ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ສືບຕໍ່ໝັ້ນຄົງ

(VOVWORLD) - ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູຫລວງ, ແມ່ນ້ຳລຳເຊຕິດຈອດກັນ, ການພົວພັນສະໜິດຕິດພັນແບບພິເສດລະຫວ່າງ 2 ຊາດ ໄດ້ຮັບການສ້າງຕັ້ງ ແລະ ປັບປຸງພ້ອມກັນໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາ 3 ວັນ. ນີ້ແມ່ນການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ນັບແຕ່ຕົ້ນອາຍຸການປີ 2016 2021, ເພື່ອແນໃສ່ສືບຕໍ່ຢືນຢັນແນວທາງພົວພັນຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ລາວ ແມ່ນຖືເປັນສຳຄັນພິເສດການຮັກສາ ແລະ ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການຢ້ຽມຢາມກໍ່ແນໃສ່ສະຫລຸບປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ສ້າງຂີດໝາຍໄລຍະແຫ່ງການຮ່ວມມືໃໝ່ໃນການພົວພັນ 2 ປະເທດ.

ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ສືບຕໍ່ໝັ້ນຄົງ - ảnh 1 ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ

         ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູຫລວງ, ແມ່ນ້ຳລຳເຊຕິດຈອດກັນ, ການພົວພັນສະໜິດຕິດພັນແບບພິເສດລະຫວ່າງ 2 ຊາດ ໄດ້ຮັບການສ້າງຕັ້ງ ແລະ ປັບປຸງພ້ອມກັນໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປີ 2017 ແມ່ນປີທີ່ມີຄວາມໝາຍພິເສດສຳລັບການພົວພັນ ຫວຽດນາມ - ລາວ ເມື່ອ 2 ປະເທດຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962 - 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (1977 - 2017) ຢ່າງຄຶກຄື້ນມ່ວນຊື່ນ.

ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ

        ບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ ແມ່ນໃຫຍ່ຫລວງ ແລະ ຮອບດ້ານທີ່ສຸດ. ການພົວພັນນີ້ ໄດ້ກາຍເປັນຊັບສິນອັນລ້ຳຄ່າຂອງປະຊາຊົນ 2 ປະເທດ, ແມ່ນປັດໃຈສຳຄັນ ປະກອບສ່ວນສ້າງເປັນໄຊຊະນະຂອງພາລະກິດການປະຕິວັດຢູ່ແຕ່ລະປະເທດ. ສະນັ້ນ ເພື່ອຮັບຮູ້ໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງການຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັ້ນ, 2 ປະເທດໄດ້ເຫັນດີເປັນເອກະພາບ ຖືປີ 2017 ແມ່ນປີສາມັກຄີມິດຕະພາບ ຫວຽດນາມ - ລາວ.

ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ສືບຕໍ່ໝັ້ນຄົງ - ảnh 2  ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ

         ໃນຕະຫລອດປີຜ່ານມາ, ບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງສົມກຽດ, ອຸດົມສົມບູນ ແລະ ແທດຈິງໄດ້ດຳເນີນໄປສຳເລັດຜົນຢູ່ທັງ 2 ປະເທດ, ປະກອບສ່ວນຍູ້ແຮງການໂຄສະນາ, ການສຶກສາຢ່າງເລິກເຊິ່ງກ້ວາງຂວາງ ກ່ຽວກັບປະຫວັດສາດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ, ເພີ່ມພູນຄູນສ້າງນ້ຳໃຈຂອງ 2 ຊາດ. ຜ່ານນັ້ນ, ປະຊາຊົນທຸກຊັ້ນວັນນະຂອງ 2 ປະເທດມີຄວາມຮັບຜິດຊອບປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນອັນລ້ຳຄ່ານີ້ກ່ວາອີກ, ພິເສດແມ່ນລຸ້ນໜຸ່ມ. ທ່ານ ຕ້າມິງເຈົາ ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໃຫ້ຮູ້ວ່າ:

        “ຢູ່ລະດັບຊາດ, ທັງ ຫວຽດນາມ ແລະ ລາວ ລ້ວນແຕ່ຈັດຕັ້ງງານໂຮມຊຸມນຸມ ລະດັບຊາດຢ່າງສົມກຽດ. ນອກນັ້ນ, ບັນດາໝູ່ຄະນະ, ບັນດາອົງການ ຫວຽດນາມ ແລະ ລາວ ກໍ່ຈັດຕັ້ງການເຄື່ອນໄຫວຫລາຍຢ່າງ. ບັນດາທ້ອງຖິ່ນຢູ່ ຫວຽດນາມ ແລະ ລາວ ກໍ່ຈັດຕັ້ງບັນດາການເຄື່ອນໄຫວດ້ວຍຫລາຍຮູບຫລາຍແບບ ແລະ ອຸດົມສົມບູນ. ຜ່ານບັນດາການເຄື່ອນໄຫວຄືດັ່ງກ່າວ ເພື່ອຫວນຄືນບັນດາຜົນງານອັນຍິ່ງໃຫຍ່ໃນໄລຍະ 55 ປີຜ່ານມາ, ຈາກນັ້ນ ສ້າງທ່ວງທ່າເພື່ອໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ສາຍພົວພັນ ຫວຽດນາມ - ລາວ ພັດທະນາໃນໄລຍະຈະມາເຖິງ.

ນ້ຳໃຈມິດຕະພາບໝັ້ນຄົງຈົນຊົ່ວກາລະນານ

        ກ່ວາເຄິ່ງສະຕະວັດທີ່ຜ່ານມາ, ເຖິງວ່າສະພາບການໂລກມີການປ່ຽນແປງຫລາຍຢ່າງກໍ່ຕາມ, ແຕ່ພາຍໃຕ້ການຊີ້ນຳນຳພາຂອງ 2 ພັກ, ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ລາວ ຍັງຄົງຮ່ວມແຮງຮ່ວມໃຈ, ຮຽງບ່າຮຽງໄຫລ່ກັນໃນພາລະກິດຕໍ່ສູ້ປົດປ່ອຍ ແລະ ທ້ອນໂຮມປະເທດຊາດເປັນເອກະລາດ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ.

ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ສືບຕໍ່ໝັ້ນຄົງ - ảnh 3

         ໂດຍແມ່ນ 2 ປະເທດສະມາຊິກຂອງ ອາຊຽນ, ຫວຽດນາມ ແລະ ລາວ ຍິ່ງມີຄວາມຈຳເປັນຕ້ອງເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ 2 ປະເທດ 55 ປີຜ່ານມາ, ສ້າງຄວາມສາມັກຄີໃນ ອາຊຽນ, ປະກອບສ່ວນເຮັດໃຫ້ປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ, ເພີ່ມທະວີສະຖຽນລະພາບໃນພາກພື້ນ.ການເຄື່ອນໄຫວສະເຫຼີມສະຫຼອງຖືກຈັດຕັ້ງຢ່າງສົມກຽດໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນໄລຍະທາງຮ່ວມມືໃນກວ່າເຄິ່ງສະຕະວັດຜ່ານມາ. ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ:

        ໃນສະຖານະການທີ່ສະພາບການໂລກ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນໃນປັດຈຸບັນ, ສອງປະເທດພວກເຮົາພວມຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາຫຼາຍຢ່າງແຕ່ກໍ່ຕ້ອງປະເຊີນໜ້າກັບຄວາມທຸກຍາກ, ສິ່ງທ້າທາຍໃໝ່ບໍ່ແມ່ນໜ້ອຍ. ບັນດາບົດຮຽນປະຫວັດສາດຂອງສາຍພົວພັນທີ່ເປັນແບບຢ່າງລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ; ບັນດາແນວຄິດຊີ້ນຳ ແລະ ເນື້ອໃນຮ່ວມມືທີ່ລະບຸໄວ້ໃນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຍັງຄົງຮັກສາຄຸນຄ່າເດີ່ມ, ແລະແມ່ນເສັ້ນໄໝແດງໃນຕະຫຼອດວິວັດແຫ່ງການພັດທະນາຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ເຖິງແມ່ນຈະມີຄວາມທຸກຍາກ, ລຳບາກກາກກຳຄືແນວໃດກໍ່ຕາມພວກເຮົາກໍ່ໝັ້ນໝາຍຈະປົກປັກຮັກສາ ສາຍພົວພັນ ຫວຽດນາມ - ລາວ ຄືຮັກສາແກ້ວຕາຂອງຕົນເພື່ອໃຫ້ສາຍພົວພັນ ຫວຽດນາມ - ລາວ “ຈະໝັ້ນຄົງຖະນົງແກ່ນຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນ້ຳ”.

        ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ຄັ້ງນີ້ສືບຕໍ່ຢືນຢັນນ້ຳໃຈສາມັກຄີສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ສັດຊື່ບໍລິສຸດ, ໂປ່ງໃສສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ຢືນຢັນເຖິງການສະໜັບສະໜູນຢ່າງແຮງ, ຮອບດ້ານສຳລັບພາລະກິດປ່ຽນໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຢູ່ແຕ່ລະປະເທດ. ນ້ຳໃຈສະໜິດຕິດພັນຮັກແພງ ແລະ ສາຍພົວພັນແບບພິເສດຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ສືບທອດຈາກຄົນລຸ້ນນີ້ເຖິງລຸ້ນຕໍ່ໆໄປ, ສືບຕໍ່ປະກອບສ່ວນເຂົ້າພາລະກິດປັບປຸງສັນຕິພາບ, ມິດຕະພາບ, ການຮ່ວມມື, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ