(vovworld)-ເພື່ອໃຫ້ການພົວພັນຕ່າງປະເທດປະຊາຊົນ (ປຊຊ) ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນພັດທະນາເສດຖະກິດ ສັງຄົມ, ຊຸກຍູ້ວິວັດການເຊື່ອງໂຍງເຂົ້າກັບສາກົນຢ່າງແຂງແຮງ ຄວນເອົາໃຈໃສ່ເປັນພິເສດເຖິງລັກສະນະປະສິດທິຜົນ, ຄວນສ້າງແຜນການ ແລະ ຜັນຂະຫຍາຍການເຄື່ອນໄຫວຢ່າງຄົບຊຸດ ແລະ ຮອບດ້ານ, ປະກອບສ່ວນຫນູນຊ່ວຍການເຄື່ອນໄຫວພົວພັນຕ່າງປະເທດຂອງພັກກອມມູນິດ ຫວຽດນາມ ແລະ ການຕ່າງປະເທດລັດ, ພິເສດໃນສະພາບການໃຫມ່. ນີ້ແມ່ນເນື້ອໃນສຳຄັນທີ່ໄດ້ຮັບການປຶກສາຫາລືໃນກອງປະຊຸມສະຫລຸບວຽກງານການພົວພັນຕ່າງປະເທດ ປຊຊ ປີ 2011 ແລະ ຜັນຂະຫຍາຍຫນ້າທີ່ປີ 2012 ຊຶ່ງຫາກໍດຳເນີນໃນທ້າຍອາທິດຜ່ານມາຢູ່ ຮ່າໂນ້ຍ.
ກອງປະຊຸມສະຫລຸບວຽກງານການພົວພັນຕ່າງປະເທດປຊຊ 2011
ພາບ:dangcongsan.vn
ບັນດາບົດປະກອບຄຳຄິດຄຳເຫັນສະເຫນີທີ່ກອງປະຊຸມ ລ້ວນແຕ່ມີຄວາມຮັບຮູ້ລວມວ່າ, ເຖິງວ່າແມ່ນເຄື່ອນໄຫວການຕ່າງປະເທດບໍ່ເປັນທາງການ, ແຕ່ການທູດປຊຊ ພັດມີທ່າດີຊຶ່ງການຕ່າງປະເທດທາງການຍາກທີ່ຈະປະຕິບັດໄດ້. ໂດຍບໍ່ຖືກຈຳກັດກ່ຽວກັບພິທີການຕ່າງປະເທດ ແລະ ກຳລັງເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ຮາກຖານແມ່ນເລິກເຊິ່ງ ກວ້າງຂວາງ ແລະ ວິທີການມີຄວາມໄຫວພິບ, ສະນັ້ນການທູກປຊຊ ໄດ້ກາຍເປັນກຳລັງສຳຄັນ ພ້ອມກັບການພົວພັນຕ່າງປະເທດຂອງພັກ ແລະ ລັດໂຮມເປັນພື້ນຖານການຕ່າງປະເທດສັງລວມຂອງປະເທດຊາດ. ທີ່ຈິງແລ້ວ ບັນດາຜົນງານການທູດປຊຊ ໃນຫລາຍປີຜ່ານມາ ພິເສດໃນ ປີ 2011, ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ, ຄວາມສາມັກຄີ ມິດຕະພາບກັບປຊຊບັນດາປະເທດ, ການຂົນຂວາຍ ແລະ ຍາດແຍ່ງແຫລ່ງກຳລັງທາງດ້ານວັດຖຸ, ການສະຫນັບສະຫນູນທາງດ້ານຈິດໃຈຂອງບັນດາເພື່ອນມິດແລະ ຄູ່ຮ່ວມມືສາກົນອັນໄດ້ປະກອບສ່ວນໃນການຮັກສາຄວາມສະຖຽນລະພາບດ້ານການເມືອງ ແລະ ປົກປ້ອງຜົນປະໂຫຍດຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ໃນແຕ່ລະໄລຍະຕ່າງກັນ, ການຕ່າງທູດປຊຊຕ້ອງມີຄວາມໄຫວພິບນັບທັງວິທີການ ແລະ ເນື້ອໃນການເຄື່ອນໄຫວໃຫ້ເໝາະສົມ ເພື່ອນຳມາຊຶ່ງປະສິດທິຜົນສູງສຸດ. ຕາມທ່ານ ບຸ່ຍແທນເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມແລ້ວ, ການຫັນເປົ້າໝາຍ, ບໍລິເວນ, ກຳລັງເຂົ້າຮ່ວມເປັນຫລາຍຮູບຫລາຍແບບ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນທີ່ມີຕໍ່ການທູດປຊຊ ໃນໄລຍະປະຈຸບັນ.
“ກ່ອນນີ້ ພວກເຮົາສຸມໃສ່ຄູ່ຮ່ວມມືສຳຄັນຕົ້ນຕໍຈຳນວນຫນຶ່ງ. ນີ້ຍັງຄົງແມ່ນຈຸດສຸມຂອງພວກເຮົາ, ຕົວຢ່າງ ບັນດາຄູ່ຮ່ວມມືຍຸດທະສາດ, ຄຸູ່ຮ່ວມມືຮອບດ້ານ ແຕ່ໄລຍະຈະມາເຖິງ ພວກເຮົາຄວນເປີດກວ້າງອອກສູ່ບັນດາບໍລິເວນອື່ນ. ທີສອງ ເປົ້າໝາຍກໍຕ້ອງແຕກຕ່າງກັບກ່ອນນີ້. ຖ້າກ່ອນນີ້ ພວກເຮົາສຸມໃສ່ບັນດາເປົ້າໝາຍທີ່ຂຶ້ນກັບລັດ, ປະຈຸບັນ ການທູດປຊຊ ຊ້ຳບໍ່ໜຳນັບທັງການທູດແຫ່ງລັດ ຄວນສຸມໃສ່ບັນດາເປົ້າໝາຍແມ່ນກຸ່ມບໍລິສັດເສດຖະກິດ.”
ທີ່ກອງປະຊຸມ, ບັນດາຜູ້ແທນກໍສຸມໃສ່ຊີ້ແຈງບາງຂໍ້ຈຳກັດໃນການເຄື່ອນໄຫວພົວພັນຕ່າງປະເທດປຊຊຄື: ວຽກງານຊີ້ນຳ, ວຽກງານເປັນເສນາທິການບໍ່ທັນເສີມຂະຫຍາຍຢ່າງມິີປະສິດທິຜົນໄດ້, ເລື່ອງສ້າງແຜນການເຄື່ອນໄຫວການຕ່າງປະເທດຂອງອົງການຈຳນວນຫນຶ່ງຍັງບໍ່ທັນເປັນລະບຽບ ຍັງແມ່ນລັກສະນະຮູບການ. ຕາມທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລ້ວ, ຄວນສ້າງກົນໄກສົມທົບຢ່າງຄົບຊຸດ ແລະ ມີປະສິດທິຜົນ. ດ້ວຍທ່າແຮງ ນັ້ນແມ່ນຫວຽດນາມ ມີເກືອບ 100 ອົງການຜູ້ຕາງຫນ້າການທູດຂອງຫວຽດນາມ ຢູ່ ຕ່າງປະເທດ, ກວ່າ 400 ອົງການປຊຊ, ບັນດາອົງການສັງຄົມ, ຖ້າຫາກມີກົນໄກສົມທົບຢ່າງຈະແຈ້ງ ຈະເສີມຂະຫຍາຍທ່າແຮງຂອງກຳລັງເຮັດວຽກງານການຕ່າງປະເທດ ປຊຊ ນຳມາຊຶ່ງບັນດາປະສິດທິຜົນໃຫ້ປະເທດຊາດຢ່າງແທດຈິງໄດ້.
“ບົນພື້ນຖານບັນດາຂໍ້ຈຳກັດ, ຂ້າພະເຈົ້າຖືວ່າ ຂໍ້ຈຳກັດແຕ່ລະຂໍ້ນັ້ນ ຄວນມີຫົວຂໍ້ລົງເລິກຂະແຫນງເພື່ອຄົ້ນຄ້ວາແກ້ໄຂ. ທີສອງ ຄວນເພີ່ມທະວີກົນໄກຄຸ້ມຄອງເພື່ອເຮັດແນວໃດໃຫ້ມະຫາຊົນເຂົ້າຮ່ວມນຳ. ທີສາມ ຕ້ອງສ້າງກົນໄກສົມທົບລະຫວ່າງບັນດາຫົວຫນ່ວຍ, ບັນດາເປົ້າໝາຍເຂົ້າຮ່ວມວຽກງານພົວພັນຕ່າງປະເທດປຊຊ.”
ໂດຍເຫັນດີເຫັນພ້ອມກັບທັດສະນະດັ່ງກ່າວ, ທ່ານ ຫງວຽນວັນແຮນ ເລຂາຄະນະພັັກກຸ່ມບັນດາອົງການຈັດຕັ້ງປຊຊ ການເມືອງພັກ ນະຄອນ ໂຮ່ຈິມີນ ຖືວ່າ ຈາກພຶດຕິກຳຕົວຈິງແຫ່ງການເຄື່ອນໄຫວຂອງນະຄອນ, ແມ່ນຫົວຫນ່ວຍມີການພົວພັນແລກປ່ຽນດ້ານວັດທະນະທຳເສດຖະກິດຕົ້ນຕໍ ດ້ວຍສະຖານກົງສູນ ແລະ ອົງການທູຕານຸທູດປະຈຳນະຄອນໂຮ່ຈິມີນ ກວ່າ 40 ແຫ່ງ, ການເຄື່ອນໄຫວພົວພັນຕ່າງປະເທດປຊຊ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ, ຫັນການເຄື່ອນໄຫວເປັນຫລາຍຮູບຫລາຍແບບ ດ້ວຍຈຸດໝາຍເຮັດໃຫ້ປຊຊໂລກມີຄວາມເຂົ້າໃຈແຈ້ງກ່ຽວກັບມູນເຊື້ອ, ຊາວນະຄອນເວົ້າສະເພາະ ແລະ ຊາວຫວຽດນາມເວົ້າລວມ, ນະໂຍບາຍການພົວພັນຢູ່ພາຍໃນປະເທດ ແລະ ການພົວພັນຕ່າງປະເທດຂອງຫວຽດນາມ, ບັນດາຜົນງານກິດຈະການແຫ່ງການປ່ຽນແປງໃຫມ່, ການຕໍ່ສູ້ກັບກົນອຸບາຍ ແລະ ການເຄື່ອນໄຫວທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບເພື່ອສ້າງສາພັດທະນາ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ການພົວພັນຕ່າງປະເທດ ປຊຊ ເສີມຂະຫຍາຍຢ່າງມີປະສິດທິຜົນກວ່າ, ຄຽງຂ້າງການສ້າງກົນໄກສົມທົບ ຄວນລົງທຶນໃຫ້ແກ່ແຫລ່ງຊັບພະຍາກອນມະນຸດກວ່າອີກ.
“ຄວນສຳຫລວດກວດກາ ແລະ ປະກາດໃຊ້ບັນດາເອກະສານນິຕິກຳໃນວຽກງານຊີ້ນຳ, ບູລະນະ, ປັບປຸງ ແລະ ພັດທະນາກົງຈັກພະນັກງານ, ກຳລັງເຮັດວຽກງານການພົວພັນຕ່າງປະເທດປຊຊ ຕາມເນື້ອໃນຈິດໃຈຂອງຄຳສັ່ງເລກ 04 ຂອງຄະນະພົວພັນຕ່າງປະເທດສູນກາງພັກ. ຊັບຊ້ອນ, ບຳລຸງສ້າງຖັນແຖວພະນັກງານທີ່ມີຄຸນນະທາດການເມືອງໝັ້ນແກ່ນ, ມີວິຊາສະເພາະດ້ານການພົວພັນຕ່າງປະເທດ, ຮູ້ດີພາສາຕ່າງປະເທດ, ສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານການພົວພັນຕ່າງປະເທດປຊຊໃນສະພາບການໃຫມ່.”
ຖ້າກອ່ນນີ້ ການສະຫນັບສະຫນູນຊ່ວຍເຫລືອທາງດ້ານຈິດໃຈຂອງເພື່ອນມິດສາກົນທີ່ສະຫງວນໃຫ້ແກ່ຫວຽດນາມ ມີຄວາມໝາຍອັນໃຫຍ່ຫລວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປະຈຸບັນ ບັນດາການຫນູນຊ່ວຍທາງດ້ານວັດຖຸ ແລະ ບົດຮຽນໃນບັນດາຂົງເຂດ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ, ຮັບມືກັບໄພທຳມະຊາດ, ແກ້ໄຂບັນຫາສິ່ງແວດລ້ອມແລະອື່ນໆ ຍັງຄົງແມ່ນສິ່ງທີ່ຈຳເປັນທີ່ສຸດສຳລັບຫວຽດນາມ. ຍິ່ງກວ່ານັ້ນ ເພື່ອໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈແຈ້ງ, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຫວຽດນາມ ບໍ່ມີສິ່ງໃດມີປະສິດທິຜົນກວ່າ ບັນດາການເຄື່ອນໄຫວການພົວພັນຕ່າງປະເທດປຊຊ . ສະນັ້ນ ການຕີລາຄາ, ຮັບຮູ້ສິ່ງທີ່ດີ ຂໍ້ຂາດຕົກບົກຜ່ອງໃນການເຄື່ອນໄຫວການພົວພັນຕ່າງປະເທດ ປຊຊ ຈະສ້າງເງື່ອນໄຂເພ່ືອໃຫ້ຫວຽດນາມຍູ້ແຮງການຜັນຂະຫຍາຍພື້ນຖານການທູດຮອບດ້ານ ຕາມທິດການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບຫລາຍແບບ ແລະ ຫວຽດນາມແມ່ນເພື່ອນມິດ, ຄູ່ຮ່ວມມືຢ່າງໄວ້ເນື້ອເຊື່ອໃຈຂອງທຸກປະເທດ./.
ແອນຮ່ວຽນ