ໃນເດືອນ 12/2012 ນີ້, ຢູ່ໃນທຸກໜ່ວຍພັກຂອງພັກກອມມູນິດຫວຽດນາມ ໃນທົ່ວປະເທດໄດ້ ແລະ ພວມດຳເນີນການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມເນື້ອໃນຈິດໃຈມະຕິເລກທີ 4 ສູນກາງພັກກອມມູນິດຫວຽດນາມ ກ່ຽວກັບບາງບັນຫາຮີບດ່ວນໃນການກໍ່ສ້າງພັກປະຈຸບັນ. ໂດຍໄດ້ເລີ່ມດຳເນີນແຕ່ເດືອນ 8/2012 ຊື່ງເລີ່ມຈາກການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຂອງກົມການເມືອງ, ຄະນະເລຂາ, ມາຮອດປະຈຸບັນ, ບັ້ນດຳເນີນຊີວິດການເມືອງນີ້ໄດ້ຮັບການ ຜັນຂະຫຍາຍຢ່າງກ້ວາງຂວາງໃນທົ່ວພັກ.
ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ
ຕາມເນື້ອໃນຈິດໃຈມະຕິເລກທີ 4 ສູນກາງພັກກອມມູນິດຫວຽດນາມ
(ພາບ:bptv.vn)
ຈຸດປະສົງຂອງການສຳຫຼວດກວດກາການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຄັ້ງນີ້ແມ່ນໄດ້ຮັບການຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງມະຕິເລກທີ 4 ສູນກາງພັກກອມມູນິດຫວຽດນາມ ກ່ຽວກັບບາງບັນຫາຮີບດ່ວນໃນການກໍ່ສ້າງພັກ ຊື່ງສຸມໃສ່ການສະກັດກັ້ນ, ແກ້ໄຂສະພາບເສື່ອມທາດຂາດຄຸນ, ແບບແຜນການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ເພື່ອແນໃສ່ຍົກສູງຄວາມສາມາດ, ກຳລັງຕໍ່ສູ້ຂອງບັນດາອົງການຈັດຕັ້ງພັກ ແລະ ບົດບາດນຳໜ້າ, ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນພະນັກງານຄຸ້ມຄອງຂັ້ນຕ່າງໆ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນທີ່ມີຕໍ່ພັກ. ນັບແຕ່ເດືອນ 8/2012, ກົມການເມືອງ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ເປັນແບບຢ່າງ, ນຳໜ້າໃນການສຳຫຼວດກວດກາ. ກ່ຽວກັບວິທີການສະຫຼວດກວດກາຂອງກົມການເມືອງ, ຄະນະເລຂາ, ທ່ານໂງວັນຢຸ, ກຳມະການກົມການເມືອງ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ໃຫ້ຮູ້ວ່າ:
“ການສຳຫຼວດກວດກາໄດ້ດຳເນີນໃນເວລາ 16 ວັນ, ທຳອິດແມ່ນດຳເນີນການສຳຫຼວດກວດການໝູ່ຄະນະ, ຕໍ່ຈາກນັ້ນແມ່ນສຳຫຼວດກວດກາ 4 ສະຫາຍການນຳຫຼັກແຫຼ່ງຊື່ງລວມມີທ່ານເລຂາທິການໃຫ່ຍ, ທ່ານປະທານປະເທດ, ທ່ານນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ. ແລະ ຕໍ່ຈາກນັ້ນແມ່ນການສຳຫຼວດກວດກາ 14 ສະຫາຍໃນກົມການເມືອງ ແລະ ຄະນະເລຂາທີ່ຍັງເຫຼືອ“
ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຢູ່ໜ່ວຍພັກ
(ພາບ:hoabinh.baclieu.gov.vn)
ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍໃນພັກ ໂດຍເລີ່ມແຕ່ກົມການເມືອງ, ຄະນະເລຂາແມ່ນບັ້ນດຳເນີນຊີວິດດ້ານການເມືອງສຳຄັນພິເສດເພື່ອຄວາມປອດໃສ, ໝັ້ນຄົງເຂັ້ມແຂງຂອງພັກ. ບັນດາເນື້ອໃນການສຳຫຼວດກວດກາຂອງກົມການເມືອງ, ຄະນະເລຂາໄດ້ຕິດພັນກັບເນື້ອໃນຈິດໃຈມະຕິເລກທີ 4 ຂອງສູນກາງພັກ, ບັນດາບັນຫາທີ່ພະນັກງານ, ສະມາຊິກພັກມີຄວາມສົນໃຈ, ບັນຫາເຄ່ັງຮ້ອນ…ລ້ວນແຕ່ໄດ້ຮັບການວິເຄາະ ແລະ ຖອດຖອນບົດຮຽນຢ່າງເລິກເຊິ່ງ. ບັນຍາກາດໃນການປຶກສາຫາລືການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍແມ່ນມີລັກສະນະກົງໄປກົງມາ, ເຂັ້ມງວດ, ສ້າງສັນ ແລະ ຈິງໃຈ. ໃນບົດກ່າວຄຳປາໄສອັດກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ເນັ້ນໜັກວ່າ:
“ຜ່ານການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ“ ແລະ ຮັບຟັງບັນດາຄຳເຫັນປະກອບຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ກົມການເມືອງ, ຄະນະເລຂາ ແລະ ບັນດາສະຫາຍກຳມະການກົມການເມືອງ, ຄະນະເລຂາລ້ວນແຕ່ມີສະຕິຄວາມຮັບຮູ້ບັນດາຈຸດດີ, ໂດຍສະເພາະແມ່ນບັນດາຈຸດອ່ອນຢ່າງເລິກເຊິ່ງກ່ວາ ແລະ ຄົບຖ້ວນກ່ວາ ວິເຄາະສາຍເຫດຂອງຈຸດອ່ອນ, ຂໍ້ຈຳກັດ, ຈາກນັ້ນຈຶ່ງ ວາງອອກບັນດາມາດຕະການແກ້ໄຂ. ຜ່ານການສຳຫຼວດກວດກາຄັ້ງນີ້, ບັນດາສະຫາຍໃນກົມການເມືອງ, ຄະນະເລຂາມີຄວາມເຂົ້າອົກເຂົ້າໃຈກັນກ່ວາ, ແບ່ງປັນ, ຮ່ຳຮຽນຊື່ງກັນ ແລະ ກັນ, ສາມັກຄີກັນ ແລະ ມີຄວາມ ສະໜິດຕິດພັນກັນກ່ວາອີກ.
ພາຍຫຼັງກອງປະຊຸມສູນກາງຄັ້ງທີ 6 ແລະ ໝາກຜົນໃນເບື້ອງຕົ້ນຂອງບັ້ນຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຂອງກົມການເມືອງ, ຄະນະເລຂານັ້ນ, ບັນດາອົງຄະນະພັກ, ໜ່ວຍພັກຈາກຂັ້ນສູນກາງລົງຮອດຂັ້ນຮາກຖານໃນທົ່ວປະເທດກໍ່ໄດ້ດຳເນີນການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ. ດ້ວຍຄວາມຮັບຜິດຊອບສູງ, ບັນດາພະນັກງານ, ສະມາຊິກພັກໃນທົ່ວປະເທດໄດ້ປະຕິບັດການສຳຫຼວດກວດກາ, ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຢູ່ຮາກຖານ, ປະກອບຄຳເຫັນເພື່ອໃຫ້ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍໃນທົ່ວພັກ ບັນລຸໝາກຜົນຢ່າງດີງາມ. ທ່ານເຈີນຮົງກວນ ສະມາຊິກພັກພວມດຳເນີນຊີວິດຢູ່ໜ່ວຍພັກທັງລອງ, ເມືອງຮ່ວານກຽມ, ຮ່າໂນ້ຍ ຢືນຢັນວ່າ:
“ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍບໍ່ພຽງແຕ່ຕ້ອງປະຕິບັດດ້ວຍຄວາມຕັດສິນໃຈຂອງຂັ້ນເທິງເທົ່ານັ້ນ ຫາກສະມາຊິກພັກທຸກຄົນລ້ວນແຕ່ຕ້ອງປະກອບຄຳຄິດຄຳເຫັນຂອງຕົນຕື່ມອີກ. ບົດບາດຂອງບັນດາອົງການແນວໂຮມປະເທດຊາດ ແລະ ໝູ່ຄະນະກໍ່ມີຄວາມສຳຄັນທີ່ສຸດ“.
ດ້ວຍຈິດໃຈນຳໜ້າ ແລະ ເປັນແບບຢ່າງ, ກົມການເມືອງ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ປະຕິບັດການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ, ເປີດສາກບັ້ນດຳເນີນຊີວິດການເມືອງຢ່າງກ້ວາງຂວາງໃນທົ່ວພັກໃນປີ 2012. ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍໄດ້ກາຍເປັນເຫດການການເມືອງພົ້ນເດັ່ນໃນພັກ, ມີການກະທົບທີ່ດີຕໍ່ການກໍ່ສ້າງ ແລະ ປັບປຸງພັກ. ພາຍຫຼັງການສຳຫຼວດກວດກາຄັ້ງນີ້, ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 ຈະຖືກປະຕິບັດໃນພັກຢ່າງເປັນປະຈຳກ່ວາອີກ, ຕິດພັນກັບການປະຕິບັດພາລະໜ້າທີ່ຂອງພະນັກງານ, ສະມາຊິກພັກແຕ່ລະຄົນ, ປະກອບສ່ວນເພີ່ມທະວີກຳລັງແຮງໃນການນຳພາຂອງພັກກອມມູນິດຫວຽດນາມ.