(vovworld) - ຕອນເຊົ້າວັນທີ 12/11, ໃນການເຮັດວຽກຂອງກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕາງຫນ້າໃຫ້ລັດຖະບານ, ທ່ານ Nguyen Xuan Phuc ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເຫນີບົດສະຫລຸບສັງລວມຂອງລັດຖະບານໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ 2, ທີ 3, ສະພາແຫ່ງຊາດຊຸດທີ 13. ນີ້ເປັນຄັ້ງທຳອິດ ທີ່ລັດຖະບານມີບົດລາຍງານລະອຽດກ່ຽວກັບການປະຕິບັດບັນດາເນື້ອໃນຊື່ງສະມາຊິກລັດຖະບານໄດ້ໝັ້ນໝາຍຕໍ່ ສະພາແຫ່ງຊາດ ແລະ ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ໃນລາຍການສະຖານະການການເມືອງພາກນີ້ ພວກເຮົາຂໍຄັດສະເຫນີເນື້ອໃນພື້ນຖານຂອງບົດລາຍງານດ້ວຍເນື້ອໃນ “ຕັດສິນໃຈປະຕິບັດຄາດໝາຍພັດທະນາເສດຖະກິດ ສັງຄົມ”
ທ່ານ Nguyen Xuan Phuc ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເຫນີບົດສະຫລຸບສັງລວມຂອງລັດຖະບານ
ພາບ:internet
|
ບົດລາຍງານສັງລວມຂອງລັດຖະບານໄດ້ສ່ອງແສງບັນດາບັນຫາເສດຖະກິດ ສັງຄົມ ຂອງຫວຽດນາມ ຢ່າງຮອບດ້ານ. ໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໃຫ້ຮູ້ວ່າ: ແຫລ່ງງົບປະມານລົງທຶນໃນແຕ່ລະປີໃຫ້ແກ່ຂົງເຂດກະສິກຳຊົນນະບົດໄດ້ເພີ່ມຂຶ້ນຫລາຍພໍສົມຄວນ ດ້ວຍລະດັບສູງກວ່າລະດັບລວມຂອງພື້ນຖານເສດຖະກິດ.ປີ 2011 ເພີ່ມຂຶ້ນ 34,7 %, ປີ 2012 ເພີ່ມຂຶ້ນ 28%. ຕາມທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ແລ້ວ, ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ ແລະ ໄດ້ກາຍເປັນຂະບວນການລວມຂອງທັງປະເທດ. ແຫລ່ງງົບປະມານຈັດແບ່ງໃຫ້ແກ່ຂົງເຂດນີ້ໃນປີ 2011 ແລະ 2012 ບັນລຸປະມານ 18.300 ຕື້ດົ່ງ. ເຖິງຢ່າງໃດກໍຕາມ, ແຫລ່ງທຶນນີ້ບໍ່ທັນຕອບສະຫນອງຄວາມຮຽກຮ້ອງຕ້ອງການ ແລະ ບາງມາດຖານຊົນນະບົດໃຫມ່ທີ່ໄດ້ວາງອອກບໍ່ທັນເໝາະສົມເທື່ອ. ເພື່ອແກ້ໄຂສະພາບການນັ້ນ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໃຫ້ຮູ້ວ່າ:
“ລັດຖະບານ ຈະປັບປຸງ, ເພີ່ມເຕີມນະໂຍບາຍສົ່ງເສີມວິສາຫະກິດລົງທຶນ ແລະ ນະໂຍບາຍສິນເຊື່ອໃນຂົງເຂດກະສິກຳ, ຊົນນະບົດ, ເພີ່ມແຫລ່ງເງິນລົງທຶນໃຫ້ແກ່ບັນດາໂຄງການຫນູນຊ່ວຍທີ່ມີຈຸດໝາຍ ພວມໄດ້ຮັບການຜັນຂະຫຍາຍ, ຂົນຂວາຍບັນດາແຫລ່ງທຶນອື່ນ ແລະ ນຳໃຊ້ກົນໄກການລົງທຶນພິເສດສະເພາະເພື່ອຍູ້ໄວການປະຕິບັດໂຄງການພັດທະນາຊົນນະບົດໃຫມ່, ປັບປຸງມາດຖານຊົນນະບົດໃຫມ່ໃຫ້ເໝາະສົມ.”
ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ລັດຖະບານໄດ້ສຸມໃສ່ຊີ້ນຳປັບປຸງ ແລະ ພັດທະນາລະບົບໂຮງຮຽນກິນກອນຊົນເຜົ່າຊັ້ນມັດທະຍົມ, ພັດທະນາການສຶກສາໃຫ້ແກ່ບັນດາຊົນເຜົ່າສ່ວນຫນ້ອຍ, ຫນູນຊ່ວຍນັກຮຽນເຄິ່ງກິນນອນ ແລະ ໂຮງຮຽນມັດທະຍົມຊົນເຜົ່າເຄິ່ງກິນນອນ, ປະຕິບັດນະໂຍບາຍພັດທະນາການສຶກສາບຳລຸງສ້າງ ແລະ ສອນວິຊາຊີບ, ບຸລິມະສິດໃນການຮັບນັກຮຽນເຂົ້າມະຫາວິທະຍາໄລ, ວິທະຍາໄລສຳລັບລູກຫລານຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດ ໄຕບັກ, ໄຕງວຽນ ແລະ ເຂດຕາເວັນຕົກພາກໃຕ້.
ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ພວມດຳເນີນໄປຢູ່ ຮ່າໂນ້ຍ
|
ກ່ຽວກັບເສດຖະກິດ ການເງິນ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໃຫ້ຮູ້ວ່າ: ລັດຖະບານ ພວມພິຈາລະນາເພື່ອປະກາດໃຊ້ແຜນຮ່າງສ້າງໂຄງປະກອບຕະຫລາດຫລັກຊັບ ແລະ ຕະຫລາດປະກັນໄພ, ຄາດວ່າຮອດປີ 2015 ສຳເລັດການສ້າງໂຄງປະກອບບັນດາອົງການດຳເນີນທຸລະກິດຫລັກຊັບ ແລະ ວິສາຫະກິດປະກັນໄພຄືນໃຫມ່ ພ້ອມທັງສ້າງວິວັດການພັດທະນາຕະຫລາດພັນທະບັດໄລຍະ 2011- 2020 ໃຫ້ສົມບູນແບບ. ລັດຖະບານ ກໍໄດ້ຮັບຮອງເອົາແຜນຮ່າງສ້າງລະບົບບັນດາອົງການສິນເຊ່ືອຄືນໃຫມ່, ໃນນັ້ນ ໄດ້ຊີ້ນຳການຈັດຕັ້ງຕີລາຄາ, ແບ່ງປະເພດ, ຮັບຮອງເອົາ, ປະຕິບັດວິທີສ້າງໂຄງປະກອບທະນາຄານການຄ້າອ່ອນດ້ອຍຄືນໃຫມ່. ສຳລັບການແກ້ໄຂຫນິ້ເສຍ, ລັດຖະບານ ໄດ້ຜັນຂະຫຍາຍຫລາຍມາດຕະການຄື: ສ້າງໂຄງປະກອບບ້ວງຫນິ້ຄືນໃຫມ່, ຕໍ່ກຳນົດເວລາສຳລັບບ້ວງຫນິ້, ຂາຍຫນິ້ເສຍມີຊັບສິນຄ້ຳປະກັນ.. ເຖິງຢ່າງໃດກໍຕາມ, ມາຮອດປະຈຸບັນ ຄວາມຄືບຫນ້າໃນການແກ້ໄຂຫນິ້ເສຍຍັງຊັກຊ້າ, ໝາກຜົນຍັງຈຳກັດຢູ່. ນີ້ແມ່ນບັນຫາຮີບເຮັ່ງ, ຮຽກຮ້ອງຕ້ອງປະຕິບັດຫລາຍມາດຕະການຢ່າງຄົບຊຸດ ແລະ ມີການເຂົ້າຮ່ວມ, ສົມທົບກັນຢ່າງແຫນ້ນແຟ້ນລະຫວ່າງທະນາຄານ ແລະ ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນທີ່ກ່ຽວຂ້ອງ.
“ໃນໄລຍະຈະມາເຖິງ, ລັດຖະບານ ຈະສຸມໃສ່ຊີ້ນຳຢ່າງຂ້ຽວຂາດຕໍ່ການ ສ້າງໂຄງປະກອບຄືນໃຫມ່ຕາມວິວັດການ, ແກ້ໄຂຢ່າງເດັດຂາດບັນດາທະນາຄານອ່ອນດ້ອຍ, ຮີບເຮັ່ງກໍ່ສ້າງ ແລະ ຜັນຂະຫຍາຍການປະຕິບັດແຜນຮ່າງແກ້ໄຂຫນິ້ເສຍຢ່າງມີປະສິດທິຜົນ, ໂປ່ງໃສ ແລະ ຜັນຂະຫຍາຍບັນດາມາດຕະການແກ້ໄຂຫນິ້ເສຍຢ່າງຄົບຊຸດ, ເພີ່ມທະວີການກວດກາ, ຕິດຕາມລະບົບທະນາຄານ, ສືບຕໍ່ຊີ້ນຳການແກ້ໄຂບັນດາອົງການຈັດຕັ້ງ, ສ່ວນບຸກຄົນລະເມີດກົດໝາຍໃນຂົງເຂດການເງິນ, ທະນາຄານຢ່າງເຂັ້ມງວດ.”
ກ່ຽວກັບນະໂຍບາຍເງິນຕາ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍເງິນຕາຢ່າງແຫນ້ນແຟ້ນ, ລອບຄອບຖີ່ຖ້ວນໄດ້ປະກອບສ່ວນຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແຕ່ພັດເຮັດໃຫ້ການຜະລິດດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົນສະທ້ອນເຖິງການເຕີບໂຕເສດຖະກິດ. ເພື່ອແກ້ໄຂບັນຫານີ້, ລັດຖະບານ ຈະສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ ເພື່ອວາງອອກການຄວບຄຸມໄພເງິນເຟີ້, ບໍລິຫານອັດຕາດອກເບ້ຍໃຫ້ເໝາະສົມ, ຮັບປະກັນການເຕີບໂຕດ້ານສິນເຊື່ອໄປຄຽງຄູ່ກັບຄວາມປອດໄພຂອງທັງລະບົບ.
ລັດຖະບານກໍໄດ້ອະນຸມັດຜ່ານແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່, ຈຸດສຸມແມ່ນກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ ໃນນັ້ນ ໄດ້ກຳນົດທິດ, ຈຸດໝາຍ ແລະ ມາດຕະການໃຫ້ແກ່ວິວັດການສ້າງໂຄງປະກອບຄືນໃຫມ່ເພື່ອໃຫ້ລັດວິສາຫະກິດເຄື່ອນໄຫວນັບມື້ນັບມີປະສິດທິຜົນ, ສອດຄອ່ງກັບກົນໄກຕະຫລາດ.
“ລັດຖະບານພວມອະນຸມັດແຜນຮ່າງສ້າງກຸ່ມບໍລິສັດເສດຖະກິດ , ບໍລິສັດໃຫຍ່ແຫ່ງລັດ 20ແຫ່ງ ແລະ ສ້າງດຳລັດກ່ຽວກັບກົດລະບຽບຈັດຕັ້ງ ແລະ ການເຄື່ອນໄຫວຂອງກຸ່ມບໍລິສັດແຕ່ລະແຫ່ງ. ກົດລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບໍລິສັດໃຫຍ່ແຫ່ງລັດ. ບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍຂອງລັດວິສາຫະກິດ, ການຄຸ້ມຄອງລັດ ແລະ ຄຸ້ມຄອງກຳມະສິດຂອງລັດໄດ້ຮັບການຕີລາຄາຢ່າງເຂັ້ມງວດໃນແຜນຮ່າງສືບຕໍ່ສັບຊ້ອນ, ປ່ຽນໃຫມ່ ແລະ ຍົກສູງປະສິດທິຜົນລັດວິສາຫະກິດ ທີ່ສະເຫນີໃນກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 11. ປະຈຸບັນ ລັດຖະບານພວມຕັ້ງຫນ້າຊີ້ນຳການປະຕິບັດບົດສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 6 ແລະ ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ຊື່ງໄດ້ຮັບການອະນຸມັດ.”
ບົດລາຍງານກໍເຕື້ອງເຖິງວິວັດການປະຕິບັດຕະຫລາດແກ້ງແຍ້ງ, ຕ້ານສິດຜູກຂາດ, ເປັນຕົ້ນສຳລັບບັນດາຜະລິດຕະພັນໄຟຟ້າ, ນ້ຳມັນອາຍແກສ, ຖ່ານຫີນ, ອຸປະກອນກະສິກຳ. ກ່ຽວຂ້ອງເຖິງການລົງທຶນຂອງລັດ, ທີ່ກອງປະຊຸມເທື່ອນີ້, ລັດຖະບານໄດ້ລາຍງານແຜນການລົງທຶນຈາກງົບປະມານແຫ່ງລັດໄລຍະ 2013 - 2015 ຕໍ່ສະພາແຫ່ງຊາດ ເພື່ອໃຫ້ທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນຕ່າງໆເປັນເຈົ້າການດຸນດຽງແຫລ່ງກຳລັງ, ກຳນົດ ຂົງເຂດບຸລິມະສິດ ຢ່າງລະອຽດ. ພ້ອມກັນນັ້ນ, ລັດຖະບານ ໄດ້ຊີ້ນຳການກະກຽມການສ້າງກົດໝາຍວ່າດ້ວຍການລົງທຶນຂອງລັດ, ສ້າງດຳລັດກ່ຽວກັບແຜນການລົງທຶນໄລຍະກາງ ແລະ ປະກາດໃຊ້ແຜນຮ່າງສ້າງໂຄງປະກອບການລົງທຶນຄືນໃຫມ່, ຈຸດສຸມແມ່ນການລົງທຶນຂອງລັດ./.