(vovworld)- ເພື່ອສ້າງລັດຖະທຳມະນູນສະບັບຫນຶ່ງໃຫ້ສົມບູນແບບ ແລະ ສອດຄອ່ງກັບຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ ຈຳເປັນຕ້ອງມີການປະກອບຄຳເຫັນທີ່ມີຄຸນນະພາບ, ມີລັກສະນະສ້າງສັນ ແລະ ພິເສດ ການປະກອບຄຳເຫັນແມ່ນຕ້ອງໃຊ້ຊື່ແທ້ຫາກບໍ່ແມ່ນຊື່ປອມ ຫລືຂະຫນານນາມປອມແປງ. ເປັນອັນວ່າ ໃນຈຸດເວລາທີ່ປະຊາຊົນໃນທົ່ວປະເທດພວມມານະພະຍາຍາມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ທາງຫນ້າເວັບ, blog ຕ່າງໆຂອງບາງຄົນທີ່ຂາດເຈດຕະນາດີພວມເຕົ້າໂຮມສ່ວນບຸກຄົນຈຳນວນຫນຶ່ງເພື່ອສ້າງບັນຊີລາຍຊື່ດ້ວຍອັນທີ່ເອີ້ນວ່າ“ ໃບສະເຫນີປັບປຸງລັດຖະທຳມະນູນ”, ເພື່ອສ້າງກຳລັງດັນຕໍ່ພັກ, ລັດ, ຮຽກຮ້ອງໃຫ້ມີຫລາຍເຄົ້າ, ຫລາຍພັກ, ກອງທັບບໍ່ເຂົ້າຮ່ວມລະບອບການເມືອງ.
ຄຸນພໍ່ ຟ້າມງວຽນຮົ່ງ, ຜູ້ຮັບຜິດຊອບເຂດຊາວຄຼິດ ຈີນຕວ່າ, ນະຄອນ ທາຍບີ່ງແມ່ນຫນຶ່ງໃນຈຳນວນ 100 ຄົນຢູ່ ທາຍບີ່ງ ມີຊື່ໃນບັນຊີລາຍຊື່ສະເຫນີປັບປຸງລັດຖະທຳມະນູນ ຮຽກຮ້ອງລົບລ້າງບົດບາດນຳພາຂອງພັກ, ສ້າງໃຫ້ທີຫລາຍເຄົ້າ, ຫລາຍພັກ, ແບ່ງສິດອຳນາດ ຊື່ງຫນ້າເວັບ ແລະ blog ປະຕິການຈຳນວນຫນຶ່ງໄດ້ກ່າວເຖິງ. ແຕ່ໂບດ ຈີນຕວ່າບໍ່ມີຄຸນພໍ່ອົງໃດມີຊື່ວ່າ ຮົ່ງ. ສິ່ງດັ່ງກ່າວໄດ້ຮັບການຮັບຮູ້ຈາກຄຸນພໍ່ ຫງວຽນຟຸກແຮ້ງ, ຜູ້ຮັບຜິດຊອບເຂດຊາວຄຼິດແຫ່ງນີ້ວ່າ:
“ຢູ່ເຂດຊາວຄຼິດແຫ່ງນີ້ບໍ່ມີຄຸນພໍ່ອົງໃດມີຊື່ວ່າ ຟ້າມງວຽນຮົ່ງ. ພວກຂ້າພະເຈົ້າຮູ້ຈັກເຖິງຂ່າວຄາວຈາກໝູ່ເພື່ອນເທົ່ານັ້ນ ຫາກບໍ່ມີເວລາເຂົ້າເວັບໄຊດັ່ງກ່າວ.”
ໂບດ ຢູ່ ແຂວງ ທາຍບີ່ງ
ພາບ:internet
|
ຄຸນພໍ່ ຫງວຽນວັນທວານ, ປະທານສະພາເຂດຊາວຄຼິດໂບດ ຈີນຕວ່າ ທາຍບີ່ງ ຢືນຢັນວ່າ: ຊື່ຟ້າມງວຽນຮົ່ງ ແມ່ນຊື່ປອມ.
ດ້ວຍພົນລະເມືອງກວ່າ 1 ລ້ານຄົນ ຢູ່ແຂວງຜະລິດກະສິກຳຄື ທາຍບີ່ງນັ້ນ ເລື່ອງປັ້ນແຕ່ງບັນຊີລາຍຊື່ດ້ວຍ 100 ກວ່າຄົນທີ່ສະເຫນີປັບປຸງລັດຖະທຳມະນູນ, ໃນນັ້ນ ມີຈຳນວນ3/4 ບໍ່ມີທີ່ຢູ່ ແມ່ນສິ່ງທີ່ໃຜໆກໍເຫັນໄດ້ວ່າແມ່ນເລື່ອງຜິດປົກກະຕິ. ກໍເຊັນດຽວກັນກັບແຂວງ ທາຍບີ່ງ, ຢູ່ ຮ່າຕີ້ງ ມີເກືອບ 1300 ຄົນມີຊື່ໃນບັນຊີລາຍຊື່ສະເຫນີປັບປຸງລັດຖະທຳມະນູນ, ໃນນັ້ນ 70% ແມ່ນຊາວກະສິກອນ, ຊື່ງເປັນຜູ້ບໍ່ມີເງື່ອນໄຂເຂົ້າອິນເຕີແນດ. ທ່ານ ຕືວັນທ້ຽນ, ປະທານ ແນວໂຮມປະເທດຊາດ ຮ່າຕີ້ງ ໄດ້ຢືນຢັນວ່າ: ການປອມແປງຫລອກລວງໃນບັນດາຫນ້າເວັບປອມໂດຍຖືວ່າ: ປະຊາຊົນ ຮ່າຕີ້ງ ຈຳນວນຫລວງຫລາຍໄດ້ລົງລາຍເຊັ່ນໃນບັນຊີລາຍຊື່ໃບສະເຫນີລວມໝູ່ ແມ່ນການເເຕະຕ້ອງເຖິງຜົນປະໂຫຍດ, ສິດຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງຊາວທ້ອງຖິ່ນ. ນີ້ແມ່ນການກະທຳທີ່ມີກົນອຸບາຍດ້ານການເມືອງ ແນໃສ່ຕ້ານ ແລະ ທຳລາຍແຜນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ.
ໂດຍປະຕິບັດຄຳສັ່ງຂອງກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ແລະ ມະຕິຂອງສະພາແຫ່ງຊາດຊຸດທີ 13, ມາຮອດປະຈຸບັນ, ບັນດາທ້ອງຖິ່ນໄດ້ສຳເລັດການລວບລວມຄຳເຫັນຂອງປະຊາຊົນປະກອບໃສ່ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃນເບື້ອງຕົ້ນແລ້ວ. ຢູ່ນະຄອນ ໂຮ່ຈິມີນ, ມີພົນລະເມືອງເກືອບ 6 ລ້ານຄົນໃນຍອດຈຳນວນ 10 ລ້ານຄົນໄດ້ປະກອບຄຳເຫັນໃສ່ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ຢູ່ຮ່າໂນ້ຍ ກໍເຊັ່ນດຽວກັນ ມີບັດຮັບເອົາຄຳເຫັນຫລາຍບັດໄດ້ສົ່ງເຖິງປະຊາຊົນ. ເຂົາເຈົ້າອາດຈະສະແດງທັດສະນະຂອງຕົນກ່ຽວກັບບົດບາດຊີ້ນຳນຳພາຂອງພັກ, ກ່ຽວກັບສິດອຳນາດຂອງລັດ, ກ່ຽວກັບສິດທິມະນຸດ ແລະ ພັນທະຂອງພົນລະເມືອງ. ເຂົາເຈົ້າອາດຈະລົງລາຍເຊັ່ນ ຫລືບໍ່ລົງລາຍເຊັ່ນກໍໄດ້ເມ່ືອສະແດງທັດສະນະໃນການສ້າງລັດຖະທຳມະນູນ. ໝາກຜົນການລວບລວມຄຳເຫັນຂອງປະຊາຊົນກ່ຽວກັບການສ້າງລັດຖະທຳມະນູນ ເບື້ອງຕົ້ນສະແດງໃຫ້ເຫັນວ່າ ບັນດາຫນ້າເວັບດັ່ງກ່າວພວມປັ້ນແຕ່ງວ່າ: ໝູ່ຄະນະ, ສ່ວນບຸກຄົນໃດຫນຶ່ງທີ່ໄດ້ລົງລາຍເຊັ່ນໃສ່ໃບສະເຫນີປັບປຸງລັດຖະທຳມະນູນດັ່ງກ່າວພຽງແຕ່ແມ່ນການກໍ່ຄວາມວຸນວາຍເທົ່ານັ້ນ.
ພົນຕີ ມາຍກວາງເຟີນ, ສະມາຊິກສະພາທິດສະດີສູນກາງ ເມື່ອປຶກສາຫາລືກ່ຽວກັບການປະກອບຄຳເຫັນໃສ່ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ເວົ້າວ່າ: ບັນຫາສຳຄັນທີ່ສຸດປະຈຸບັນ ແມ່ນລວມລວມຄຳເຫັນທັງໝົດຂອງພົນລະເມືອງເກືອບ 90 ລ້ານຄົນ, ຫາກບໍ່ພຽງແຕ່ສະເພາະ 20 ຫລື 200- 300 ຄົນທີ່ມີຊື່, ນາມສະກຸນບໍ່ຈະແຈ້ງ.
“ມີພົນລະເມືອງເກືອບ 90 ລ້ານຄົນ ແມ່ນບັນຫາໃຫຍ່ ສ່ວນບັນດາຄຳສະເຫນີດັ່ງກ່າວພຽງແຕ່ໃນພາກສ່ວນຫນ້ອຍທີ່ສຸດເທົ່ານັ້ນ. ບັນຫາຕົ້ນຕໍ ພວກເຮົາຕ້ອງຢືນຢັນຢ່າງພາວະວິໄສ, ລັກສະນະປະຫວັດສາດ, ວິທະຍາສາດຂອງລັດຖະທຳມະນູນ, ຄວນເພີ່ມເຕີມບັນຫາໃດ, ປັບປຸງບັນຫາໃດ. ນີ້ແມ່ນສິ່ງທີ່ເປັນຫນ້າເອົາໃຈໃສ່.”
ໃນໄລຍະເກືອບ 3 ເດືອນທີ່ເກັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ສະເພາະແນວໂຮມປະເທດຊາດ ຫວຽດນາມ, ຊື່ງແມ່ນອົງການຕາງຫນ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນທຸກຊັ້ນວັນນະ ໄດ້ຈັດຕັ້ງກອງປະຊຸມເປັນ 7 ຄັ້ງ, ເພື່ອໃຫ້ນັກຮຽນຮູ້, ປັນຍາຊົນ, ເຈົ້າກົກເຈົ້າເຫົຼ່າບັນດາເຜົ່າ, ຜູ້ມີຍົກຖາບັນດາສັກໃນສາສະຫນາຕ່າງໆ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄຳເຫັນຂອງຕົນຕໍ່ລັດຖະທຳມະນູນຂອງປະເທດຊາດ. ແລະກໍ່ຢູ່ທີ່ນີ້ ບັນດາຜູ້ເຂົ້າຮ່ວມການປະກອບຄຳເຫັນລ້ວນແຕ່ເຫັນປະຈັກຕາບັນຍາກາດປະຊາທິປະໄຕ, ເປີດເຜີຍ ແລະ ຈິດໃຈສ້າງສັນໃນການປັບປຸງລັດຖະທຳມະນູນ. ເປັນທີ່ຈະແຈ້ງແລ້ວວ່າ, ຖ້າຫາກຢາກສ້າງສາປະເທດຊາດ, ຢາກໃຫ້ລັດຖະທຳມະນູນສະແດງໃຫ້ເຫັນເຈດຈຳນົງຂອງທົ່ວປວງຊົນທັງຊາດ ບໍ່ບໍ່ຕ້ອງປະຕິບັດວຽກງານທີ່ບໍ່ຖືກຕ້ອງ ແລະ ປອມແປງນັ້ນຄືດັ່ງເປົ້າໝາຍຈຳນວນຫນຶ່ງໄດ້ເຮັດໃນຊຸມມື້ຜ່ານມາ.