ.