(vovworld) - ທີ່ການໂອ້ລົມສົນທະນາກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຄັ້ງທີ 11 ຊຶ່ງ ດຳເນີນໄປໃນວັນທີ 6/12 ຢູ່ ຮ່າໂນ້ຍ, ບັນດາຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຮັບຮູ້ວ່າ ກິດຈະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ ຫວຽດນາມ ໄດ້ຮັບການປັບປຸງດີພໍສົມຄວນ ແລະ ການເຄື່ອນໄຫວ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ ບັນດາທ້ອງຖິ່ນມີບົດບາດສຳຄັນເພື່ອຍົກສູງປະສິດທິຜົນໃນ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ.
ທີ່ການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ວ່າ: “ວຽກງານ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ ທ້ອງຖິ່ນ, ສະພາບຕົວຈິງ ແລະ ມາດຕະການ”, ບັນດານັກອຸປະຖຳສາກົນ ໄດ້ຕີລາຄາສູງ 3 ຈຸດໃຫມ່ໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ນັ້ນແມ່ນ: ສູນກາງພັກກອມມູນິດ ຫວຽດນາມ ໄດ້ມີບົດສະຫລຸບກ່ຽວກັບການສືບຕໍ່ຍູ້ແຮງວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ໂດຍທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເປັນຫົວຫນ້າ; ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ; ໃຫ້ຄຳເຫັນໃສ່ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ຊຶ່ງແມ່ນຂົງເຂດໄດ້ຮັບຖືວ່າ ແມ່ນບັນຫາຮີບເຮັ່ງຂອງການສໍ້ລາດບັງຫລວງ ແລະ ລັດຖະບານໄດ້ຮັບຮອງເອົາໂຄງການດຳເນີນງານປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ການຟູມເຟືອຍ ໄລຍະ 2012 - 2016. ຢູ່ ບັນດາທ້ອງຖິ່ນ,ສະເພາະໃນປີ 2012, ທົ່ວປະເທດໄດ້ພົບເຫັນ, ເປີດການສືບສວນສອບສວນ ກວ່າ 270 ຄະດີ ແລະ 287 ສ່ວນບຸກຄົນທີ່ມີການກະທຳກ່ຽວຂ້ອງເຖິງການສໍ້ລາດບັງຫລວງ, ຮີບຊັບສິນຄືນດ້ວຍມູນຄ່າ 540 ຕື້ດົ່ງ. ຄຽງຄູ່ກັນນັ້ນ, ບັນດາອົງການກ່ຽວຂ້ອງຍັງປະຕິບັດບັນດາຄຳໝັ້ນສັນຍາ,ຂໍ້ຕົກລົງສາກົນກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢ່າງຄົບຖ້ວນ, ເປີດກວ້າງການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ເຂົ້າຮ່ວມບັນດາເວທີປາໄສສາກົນກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ.
ການໂອ້ລົມສົນທະນາກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຄັ້ງທີ 11
ພາບ:internet
|
ກ່ຽວກັບວຽກງານ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢູ່ທ້ອງຖິ່ນ, ຈຸດພົ້ນເດັ່ນໃນ 5 ປີຜ່ານມາຢູ່ 63 ແຂວງ, ນະຄອນ ຂອງ ຫວຽດນາມ ແມ່ນສ້າງສຳເລັດ ແລະ ປະກາດລະບຽບການບໍລິຫານທີ່ຂຶ້ນກັບສິດອຳນາດຂອງຕົນຢ່າງເປີດເຜີຍ ແລະ ປັບໄຫມລົງໂທດ 678 ຄົນ ຊຶ່ງແມ່ນຫົວຫນ້າ, ຮອງຫົວຫນ້າຍ້ອນຂາດຄວາມຮັບຜິດຊອບປະໃຫ້ເກີດການສໍ້ລາດບັງຫລວງ. ເຖິງຢ່າງໃດກໍຕາມ, ວຽກງານ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ບໍ່ທັນບັນລຸໄດ້ໝາຍທີ່ວາງອອກ ນັ້ນແມ່ນສະກັດກັ້ນ ແລະ ຍູ້ໄພສໍ້ລາດບັງຫລວງໃຫ້ຖອຍໄປເທື່ອລະກ້າວ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາກ່ຽວກັບການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ຄັ້ງທີ 11, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ (Nguyễn Xuân Phúc) ຊີ້ແຈງວ່າ: ລັດຖະບານ ຫວຽດນາມ ຕັດສິນໃຈເຄື່ອນໄຫວເພື່ອຍູ້ໄພສໍ້ລາດບັງຫລວງໃຫ້ຖອຍໄປເທື່ອລະກ້າວ, ເປັນຕົ້ນການສໍ້ລາດບັງຫລວງຢູ່ບັນດາທ້ອງຖິານໃນຂົງເຂດສະດຸ້ງໄວ. ທ່ານຮອງນາຍົກລັດຖະມົນຕີຊີ້ນຳບັນດາທ້ອງຖິ່ນຄວນຄົ້ນຄ້ວາຢ່າງລະອຽດບັນດາແບບຢ່າງ, ຕ້ອງມີການຕີລາຄາ, ຖອດຖອນບົດຮຽນ, ຈາກນັ້ນ ສ້າງຮູບແບບມາດຕະຖານເພື່ອທະວີຄູນໃນໄລຍະຈະມາເຖິງ. ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເວົ້າວ່າ:
“ການສໍ້ລາດບັງຫລວງໃນຂົງເຂດທີ່ດິນ, ໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການລົງທຶນຂອງລັດ, ການຄຸ້ມຄອງງົບປະມານແຫ່ງລັດແມ່ນບັນຫາຮີບເຮັ່ງຢູ່ ທ້ອງຖິ່ນ. ໃນຂະນະທີ່ພວກເຮົາບໍ່ທັນປ່ຽນແປງກົນໄກ່, ກົດໝາຍຢ່າງທັນການ ແລະ ຄົບຖ້ວນໄດ້, ບັນດາແບບຢ່າງໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງແມ່ນແວນແຍງໃຫ້ພວກເຮົາປະຕິບັດຕາມ. ຂ້າພະເຈົ້າສະເຫນີບັນດາອົງການກ່ຽວຂ້ອງ, ທ້ອງຖິ່ນຕ່າງໆຕ້ອງຄົ້ນຄ້ວາບົດຮຽນຢ່າງລະອຽດ, ພິຈາລະນາຄວາມສາມາດນຳໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ. ”
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນສາກົນຖືວ່າ ເພື່ອໃຫ້ວຽກງານ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢູ່ ທອ້ງຖິ່ນບັນລຸປະສິດທິຜົນກວ່າ, ຕ້ອງລະດົມທັງລະບົບການເມືອງເຂົ້າຮ່ວມ.
ກ່ອນອື່ນໝົດ, ອຳນາດການປົກຄອງທ້ອງຖິ່ນຕ້ອງເອົາໃຈໃສ່ເຖິງວຽກງານນີ້, ໄປຄຽງຄູ່ກັບວຽກງານຊຸກຍູ້, ຍົກສູງປະສິດທິຜົນໃນຂົງເຂດສຳຄັນຈຳນວນຫນຶ່ງໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ. ທ່ານ Renwick Irvine ຜູ້ຕາງຫນ້າກະຊວງພັດທະນາສາກົນ ລາຊະອານາຈັກ ອັງກິດ ຖືວ່າ: ກົນໄກຕິດຕາມກວດກາການສໍ້ລາດບັງຫລວງ ຢູ່ ຫວຽດນາມ ປະຈຸບັນ ຈຳເປັນຕ້ອງໄດ້ຮັບການປັບປຸງ.
“ກົນໄກການຕິດຕາມກວດກາເພື່ອສາມາດຫນູນຊ່ວຍໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງປະຈຸບັນຂອງ ຫວຽດນາມ ແມ່ນບໍ່ທັນບັນລຸປະສິດທິຜົນ. ບັນດາຄວາມຄືບຫນ້າຜ່ານມາສະແດງໃຫ້ເຫັນວ່າ ການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແຕ່ວຽກງານຕິດຕາມກວດກາບໍ່ທັນ. ສະນັ້ນ ຄວນເພີ່ມທະວີບົດບາດຂອງພົນລະເມືອງ ແລະ ສັງຄົມພົນລະເຮືອນ.”
ເພື່ອເພີ່ມລັກສະນະປະສິດທິຜົນໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ບັນດາຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ສະເຫນີລັດຖະບານ ຫວຽດນາມ ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອຍົກສູງປະສິດທິຜົນ, ຜົນສັກສິດຂອງວຽກງານກວດກາ, ຕິດຕາມກວດກາ, ການສືບສວນສອບສວນ, ແລະ ພິພາກສາບັນດາການກະທຳສໍ້ລາດບັງຫລວງຢ່າງເຂັ້ມງວດ, ເພີ່ມເຕີມ, ສ້າງກົນໄກນະໂຍບາຍດ້ານກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢ່າງສົມບູນແບບ. ດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ໂຄງການດຳເນີນງານປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງໄລຍະ 2012- 2016, ກິດຈະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢູ່ ຫວຽດນາມ ຈະໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າກວ່າໃນໄລຍະຈະມາເຖິງ.