ບັນດາການກະທົບຢ່າງຕັ້ງຫນ້າຈາກກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ13



(vovworld)- ວັນ​ທີ 28/11, ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ສຳ​ເລັດ​ໂຄງ​ການ​ດຳ​ເນີນ​ງານ​ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ ກວ່າ 1 ເດືອນ. ກອງ​ປະ​ຊຸມ​ໄດ້​ສ້າງ​ຂີດ​ໝາຍ​ຫລາຍ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຂອງ​ອົງ​ການ​ສິດ​ອຳ​ນາດ​ແຫ່ງ​ລັດ​ສູງ​ສຸດ​ໃນ 3 ຂົ​ງ​ເຂດ: ນິ​ຕິ​ບັນ​ຍັດ, ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ຫລາຍ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​​ຊາດ.
ບັນດາການກະທົບຢ່າງຕັ້ງຫນ້າຈາກກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​
 ຊຸດ​ທີ 13
ພາບ:baomoi.com

        ຂີດ​ໝາຍ​ເປັນ​ຫນ້າ​ສົນ​ໃຈ​ຂອງ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13 ນັ້ນ​ແມ່ນ ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮ​ອງ​ເອົາ​ຫລາຍ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ສະ​ພາ​ແຫ່ງ​ຊາດ ກໍ​ຕັດ​ສິນ​ບັນ​ດາ​ຈຸດ​ໝາຍ, ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ປີ 2015 ກໍ​ຄື​ຫລາຍ​ມາດ​ຕະ​ການ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ດັ່ງ​ກ່າວ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ນອກນັ້ນ  ຈຸດ​ເດັ່ນ​ທີ່​ເປັນ​ຫນ້າ​ສົນ​ໃຈ​ຫນຶ່ງ​ອີກນັ້ນ​ແມ່ນ ທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແລະ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ລັບ 50 ຕ​ຳ​ແຫນ່ງ ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ.

        ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ຕາມ​ເນື້ອ​ໃຈ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013

        ຫນຶ່ງ​ໃນ​ບັນ​ດາ​ຫນ້​າ​ທີ່​ຈຸດ​ສຸມ​ຂອງ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13 ແມ່ນ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ 18 ສະ​ບັບ, ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ອື່ນ 12 ສະ​ບັບ.  ນີ້​ແມ່ນ​ຈຳ​ນວນ​ຮ່າງ​ກົດ​ໝາຍ​ຫລາຍ​ສຸດ​ໄດ້​ຮັບ​ການ​ພິ​ຈາ​ລະ​ຈາ​ຮັບ​ຮອງ​ເອົາ, ໃຫ້​ຄຳ​ເຫັນ​ທີ່ສະ​ໄຫມ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ.  ໃນ​ຈຳ​ນວນ​ຮ່າງ​ກົດ​ໝາຍ​ທີ່​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ແລະ ຮັບ​ຮ​ອງ​ເອົາ​ນັ້ນ  ມີ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ສືບ​ຕໍ່​ປັບ​ປຸງລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ, ການ​​ຈັດ​ຕັ້ງ​ກົງ​ຈັກ​ລັດຄື: ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສະ​ພາ​ແຫ່ງ​ຊາດ(ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ ​ລັດ​ຖະ​ບານ(ສະ​ບັບ​ປັບ​ປຸງ), ບັນ​ດາ​ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ ແລະ​ອື່ນໆ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສະ​ບັບ​ປັບ​ປຸງ, ທ່ານ ບຸ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຢືນ​ຢັນ​ວ່າ:

        “ກົດ​ໝາຍ​ສະ​ບັບ​ນີ້ ພາຍ​ຫລັງ​ໄດ້​ຮັບ​ການ​ປັບ​ປຸງ ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫ້​ການ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ ແລະ ຊຸກ​ຍູ້​ການ​ສ້າງ​ກໍ​ຄື​ການ​ພັດ​ທະ​ນາ​ຂອງ​ປ​ະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ວິ​ສາ​ຫະ​ກິດ​ຫາ​ກໍ​ເລີ່ມ​ດຳ​ເນ​ີນ​ອາ​ຊີບ.”

        ແລະ​​ຢູ່​ທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຕ​້ານ​ການທໍລະ​ມານ ແລະ ບັນ​ດາ​ຮູບ​ການ​ປະ​ພຶດ​ ຫລື ປັບ​ໄຫມ​ລົງ​ໂທດ​ຢ່າງ​ໂຫດ​ຮ້າຍ​, ໄຮ້​ມະ​ນຸດ​ສະ​ທຳ​ຫລື​ເຮັດ​ໃຫ້​ເສຍ​ກຽ​ດ​ສັກ​ສີ; ຮັບ​ຮອງ​ເອົາ​ມະ​ຕິ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ. ເລື່ອງ​ຫວຽດ​ນາມ​ໃຫ້​ສັດ​ຕະ​ຍາ​ບັນສົນ​ທິ​ສັນ​ຍາ​ສາ​ກົນ 2 ສະ​ບັບ​​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດນີ້ ໄດ້​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ​ຢູ່​ຫວຽດ​ນາມ ນັບ​ມື້​ນັບ​ດີກວ່າ.

        ຕົກ​ລົງ​ບັນ​ດາ​ຄາດ​ໝາຍ​ຕົ້ນ​ຕໍ​ກ່ຽວ​ກັບ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປີ 2015

       ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ແມ່ນ​ຫນຶ່ງ​ໃນ 3 ຫນ້າ​ທີ່​ສຳ​ຄັນ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄຽງ​ຄູ່​ຫນ້າ​ທີ່​ນິ​ຕິ​ບັນ​ຍັດ ແລະ ຕິດ​ຕາມກວດ​ກາ​ສູງ​ສຸດ. ທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮ​ອງ​ເອົາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015. ໂດຍ​ລະ​ອຽດ: ການ​ຈະ​ເລີນ​ເຕີບ​ໂຕ GDP ບັນ​ລຸ 6,2%, ລະ​ດັບ​ເພີ່ມ​ຂຶ້ນ​ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ (CPI) ປະ​ມານ 5%, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຫລຸດ​ລົງ 1,7%-2%, ສ້າງວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 1,6 ລ​້ານ​ຄົນ. ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ດັ່ງ​ກ່າວ​ໃຫ້​ໄດ້, ສະ​ພາ​ແຫ່​ງ​ຊາດ​ສະ​ເຫນີ​ລັດ​ຖະ​ບານ ຄວນ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ຫລາຍ​ຫນ້າ​ທີ່​ຈຸດ​ສຸມ. ທ່ານ ຫງວຽນ​ວັນ​ຟຸກ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ:

        “ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສ​ດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ຈະ​ເລີນ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ ແລະ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ  ຢ່າງ​ຂ້ຽວ​ຂາດ ແລະ ມີ​ປະ​ສິ​ດ​ທິ​ຜົນ. ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຢ່າ​ງ​ແຮງ, ພິ​ເສດ​ແມ່ນ​ລະ​ບຽບ​ການ​ລົງ​ທຶນ, ກໍ່​ສ້າງ, ທີ່​ດິນ, ພາ​ສີ​ອາ​ກອນ ແລະ ສິນ​ເຊື່ອ​ທະ​ນາ​ຄານ. ສຸ​ມ​ໃສ່​ຍູ້​ໄວ​ລະ​ດັບ​ຄວາມ​ໄວ​ໃນ​ການ​ແກ້​ໄຂ​ຫນີ້​ເສຍ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່, ສູ້​ຊົນ​ຮອດ​ປີ 2015 ຫລຸດອັດ​ຕາ​ຫນີ້​ເສຍ​ລົງ​ຕ່ຳ​ກວ່າ 3%. ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ເງິ​ນ​ລົງ​ທຶນ​ຂອງ​ລັດ, ຮັບ​ປະ​ກັນ​ຫນີ້​ສາ​ທາ​ລະ​ນະ, ຫນີ້​ຂອງ​ລັດ​ຖະ​ບານ, ຫນີ້​ຕ່າງ​ປະ​ເທດ​ຂອງ​ຊາດ​ໃນ​ລະ​ດັບ​ປອດ​ໄພ​ຕາມ​ການ​ກຳ​ນົດ.”

        ໃນ​ຂອບ​ເຂດ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຕິດ​ຕາມກວດ​ກາ​ສູງ​ສຸດ​ກ່ຽວ​ກັບ​ຫົວ​ເລື່ອງ “ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ໃນ​ຂົງ​ເຂດ​ການ​ລົງ​ທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະ​ກິດ ແລະ ລະ​ບົບ​ທະ​ນາ​ຄານ, ດຳ​ເນີນ​ການ​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ 4 ທ່ານ.

        ຜົນ​ສຳ​ເລັດ​ໃນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ

        ເຫດ​ການ​ຫນຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ຫາງ​ສຽງ​ນັ້​ແມ່ນທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13 ນັ້ນ​ ​ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາ​ງ​ໃຈ ສຳ​ລັບ 5 ຕຳ​ແຫນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ. ນີ້​ແມ່ນ​ຄັ້ງ​ທີ 2 ສະ​ພາ​ແຫ່ງ​ຊາດ​ຕາງ​ຫນ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປ​ະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ປະ​ຕິ​ບັດ​ການ​ຕີ​ລາ​ຄ​າ​ຄວາມ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ດາ​ຕຳ​ແຫນ່ງ​ການ​ນຳ​ຫລັກ​ແຫລ່ງ​ໃນ​ກົງ​ຈັກ​ລັດ. ໃນ​ບົດ​ປາ​ໄສ​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ເນັ້ນ​ຫນັກ​ວ່າ: ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ເຂັ້ມ​ງວດ, ຕອບ​ສະ​ຫນອງ​ໄດ້​ຈຸດ​ປະ​ສົງ, ຫລັກ​ການ, ຂັ້ນ​ຕອນ, ລະ​ບຽບ​ການ​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ.

        ທ່ານ ຫວໍ​ອາຍ​ເຢີນ, ຜູ້​ມີ​ສິດ​ເລືອກ​ຕັ້ງ, ອ​ະ​ດີດ ຫົວ​ຫນ້າ​ກົມ​ປະ​ຕິ​ບັດ​ງານ​ທາງ​ພາກ​ໃຕ້ ຫ້ອງ​​ວ່າການ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ:

        “ຄຸນ​ນະ​ພາບ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ນີ້ ແມ່ນ​ສ່ອງ​ແສງ​ໃຫ້​ເຫັນ​ຄວ​າມກ້າວ​ຫນ້າ. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​​ແກ່ຕົນ, ມີ​ການ​ປ່ຽນ​ໃຫມ່, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ລົງ​ຄະ​ແນນ​ສຽງ. ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ທີ 3, ທີ 4 ຈະ​ມີ​ກ້າວ​ຫນ້າ​ຫນ້າກວ່າອີກ.”

        ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13 ສິ້ນ​ສຸດ​ລົງ​ດ້ວຍ​ຫລາຍ​​ບັນ​ຫາ​ສຳ​ຄັນ. ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ໄດ້​ຮັບ​ຮ​ອງ​ເອົາ​ທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13 ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​ໂດຍ​ໄວ, ປະ​ກອບ​ສ່ວນ​​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ກໍ​ຄື​ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ