ປີ 2013 ສະພາບການໂລກຍັງຂາດສະຖຽນລະພາບ

(vovworld)-  ​ກົງກັນຂ້າມກັບ​ສັນຍານ​ທີ່​ປະ​ເອີ​ບ​ໃຈ​ຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ, ​ໂລກ​ຍັງ​ເຫັນ​ປະຈັກ​ຕາ​ການ​ຜັນ​ແປ​ດ້ານ​ການ​ເມືອງຫຼາຍ​ຢ່າງ​ ​ແລະ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາ​ຍດ້ານ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ປີ 2013. ​ການ​ຜັນ​ແປ​​ເຫຼົ່ານີ້​ມີ​ການ​ກະທົບ​ບໍ່​ແມ່ນ​ໜ້ອຍ​​ເຖິງສະພາບ​ດ້ານ​ການ​ເມືອງ​ໂລກ ອັນ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ໂລກ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ແງ່​ຫວັງ​ແກ້​ໄຂ​ບັນດາ​ຂໍ້​ຂັດ​ແຍ້​ງ, ສະຖານ​ທີ່​ເຄັ່ງຮ້ອນ.

ປີ 2013  ສະພາບການໂລກຍັງຂາດສະຖຽນລະພາບ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ໄທ

(ພາບ: .baomoi.com)

  ປີ 2013, ​ເສດຖະກິດ​ໂລກ​ໄດ້​ຟື້ນ​ຕົວ​ແລ່​ວ​ແຕ່​ຍັງ​ຊັກ​ຊ້າ​ຢູ່, ບໍ່​ສະ​ໝ່ຳສະ​ເໝີ ​ແລະ ຍັງ​ຄົງ​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ​ໃນ​ດ້ານ​ການ​ເມືອງ, ຂໍ້​ຕົກລົງ​ບັນລຸ​ໄດ້​ລະຫວ່າງ​ປະ​ເທດ​ຕ່າງໆ​ພຽງ​ແຕ່​ແມ່ນ​ບາດກ້າວ​ເບື້ອງຕົ້ນ​ເທົ່າ​ນັ້ນ, ຕ້ອງ​ໃຊ້​ເວລາ​ຫຼາຍ​ກ່ວາ​ອີກ​ເພື່ອ​ກ້າວໄປ​ເຖິງ​ມາດ​ຕະການ​ຮອບດ້ານ. ສິ່ງ​ທີ່​ໜ້າ​ວິຕົກ​ກັງວົນ​ແມ່ນ​ລັດທິ​ກໍ່​ການ​ຮ້າຍ​ສາກົນ​ໄດ້​ຟື້ນ​ຕົວຢ່າງ​ແຮງ ​ແລະ ນາບ​ຂູ່​ຄວາມ​ສະຫງົບ​ປອດ​ໄພ​ຂອງໂລກ.

ການ​​ແຫ່​ຂະ​ບວນປະ​ທ້ວງແຜ່​ຂະຫຍາຍອອກຢ່າງ​ກວ້າງຂວາງ, ການ​ພິພາດ​ເຂດ​ດິນ​ແດນ​ສືບ​ຕໍ່​ເກີດ​ຂຶ້ນ

  ປີ 2013, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ອີຣານ ​ແລະ ກຸ່ມ P5+1 ບັນລຸ​ໄດ້​ການ​ຕົກລົງ​ກ່ຽວ​ກັບ​ເອກະສານ​ນິວ​ເຄຼຍ, ບັນດາ​ປະ​ເທດ​​ໃນ​ເຂດຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກກາ​ເໜືອ​ຕົກ​ເຂົ້າສູ່​ສະພາບ​ຂາດ​ສະຖຽນ​ລະພາບ​ທາງດ້ານ​ການ​ເມືອງ, ​ເສດຖະກິດ​ຊຸດ​ໂຊມ​, ສັງຄົມ​ຖືກ​ແບ່ງ​ແຍກ​ຢ່າ​ງ​ເລິກ​ເຊິ່ງ.

   ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ຢູ່​ເອີ​ລົບ ​ໃນ​ສະພາບ​ການ ປຊຊ ​ເກີດບໍ່​ລົງລອຍ​ກັນ​ຕໍ່​ນະ​ໂຍບາຍ​ຮັດ​ເຂັມຄັດ​ຊື່​ງບັນດາ​ລັດຖະບານ​ນຳ​ໃຊ້​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ​ໜີ້​ສາທາລະນະ.

   ຢູ່​ອາຊີ, ສະພາບ​ການ​ເມືອງ​ກຳປູ​ເຈຍ ​ແລະ ​ໄທ ສືບ​ຕໍ່ປະ​ເຊີນ​ໜ້າ​ກັບ​ການ​ຜັນ​ປ່ຫຼາຍ​ຢ່າງ. ດ້ວຍ​ຄຳ​ກ່າວ​ຫາ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ທີ່ພາ​ໄປ​ເຖິງ​ໄຊຊະນະ​ຂອງ​ພັກ ປຊຊ ກຳປູ​ເຈຍ (CPP) ກຳ​ອຳນາດ, ພັກກູ້​ຊາດ​ກຳປູ​ເຈຍ (CNRP)  ​ໄດ້​ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຄັດຄ້ານ​ວາລະ​ປະຊຸມຄັ້ງປະຖົມມະ​ເລິກ​ຂອງ​ສະພາ​ແຫ່ງ​ຊາດ ຊື່​ງ​ໄດ້​ກີດຂວາງ​ວິວັດ​ການ​ສ້າງຕັ້ງລັດຖະບາ​ນ ​ແລະ ກໍ່​ຄວາມ​ຂາດສະຖຽນ​ລະ​ພາບ​ໃນ​ສັງຄົມ. ​ໃນ​ຂະນະ​ນັ້ນ, ປະ​ເທດ​ໄທ​ພວມ​ ​ປະ​ເຊີນ​ໜ້າ​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ຄ້ານ ທີ່ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ​ທ່ານ​ນາງ​ ຍິ່ງ​ຮັກ ຊີ​ນນະ​ວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​ແລະ​ ກໍ່​ໃນ​ທະວີບ​ອາຊີ, ການ​ພິພາດ​ເຂດ​ດິນ​ແດນ​ລະຫວ່າງ​ຈີນ, ຍີ່ປຸ່ນ, ສ​.​ເກົາຫຼີ ກໍ່​​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ​ເລື່ອງ​ຈີນ ປະກາດ​ສ້າງຕັ້ງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕຸ​ງ ພຽງ​ລ​ຳພັງ​ຝ່າຍ​ດຽວ​ໄດ້​ເຮັດ​ໃຫ້ການ​ພົວພັນ​ກັບ ຍີ່ປຸ່ນ ​ແລະ ສ​.​ເກົາຫຼີ ຍິ່ງ​ມີ​ຄວາມ​ເຄັ່ງ​ຕຶ້ງ​ຂຶ້ນ

ລັດທິ​ກໍ່​ການ​ຮ້າຍ​ເ​ກີດ​ຂຶ້ນ

​   ໃນ​ປີ 2013, ​ໂລກ​ໄດ້​ເຫັນ​ປະຈັກ​ຕາ​ການ​ຟື້ນ​ຕົວຢ່າງ​ແຮງ​ຂອງ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ອານ​ເກ​ດາ ດ້ວຍ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ ຊື່​ງ​ເຮັດ​ໃຫ້ ປຊຊ ນັບ​ພັນ​ຄົນຖືກ​ເສຍ​ຊີວິດ. ​ໃນ​ນັ້ນ, ອາບ​ການ​ນີສະຖານ ​ແລະ ຊີຣີ ​ແມ່ນ​ສະຖານ​ທີ່ 2 ​ແຫ່ງ​ທີ່​​ສຳຄັນ​ຂອງ​ການ​ກໍ່​ການ​ຮ້າຍ​ທົ່ວ​​ໂລກ, ອັນ​ໄດ້​ນາບ​ຂູ່​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ​ອາຊີ​ໃຕ້, ອາຊີ​ຕາ​ເວັນ​ຕົກ ​ແລະ ອາ​ຟຼິກກາ​ເໜືອ.

   ນອກຈາກ​ນັ້ນ, ຍັງ​ມີ​ເຫດການ​ກໍ່​ການ​ຮ້າຍ​ຢູ່ Boston ປະ​ເທດ​ອາ​ເມລິ​ກາ, ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍຢູ່​ສະໜາມ​ຫຼວງ ທຽນ​ອານ​ເມິ​ນ ​ແລະ ​ໃນ​ເວລາ​ມໍ່ໆ​ມາ​ນີ້​ແມ່ນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ສະຖານີ​ລົດ​ໄຟ​ທີ່​ນະຄອນ Volgograd ປະ​ເທດ​ລັດ​ເຊຍ.

ປີ 2013  ສະພາບການໂລກຍັງຂາດສະຖຽນລະພາບ - ảnh 2

ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ Volgograd

(ພາບ: RIA Novosti.)

​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ

  ພາຍຫຼັງ​ເກີດ​ວິ​ກິດ​ການ​ເສດ​ຖະກິດ-​ການ​ເງິນ​ໂລກ​ຂະໜາດ​ໃຫ່ຍສຸດ​ນັບ​ແຕ່​ຊຸມ​ປີ 30 ຂອງ​ສັດຕະວັດ​ກ່ອນ​ມາເປັນ​ເວລາ 5 ປີ, ພື້ນຖານ​ເສດ​ຖະກິດ​ໂລກ​ໄດ້​ມີບັນດາ​ສັນຍາ​ນຟື້ນຕົວ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ປະ​ເທດ​ພັດທະນາ​ຄື​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ​ເອີ​ລົບ. ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ​ໄດ້​ຢຸດຕິ​ການ​ຊຸດ​ໂຊມ​ໃນ​ຕະຫຼວດ 6 ​ໄຕ​ມາດ​ຢ່າ​ງລຽນຕິດ. ​ໄປ​ຄຽງ​ຄູ່​ກັນນັ້ນ​ແມ່ນ​ລະດັບ​ເຕີບ​ໂຕ​ທີ່​ໜ້າ​ປະ​ເອີ​ບ​ໃຈ​ຂອງ​ພື້ນຖານ​ເສດຖະກິດ​ອາ​ເມລິກາ ​ເຮັດ​ໃຫ້​ທະນາຄານ​ສະ​ສົມ​ສະຫະລັດ ອາດ​ຈະ​ຢຸດຕິ​ໂຄງການ​ກະຕຸ້ນ​ເສດຖະກິດ, ​ໃນ​ຂະນະນັ້ນ, ​ໂຄງການ​ປະຕິ​ຮູບ​ຂອງ​ຍີ່ປຸ່ນ ຊື່​ງ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫ່ຍອັນ​ດັບ​ທີ 3 ​ໃນ​ໂລກ​ກໍ່​ບັນລຸ​ໄດ້​ໝາກຜົນ​ອັນຕັ້ງໜ້າ​ໃນ​ເບື້ອງ​ຕົ້ນ…

    ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Christine Lagarde ຜູ້ອຳນວຍການ​ໃຫ່ຍກອງ​ທຶນ​ເງິນຕາ​ສາກົນ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ຟື້ນ​ຕົວ​ເສດຖະກິດ​ພວມ​ດຳ​ເນີນ​ໄປ​ໃນ​ໂລກ​ແຕ່​ລະດັບ​ການ​ເຕີບ​ໂຕ​ນີ້​ຍັງ​ຊັກ​ຊ້າ​ທີ່​ສຸດ ​ເພື່ອ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຫຼາຍ​ຄົນ​ໄດ້. ໜ້າ​ເອົາ​ໃຈ​ໃສ່​ແມ່ນ, ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ຍັງ​ຄົງ​ແມ່ນ​ສະຖານ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ວິຕົກ​ກັງວົນ ​ໃນ​ຂະນະ​ທີ່​ພື້ນຖານ​ເສດຖະກິດ​ຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ ຍັງ​ບໍ່​ທັນ​ຫລຸດ​ພົ້ນອອກ​ຈາກ​ສະພາບ​ຫຍຸ້ງຍາກ​ນັບ​ແຕ່​ຫຼາຍ​ປີ​ມາ​ນີ້​ໄດ້. ​ໃນ​ຂະນະ​ນັ້ນ, ​ເສດຖະກິດ​ອາ​ເມ​ລິ​ກາ ຊື່​ງ​ແມ່ນ​ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ກໍ່​ບໍ່​ຮັບ​ຜົນ​ດີ ຍ້ອນ​ງົບປະມານ​ຂອງ​ລັດຖະບານ​ຖືກ​ຫລຸດ​ລົງ.

   ປີ 2013 ​ໄດ້​ອັດ​ລົງ​ດ້ວຍສິ່ງ​ທີ່​ຄົງ​ຄ້າງ​ຫຼາຍ​ຢ່າງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ຫາງ​ສຽງ​ຫວັງ​ວ່າ, ​ໃນ​ປີ 2014, ບັນດາ​ຂໍ້​ຂັດ​ແຍ້​ງດ້ານ​ການ​ເມືອງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ, ​ເສດຖະກິດ​ຟື້ນ​ຕົວຢ່າງ​ໄວ​ກ່ວາ​ເພື່ອ​ໃຫ້​ສະພາບ​ການ​ໂລກ​ພັດທະນາ​​ກ່ວາ​ອີກ./.

 

ຕອບກັບ

ຂ່າວ/ບົດ​ອື່ນ