ປີ 2015, ຈຸດລິເລີ່ມໃຫ້ແກ່ສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະ 20 ປີທີ່ຈະເຖິງ

ພາຍຫຼັງ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ມາ​ເປັນ​ເວ​ລາ 20 ປີ, ທັງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ເລື່ອງບໍ່​ຫວນ​ຄືນ​ອະ​ດີດ, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ ແລະ ໃນ​ໄລ​ຍະ​ອັນ​ສັ້ນໆ, ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. 20 ປີ​ທີ່​ຜ່ານ​ມາ ໄດ້​ເປັນ​ພື້ນ​ຖານ​ທີ່​ໜັກ​ແໜ້ນໃຫ້​ແກ່​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່​ລະ​ຫວ່າງ 2 ປະ​ເທດ, ເຊື່ອມ​ຕົວ​ເຂົ້າ​ທ່​າອຽງຮ່ວມ​ມື​ສາ​ກົນ​ທົ່ວ​ໂລກ.  

ປີ 2015, ຈຸດລິເລີ່ມໃຫ້ແກ່ສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະ 20 ປີທີ່ຈະເຖິງ - ảnh 1
ທ່ານ Ted Osius ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່ຂອງ​ອາ​ເມ​ລິ​ກາ ​ປະ​ຈຳ​ຫວຽດ​ນາມ

    ນັບ​ຕັ້ງ​ແຕ່​ເວ​ລາ​ສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ເມື່ອ​ວັນ​ທີ 12/7/1995, ມາ​ຮອດ​ປະ​ຈຸ​ບັນ,  ທັງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາຕ່າງ​ກໍ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ສ້າງ​ຄວາມ​ເຊືຶ່ອ​ໝັ້ນ, ລົບ​ລ້າງ​ຄວາມ​ລະ​ແວງ​ສົງ​ໃສ ເພື່ອ​ຈັບ​ມື​ຮ່ວມ​ມື​ກັນ. ພາຍຫຼັງ 20 ປີ, ຈາກ​ການ​ທີ່​ເປັນ​ສັດ​ຕູ​ຂອງ​ກັນ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ກັນ ແລະ ຈາກ​ຂອບ​ເຂດ​ກົນ​ໄກ​ນີ້, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດໄດ້​ເປີດ​ກ້​ວາງ​ໃນຫຼາຍ​ຂົງ​ເຂດ​ຄື ການ​ເມືອງ, ການ​ຕ່າງ​ປະ​ເທດ, ເ​ສດ​ຖະ​ກິດ- ການ​ຄ້າ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

    ມາ​ນະ​ພະ​ຍາ​ຍາມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ

  ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ເຫຼົ່າ​ນັ້ນ,ສາຍພົວ​ພັນ​ລະ​ຫວ່າງ 2 ປະ​ເທດຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້​ຜ່ານ​ຜ່າ​ໄລ​ຍະ​ທາງ​ທີ່​ຫຍຸ້ງ​ຍາກ. “ການ​ພົວ​ພັນ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ກີດ​ຂວາງຫຼາຍ​ຢ່າງ” ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ທຳ​ອິດ​ຂອງ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ເລ​ວັນ​ບາງ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້ “ ການ​ພົວ​ພັນ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​: 20 ປີ ແຫ່ງ​ຜົນ​ສຳ​ເລັດຍິ່ງກວ່າ​ອີກ” ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 26/1 ຢູ່​ຮ່າ​ໂນ້ຍ. ແລະ ກໍ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງ​ນີ້, ທ່ານ Peter Peterson ອະ​ດີດເອກ​ອັກ​ຄະ​ລັດ​ຖະ​ທູດອາ​ເມ​ລິ​ກາປະ​ຈຳຫວຽດ​ນາມໃຫ້​ຮູ້​ວ່າ : 

   “ ສິ່ງ​ກີດ​ຂວາງ​ຢ່າງ​ໃຫ​ຍ່ຫຼວງ​ທີ່​ສຸດ​ສຳ​ລັບ​ຂ້າ​ພະ​ເຈົ້າ​ໃນ​ຄາວນັ້ນ, ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ການ​ນຳ​ຫວຽດ​ນາມ​ເຂົ້າ​ໃຈ ແລະ ເຫັນ​ວ່າ ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ທີ່​ມີ​ເຈດ​ຕະ​ນາ​ດີ, ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ເຄົາ​ລົບ​ນັບ​ຖື​ຊາວ​ຫວຽດ​ນາມ ແລະ ຄວາມ​ຫວັງ​ຢ່າງ​ຍິ່ງເພື່ອ​ນຳ 2 ປະ​ເທດ​ກາຍ​ເປັນ​ເພື່ອ​ທີ່​ດີ​ຂອງ​ກັນ. ເພາະ​ໃນ​ຈຸດ​ເວ​ລາ​ນັ້ນ, 2 ປະ​ເທດ​ຍັງ​ຄົງ​ມີຫຼາຍ​ທັດ​ສະ​ນະ​ກົງ​ກັນ​ຂ້າມ​ກັນ​ໃນຫຼາຍ​ບັນ​ຫາ, ເປັນ​ການຍາກທີ່​ສຸດ​ໃນ​ການ​ຊອກ​ຫາ​ພື້ນ​ຖານ​ຮ່ວມ​ໃຫ້​ແກ່​ການ​ຮ່ວມ​ມື. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເພາະ​ໄດ້​ປະ​ກອບ​ສ່ວນ​ປົວ​ແປງ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ວິ​ວັດ​ການ​ຫັນ​ການ​ພົວ​ພັນ​ເປັນື ປົກ​ກະ​ຕິ ”

   ການ​ຮ່ວມ​ມື​ທີ່​ມີຫຼາຍ​ຮູບຫຼາຍ​ແບບ

    ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດໃນ​ປະ​ຈຸ​ບັນ​ແມ່ນ ມີຫຼາຍ​ຮູບຫຼາຍ​ແບບກວ່າ​ເກົ່າ​ເມື່ອ​ທຽບ​ໃສ່​ຈຸດ​ເວ​ລາ​ກ່ອນນີ້ 20 ປີ. ສັງ​ເກດ​ໃນ​ແງ່​ມຸມ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ແມ່ນ​ຕ້ອງ​ຮອດ​ເວ​ລາ​ທີ່ 2 ປະ​ເທດ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ 2 ຝ່າຍ (BTA) ປີ 2001, ການ​ພົວ​ພັນ​ດ້ານ​ການ​ຄ້າ​ຈຶ່ງ​ມີ​ສັນ​ຍານ​ດີ​ຂຶ້ນ, ແຕ່​ກໍ​ຍັງ​ຄົງ​ບັນ​ລຸ​ລະ​ດັບ​ຕ່ຳ. ແຕ່​ພຽງ​ໃນ 2 ປີ​ພາຍຫຼັງ​ປະ​ຕິ​ບັດ ສັນ​ຍາ​ການ​ຄ້າ 2 ຝ່າຍ (BTA), ອາ​ເມ​ລິ​ກາ​ໄດ້​ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ຂອງຫວຽດ​ນາມ. ໄລ​ຮອດ​ປີ 2011, ໝາຍ​ຄວາມ​ວ່າ​ພາຍຫຼັງ​ທີ່ສັນ​ຍາ​ການ​ຄ້າ 2 ຝ່າຍ (BTA) ມີ​ຜົນ​ສັກ​ສິດ​ເປັນ​ເວ​ລາ 10 ປີ, ວົງ​ເງິນ​ການ​ຄ້າ 2 ສົ້ນ ​ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້ເພີ່ມຂຶ້ນ​ຈາກ 1,5 ຕື້ USD ຂຶ້ນ​ເປັນ 20 ຕື້ USD ແລະ​ໄລ່​ຮອດທ້າຍ​ປີ 2014, ຍອດ​ວົງ​ເງິນ​ການ​ຄ້າ​​ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ບັນ​ລຸ​ປະ​ມານ 35 ຕື້ USD. ທ່ານ Murray Hiebert ສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ສາ​ກົນ ແລະ ຍຸດ​ທະ​ສາດ​ຢູ່​ວໍ​ຊິງ​ຕັນ ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ ປະ​ຈຸ​ບັນ, ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ​ໜຶ່ງ ແລະ ກໍ​ແມ່ນ​ຜູ້​ສົ່ງ​ອອກ​ລາຍ​ໃຫຍ່ກວ່າ​ໝູ່​ເຂົ້າ​ອາ​ເມ​ລິ​ກາ. ຂ້າ​ພະ​ເຈົ້າ​ເຊື່ອ​ແນ​ວ່າ ເມື່ອ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຝິກສຳ​ເລັດ​ໃນ​ປີນີ້,  ຈະ​ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃຫ້​ແກ່ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ເປີດ​ກ້​ວາງ​ການ​ລົງ​ທຶນ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແຮງ​ງານ​ຢ່າງຫຼວງຫຼາຍ​ຕື່ມ​ອີກ ”

    ໄດ້​ມີຫຼາຍ​ຄົນ​ໃຫ້​ຄຳ​ເຫັນ​ວ່າ ດ້ວຍ​ບັນ​ດາ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ 20 ປີ​ທີ່​ຜ່ານ​ມາ, ແມ່ນບໍ່​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ໃຫ້ 2 ຝ່າຍ​ຄິດ​ໄລ່​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ. ກ່ຽວ​ກັບ​ສິ່ງນີ້, ທ່ານ Ted Osius ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່ຂອງ​ອາ​ເມ​ລິ​ກາ ​ປະ​ຈຳ​ຫວຽດ​ນາມເປີດ​ເຜີຍ​ວ່າ : 

   “ຂ້າ​ພະ​ເຈົ້າ​ຖື​ວ່າ ສິ່ງ​ທີ່​ສຳ​ຄັນ​ແມ​່ນ​ເນື້ອ​ແທ້​ຂອງ​ການ​ພົວ​ພັນ ຫາກບໍ່​ແມ່ນ​ຊື່​​ຕັ້ງໃຫ້​ການ​ພົວ​ພັນ. ອາດ​ຈະ​ເຫັນ​ໄດ້​ວ່າ ບັນ​ດາ​ການ​ນຳ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ລ້ວນ​ແຕ່​ມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ກ່ຽວ​ກັບ​ການ​ພົ​ວ​ພັນ​ລະ​ຫວ່າງ 2 ປະ​ເທດ, ແຕ່​ເຂົາ​ເຈົ້າ​ຢາກ​ເນັ້ນ​ເຖິງ​ລັກ​ສະ​ນະ​ແທ້​ຈິງ, ບັນ​ດາວ​ຽກ​ງານ​ທີ່ 2 ປະ​ເທດ​ສາ​ມາດ​ຮ່ວມ​ມື​ນຳ​ກັນ. ສິ່ງນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ”

    ເຖິງວ່າ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ກ່ຽວ​ກັ​ບ​ລະ​ບົບ​ການ​ເມືອງ, ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ບັນ​ດາ​ບັນ​ຫາ​ໂດຍ​ປະ​ຫວັດ​ສາ​ປະ​ໄວ້​ໃຫ້, ແຕ່​ທັງ​ໝົດ​ເຫຼົ້່ານັ້ນ ບໍ່​ສາ​ມາດ​ຂັດ​ຂວາງ​ເລື່ອງ 2 ປະ​ເທດ​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ. ທ່ານ ຫງວຽນ​ກວກ​ເກືອງ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຖື​ວ່າ : 

   “ ເບິ່ງ​ຄື​ວ່າ ໃນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ, ແມ່ນບໍ່​ມີ​ສາຍ​ພົວ​ພັນ​ໃດ ພັດບໍ່ມີ​ບັນ​ຫາ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ກໍ​ເຊັ່ນ​ນັ້ນ. ລະ​ຫວ່າງ 2 ປະ​ເທດ​ໃນ​ປະ​ຈຸ​ບັນ, ສິ່ງ​ຖືກ​ເຕື້ອງ​ເຖິງຫຼາຍ​ກ່​ວາ​ໝູ່​ ແມ່ນຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ, ສິດ​ທິ​ມະ​ນຸດ. ແຕ່​ວິ​ທີ​ແກ້​ໄຂ​ທີ່​ດີ​ສຸດນັ້ນ ແມ່ນ​ຜ່ານ​ການ​ເຈ​ລະ​ຈາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົ​ກ​ເຂົ້າ​ໃນ​ກັນ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ ”

    20 ປີແຫ່ງ​ການສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ທັງ 2 ຝ່າຍ​ພ້ອມ​ກັນ​ປິດ​ອະ​ດີດ, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ ແລະ ນຳ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ. ບັນ​ດາ​ໝາກ​ຜົນ​ນີ້ ແມ່ນ​ຈຸດ​ລິ​ເລີ່​ມ​ຂອງວິ​ວັດ​ການ​ຮ່ວມ​ມື​ຍາວ​ນານ, ຫຼາຍ​ຮູບຫຼາຍ​ແບບ ແລະ ອູ​ດົມ​ສົ​ມບູນກວ່າ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ ແລະ ອາ​ເມ​ລິ​ກາ​

ຕອບກັບ

ຂ່າວ/ບົດ​ອື່ນ