(vovworld)- ຫວ່າງແລ້ວນີ້, ສະມາຊິກສະພາຕຳ່ອາເມລິກາ Chris Smith ມີການກະທຳໄປຝືນກັບທ່າອ່ຽງອັນດີງາມຂອງສາຍພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ເມື່ອຈັດຕັ້ງວາລະອະພິປາຍທີ່ສະພາແຫ່ງຊາດ ອາເມລິກາ ເມື່ອຖືວ່າ: ຫວຽດນາມ ພວມຖອຍຫລັງກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາ. ສິດເສລີໃນການເຊ່ືອຖືສາສະຫນາຢູ່ ຫວຽດນາມ ແຕ່ດົນນານມາແລ້ວ ແມ່ນຄວາມຈິງບໍ່ອາດປະຕິເສດໄດ້. ນັ້ນແມ່ນສິ່ງທີ່ ສະມາຊິກສະພາຕຳ່ອາເມລິກາ Chris Smith ຄວນເຮັດແຈ້ງ. ນັກຂ່າວ ທູຮວາ ເນັ້ນຫນັກສິ່ງດັ່ງກ່າວຜ່ານບົດຂຽນທີ່ພາດຫົວຂໍ້ວ່າ: ບັນດາສາສະຫນາຢູ່ ຫວຽດນາມ ມີຄວາມເສລີພາບ, ສະເຫມີພາບ.
ກອງປະຊຸມສຳມະນາສາກົນ“ຄຸນຄ່າມໍລະດົກຂອງສາສະຫນາ
ຕ່າງໆຢູ່ຫວຽດນາມ(9/2013)
ພາບ:http://phatgiao.org.vn
|
ສະມາຊິກສະພາຕຳ່ ອາເມລິກາ Chris Smith ໄດ້ເສັກສັນປັ້ນແຕ່ງ ຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມຢ່າງເປີດແປນ ເມື່ອຖືວ່າ: ລັດຫວຽດນາມ ໄດ້ຈຳແນກການປະພຶດລະຫວ່າງບັນດາສາສະຫນາ, ບໍ່ຮັບຮູ້ສິດເສລີໃນການເຫລື້ອມໃສບູຊາຂອງບັນດາສະມາຄົມສາສະຫນາຕ່າງ. ດ້ວຍການສັງເກດຂາດຄວາມຈິງ ທ່ານ Chris Smith ໄດ້ເສັກສັນປັ້ນແຕ່ງ ຫວຽດນາມຂາດສິດເສລີໃນການເຊື່ອຖືສາສະຫນາເປັນຫລາຍຄັ້ງແລ້ວ. ເພາະສະນັ້ນ, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອາເມລິກາ ຄັ້ງນີ້, ທ່ານ Chris Smith ໄດ້ຢ້ຳຄືນເລື່ອງລາວເກີດຂຶ້ນກ່ອນນີ້ຫລາຍປີຢູ່ ກົນເຢົາ ນະຄອນ ດາຫນັງ, ອັນທີ່ທ່ານ Chris Smith ເອີ້ນວ່າ“ການປາບປາມສາສະຫນາ” ຫລື ກໍລະນີ ຄູນພໍ່ ຫງວຽນວັນລີ, ຜູ້ຖືກປັບໄຫມລົງໂທດຍ້ອນລະເມີດກົດໝາຍ ຫວຽດນາມ, ແຕ່ທ່ານ Chris Smith ພັດຖືວ່າ ຄູນພໍ່ ຖືກປັບໄຫມລົງໂທດຍ້ອນປະຕິບັດສິດເສລີໃນການເຊື່ອຖືສາສະຫນາ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າຂໍ້ສັງເກດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ ຂອງສະມາຊິກສະພາຕຳ່ Chris Smith ໃນຕະຫລອດໄລຍະຜ່ານມາແມ່ນອັດຕະວິໄສ, ຂາດເຈດຕະນາດີ.
ຄວາມເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ ຖືກລະບຸໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ
ຫວຽດນາມ ໄດ້ປະກາດຕໍ່ປະຊາຄົມສາກົນກ່ຽວກັບນະໂຍບາຍຄວາມເສລິໃນການເຊື່ອຖືສາສະຫນາຂອງຕົນເປັນຫລາຍເທື່ອແລ້ວ, ເພາະ ໃນລັດຖະທຳມະນູນ ແລະ ບັນດາເອກະສານນິຕິກຳຂອງຫວຽດນາມ, ສິດເສລີໃນການເຊື່ອຖືສາສະຫນາຂອງພົນລະເມືອງ ຍາມໃດກໍ່ໄດ້ຮັບຮູ້. ລັດຖະທຳມະນູນປີ 2013 ສືບຕໍ່ຢືນຢັນທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ໃນການເຄົາລົບ, ຮັບປະກັນບັນດາສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນ ມີສິດເສລີໃນການເຊື່ອຖືສາສະຫນາ. ລັດຖະທຳມະນູນລະບຸຢ່າງຈະແຈ້ງວ່າ “ທຸກຄົນມີສິດເສລີໃນການເຊື່ອຖືສາສະຫນາ, ອາດຈະເຊື່ອຖືສາສະຫນາຫລືບໍ່ເຊື່ອຖືສາສະຫນາໃດກໍໄດ້. ບັນດາສາສະຫນາມີຄວາມສະເຫມີພາບຕໍ່ກົດໝາຍ. ລັດ ເຄົາລົບ ແລະ ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ. ບໍ່ມີໃຜສາມາດລ່ວງລະເມີດສິດເສລີໃນການເຊື່ອຖືສາສະຫນາໄດ້ ຫລື ສວຍໃຊ້ສາສະຫນາ ເພື່ອລະເມີດກົດໝາຍ. ຫວ່າງແລ້ວນີ້ ໃນການພົບປະກັບຜູ້ຕາງຫນ້າວົງຄະນາຍາດສາສະຫນາຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ກໍໄດ້ເນັ້ນຫນັກເຖິງສິ່ງດັ່ງກ່າວ:
“ຍາມໃດພັກ, ລັດ ຫວຽດນາມ ກໍເອົາໃຈໃສ່, ເຄົາລົບສິດເສລີໃນການເຊື່ອຖືສາສະຫນາຂອງພົນລະເມືອງ, ຢືນຢັນ ຄຸນສົມບັດໃນການເຊື່ອຖືສາສະຫນາມີຫລາຍຈຸດທີ່ເໝາະສົມກັບຄຸນສົມບັດມູນເຊື້ອຂອງຊາດ. ຄວາມຈິງ ປະຊາຊົນທີ່ເຊື່ອຖືສາສະຫນາຕ່າງໆເວົ້າລວມ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່, ເອື້ອອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາວຽກງານທີ່ມີປະໂຫຍດຕໍ່ປະເທດຊາດ, ຕໍ່ຄອບຄົວ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ.”
ໄດ້ຮັບປະກັນໃນຄວາມຈິງ
ຄວາມຈິງຢູ່ ຫວຽດນາມ, ບັນດາສາສະຫນາລ້ວນແຕ່ມີຄວາມສະເຫມີພາບຕໍ່ກົດໝາຍ, ບໍ່ມີສາສະຫນາໃດເຄື່ອນໄຫວຖືກຕ້ອງກັບກົດໝາຍຫາກຖືກຫ້າມປາມ. ປະຊາຊົນຫວຽດນາມ ທຸກຄົນ ລ້ວນແຕ່ສະຫມັກໃຈ, ເລືອກເຟັ້ນສາສະຫນາຢ່າງເສລີເພື່ອເຊື່ອຖື, ບໍ່ຖືກຫ້າມປາມ ຫລື ຖືກບັງຄັບໃນການເຊື່ອຖື. ສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ ຍາມໃດກໍໄດ້ຮັບຄວາມເຄົາລົບ ແລະ ຮັບປະກັນ ຈາກລັດ. ຢູ່ ຫວຽດນາມ ນັບມື້ນັບມີຫລາຍອົງການສາສະຫນາໄດ້ຮັບການຮັບຮູ້ ແລະ ເຄື່ອນໄຫວ. ຈຳນວນສາສະນີກະຊົນເພີ່ມຂຶ້ນຢ່າງໄວ. ບັນດາບ່ອນບູຊາໄດ້ຮັບການກໍ່ສ້າງຢ່າງລຽນຕິດ, ເປີດກວ້າງ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວທາງສາສະຫນາ. ວຽກງານສຶກສາ, ບຳລຸງສ້າງກ່ຽວກັບສາສະຫນາໄດ້ຮັບການຊຸກຍູ້. ການເຄື່ອນໄຫວພົວພັນກັບຕ່າງປະເທດກ່ຽວກັບສາສະຫນາ ນັບມື້ນັບໄດ້ຮັບການຍູ້ແຮງ. ອາດຈະເວົ້າໄດ້ວ່າ ການເຄື່ອນໄຫວດ້ານສາສະຫນາບໍ່ທັນມີເວລາໃດຟົດຟື້ນຄືປະຈຸບັນ. ທ່ານ ຫງວຽນວັນເທື່ອ, ຊາວຄິຼດ ຢູ່ ຕາແສງ ດາໂຕນ, ເມືອງ ຢາເລີມ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ການເຊື່ອຖືສາສະຫນາ ຫລື ບັນຫາຈິດວິນຍານ ແມ່ນຢູ່ກັບແຕ່ລະຄົນ. ແຕ່ບັນຫາຊົນຊາດ ແລະ ບັນຫາສາສະຫນາ, ສອງບັນຫານີ້ ຕ້ອງມີຄວາມກົມກຽວ, ຕ້ອງເປັນເອກະພາບ ເພາະວ່າ ປະເທດຊາດ ມີຄວາມສະຫງົບສຸກ, ບັນດາສາສະຫນານັ້ນ ຈຶ່ງສະຫງົບສຸກ, ພັດທະນາໄດ້. ຄວາມຮັບຮູ້ຂອງພວກຂ້າພະເຈົ້າຄືແນວນັ້ນ. ທັດສະນະຂອງສັງຄະນາຍົກຫວຽດນາມ ແມ່ນເຄົາລົບນັບຖືພະເຢຊູ, ຮັກຊາດ, ສາສະຫນາຕ້ອງຮ່ວມກັບປະເທດຊາດ, ປະເທດຊາດພັດທະນາອັນດີງາມ ສາສະຫນາຈຶ່ງດີງາມໄດ້.”
ສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ໄດ້ຮັບການຮັບຮູ້ຈາກສາກົນ
ບັນດາອົງການສິດທິມະນຸດ ແລະ ສາສະຫນາສາກົນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ, ສຳຫລວດຕົວຈິງຢູ່ ຫວຽດນາມເປັນຫລາຍຄັ້ງແລ້ວ ແລະ ເຂົາເຈົ້າໄດ້ຮັບຮູ້ວ່າ ການຮັບປະກັນສິດທິມະນຸດ, ໃນນັ້ນ ມີສິດເສລີໃນການເຊື່ອຖືສາສະຫນາ ຢູ່ ຫວຽດນາມ ບັນລຸຄວາມຄືບຫນ້າຫລາຍຢ່າງ. ສະມາຊິກສະພາຕຳ່ Chris Smith ເມື່ອຈັດຕັ້ງການອະພິປາຍຕໍ່ຫນ້າສະພາແຫ່ງຊາດ ອາເມລິກາ ຄືວ່າໄດ້ຕັ້ງໃຈບໍ່ຮູ້ຈັກເຖິງຂ່າວຄາວທີ່ວ່າ ຄະນະຜູ້ແທນ ຄະນະກຳມະການສິດເສລີໃນການເຊື່ອຖືສາສະຫນາສາກົນ ອາເມລິກາ ໂດຍ ທ່ານ Michael Lewis ຮອງປະທານຄະນະກຳມະການດັ່ງກ່າວນຳຫນ້າ ມາຢ້ຽມຢາມ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ: ສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ໄດ້ຮັບການເປີດກວ້າງ ແລະ ມີຄວາມຄືບຫນ້າຫລາຍຢ່າງ, ມີຫລາຍຈຸດທີ່ເປັນຫນ້າຊື່ນຊົມ. ສະມາຊິກສະພາສູງ Jim Webb, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຫວ່າງແລ້ວນີ້ ກໍຕີລາຄາວ່າ: ເຖິງວ່າ ຍັງມີບັນດາທັດສະນະຂອງບຸກຄົນກ່ຽວກັບບາງກໍລະນີລະອຽດທີ່ກ່ຽວຂ້ອງເຖິງສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ, ແຕ່ບໍ່ອາດປະຕິເສດໄດ້ບັນດາຄວາມຄືບຫນ້າກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ. ພິເສດ ຫວຽດນາມ ໄດ້ຮັບເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2014-2016 ດ້ວຍຈຳນວນບັດສະຫນັບສະຫນູນສູງສຸດ, ອີກຄັ້ງຫນຶ່ງສະແດງໃຫ້ເຫັນການຮັບຮູ້, ຕີລາຄາຂອງປະຊາຄົມໂລກສຳລັບນະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ, ໃນນັ້ນ ມີສິດເສລີໃນການເຊື່ອຖືສາສະຫນາ. ນັ້ນແມ່ນການພິສູດຢ່າງຈະແຈ້ງທີ່ສຸດ, ຫລ້າສຸດ ໂດຍສະແດງໃຫ້ເຫັນວ່າ ບັນດາສາສະຫນາຢູ່ ຫວຽດນາມ ມີຄວາມເສລີພາບ, ສະເຫມີພາບ ແລະ ພ້ອມກັນພັດທະນາໃນປະເທດຊາດສັນຕິພາບ ແລະ ເຊື່ອມໂຍງກັບສາກົນ.