(vovworld) - ຫວ່າງມໍ່ໆມານີ້, ຫາງສຽງໃນສັງຄົມໄດ້ເຕື້ອງເຖິງ blog ຈຳນວນຫນຶ່ງໂດຍບໍ່ເຜີຍນາມທີ່ມັກປຶກສາຫາລືກ່ຽວກັບບັນຫາການເມືອງ, ໂຄສະນາບັນດາຖ້ອຍທຳນອງປະຕິການ, ເສັກສັນປັ້ນແຕ່ງ... ວິທະຍຸກະຈາຍສຽງ ຫວຽດນາມ ມີບົດວິຈານກ່ຽວກັບບັນຫາດັ່ງກ່າວທີ່ພາດຫົວເລື່ອງວ່າ: “ນາມບໍ່ຊອບທຳ...”
ໂດຍຢືນຢັນໄດ້ວ່າ: ແຕ່ກ່ອນມາຮອດປະຈຸບັນ, ລັດ ຫວຽດນາມ, ບໍ່ຫ້າມປາມ, ຂັດຂວາງເລື່ອງສ່ວນບຸກຄົນ ຫລື ອົງການ ເປີດບັນດາ blog, ຫນ້າເວັບ ເພື່ອຈຸດປະສົງສະຫນອງຂໍ້ມູນຂ່າວສານ, ປຶກສາຫາລື, ສະແດງຄຳຄິດເຫັນ, ແບ່ງປັນທັດສະນະກ່ຽວກັບບັນຫາການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ສິລະປະ... ລັດ ຫວຽດນາມ ກໍບໍ່ຫ້າມປາມສ່ວນບຸນຄົນນຳໃຊ້ ອິນເຕີແນດ ເພື່ອຊອກຫາ, ແລກປ່ຽນຂໍ້ມູນຂ່າວສານ, ຕອບສະຫນອງຄວາມຕ້ອງການຂໍ້ມູນຂ່າວສານອັນຊອບທຳຂອງແຕ່ລະຄົນ. ຍາມໃດ ພັກກອມມູນິດ ຫວຽດນາມ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ກໍຊົມເຊີຍທຸກຄົນ, ອົງການ ປະກອບຄຳຄິດເຫັນໃຫ້ແກ່ແຜນພັດທະນາປະເທດຊາດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເມື່ອປະເທດຊາດປະສົບກັບຄວາມຫຍຸ້ງຍາກ; ສົ່ງເສີມພົນລະເມືອງທຸກຄົນມີຄຳເຫັນປະກອບເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍ່ສ້າງ ແລະ ປັບປຸງພັກ, ນັບທັງຄຳເຫັນສ່ອງແສງພິຈາລະນາ, ຫລາຍທິດ...
|
ການພັດທະນາຢ່າງວອ່ງໄວຂອງລະບົບ blog, ຫນ້າເວັບ, ສື່ເອເລັກໂຕນິກ ຢູ່ ຫວຽດນາມ ໃນຊຸມປີຜ່ານມາ, ພິເສດ ໃນສອງສາມປີມານີ້ໄດ້ສະແດງໃຫ້ເຫັນສະພາບເຄືອຂ່າຍຂໍ້ມູນຂ່າວສານຢູ່ ຫວຽດນາມເຕີບໂຕວ່ອງໄວເກີນຂອບເຂດແມ່ນ ຄວາມຈິງ. ລະດັບຄວາມໄວການຂະຫຍາຍຕົວຂອງຄວາມຕ້ອງການຂຸດຄົ້ນ, ນຳໃຊ້ອິນເຕີແນດຂອງປະຊາຊົນແມ່ນເພີ່ມຂຶ້ນສູງໃນແຕ່ລະປີ, ຍິ່ງຢັ້ງຢືນຄວາມຈິງດັ່ງກ່າວ. ລັກສະນະປະຊາທິປະໄຕ, ເປີດເຜີຍໃນຂໍ້ມູນຂ່າວສານໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນຊີວິດສັງຄົມ, ຊຸກຍູ້ຄວາມມີຫົວຄິດປະດິດສ້າງ, ການປ່ຽນໃຫມ່ ແລະ ມຸ່ງໄປເຖິງສ່ິງທີ່ດີ.
ແຕ່ຖ້າສັງເກດຢ່າງຈິງຈັ່ງ ແລະ ພາວະວິໄສ, ໄດ້ເກີດຫລາຍກໍລະນີສວຍໃຊ້ສະພາບປ່ຽນໃຫມ່, ເປີດເຜີຍເພື່ອປະຕິບັດບັນດາການເຄື່ອນໄຫວຜິດກົດໝາຍ, ຂາດເຈດຕະນາດີ, ຊ້ຳບໍ່ໜຳແມ່ນການຕ້ານ,ແບ່ງແຍກ, ທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຕ້ານພັກ, ລັດ. ຫາງສຽງໃນສັງຄົມຫວ່າງມໍ່ໆມານີ້ ໄດ້ເຕື້ອງເຖິງ blog ຈຳນວນຫນຶ່ງມັກປຶກສາຫາລືເຖິງເລື່ອງການເມືອງ.
ທີຫນຶ່ງແມ່ນ, ບັນດາ blog ນີ້ບໍ່ມີລະຫັດທີ່ຢູ່ຈະແຈ້ງ, ບໍ່ມີຄະນະບັນນາທິການ, ບໍ່ມີຜູ້ຮັບຜິດຊອບ. ຜູ້ອ່ານກໍ່ບໍ່ຮູ້ໄດ້ວ່າ ເຂົາເຈົ້າແມ່ນສ່ວນບຸກຄົນຫລືກຸ່ມຄົນໃດຫນຶ່ງ; ຢູ່ ພາຍໃນປະເທດ ຫລື ຢູ່ຕ່າງປະເທດ... ສະນັ້ນ ເຈົ້າຂອງບັນດາ blog ດັ່ງກ່າວມີເຈດຈຳນົງບໍ່ເຜີຍນາມ, ເຮັດແບບປິດລັບ, ບໍ່ມີລະຫັດທີ່ຢູ່ຢ່າງແທ້ຈິງ. ສະນັ້ນ ຂໍ້ມູນຂ່າວສານໃນ blog ເຫລົ່ານັ້ນບໍ່ສາມາດຢັ້ງຢືນວ່າຊັດເຈນໄດ້.
ທີສອງແມ່ນ, ບັນດາຂໍ້ມູນຂ່າວສານທີ່ blog ດັ່ງກ່າວສະຫນອງລ້ວນແຕ່ບໍ່ໄດ້ຮັບການກວດກາພິສູດ, ບໍ່ມີຕົ້ນກຳເນີດ. ຖ້າຄັດສະເຫນີແຫລ່ງຂໍ້ ມູນກໍແມ່ນເພີ່ມໃສ່ ຫລື ຕັດອອກ. ຫລັກຄຸນສົມບັດຕົ້ນຕໍຂອງຜູ້ເຮັດວຽກງານຫນັງສືພິມ ຕ້ອງສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ກັບຫາງສຽງດ້ວຍການສະຫນອງຂໍ້ມູນຂ່າວສານຕ້ອງມີແຫລ່ງທີ່ມາ, ຂໍ້ມູນຂ່າວສານນັ້ນຕ້ອງໄດ້ຮັບການກວດກາພິສູດ, ບໍ່ຮັບຮູ້ແບບເຜີຍແຜ່, ໂຄສະນາຂ່າວຄາວບໍ່ຊັດເຈນ, ຂາດຄວາມຮັບຜິດຊອບ, ເຊື່ອກໍໄດ້, ບໍ່ເຊື່ອກໍບໍ່ເປັນຫຍັງ.
ທີສາມ, ບັນດາຂໍ້ມູນຂ່າວສານຈາກ blog ດັ່ງກ່າວແມ່ນສຸມໃສ່ຄວາມນິຍົມຢາກຮູ້ຢາກເຫັນຂອງຜູ້ອ່ານ, ລົງເລິກການພົວພັນພາຍໃນຂອງການນຳຂັ້ນຕ່າງໆ, ພິເສດແມ່ນການນຳຂັ້ນສູງ ດ້ວຍລາຍລະອຽດ, ເຫດການບໍ່ໄດ້ຮັບການກວດກາ, ມີເຈດຕະນາຊົ່ວຮ້າຍ. ເຂົາເຈົ້າຍັງລົງເລິກເລື່ອງຂອງສ່ວນບຸກຄົນ, ເສກສັນປັ້ນແຕ່ງເລື່ອງຕ່າງໆດ້ວຍຖ້ອຍທຳນອງແຕະຕ້ອງເຖິງສິດເສລີບຸກຄົນຂອງຜູ້ອື່ນ.
ທີ 4, ວິທີສະຫນອງຂໍ້ມູນຂ່າວສານຂອງບັນດາເຈົ້າຂອງ blog ດັ່ງກ່າວແມ່ນມີຈຸດປະສົງຊົ່ວຮ້າຍ. ແຫລ່ງຂໍ້ມູນຂ່າວສານບໍ່ຈະແຈ້ງ, ນອກນັ້ນ ເຂົາເຈົ້າຍັງເຊື່ອມຕໍ່ຫລາຍເຫດການນຳເກັນ, ເສັກສັນ, ເຮັດໃຫ້ຜູ້ອ່ານເຂົ້າໃຈຕາມແນວຄິດຂອງເຂົາເຈົ້າ, ບໍ່ຮູ້ວ່າບັນຫາໃດແມ່ນຊັດເຈນ.
ແຕ່ສິ່ງທີ່ຊົ່ວຮ້າຍກວ່ານັ້ນແມ່ນ ບັນດາ blog ດັ່ງກ່າວດ້ວຍຂໍ້ມູນຂ່າວສານເສັກສັນປັ້ນແຕ່ງ ຢາກສ້າງພາບພົດຊີວິດການເມືອງຂອງປະເທດຊາດໄລຍະປະຈຸບັນແມ່ນຫຍໍ້ທໍ້ທີ່ສຸດ. ເຂົາເຈົ້າຢາກເຮັດໃຫ້ຜູ້ອ່ານມີຄວາມຮູ້ສຶກວ່າ ພາຍໃນການນຳຂັ້ນສູງພວມເກີດການແບ່ງແຍກຢ່າງເລິກເຊິ່ງ, ເຮັດໃຫ້ຜູ້ອ່ານເກີດຄວາມສົງໄສ, ເບ່ືອຫນ່າຍ, ຈາກນັ້ນເປັນການກະຕຸ້ນໃຫ້ປະຊາຊົນປະລະລະບອບ...
ຜ່ານພາຫະນະເຕັກໂນໂລຊີສື່ມວນຊົນທີ່ທັນສະໄຫມຂອງຍຸກສະໄຫມ, ສວຍໃຊ້ສິດເສລີໃນການປາກເວົ້າ, ບັນດາເຈົ້າຂອງ blog ດັ່ງກ່າວພວມກໍ່ໃຫ້ເກີດການຜັນແປ່ໂດຍສັນຕິ, ຍຸ້ແຍ່ໂຄ່ນລົ້ມລະບອບ.
ເປັນທີ່ຈະແຈ້ງແລ້ວວ່າ, ບັນດາ blog ດັ່ງກ່າວແມ່ນໄປຝືນກັບຄະຕິທຳຈຸດປະສົງອັນສູງສົ່ງຂອງວຽກງານສື່ສານ. ບັນດາເຈົ້າຂອງ blog ໄດ້ສະແດງໃຫ້ເຫັນການກະທຳມ້າງເພທຳລາຍບ້ານເມືອງຂອງພວກທີ່ເປັນປໍລະປັກຕໍ່ກັບຊາດ ຫວຽດນາມ ຢ່າງແທ້ຈິງ.