(vovworld) – ກອງປະຊຸມວິທະຍຸກະຈາຍສຽງອາຊີ 2013 (RadioAsia) ໄດ້ດຳເນີນຢ່າງເປັນທາງການໃນວັນທີ 29/7 ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການໂດຍວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ດ້ວຍຫົວຂໍ້ວ່າ “ວິທະຍຸກະຈາຍສຽງ ແລະ ສື່ສານສັງຄົມ: ທ່າອ່ຽງພັດທະນາໃນອະນາຄົດ“. ກອງປະຊຸມໄດ້ເຕື້ອງເຖິງບັນດາບັນຫາພັດທະນາຕາມທິດ ສື່ສານດ້ວຍຫຼາຍຮູບການຂອງວິທະຍຸກະຈາຍສຽງຫວຽດນາມໃນປະຈຸບັນ. ດ້ວຍເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມວິທະຍຸກະຈາຍສຽງອາຊີ 2013 ກໍ່ຄືການເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງສະຫະສະມາຄົມວິທະຍຸກະຈາຍສຽງ ໂທລະພາບ ອາຊີ - ປາຊີຝິກ (ABU)ຢ່າງຕັ້ງໜ້ານັ້ນ. ບົດບາດຂອງວິທະຍຸກະຈາຍສຽງຫວຽດນາມໃນ ABU ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ກອງປະຊຸມວິທະຍຸກະຈາຍສຽງອາຊີ 2013 (RadioAsia)
ວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມ ABU ໃນຖານະເປັນສະມາຊິກສົມບຸນຢ່າງຕັ້ງໜ້ານັບແຕ່ອົງການນີ້ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1964. ນັບແຕ່ນັ້ນມາຮອດປະຈຸບັນວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບ ABU ຈັດຕັ້ງກອງປະຊຸມວິທະຍຸກະຈາຍສຽງ, ໂທລະພາບຫຼາຍຄັ້ງ. ໃນນັ້ນພົ້ນເດັ່ນແມ່ນເຫດການ ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບໂທລະພາບຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ABU ໃນປີ 2005. ຮອດປີ 2009, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງການປະຕິບັດທົດລອງກະຈາຍສຽງດີຈີຕອນ HD Radio ພ້ອມກັບກອງປະຊຸມສຳມະນາອື່ນໆໃນພາກພື້ນ ແລະ ບາງຊຸດເຝິກອົບຮົມຢູ່ຮ່າໂນ້ຍ. ວິທະຍຸກະຈາຍສຽງຫວຽດນາມກໍ່ແມ່ນສະມາຊິກໃນຄະນະວາງແຜນຍຸດທະສາດຂອງ ABU. ທ່ານນາງ Vijay Sadhu, ຜູ້ຊ່ຽວຊານຂັ້ນສູງຂອງ ABU, ໃຫ້ຮູ້ວ່າ:
“ວິທະຍຸກະຈາຍສຽງຫວຽດນາມ ແມ່ນອົງການສື່ສານທີ່ມີມາແຕ່ດົນນານຢູ່ຫວຽດນາມ ແລະ ໄດ້ຮັບການພັດທະນາດ້ວຍທຸກຮູບການ, ໃນນັ້ນມີທັງວິທະຍຸ, ໂທລະພາບ, ທັງລະບົບ AM, FM ແລະ ປະຈຸບັນພວມຢູ່ໃນໄລຍະຫັນເປັນດີຈີຕອນ. ວິທະຍຸກະຈາຍສຽງຫວຽດນາມບໍ່ພຽງແຕ່ແມ່ນຊ່ອງສຶກສາ, ໂຄສະນາກ່ຽວກັບບັນດານະໂຍບາຍຂອງລັດ, ລັດຖະບານເທົ່ານັ້ນ, ຫາກຍັງແມ່ນຊ່ອງບັນເທິງຂອງປະຊາຊົນອີກດ້ວຍ. ຍ້ອນເຫດນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ຈຶ່ງແມ່ນໜຶ່ງໃນບັນດາອົງການສື່ສານແຮງກວ່າໝູ່, ມີທີ່ຕັ້ງໜ້າໄວ້ເນື້ອເຊື່ອໃຈທີ່ສຸດຂອງຫວຽດນາມ “.
ນອກຈາກການຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາຕ່າງໆແລ້ວ, ວິທະຍຸກະຈາຍສຽງຫວຽດນາມ ຍັງເຂົ້າຮ່ວມການເສັງຫຼາຍຄັ້ງໂດຍ ABU ຈັດຕັ້ງອີກ. ທ່ານ ໂງມິງຫຽນ, ຫົວໜ້າກົມຮ່ວມມືສາກົນ, ວິທະຍຸກະຈາຍສຽງຫວຽດນາມ, ໃຫ້ຮູ້ວ່າ:
“ໃນຊຸມປີຜ່ານມາ, ມີນັກຂ່າວຫຼາຍຄົນຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບລາງວັນສູງໃນການເສັງຕ່າງໆຂອງ ABU, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ດ່ວານຫວຽດຈູງ ກໍ່ໄດ້ຮັບລາງວັນອຸທິດສ່ວນທາງດ້ານເສດຖະກິດຕະຫຼອດຊີວິດ ໂດຍ ABU ມອບໃຫ້, ນອກນັ້ນການນຳບາງທ່ານຂອງວິທະຍຸກະຈາຍສຽງຫວຽດນາມ ກໍ່ໄດ້ຮັບລາງວັນກ່ຽວກັບຫົວຄິດປະດິດສ້າງທາງດ້ານເສດຖະກິດ ໂດຍ ABU ມອບໃຫ້ເຊັ່ນກັນ“.
ກອງປະຊຸມວິທະຍຸກະຈາຍສຽງອາຊີ 2013 ແມ່ນກອງປະຊຸມລົງເລິກສະເພາະກ່ຽວກັບວິທະຍຸກະຈາຍສຽງ, ປຶກສາຫາລືຄວາມຫຍຸ້ງຍາກ ກໍ່ຄືຄວາມສະດວກຕ່າງໆ ເຊິ່ງວິທະຍຸກະຈາຍສຽງຈະຮັບມືໃນໄລຍະຈະມາເຖິງ. ທ່ານ ໂງມິງຫຽນ ຫົວໜ້າກົມຮ່ວມມືສາກົນ, ວິທະຍຸກະຈາຍສຽງຫວຽດນາມ, ໃຫ້ຮູ້ວ່າ:
“ນີ້ແມ່ນເທື່ອທຳອິດທີ່ກອງປະຊຸມວິທະຍຸກະຈາຍສຽງສາກົນຖືກຈັດຕັ້ງຢູ່ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 63 ວິທະຍຸ, ໂທລະພາບທ້ອງຖີ່ນ. ນີ້ແມ່ນກາລະໂອກາດທີ່ດີບໍ່ພຽງແຕ່ໃຫ້ພະນັກງານ, ນັກຂ່າວ, ບັນນາທິການ, ບັນດານັກຄຸ້ມຄອງຂອງວິທະຍຸກະຈາຍສຽງຫວຽດນາມ ເທົ່ານັ້ນ, ຫາກໃຫ້ທັງນັກຄຸ້ມຄອງ, ວາງແຜນນະໂຍບາຍ ຂອງ 63 ວິທະຍຸ, ໂທລະພາບທ້ອງຖີ່ນອີກດ້ວຍ. ເພື່ອເຮັດຄືແນວໃດທັງພັດທະນາ ທັງເໝາະສົມກັບທ່າອ່ຽງພັດທະນາຂອງບັນດາພາຫະນະສື່ສານອື່ນໆ “.
ດ້ວຍເລື່ອງເປັນເຈົ້າພາບຈັດຕັ້ງ ກອງປະຊຸມວິທະຍຸກະຈາຍສຽງອາຊີ 2013, ອີກເທື່ອໜຶ່ງບົດບາດຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບການຢືນຢັນໃນ ABU ກໍ່ຄືໃນເວທີສາກົນ. ທ່ານນາງ Vijay Sadhu, ຜູ້ຊ່ຽວຊານຂັ້ນສູງຂອງ ABU, ໃຫ້ຮູ້ຕື່ມອີກວ່າ:
“ວິທະຍຸກະຈາຍສຽງ ຫວຽດນາມ ບໍ່ພຽງແຕ່ມີບົດບາດພາຍໃນປະເທດເທົ່ານັ້ນ, ຫາກຍັງມີບົດບາດໃນທົ່ວພາກພື້ນອີກດ້ວຍ, ວິທະຍຸກະຈາຍສຽງ ຫວຽດນາມ ມີທີ່ຕັ້ງໃຫຍ່ຢູ່ໃນໂລກ ແລະ ແມ່ນແບບຢ່າງໃຫ້ວິທະຍຸກະຈາຍສຽງອື່ນໆຮຳ່ຮຽນເອົາ. ເພາະວ່າຍາມໃດວິທະຍຸກະຈາຍສຽງ ຫວຽດນາມ ກໍ່ມີການປ່ຽນໃໝ່ ແລະ ພັດທະນາຢ່າງແຮງ. ຕາມຂ້າພະເຈົ້າແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຍັງຄົງຮັກສາບົດບາດເປັນໜຶ່ງໃນບັນດາວິທະຍຸກະຈາຍສຽງ ໃຫຍ່ໃນປະຈຸບັນ.“
ດ້ວຍເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມວິທະຍຸກະຈາຍສຽງອາຊີ 2013, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມປ່ຽນໃໝ່, ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອທ່ວງທັນກັບທ່າອ່ຽງຂອງຂະແໜງວິທະຍຸກະຈາຍສຽງໂລກ ແລະ ຢືນຢັນທີ່ຕັ້ງຂອງວິທະຍຸກະຈາຍສຽງແຫ່ງຊາດໃນເວທີສາກົນ.