(vovworld) – ວັນທີ 16/5, ອະນຸກຳມະການສິດທິມະນຸດສະພາຕຳ່ອາເມລິກາ, ໄດ້ຮັບຮອງເອົາອັນທີ່ເອີ້ນວ່າ “ຮ່າງກົດໝາຍວ່າດ້ວຍສິດທິມະນຸດໃຫ້ແກ່ຫວຽດນາມ ປີ 2013“, ໃນນັ້ນວາງອອກບັນດາມາດຕະການຊຸກຍູ້ສິດທິມະນຸດຢູ່ຫວຽດນາມ ພ້ອມທັງຫ້າມການຊ່ວຍເຫຼືອ ບໍ່ແມ່ນເພື່ອຈຸດປະສົງມະນຸດສະທຳໃຫ້ແກ່ຫວຽດນາມ. ເຖິງວ່າຫາກໍ່ໄດ້ຮັບການຮັບຮອງເອົາໃນຂັ້ນອະນຸກຳມະການ, ຫຼັງຈາກນັ້ນຕ້ອງຍື່ນສະເໜີຕໍ່ສະພາຕຳ່, ສະພາສູງລົງມະຕິ ແລະ ສຸດທ້າຍຕ້ອງໄດ້ຮັບລາຍເຊັນຈາກປະທານາທິບໍດີອາເມລິກາ, ກົດໝາຍນີ້ຈຶ່ງມີຜົນສັກສິດກໍ່ຕາມ. ແຕ່ດ້ວຍເລື່ອງຮັບຮອງເອົາຮ່າງກົດໝາຍ 1897 ນັ້ນ, ບັນດາສະມາຊິກສະພາ (ສສ) ຂອງອະນຸດກຳມະການສິດທິມະນຸດສະພາຕຳ່ອາເມລິກາ ໄດ້ມີການກະທຳຝືນກັບທ່າອ່ຽງພັດທະນາຂອງການພົວພັນຫວຽດນາມ - ອາເມລິກາ.
ໂສສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງິ້
(ພາບ. ອິນເຕີແນດ)
ກ່ອນອື່ນໝົດ, ບໍ່ທັນເຕື້ອງເຖິງບັນຫາມະນຸດສະທຳຂອງຮ່າງກົດໝາຍນີ້, ສສ Chris Smith, ເຊິ່ງແມ່ນຜູ້ລິເລີ່ມຮ່າງກົດໝາຍ, ໄດ້ສະແດງໃຫ້ເຫັນຄວາມຜິດພາດຂອງບັນດາ ສສ ອະນຸກຳມະການສິດທິມະນຸດສະພາຕຳ່ອາເມລິກາ ເມື່ອເຕື້ອງເຖິງບັນຫາສິດທິມະນຸດຂອງຫວຽດນາມ, ເມື່ອກ່າວຄຳເຫັນພາຍຫຼັງທີ່ຮ່າງກົດໝາຍໄດ້ຮັບການຮັບຮອງເອົາ, ໂດຍຖືວ່າຮ່າງກົດໝາຍຮຽກຮ້ອງໃຫ້ຫວຽດນາມ “ເຄົາລົບສິດເສລີທາງສາສະໜາ, ປ່ອຍນັກໂທດການເມືອງ, ເຄົາລົບສິດເສລີໃນການປາກເວົ້າ, ປະຕິບັດສິດທິມະນຸດຕາມມາດຖານສາກົນ, ເຄົາລົບສິດທິມະນຸດຂອງບັນດາກຸ່ມສ່ວນໜ້ອຍ“… ນີ້ແມ່ນຂໍ້ມູນຂ່າວບໍ່ຖືກກັບຄວາມຈິງກ່ຽວກັບສະພາບສິດທິມະນຸດຂອງຫວຽດນາມ. ຄວາມຈິງສະແດງໃຫ້ເຫັນວ່າ: ສິດເສລີທາງສາສະໜາຢູ່ຫວຽດນາມ ແມ່ນໄດ້ຮັບການຮັບປະກັນໃນລັດຖະທຳມະນູນ, ກົດໝາຍ. ຢູ່ຫວຽດນາມ ບໍ່ມີອັນທີ່ເອີ້ນວ່າ “ນັກໂທດການເມືອງ“, ປະຊາຊົນຫວຽດນາມ ມີສິດເສລີໃນການສະແດງທັດສະນະຂອງຕົນກ່ຽວກັບທຸກບັນຫາທີ່ກ່ຽວຂ້ອງເຖິງຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ປະຊາຄົມບັນດາເຜົ່າສ່ວນໜ້ອຍກໍ່ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງຈາກລັດ ເພື່ອພັດທະນາຢ່າງສະເໝີພາບພ້ອມກັບບັນດາເຜົ່າອ້າຍນ້ອງໃນປະເທດຫວຽດນາມ. ແລະ ຍາມໃດຫວຽດນາມກໍ່ເຄົາລົບນັບຖື ແລະ ປະຕິບັດບັນດາຄຳໝັ້ນສັນຍາ, ມາດຕະຖານສາກົນກ່ຽວກັບສິດທິມະນຸດເປັນຢ່າງດີ. ດັ່ງນັ້ນ, ປະຊາຄົມໂລກຈຶ່ງຮັບຮອງຜົນງານດ້ານສິດທິມະນຸດຂອງຫວຽດນາມ, ບົນພື້ນຖານນັ້ນ, ຫວຽດນາມ ພວມມານະພະຍາຍາມອອກສະໝັກເຂົ້າສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2014 – 2016. ເປັນອັນວ່າ, ຮ່າງກົດໝາຍ 1897 ຂອງອະນຸກຳມະການສິດທິມະນຸດ ສະພາຕຳ່ອາເມລິກາ ແມ່ນຂາດລັກສະນະພາວະວິໄສ. ເລື່ອງບັນດາ ສສ ຮັບຮອງເອົາຮ່າງກົດໝາຍດ້ວຍບັນດາຂໍ້ມູນເສກສັນປັ້ນແຕ່ງ ເພື່ອຮຽກຮ້ອງໃຫ້ເຫວຽດນາມຕ້ອງເຄົາລົບສິດເສລີທາງສາສະໜາ, ສິດເສລີທາງສື່ມວນຊົນ ແລະ ສິດທິມະນຸດ… ແມ່ນການກະທຳທີ່ຜິດພາດ, ຂາດເຈດຕະນາດີກັບຫວຽດນາມ. ຕາມກົດບັດຂອງສະຫະປະຊາຊາດ, ເລື່ອງສ້າງ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍຄືແນວໃດ ແມ່ນສິດຂອງແຕ່ລະປະເທດ, ແຕ່ລະຊາດ, ຫາກບໍ່ມີປະເທດໃດ, ກຳລັງການເມືອງໃດມີສິດຈັດວາງ. ດ້ວຍຮ່າງກົດໝາຍ 1897, ບັນດາ ສສ ອະນຸກຳມະການສິດທິມະນຸດ ສະພາຕໍ່າອາເມລິກາ ໄດ້ລະເມີດຫຼັກການເຄົາລົບສິດຕັດສິນດ້ວຍຕົວເອງຂອງຊາດ ໃນການພົວພັນກັບສາກົນໃນປະຈຸບັນ, ເມື່ອເຂົາເຈົ້າໃຫ້ຕົນສິດໄດ້ພິຈາລະນາສະພາບການສິດທິມະນຸດຂອງປະເທດເອກະລາດ ເປັນເຈົ້າຕົນເອງຄືຫວຽດນາມ.
ຮ່າງກົດໝາຍ 1897 ໄດ້ຫ້າມການຊ່ວຍເຫຼືອບໍ່ແມ່ນເພື່ອຈຸດປະສົງມະນຸດສະທຳໃຫ້ແກ່ຫວຽດນາມ, ດ້ວຍເງື່ອນໄຂ “ເວັ້ນເສຍແຕ່ກໍລະນີຮ່າໂນ້ຍ ມີບັນດາຄວາມກ້າວໜ້າພໍສົມຄວນໃນບັນຫາສິດທິມະນຸດ“. ກ່ຽວກັບສິ່ງດັ່ງກ່າວ, ຕ້ອງຮູ້ໄດ້ວ່າ ຍ້ອນເງື່ອນໄຂປະຫວັດສາດ, ຫວຽດນາມ ແລະ ອາເມລິກາ ພວມມານະພະຍາມຮຳບາດແຜສົງຄາມ ແລະ ພັດທະນາການພົວພັນໃນທຸກຂົງເຂດ, ໃນນັ້ນອາເມລິກາໄດ້ ແລະ ພວມຮ່ວມມືຢ່າງດີງາມກັບຫວຽດນາມ ເພື່ອແກ້ໄຂບັນດາບັນຫາມະນຸດສະທຳ ພາຍຫຼັງສົງຄາມຄື: ຊອກຫາອັດຖິພົນທະຫານອາເມລິກາຫາຍສາບສູນໃນສົງຄາມ, ການເກັບກູ້ລະເບີດທີ່ຍັງຕົກຄ້າງຫຼັງສົງຄາມ, ການບຳບັດທາດພິດ ດີໂອຊິນ, ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ…ໃນຊຸມມື້ນີ້, ທ່ານຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຮັບຜິດຊອບບັນຫາ POW/MIA, W.M. Winfield ພວມຢູ່ຢ້ຽມຢາມຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຊອກຫາອັດຖິພົນທະຫານຂອງສອງປະເທດທີ່ຫາຍສາບສູນໃນປາງສົງຄາມ. ນັບແຕ່ສ້າງຕັ້ງການພົວພັນເປັນປົກກະຕິລະຫວ່າງສອງປະເທດ ເມື່ອປີ 1995 ມາຮອດປະຈຸບັນ, ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາໃນທຸກຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ… ແລະ ການຮ່ວມມືດ້ານມະນຸດສະທຳແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການພົວພັນນີ້. ການໜູນຊ່ວຍໃຫ້ຫວຽດນາມ ເຊິ່ງອາເມລິກາ ພວມປະຕິບັດນັ້ນ ແມ່ນວຽກງານສິນທຳທີ່ຕ້ອງເຮັດ ຂອງບໍ່ວ່າປະເທດໃດໆພາຍຫຼັງສົງຄາມໂດຍປະເທດນັ້ນກໍ່ຂຶ້ນ. ລັດຖະບານອາເມລິກາ ໄດ້ມີການກະທຳທີ່ຖືກຕ້ອງເມື່ອປະຕິບັດການເຄື່ອນໄຫວມະນຸດສະທຳ ແລະ ຮ່ວມມືພ້ອມກັບຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ດັ່ງນັ້ນ, ເລື່ອງນຳບັນຫາມະນຸດສະທຳຕິດກັບກັບການຊ່ວຍເຫຼືອໃຫ້ແກ່ຫວຽດນາມ, ເຖິງວ່າບໍ່ແມ່ນການຊ່ວຍເຫຼືອມະນຸດສະທຳ, ຄືຮ່າງກົດໝາຍ 1897 ກໍ່ຕາມ, ແຕ່ນີ້ກໍ່ແມ່ນການກະທຳທີ່ຜິດພາດ, ໄຮ້ມະນຸດສະທຳຢ່າງຊິ້ນເຊີງ.
ສສ ອາເມລິກາ ຈຳນວນໜຶ່ງ, ພິເສດແມ່ນ ສສ Chris Smith ເຄີຍສວຍໃຊ້ບັນຫາສິດທິມະນຸດຢູ່ຫວຽດນາມ ເພື່ອຍາດຄະແນນຕື່ມອີກ ຈາກກຸ່ມຜູ້ມີສິດເລືອກຕັ້ງອາເມລິກາ ທີ່ມີແນວຄິດຕາຍຕົວສຳລັບການພັດທະນາຂອງຫວຽດນາມ. ດ້ວຍຮ່າງກົດໝາຍ 1897 ນີ້, ກຸ່ມ ສສ ດັ່ງກ່າວນັບມື້ນັບຕົກຢູ່ໂດດດຽວ ໃນການພົວພັນຫວຽດນາມ ແລະ ອາເມລິກາທີ່ນັບມື້ນັບພັດທະນາອັນດີງາມ ເພື່ອຜົນປະໂຫຍດຂອງສອງປະເທດ.