ຕຳນິຕິຊົມ ຈຸດເດັ່ນດ້ານການເມືອງໃນການກໍ່ສ້າງພັກ

(vovworld) - ການສະ​ເຫລີ​ມສະຫລອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (3/2/1930 - 3/2/2013) ​​ແມ່ນຈຸດ​ເວລາ​ເປັນ​ຂີດ​ໝາຍ​ປີ​ຫນຶ່ງ​​ແຫ່ງ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ, ​ໃນ​ນັ້ນ ມີ​ການ​ເຄື່ອນ​ໄຫວ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ​ໃນ​ທົ່ວ​ພັກ. ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ນີ້ ​ໄດ້​ສົ່ງຜົນ​ສະທ້ອນຕັ້ງຫນ້າ, ປະກອບສ່ວນ​ບໍ່​ຫນ້ອຍ​ເຂົ້າ​ໃນ​ຫນ້າ​ທີ່​ກໍ່ສ້າງ, ປັບປຸງ​ພັກ.

        ການ​ເຄື່ອນ​ໄຫວ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ ​ໃນ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຮັບ​ການ​ປະຕິ​ບັດ​ເປັນ​ປະຈຳ​ນັບ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ປີ 2012 ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ສຳຄັນພິ​ເສດ ​ເພື່ອ​ຄວາມ​​ໂປ່​ງ​ໄສ, ​ເຂັ້ມ​ແຂງ​ຂອງ​ພັກ ​ແລະ ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ວຽກ​ງານ​ກໍ່ສ້າງພັກ. ດຣ ຫງວຽນ​ດຶກ​ຮ່າ, ຫົວຫນ້າ​ກົມ​ຮັບຜິດຊອບ​ວຽກ​ງານພັກ​ຂັ້ນຮາກ​ຖານ, ສັງກັດ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໃຫ້​ຮູ້​ວ່າ:

        “ບັ້ນຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ ຄັ້ງ​ນີ້​ແມ່ນ​ປະຕິບັດ​ໃນ​ທົ່ວ​ພັກ. ພວກ​ເຮົາ​ປະຕິບັດ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ປະຕິບັດ​ຢູ່​ໝູ່​ຄະນະ​ກ່ອນ, ສ່ວນ​ບຸກຄົນ​​ເຮັດ​ຕາມ​ຫລັງ. ພິ​ເສດ ກ່ອນ​ທີ່ ປະຕິບັດ​ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ ຕ້ອງ​ຮັບ​ເອົາ​ຄວາມ​ເຫັນ​ປະກອບ​ຈາກ​ບັນດາ​ອົງການ, ສ່ວນ​ບຸກຄົນ​. ພວກ​ເຮົາ ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ ​ເພື່ອ​ເສີມ​ຂະຫຍາຍ​ຈຸດ​ດີ, ປັບປຸງ​ຈຸດ​ອ່ອນ. ”

ຕຳນິຕິຊົມ ຈຸດເດັ່ນດ້ານການເມືອງໃນການກໍ່ສ້າງພັກ - ảnh 1

        ບັ້ນ ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນພາຍ​ໃນ​ພັກ ດຳ​ເນີນ​ໄປ​ແຕ່​ເດືອນ 8 ຮອດທ້າຍ​ເດືອນ 12/2012, ​​ເຊິ່ງເລີ່​ມປະຕິບັດຈາກ​ກົມ​ການ​ເມືອງ​, ຄະນະ​ເລຂາ​ສູນ​ກາງພັກ ຕະຫລອດ​ຮອດ​ຄະນະ​ພັກ​ຂັ້ນ​ຕ່າງໆ, ​ຄະນະ​ການ​ນຳ​ອົງການສຳນັກງານ, ຫົວຫນ່ວຍຕ່າງໆ ​ແລະ ພະນັກງານ, ສະມາຊິກ​ພັກ​ ແຕ່ລະຄົນໃນ​ທົ່ວ​ພັກ, ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ. ບັນດາ​ເນື້ອ​ໃນ​ສຳ​ຫລວດ​ກວດຄືນ​ຂອງ​ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ໃນ​ທົ່ວ​ພັກ ​ແມ່ນ​ປະຕິບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4, ບັນດາ​ບັນຫາ​ຮ້ອນ​ເຮັ່ງ, ຄວາມ​ສົນ​ໃຈ​ຂອງ​ພະນັກງານ, ສະມາຊິກ​ພັກ ລ້ວນ​ແຕ່​ຖືກ​ນຳ​ມາ​ປຶກສາ​ຫາລື,​ ​ໄຈ້​ແຍກ ​ແລະ ຖອດ​ຖອນ​ບົດຮຽນ​ຢ່າງ​ເລິກ​ເຊິ່ງ. ບັ້ນ​ດຳ​ເນີນ​ຊີວິດ​ກາ​ນ​ເມືອງຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ​​ໃນ​ປີ 2012 ບັນລຸ​ໄດ້​ໝາກຜົນ​ຕັ້ງຫນ້າ. ຮອງ​ສາ​ດສະ​ດາ​ຈານ, ດຣ ຫວູວັນ​ຟຸກ, ຫົວຫນ້າບັນນາທິການ​​ວາ​ລະ​ສານ​ກອມ​ມູນິດ ຖື​ວ່າ:

        “ໝາກຜົນທີ່​ບັນລຸ​ໄດ້​ນັ້ນ​ກ່ອນ​ອື່ນ​ໝົດແມ່ນ: ການ​ເປັບ​ແບບຢ່າງ​ຂອງ​ໝູ່​ຄະນະ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ​ແລະ ກຳມະການ​ແຕ່ລະຄົນ.​ ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ​ທຸກ​ຄົນ ​ແລະ ອົງການ​ພັກ​ຂັ້ນ​ຮາກ​ຖານ ຜັນ​ຂະຫຍາຍ​ບັ້ນ​ສຳ​ຫລວດ​ກວດຄືນ​ຢ່າງ​ເຂັ້ມ​ງວດ. ​ເລື່ອງ​ສຳ​ຫລວດ​ກວດຄືນ​ຂອງ​ກົ​ມການ​ເມືອງ, ຄະນະ​ເລຂາ ​ໄດ້​ສ້າງ​ກຳລັງ​ຫນູນ​ໃຫມ່​ໃນ​​ແນວ​ຄິດຈິດ​ໃຈຂອງ​ພະນັກງານ, ສະມາຊິກ​ພັກ. ພະນັກງານ,​ສະມາຊິກ​ພັກ ສ່ວນ​ຫລາຍ​ລໍຖ້າ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4.”

        ພ້ອມ​ກັບ​ການ​ເຄື່ອນ​ໄຫວ ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ, ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປີ 2012 ຍັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຊີ​ດຊູ​ລັກສະນະ​ນຳ​ຫນ້າ, ​​ເປັນແບບຢ່າງ​ຂອງ​ຫົວຫນ້າ​ອົງການສຳນັກງານ, ຫົວຫນ່ວຍ.​ ວຽກ​ງານ​ຈັດ​ຕັ້ງ ພະນັກງານ ​ແລະ ບັ້ນ​ດຳ​ເນີນ​ຊີວິດ​ພັກ​ກໍ​ມີ​ການ​ປ່ຽນ​ແປງ​ໃຫມ່. ບັນດາ​ມາດ​ຕະກາ​ນກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ, ການ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປະຕິບັ​ດ​ໃນ​ທົ່ວ​ພັກ. ປະສິດທິ​ຜົນ​ຂອງ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຄັ້ງ​ນີ້ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ຫນ້ອຍ​ເຖິງ​ຫນ້າ​ທີ່​ກໍ່ສ້າງພັກ ​ແລະ ປັບປຸງ​ພັກ, ​​ໃນ​ເບື້ອງ​ຕົ້ນ​ສະກັດ​ກັ້ນ​ການ​ເຊື່ອມ​ທາດ​ຂາດ​ຄູນ​ດ້ານ​ແນວ​ຄິດ​ການ​ເມືອງ,​ ຄຸນສົມບັດ, ​ແບບ​ແຜນ​ການ​ດຳ​ລົງ​ຊີວິດ​ໃນ​ພະນັກງານ, ສະມາຊິກ​ພັກ​ພາກສ່ວນ​ຫນຶ່ງ. ຮອງ​ສາດ​ສະ​ດາ​ຈານ, ດຣ ຫວູວັນ​ຟຸກ ​ເນັ້ນ​ຫນັກ​ວ່າ:

        “ພະນັກງານ, ສະມາຊິກ​ພັກ​ຫລັກ​ແຫ​ລ່ງ, ຂັ້ນສູງ​ສຸດຂອງ​ພັກ​ແຕ່ລະຄົນ ຕະຫລອດ​ຮອດ​ພະນັກງານ, ສະມາຊິກ​ພັກຂັ້ນ​ຮາກ​ຖານ ລ້ວນ​ແຕ່​ຕີ​ລາຄາ​ຈຸດ​ດີ​ຈຸດ​ອ່ອນ​ຂອງ​ຕົນ. ໝູ່​ຄະນະ​ພຽງ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ, ຫລັງ​ຈາກ​ນັ້ນ​ແຕ່ລະຄົນ​ກໍ​ຖອດ​ຖອນ​​ຈຸດ​ດີ, ຈຸດ​ອ່ອນ​ໄດ້ ​ເພື່ອ​ແກ້​ໄຂ​ຕາມ​ທິດ​ຕັ້ງຫນ້າ. ທີ​ສອງ ຜ່ານ​ການ​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4, ປະຊາຊົນ​ກໍ​ຕິດ​ຕາມ​ກວດກາການ​ຝຶກ​ຝົນ​ຫລໍ່​ຫລອມ​ຂອງ​ແຕ່​ລະ​ອົງການ​ພັກ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ຢ່າງ​ແຫນ້ນ​ແຟ້ນກວ່າ ​ແລະ ​ໃກ້ຊິດຕິດ​ແທດ​ກວ່າ.”

ຕຳນິຕິຊົມ ຈຸດເດັ່ນດ້ານການເມືອງໃນການກໍ່ສ້າງພັກ - ảnh 2
ພາບປະກອບ:internet

        ການ​ເຄື່ອນ​ໄຫວ ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ ຕາມ​ເນື້ອ​ໃນ​ຈິດ​​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ໃນ​ປີ 2012 ​ໄດ້​ກາຍ​ເປັນ​ເຫດການ​ການ​ເມືອງ​ພົ້ນ​ເດັ່ນ​ໃນ​ພັກ, ສົ່ງ​ຜົນ​ກະທົບ​ເຖິງ​ກິດຈະການ​ກໍ່ສ້າງ ​ແລະ ປັບປຸງ​ພັກ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນ​ິດ ຫວຽດນາມ. ຈາກ​ໝາກຜົນ​ນີ້, ການ​ປະຕິບັດ​ລະບອບ​ສຳ​ຫລວດ​ກວດຄືນ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ການຕຳ​ນິຕິ​ຊົມ​ກັນຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຈະ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ​ໃນ​ພັກ, ຕິດ​ພັນ​ກັບ​ການ​ປະຕິບັດ​ຫນ້າ​ທີ່, ພາລະ​ບົດບາດ​ຂອງ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ, ປະກອບສ່ວນ​ເພີ່ມ​ກຳລັງ​ແຮງ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໃນ​ສະພາບ​ການ​ທີ່ປະ​ເທດ ຫວຽດນາມ​ ນັບ​ມື້​ນັບ​ພັດທະນາ, ​ເຊື່ອມ​ໂຍງ​​ເຂົ້າກັບ​ປະຊາ​ຄົມ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ