ປີ 2014 ໝັ້ນໃຈກ້າວໄປສູ່ອະນາຄົດ

ປີ 2014 ໝັ້ນໃຈກ້າວໄປສູ່ອະນາຄົດ - ảnh 1
ພາບປະກອບ:internet

(vovworld) -ປີ ມ​ະ​ເສງ 2013 ໄດ້​ຜ່ານ​ໄປ ດ້ວຍ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ​ແຕ່​ຍັງຄົງ​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ດີ​ງາມ. ຫວນ​ຄືນຊຸມມື້ດຽວ​ກັນ​ຂອງ​ປີ​ກາຍ, ທັງ​ປະ​ເທດ​ເລີ່ມ​ຕົ້ນ​ບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ທີ່​ສຸດ​ຈິດ​ສຸດ​ໃຈ, ​ມີພູມ​ປັນ​ຍາ ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ, ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ. ດ້ວຍ​​ເຈດ​ຈຳນົງຂອງ​ພັກ​ພ້ອມ​ກັບຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ລັດ​ຖະ​ທຳ​ມະ​ນູນ ປະ​ເທດ ສ​ສ​ ຫວຽດ​ນາມ ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ, ແມ່ນ​ບາດ​ກ້າວ​ສ້າງ​​ລະ​ບອບ​ກົດ​ໝາຍ​ໃຫ້​ສົມບູນ​ແບບ, ສ້າງ​ພື້ນ​ຖານ ແລະ ກຳ​ລັງ​ຫ​ນູນ​ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ ຫວຽດ​ນາມ ທີ່ປະ​ຊາ​ຊົນ​ຮັ່ງ​ມີ, ປ​ະ​ເທດ​ຊາດ​ເຂັ້ມ​ແຂງ. ແລະ ກໍ​ໃນ​ປີ ມ​ະ​ເສງ 2013 ຜ່ານ​ມາ, ທັງ​ປະ​ເທດ​ຮ່ວມ​ແຮງຮ່ວມ​ໃຈ​ຢືດ​ໝັ້ນ​ແນວ​ທາງ​ປ່ຽນ​ແປງ​ໃຫມ່, ປະ​ຕິ​ບັດ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຟື້ນ​ຕົວ​ພື້ນ​ຖານ​ເສດ​ຖະ​ກິດ. ຊາວ​ຫວຽດ​ນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ເພາະ​ວ່າ​ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫ​ນ້າ​ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດັ່ງ​ກ່າວ, ຕາມນັ້ນ​ແລ້ວ ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້ຖືກ​ຮັກ​ສາ​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ລະ​ດັບ​ການ​ຈະ​ເລີນ​ເຕີບ​ໂຕ​ພາຍ​ໃນ​ບັນ​ລຸ 5,42%, ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ 132,3 ຕື້ USD, ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ບັນ​ລຸ 21,6 ຕື້ USD ນັ້ນ​ແມ່ນ​ບັນ​ດາ​ສັນ​ຍານ​ດີ​ງາມ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ພວມ​ຄ່ອຍໆຟື້ນ​ຕົວ, ເຮັດ​ໃຫ້​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​​ເພີ່ມ​ຄວາມ​ອົບ​ອຸ່ນຂຶ້ນໃນ​ຊຸມມື້​ອາ​ກາດ​ທີ່​ຫ​ນາວ​ຈັດ​ນີ້. ບັນ​ດາ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ພັກ, ລັດ ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຫ​ນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ບັນ​ດາ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ… ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ເພື່ອ​ພັດ​ທະ​ນາ​ເທື່ອ​ລະ​ກ້າວ. ເລື່ອງ​ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ກາຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ ສ​ປ​ຊ, ສະ​ມາ​ຊິກ​ສະ​ພາ​ຜູ້​ວ່າ​ການອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ… ໄດ້​ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ​ບັນ​ດາ​ຜົນ​ງານນັ້ນ ແມ່ນ​ເລີ່ມ​ມາ​ຈາກ​ການ​ປ່ຽນ​ໃຫມ່​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ ນັ້ນ​ແມ່ນ​ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ, ປະ​ຕິ​ບັດ​ກົນ​ໄກ​ການ​ຕະ​ຫລາດ​ໃນ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ແລະ ຄຸນ​​ທາດ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຂອງ​ປະ​ເທດ​ຫວຽດ​ນາມ.

        ບັນ​ດາ​ໝາກ​ຜົນ​ທີ່​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຮູບ​ພາບ​ຂອງ​ລະ​ດູ​ບານ​ໃຫມ່​ປີ​ມະ​ເມຍ ສວຍ​ງາມຂຶ້ນກວ່າ​​ເກົ່າເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ປະ​ເທດ​ຫວຽດ​ນາມ ໝັ້ນ​ໃຈ​ກວ່າ​ເມື່ອ​ກ້າວ​ເຂົ້າ​ສູ່​ປີ​ໃຫມ່ ດ້ວຍ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫ​ຍ່​ປະສານກັບ​ຄວາມ​ຫ​ຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫລາ​ຍ​ຢ່າງ. ໃນ ປີ 2014 ນີ້, ຫວຽດ​ນາມ ​ຜັນ​ຂະ​ຫ​ຍາຍບັນ​ດາ​ຫ​ນ້າ​ທີ່​ໄລ​ຍະ​ກາງ ແລະ ຍາວ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ຂ້ຽວ​ຂາດ ແລະ ຄົບ​ຊຸດ ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ແລະ ໝັ້ນ​ຄົງ, ມາ​ນະ​ພະ​ຍາ​ຍາມ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ເສີມ​ຂະ​ຫ​ຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ຢ່າງ​ແຂ​ງ​ແຮງ, ສ​​້າງລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົ​ມ​ນິ​ຍົມ​ໃຫ້​ສົມບູນ​ແບບ ແລະ ສ້າງ​​ໂຄງ​ປະ​ກອບ​ກະ​ສິ​ກຳຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ບັນ​ດາ​ຄາດ​ໝາຍ​ລະ​ອຽດ ​ໄດ້ຖືກ​ກຳ​ນົດ, ຕາມນັ້ນ​ແລ້ວ ລະ​ດັບ​ການ​ເຕ​ີບ​ໂຕ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP ​ບັນ​ລຸ​ປະ​ມານ 5,8%, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ​ປະ​ມານ 2.100 USD, ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ປະ​ມານ 10%. ເປັນ​ອັ​ນ​ວ່າ: ຫວຽດນາມ ຈະ​ຕ້ອງ​ສຸມ​ກຳ​ລັງ​ແຮງ​​ໃນ​ລະດັບສູ​ງ​ສຸດ​ເພື່ອ​ສ້າງ, ປັບ​ປຸງ​ບັນ​ດາ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ, ພ້ອມ​ທັງ​ເພີ່ມ​ເຕີມ​ລະ​ບອບບັນຍັດ, ກ​ົນ​ໄກ​ນະ​ໂນ​ບາຍ, ບູ​ລະ​ນະ​ກ​ານ​ຈັດ​ຕັ້ງ, ກົງ​ຈັກ ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ເສີມ​ຂະ​ຫ​ຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ຢ່າງ​ແຂງ​ແຮງ ແລະ ສ​​້າງສຳ​ເລັດ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມການກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ.

​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ​ກໍ​ຕາມ ແຕ່​ຫວຽດ​ນາມ ມາ​ນະພະ​ຍາ​ຍາມບື່ນ​ຕົວ​ຂຶ້ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ໃນ​ຊຸມມື້ນີ້, ຫວຽດ​ນາມ ພວມ​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ອາ​ຍຸ​ການ​ເປັນ​ສະ​ມາ​ຊິກ ສະ​ພາ​ສິດ​ທິ​ມະ​ນຸດ ແລະ ຄະ​ນະ​ກຳ​ມະ​ການ ມໍ​ລະ​ດົກ ສ​ປ​ຊ. ທັງ​ລະ​ບົບ​ການ​ເມືອງ ພວມ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ ແລະ ສ້າງ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ. ບັນ​ດາ​ສັນ​ຍາ​ສົ່ງ​ອອກ​ສິ​ນ​ຄ້າ​ໃນ​ປີ 2014 ພວມ​ປະ​ຕິ​ບັດ ແລະ ປະລິມານ​ການ​ຄ້າ​ໄດ້​ສິນ​ຄ້າ​ໄດ້​ຂົນ​ລົງ​ກຳ​ປັ່ນ. ໂຮງ​ງານ, ໂຮງ​ຈັກ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ໃນ​ຊ​ຸມມື້​ຕົ້ນ​ລ​ະ​ດູ​ບານ​ໃຫມ່. ວັນ​ບຸນ​ລົງ​ໄຮ່​ລົງ​ນາ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ຊຸມມື້​ຈະ​ມາ​ເຖິງ.

        ລະ​ດູ​ບານ​ໃຫມ່​ໄດ້​ວຽນ​ມາ​ແລ້ວ. ກຳ​ລັງ​ແຮງ​ພາຍ​ໃນ ແລະ ຄວາມ​ເຊື່ອ​ໝັ້ນ  ​ແມ່ນ​ສິ່ງ​ທີ່​ທົ່ວປະ​ເທດ​ຫວຽດ​ນາມພວມ​ສ້າງ​ຂຶ້ນ​ໃນ​ລະ​ດູ​ບານ​ໃຫມ່ນີ້.  ດ້ວຍຄວາມ​ເຫັ​ນ​ດີ​ເຫັນ​ພ້ອມ, ການ​ມ​ີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ຄວາມ​ຕັດ​ສິນ​ໃຈຢ່າງ​ສູງ ແນ່ນອນ​ ວ່າ ຫວຽດ​ນາມຈະ​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ດີ​ງາມ​ຫລາຍ​ຢ່າງ, ​ປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ, ປະ​ເທດ​ຊາດ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ