ນ້ຳໃຈມິດຕະພາບຫວຽດນາມ-ລາວ: ຜ່ານເຄິ່ງກວ່າສະຕະວັດແຫ່ງຄວາມສັດຊື່ບໍລິສຸດ

(VOVWORLD) -ໃນຊຸມມື້ນີ້, ທັງຫວຽດນາມ ແລະ ລາວ ລ້ວນແຕ່ດຳເນີນການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2017).

ນ້ຳໃຈມິດຕະພາບຫວຽດນາມ-ລາວ: ຜ່ານເຄິ່ງກວ່າສະຕະວັດແຫ່ງຄວາມສັດຊື່ບໍລິສຸດ - ảnh 1 2 ປະເທດໄດ້ສະໜິດຕິດພັນຢ່າງແໜ້ນແຟ້ນ, ພ້ອມກັນແບ່ງທຸກແບ່ງສຸກນຳກັນ

(ພາບປະກອບ: TTXVN)

ກວ່າເຄິ່ງສະຕະວັດຜ່ານມາ, ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງການພົວພັນນັ້ນ ໄດ້ຮັບການຫັນເປັນລະອຽດດ້ວຍສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສາຍພົວພັນຫວຽດນາມ - ລາວ ນັບມື້ນັບໄດ້ຮັບການຢືນຢັນວ່າ ແມ່ນສາຍພົວພັນສະໜິດຕິດພັນແບບທຳມະຊາດ, ສັດຈະວິພາກ, ຮ່ວມກິນຮ່ວມຢູ່, ຮ່ວມເປັນຮ່ວມຕາຍ. ບົດຂຽນ “ນ້ຳໃຈມິດຕະພາບຫວຽດນາມ-ລາວ: ຜ່ານເຄິ່ງກວ່າສະຕະວັດແຫ່ງຄວາມສັດຊື່ບໍລິສຸດ” ຂອງບັນນາທິການ ແອ໋ງຮ່ວຽນ.

ລາວ ແລະ ຫວຽດນາມ ແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງ, ດຳລົງຊີວິດຮ່ວມກັນຢູ່ແຫຼມອິນດູຈີນ, ຮ່ວມສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມແມ່ນຳ້ຂອງ,  ມີສາຍພົວພັນອັນສະໜິດຕິດພັນນຳກັນມາແຕ່ດົນນານ ເພື່ອພ້ອມກັນຕໍ່ສູ້ປົດປ່ອຍຊາດ. ບັນດາຈຸດພິເສດ, ສະພາບການນັ້ນໄດ້ສະໜິດຕິດພັນ 2 ປະເທດນຳກັນໃຫ້ເປັນກຸ່ມກ້ອນເອກະພາບ, ສະໜິດຕິດພັນຢ່າງແໜ້ນແຟ້ນ, ພ້ອມກັນແບ່ງທຸກແບ່ງສຸກນຳກັນໃນຕະຫຼອດໄລຍະ 55 ປີຜ່ານມາ.

ການພົວພັນແບບພິເສດ, ຫາຍາກໃນປະຫວັດສາດການພົວພັນກັບສາກົນ

“ໃນປະຫວັດສາດແຫ່ງການປະຕິວັດຂອງໂລກ ໄດ້ມີຫຼາຍແບບຢ່າງທີ່ດີເດັ່ນກ່ຽວກັບນ້ຳໃຈສາກົນກຳມະຊີບ, ແຕ່ບໍ່ມີແຫ່ງໃດ ແລະ ບໍ່ມີເວລາໃດທີມີຄວາມສາມັກຄີສຳພັນທະມິດສູ້ຮົບແບບພິເສດ, ຍາວນານ ແລະ ຮອບດ້ານຄືແນວນັ້ນ”. ນີ້ແມ່ນຄຳຢືນຢັນຂອງທ່ານປະທານພັກປະຊາຊົນປະຕິວັດລາວ ໄກສອນ ພົນວິຫານ ເມື່ອເວົ້າເຖິງການພົວພັນຫວຽດນາມ - ລາວ, ເຊິ່ງແມ່ນການພົວພັນລະຫວ່າງບັນດາເພື່ອນສະຫາຍ, ຮ່ວມທຸກຮ່ວມສຸກ, ຍາດເອົາໄຊຊະນະເທື່ອລະກ້າວ ແລະ ໄປເຖິງໄຊຊະນະສຸດທ້າຍ.

ພາຍຫຼັງທີ່ຫວຽດນາມ ປະຕິບັດສຳເລັດພາລະກິດໂຮມປະເທດຊາດເປັນເອກະລາດ ແລະ ປະເທດ ສປປ.ລາວ ໄດ້ຮັບການສະຖາປະນາເມື່ອປີ 1975, ການພົວພັນລະຫວ່າງຫວຽດນາມ - ລາວ ໄດ້ຫັນໄປສູ່ໄລຍະໃໝ່. ນັ້ນແມ່ນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ, ເຊິ່ງພະຍານຫຼັກຖານທີ່ມີຊີວິດຊີວາ ນັ້ນແມ່ນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ, ເຊິ່ງໄດ້ຮັບການລົງນາມໃນວັນທີ 18 ກໍລະກົດ 1977. ນັບແຕ່ນັ້ນມາ, ການພົວພັນຫວຽດນາມ - ລາວ ໄດ້ກ້າວເຂົ້າສູ່ໜ້າໃໝ່: ຈາກການຮ່ວມສຳພັນທະມິດສູ້ຮົບ, ຮ່ວມຂຸມຄອງດຽວກັນ ຫັນໄປສູ່ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ທີ່ມີເອກະລາດ, ອະທິປະໄຕ. ທ່ານປະທານສະມາຄົມມິດຕະພາບລາວ - ຫວຽດນາມ, ວິໄລວົງ ບຸດດາຄຳ, ຢືນຢັນວ່າ.


(ທ່ານປະທານສະມາຄົມມິດຕະພາບລາວ - ຫວຽດນາມ, ວິໄລວົງ ບຸດດາຄຳ)

ຕາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື, 2 ຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງຮອບດ້ານ ເພື່ອພ້ອມກັນພັດທະນາ, ພ້ອມກັນມີຊີວິດວັດທະນາຖາວອນ. ສົນທິສັນຍາແມ່ນພື້ນຖານເພື່ອໃຫ້ 2 ປະເທດເປີດກວ້າງການພົວພັນໃນທຸກຂົງເຂດ: ຈາກການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງ 2 ປະເທດ. ໃນໄລຍະ 40 ປີຜ່ານມາ, ການຮ່ວມມືດ້ານເສດຖະກິດ ຍາມໃດກໍ່ມີທີ່ຕັ້ງສຳຄັນແຖວໜ້າ, ດ້ວຍຄວາມປາດຖະໜາຢາກເປັນກຳລັງໜູນຊຸກຍູ້ການພັດທະນາຂອງການພົວພັນຮ່ວມມືອື່ນໆ. ທ່ານ ຕ້າມິງເຈົາ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ໃຫ້ຮູ້ວ່າ.

ນ້ຳໃຈມິດຕະພາບຫວຽດນາມ-ລາວ: ຜ່ານເຄິ່ງກວ່າສະຕະວັດແຫ່ງຄວາມສັດຊື່ບໍລິສຸດ - ảnh 2 (ນັກຂ່າວ VOV ສຳພາດ ທ່ານຕ້າມິງເຈົາ )

“2 ຝ່າຍຖືເປັນສຳຄັນການຮ່ວມມືດ້ານເສດຖະກິດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຍົກສູງປະສິດທິຜົນ, ໃຫ້ສົມກັບການພົວພັນທາງດ້ານການເມືອງ ແລະ ຄວາມສາມາດບົມຊ້ອນ, ທ່າແຮງຂອງ 2 ປະເທດ. ມາຮອດປະຈຸບັນ, ລາວ ໄດ້ອອກໜັງສືອະນຸຍາດໃຫ້ປະມານ 408 ໂຄງການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ. ວົງເງິນການຄ້າ 2 ສົ້ນກໍ່ເພີ່ມຂຶ້ນຢ່າງຕໍ່ເນືອງໃນຊຸມປີຜ່ານມາ ແລະ ປີ 2016 ບັນລຸໄດ້ 823 ລ້ານ USD”.

        ຄຽງຂ້າງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ຍາມໃດ 2 ປະເທດກໍ່ໄດ້ຍູ້ແຮງ ດ້ວຍຈິດໃຈຊ່ວຍເພື່ອນກໍ່ແມ່ນຊ່ວຍຕົນເອງ. ໃນໄລຍະ 15 ປີມານີ້, ຜ່ານອະນຸສັນຍາລະຫວ່າງ 2 ລັດຖະບານ, ຫວຽດນາມ ໄດ້ໜູນຊ່ວຍລາວ ບຳລຸງສ້າງບຸກຄະລາກອນກວ່າ 14.000 ຄົນດ້ວຍຫຼາຍລະດັບ, ຂະແໜງອາຊີບ ແລະ ພະນັກງານຄຸ້ມຄອງໃນຫຼາຍຂົງເຂດ.

ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນຢ່າງບໍ່ຢຸດຢັ້ງ

        ປີ 2017 ແມ່ນປີພິເສດໃນການພົວພັນຫວຽດນາມ - ລາວ, ເປັນຂີດໝາຍ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ມີການເຄື່ອນໄຫວຫຼາຍຢ່າງໄດ້, ພວມ ແລະ ຈະດຳເນີນຢູ່ທັງ 2 ປະເທດ. ໃນການພົບປະຂັ້ນສູງຄັ້ງຕ່າງໆ, 2 ຝ່າຍລ້ວນແຕ່ຢືນຢັນຖືເປັນສຳຄັນ ແລະ ສະຫງວນບຸລິມະສິດທຸກຢ່າງໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ, ຖືນີ້ແມ່ນຊັບສົນບັດອັນລ້ຳຄ່າຈຳເປັນຕ້ອງໄດ້ຮັບການຮັກສາ ແລະ ສືບທອດໃຫ້ລຸ້ນຕໍ່ໆໄປ.

ນ້ຳໃຈມິດຕະພາບຫວຽດນາມ-ລາວ: ຜ່ານເຄິ່ງກວ່າສະຕະວັດແຫ່ງຄວາມສັດຊື່ບໍລິສຸດ - ảnh 3

ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ເຮັດວຽກຢູ່ແຂວງເຊີນລາ

(ພາບປະກອບ: daibieunhandan.vn)

ທີ່ບັນດາການພົບປະຫວ່າງແລ້ວນີ້ກັບການນຳຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ໄດ້ເນັ້ນໜັກອີກເທື່ອໜຶ່ງວ່າ.

(ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້)

ຄວາມຢືດໝັ້ນຕັດສິນໃຈຂອງທັງ 2 ຝ່າຍໃນການພ້ອມກັນປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ ແລະ ຫາຍາກລະຫວ່າງລາວ ແລະ ຫວຽດນາມ, ເຮັດໃຫ້ການພົວພັນດັ່ງກ່າວພັດທະນາຢ່າງບໍ່ຢຸດຢັ້ງໃຫ້ຂຶ້ນສູ່ລະດັບສູນໃໝ່. ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ - ລາວ ມີຄວາມເລິກເຊິ່ງກວ່າເກົ່າ ດ້ວຍບັນດາການເຄື່ອນໄຫວຮ່ວມມືລະອຽດ ແລະ ແທດຈິງ, ນັ້ນແມ່ນວິທີເຊິ່ງ 2 ປະເທດໄດ້ເລືອກເຟັ້ນໃນໄລຍະ 55 ປີຜ່ານມາ, ນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ