(vovworld) - ມື້ນີ້, ຊາວຄິດຫວຽດນາມ ກວ່າ 5 ລ້ານຄົນໄດ້ຕ້ອນຮັບງານບຸນຄຼິດສມາດ, ເຊິ່ງແມ່ນງານບຸນສຳຄັນທີ່ສຸດສຳລັບຊາວຄິດ ພ້ອມກັບປະຊາຊົນໃນທົ່ວປະເທດດ້ວຍຄວາມພາກພູມໃຈ. ງານບຸນຄຼິດສມາດ ດຳເນີນໄປໃນຄວາມສັນຕິສຸກ, ເພາະວ່າປະຊາຊົນຊາວຄິດໄດ້ມານະພະຍາຍາມຢູ່ໃນສິນກິນໃນທຳ, ໃນຄວາມເອົາໃຈໃສ່, ສ້າງເງື່ອນໄຂຂອງອຳນາດການປົກຄອງທຸກຂັ້ນ ແລະ ຂອງທົ່ວທັງຊາດ.
ປະຈຸບັນ, ປະຊາຄົມຊາວຄິດຢູ່ຫວຽດນາມ ມີປະມານ 5,7 ລ້ານຄົນ, ດ້ວຍຄຸນພໍ່ 3.100 ອົງ, ສາສະນີກະຊົນ 14.400 ຄົນ… ສາສະໜາຄິດຖືກນຳເຂົ້າຫວຽດນາມ ນັບແຕ່ສະຕະວັດທີ 16, ຫວຽດນາມມີອັດຕາສ່ວນຜູ້ເຊື່ອຖືສາສະໜາຄິດຢືນອັນ 3 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ງານບຸນຄຼິດສມາດດຳເນີນໄປດ້ວຍຄວາມສັນຕິ ແລະ ຜາສຸກ
ປີນີ້, ຊາວຄິດກວ່າ 200.000 ຄົນໃນນະຄອນຮ່າໂນ້ຍ, ຮຶງອຽນ ແລະ ບັກນິງ ໄດ້ຕ້ອນຮັບງານບຸນຄຼິດສມາດ ໃນເງື່ອນໄຂດີທີ່ສຸດ. ໃນຫຼາຍມື້ຜ່ານມາ, ອຳນາດການປົກຄອງທຸກຂັ້ນສົມທົບກັບຄະນະກຳມະການສາມັກຄີຊາວຄິດ ໄດ້ກະກຽມເງື່ອນໄຂທາງວັດຖຸ ແລະ ຈິດໃຈຢ່າງຄົບຖ້ວນ ເພື່ອໃຫ້ຊາວຄິດໄດ້ຕ້ອນຮັບງານບຸນຄຼິດສມາດ. ທ່ານ ຟ້າມຮູຍທົງ, ຮອງປະທານ, ຜູ້ປະຈຳການຄະນະກຳມະການສາມັກຄີຊາວຄິດນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຂອງນະຄອນ, ດັ່ງນັ້ນໃນວັນບຸນຄຼິດສມາດປີນີ້, ຢູ່ຫຼາຍແຫ່ງເຊິ່ງກ່ອນນີ້ບໍ່ເຄີຍຈັດງານບຸນ, ແຕ່ປີນີ້ໄດ້ມີຄຸນພໍ່ນຳເອົາເຄື່ອງຂອງຈັດງານບຸນມາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາວຄິດ. ປີນີ້ຊາວຄິດນະຄອນຮ່າໂນ້ຍ ເປັນກຽດທີ່ໄດ້ຮັບຫຼຽນໄຊຈາກປະທານປະເທດ. ກອງປະຊຸມໃຫຍ່ບັນດາຊາວຄິດຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດຄັ້ງທີ 6 ຫາກໍ່ໄດ້ຮັບຜົນສຳເລັດ “.
ໃນຫຼາຍມື້ມານີ້, ໂບດໃຫຍ່ຢູ່ໃຈກາງນະຄອນບວນມາທວດ, ແຂວງ ດັກລັກ ໄດ້ຮັບການປະດັບປະດາຢ່າງສວຍງາມ, ດ້ວຍດອກໄຟທີ່ມີສີຫຼາກຫຼາຍ, ຖຳ້ຫີນທີ່ວາດພາບຮູບພາບພະເຢຊູໄດ້ຮັບການກຳເນີດ, ບັນດາຕົ້ນແປກ, ພໍ່ເຖົ້າຊານຕາ… ນອກນັ້ນຍັງມີເວທີສະແດງໃຫຍ່ເພື່ອຈັດລາຍການສິລະປະຕ້ອນຮັບງານບຸນຄຼິດສະມາດຂອງຊາວຄິດໃນບໍລິເວນກວ່າ 220.000 ຄົນ. ທ່ານ ຫວູຈູງທ້ຽນ, ຮອງປະທານສະພາຄິດທະສາສະໜາເຂດກວາງຍຽວ, ເຊິ່ງແມ່ນເຂດທີ່ຫ່າງໃກສອກຫຼີກຂອງແຂວງດັກລັກ,ໃຫ້ຮູ້ວ່າ:
“ປີນີ້, ງານບຸນຄຼິດສມາດຖືກຈັດຕັ້ງຕາມຈິດໃຈຂອງຊາວຄິດ. ປະຊາຊົນຊາວຄິດໃນເຂດ ໄດ້ກະກຽມທັງດ້ານວັດຖຸ ແລະ ຈິດໃຈຢ່າງລອບຄອບຖີ່ຖ້ວນ, ດັ່ງນັ້ນງານບຸນຖືກດຳເນີນໃນຄວາມພາກພູມໃຈທີ່ສຸດ“.
ງານບຸນຄຼິດສມາດດ້ວຍຈິດໃຈມະນຸດສະທຳ ແລະ ກຸສົນ
ງານບຸນຄຼິດສມາດ ປີນີ້, ຊາວຄິດນະຄອນ ໂຮ່ຈີມິນ ຕັ້ງໜ້າເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ, ຊ່ວຍເຫຼືອຜູ້ທຸກຍາກ, ຄົນພິການ, ຄົນເຈັບຢູ່ເຂດຫ່າງໃກສອກຫຼີກ, ນັກຮຽນທຸກຍາກແຕ່ຮຽນເກັ່ງ… ພິເສດ, ຢູ່ຄຸ້ມຖະໜົນວັດທະນະທຳຕ່າງໆ, ການເຄື່ອນໄຫວມະນຸດສະທຳ ແລະ ກຸສົນຂອງຊາວຄິດຍິ່ງສະແດງອອກຢ່າງຈະແຈ້ງກວ່າ. ສຳລັບປະຊາຊົນຊາວຄິດແລ້ວ, ງານບຸນ ຄຼິດສມາດ ກໍ່ແມ່ນໂອກາດເພື່ອໃຫ້ທຸກຄົນເອົາໃຈໃສ່ຊ່ວຍເຫຼືອກັນ, ແລະ ມີຄວາມຮັບຜິດຊອບຕໍ່ປະຊາຄົມ. ທ່ານ ເຈິ່ນວັນດີ່ນ, ສະມາຊິກສະພາຄິດທະສາສະໜາ ເຂດເຍິນຮ່ວາ, ເມືອງ ເຕິນຟູ໋, ເວົ້າຄວາມໃນໃຈສູ່ຟັງວ່າ:
“ໃນໂອກາດງານບຸນ ຄຼິດສມາດ, ທຸກຄົນຕ່າງກໍ່ພາກພູມໃຈ, ຊ່ວຍເຫຼືອກັນ ດ້ວຍໃຈບຸນໃຈກຸສົນຂອງແຕ່ລະຄົນ. ປີນີ້ຄຸນພໍ່ໄດ້ຮຽກຮ້ອງໃຫ້ມີການບໍລິຈາກເງິນເພື່ອເປັນຂອງຂວັນມອບໃຫ້ 360 ຄົນ, ຂອງຂວັນແຕ່ລະພູດມີມູນຄ່າ 500.000 ດົ່ງ“.
ມານະພະຍາຍາມຢູ່ໃນສິນ ກິນໃນທຳ
ຕາມຈິດໃຈ “ຢູ່ໃນສິນ ກິນໃນທຳ “ ໃນຫຼາຍປີຜ່ານມາ, ປະຊາຊົນຊາວຄິດໃນທົ່ວປະເທດໄດ້ເຂົ້າຮ່ວມຂະບວນການຮັກຊາດ, ຂະບວນການເພື່ອຄົນທຸກຍາກ, ຂະບວນການກຸສົນ… ໂດຍຂະແໜງ, ຂັ້ນຕ່າງໆ ແລະ ແນວໂຮມປະເທດຊາດຫວຽດນາມ ປຸກລະດົມຢ່າງມີປະສິດທິຜົນ. ປະຊາຊົນຊາວຄິດຍັງມານະພະຍາຍາມເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ, ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ໃຫ້ແກ່ສັງຄົມ. ການປະກອບສ່ວນຂອງເຂົາເຈົ້າ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການຮັບປະກັນຊີວິດສັງຄົມ ແລະ ພັດທະນາເສດຖະກິດສັງຄົມຂອງທ້ອງຖີ່ນ. ໃນຂະນະນັ້ນ, ອຳນາດການປົກຄອງທ້ອງຖີ່ນ ນັບມື້ນັບສ້າງເງື່ອນໄຂເພື່ອໃຫ້ຊາວຄິດເຄື່ອນໄຫວທາງສາສະໜາ, ມານະພະຍາຍາມສ້າງສາຍພົວພັນອັນດີງາມ, ໃກ້ຊິດຕິດແທດກັບປະຊາຊົນຊາວຄິດ ດ້ວຍການປະຕິບັດນະໂຍບາຍເຫຼື້ອມໄສ, ສາສະໜາຂອງລັດ. ທ່ານ ເລດຶກເດ້, ປະທານຄະນະກຳມະການປະຊາຊົນຕາແສງທໍ້ເຊືອງ, ເມືອງທໍ້ຊວນ, ແຂວງແທງຮ໋ວາ, ແຫ່ງທີ່ມີ 50% ຈຳນວນພົນລະເມືອງເຊື່ອຖືສາສະໜາຄິດ, ໃຫ້ຮູ້ວ່າ:
“ພວກເຮົາເຄີຍພົບປະ, ແລກປ່ຽນເປັນປະຈຳ, ເມື່ອທ້ອງຖີ່ນມີວຽກງານໃດ, ພວກເຮົາກໍ່ແລກປ່ຽນກັບຄຸນພໍ່, ເພື່ອໃຫ້ຄຸນພໍ່ກຳໄດ້ ແລະ ມີທິດຊ່ວຍເຫຼືອພວກເຮົາ“
ງານບຸນຄຼິດສມາດດຳເນີນໄປດ້ວຍຄວາມສັນຕິ, ຜາສຸກ ແລະ ມີປະໂຫຍດ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມມານະພະຍາຍາມຢູ່ໃນສິນ ກິນໃນທຳ ຂອງປະຊາຊົນຊາວຄິດນັບລ້ານຄົນ ກໍ່ຄື ການພົວພັນນັບມື້ນັບດີ ແລະ ໃກ້ຊິດຕິດພັນກວ່າລະຫວ່າງປະຊາຊົນຊາວຄິດກັບປະຊາຄົມຊາວຫວຽດນາມ.