ວັນທີ 2/12 ແມ່ນວັນສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 36 ປີ(02/12/1975-02/12/2011). ໃນຕະຫລອດ 36 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍາມໃດກໍຮຽງບ່າຮຽງໄລ່ກັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະສົງຄາມ, ຕ້ານສັດຕູຜູ້ຮຸກຮານໃນເມື່ອກ່ອນກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດລາວໃນໄລຍະປະຈຸບັນ. ເນື່ອງໃນໂອກາດນີ້ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການສຳພາດທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ.
ນັກຂ່າວ: ຂໍຮຽນທ່ານ, ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 36 ປີ(02/12/1975-02/12/2011). ຂໍໃຫ້ທ່ານຕີລາຄາກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ ແລະ ລາວໃນໄລຍະຜ່ານມາ, ພິເສດແມ່ນໃນປີ 2011?
ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ: ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໄດ້ຮັບການສ້າງຕັ້ງໂດຍ ປະທານ ໂຮ່ຈິມີນ ແລະ ປະທານໄກສອນ ພົມວິຫານ ແລະ ການນຳສອງປະເທດລຸ້ນຕ່າງໆສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາຂຶ້ນສູ່ລະດັບສູງໃຫມ່, ເປັນຕົ້ນໃນໄລຍະປະຈຸບັນ ແລະ ສາຍພົວພັນນີ້ໄດ້ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດພວກເຮົາ, ນັບມື້ນັບໄດ້ຮັບການປັບປຸງ ພັດທະນາທັງເຂົ້າສູ່ລວງເລິກ ແລະ ລວງກວ້າງ, ໂດຍສະເພາະແມ່ນປີ 2011 ນີ້, ພາຍຫລັງສອງປະເທດສຳເລັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ແລະເລືອກຕັ້ງຜູ້ແທນສະພາ ປະຊາຊົນທຸກຂັ້ນ. ການນຳສອງປະເທດໄດ້ໄປມາຢ້ຽມຢາມເຊິ່ງກັນ ແລະ ກັນ, ຢືນຢັນຄວາມຕັດສິນໃຈ ສືບຕໍ່ພັດທະນາສາຍພົວພັນລະຫວ່າງສອງປະເທດໃຫ້ເກີດດອກອອກຜົນ ແລະ ມີປະສິດທິຜົນກວ່າ.
ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ? ຕາມທ່ານແລ້ວ, ສອງປະເທດພວກເຮົາຄວນເຮັດຫຍັງແດ່ ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະລາວໃນໄລຍະທີ່ຈະມາເຖິງໃຫ້ແທດຈິງ ແລະ ມີປະສິດທິຜົນກ່ວາອີກ?
ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ: ສອງປະເທດພວກເຮົາມີການພົວພັນທີ່ເປັນມູນເຊື້ອຍາວນານ, ສຳຄັນທີ່ສຸດນັ້ນແມ່ນ ສອງປະເທດພວກເຮົາມີພື້ນຖານທາງດ້ານກົດໝາຍອັນຫນັກແຫນ້ນ ເພື່ອເສີມຂະຫຍາຍສາຍພົວພັນດັ່ງກ່າວ, ຄວາມສາມາດບົ່ມຊ້ອນຂອງສອງປະເທດມີຢ່າງຫລວງຫລາຍ, ໂດຍສະເພາະ ສອງປະເທດພວກເຮົາມີການພົວພັນຮອບດ້ານ, ຄວາມສາມັກຄີແບບພິເສດມາແຕ່ດົນນານ, ນັ້ນແມ່ນຄວາມສາມາດບົ່ມຊ້ອນໃຫຍ່ຫລວງ, ພິເສດ ແມ່ນການຮ່ວມມືລົງທຶນ, ເສດຖະກິດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນຊຸມປີຕໍ່ຫນ້ານີ້, ພວກເຮົາຕ້ອງຜັນຂະຫຍາຍການຮ່ວມມືນີ້ຢ່າງຖືກທິດ ຕາມເນື້ອໃນຈິດໃຈແຫ່ງການຮ່ວມມື ຊຶ່ງການນຳສອງປະເທດໄດ້ຕົກລົງ, ນອກນັ້ນ ຍັງຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນການຮ່ວມມືເສດຖະກິດ ທັງຢູ່ ລາວ ແລະ ຫວຽດນາມ. ປະຈຸບັນ, ການລົງທຶນຂອງຫວຽດນາມ ເຂົ້າລາວ ສຸດທີ່ມີຄວາມໝາຍສຳຄັນ, ປະກອບສ່ວນພັດທະນາເສດຖະກິດ ສັງຄົມຂອງລາວ ແລະ ນີ້ກໍແມ່ນແບບຢ່າງເພື່ອໃຫ້ຝ່າຍລາວສາມາດຮຳ່ຮຽນ. ປະຈຸບັນກໍມີ 8 ບໍລິສັດຂອງລາວມາລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນປະມານ 60 ລ້ານໂດລາສະຫະລັດ, ນັ້ນແມ່ນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ແລະ ໃນໄລຍະຈະມາເຖິງ ພວກເຮົາຕ້ອງພ້ອມກັນເສີມຂະຫຍາຍ, ເພື່ອເຮັດໃຫ້ເນື້ອໃນການຮ່ວມມືຊຶ່ງການນຳສອງປະເທດໄດ້ຕົກລົງກັນໃຫ້ປະກົດຜົນເປັນຈິງ, ຜັນຂະຫຍາຍການລົງທຶນນີ້ເພື່ອນຳມາປະສິດທິຜົນສູງສຸດ.
ນັກຂ່າວ: ໂດຍໄດ້ຮູ້ວ່າ: ທ່ານຫາກໍ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ສປປລາວ ປະຈຳຫວຽດນາມ, ທ່ານມີຄວາມປະທັບໃຈຄືແນວໃດ ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ?
ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ: ຂ້າພະເຈົ້າມາຮັບຫນ້າທີ່ໃຫມ່ຢູ່ຫວຽດນາມຄັ້ງນີ້ ທັງເປັນກຽດ ທັງແມ່ນຫນ້າທີ່ຂອງຂ້າພະເຈົ້າ. ກ່ອນນີ້ ຂ້າພະເຈົ້າໄດ້ມີໂອກາດສຶກສາຮຳ່ຮຽນຢູ່ຫວຽດນາມສະນັ້ນ ຂ້າພະເຈົ້າມີຄວາມປະທັບໃຈຫລາຍ ໂດຍສະເພາະແມ່ນມູນເຊື້ອແຫ່ງການຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນຂອງປະຊາຊົນ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ. ສອງປະເທດພວກເຮົາໄດ້ຮຽງບ່າຮຽງໄຫລ່ໃນໄລຍະສົງຄາມກໍ່ຄືໃນກິດຈະການສ້າງສາ ພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ປະຫວັດສາດຂອງຫວຽດນາມ ຕິດພັນກັບບັນດາການຕໍ່ສູ້ພິລະອາດຫານຕ້ານສັດຕູ, ຕິດພັນກັບການຕໍ່ສູ້ຂອງປະເທດລາວ. ຫວຽດນາມ ແມ່ນປະເທດສວຍງາມ, ມີສະຖານທີ່ທ່ອງທ່ຽວລືຊື່ຫລາຍແຫ່ງ, ຄວາມສາມາດບ່ົມຊ້ອນການທ່ອງທ່ຽວແມ່ນໃຫຍ່ຫລວງ. ຂ້າພະເຈົ້າມີຄວາມພາກພູມໃຈຕໍ່ມິດຈິດມິດໃຈຂອງ ປະຊາຊົນຫວຽດນາມ, ຂອງເພື່ອນມິດຫວຽດນາມທີ່ມີຕໍ່ປະຊາຊົນລາວ, ໃນການໂອກາດວັນຊາດນີ້ ຂ້າພະເຈົ້າເຫັນວ່າ ບັນດາຫນ່ວຍງານ, ອົງການຕ່າງໆ, ນັບທັງແຂວງທ້ອງຖິ່ນທີ່ຫ່າງໄກສອກຫລີກ ກໍ່ໄດ້ແຕ່ງຕັ້ງຄະນະ ມາອວຍພອນພວກ
ຂ້າພະເຈົ້າ, ພວກຂ້າພະເຈົ້າສຸດທີ່ປິຕິຊົມຊື່ນ ສຸດທີ່ຊາບຊຶ້ງ ສຸດທີ່ຮູ້ບຸນຄຸນຕໍ່ຄວາມສາມັກຄີຄວາມສະຫນິດ
ສະຫນົມຂອງເພື່ອນສະຫາຍຫວຽດນາມທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ.
ນັກຂ່າວ: ຂໍທ່ານໃຫ້ຮູ້ວ່າ ໃນອາຍຸການປະຕິບັດຫນ້າທີ່ການທູດຂອງຕົນຢູ່ຫວຽດນາມ ທ່ານຈະເຮັດຫຍັງແດ່ ເພື່ອປະກອບສ່ວນປັບປຸງ ແລະ ຊຸກຍູ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ ແລະ ລາວ?
ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ: ການທີ່ມາຮັບຫນ້າທີ່ຢູ່ຫວຽດນາມຄັ້ງນີ້ ທັງເປັນກຽດ, ທັງເປັນຫນ້າທີ່ຄວາມຮັບຜິດຊອບ. ສະນັ້ນ ຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດພວກເຮົາ. ໃນຖານະເປັນເສນາທິການໃຫ້ແກ່ຂັ້ນເທິງ, ເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ພິເສດໃນປີ 2012 ແມ່ນປີແຫ່ງຄວາມສາມັກຄີ ມິດຕະພາບ ລະຫວ່າງສອງຊາດພວກເຮົາ, ຂ້າພະເຈົ້າຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປະສານສົມທົບກັບບັນດາຂະແຫນງການຕ່າງໆທັງລາວ ແລະ ຫວຽດນາມນັບທັງສູນກາງ ແລະ ທ້ອງຖິ່ນເພື່ອເຮັດແນວໃດໃຫ້ ວຽກງານ ສະເຫລີມ ສະຫລອງດັ່ງກ່າວມໃຫ້ມີໝາກຜົນ ແລະ ມີເນື້ອໃນ, ໂດຍສະເພາະສຶກສາອົບຮົບໃຫ້ແກ່ຊາວຫນຸ່ມ, ທຸກຄົນຮັບຮູ້ໄດ້ມູນເຊື້ອການພົວພັນຮ່ວມມືລະຫວ່າງສອງປະເທດ, ເພື່ອປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ນັບມື້ນັບເກີດດອກອອກຜົນ.
ນັກຂ່າວ: ຂໍຂອບໃຈທ່ານ. ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນຫນ້າທີ່ວຽກງານຂອງຕົນ ແລະ ມີການປະກອບສ່ວນຫລາຍຢ່າງເຂົ້າໃນການພັດທະນາສາຍພົວພັນ ຫວຽດນາມ ແລະ ລາວກວ່າອີກ.