ປີ 2015, ຫວຽດນາມສູ້ຊົນບັນລຸລະດັບເຕີບໂຕເສດຖະກິດ-ສັງຄົມສູງກວ່າປີ 2014

ບົດ​ລາຍ​ງານ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ປີ 2014 ແລະ ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015 ຂອງ​ລັດ​ຖະ​ບານ​ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ເມື່ອ​ຕອນ​ເຊົ້າ​ວັນ​ທີ 20/5 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ຄາດ​ໝາຍ​ເກືອບ​ທັງ​ໝົດ​ທີ່​ໄດ້​ວາງ​ອອກ ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ. ບົດ​ລາຍ​ງານຍັງ​ຊີ້​ແຈ້ງ​ເຖິງບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ຊຶ່ງ​ລັດ​ຖະ​ບານ​ໄດ້​ວາງ​ອອກ​ໃນ​ຊຸມ​ເດືອ​ນ​ທີ່​ຍັງ​ເຫຼືອຂອງ​ປີ 2015 ເພື່ອ​ສູ້​ຊົນ​ສຳ​ເລັດ​ແຜນ ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມໃນ​ປີ 2015 ໃຫ້​ສູງກວ່າ ແລະ ໜັກ​ແໜ້ນກວ່າ​ເມື່ອ​ທຽບ​ໃສ່​ປີ 2014.

 

ປີ 2015, ຫວຽດນາມສູ້ຊົນບັນລຸລະດັບເຕີບໂຕເສດຖະກິດ-ສັງຄົມສູງກວ່າປີ 2014 - ảnh 1
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ຖືກ​ໄຂ​ຂຶ້ນເມື່ອ​ຕອນ​ເຊົ້າ​ວັນ​ທີ 20/5

        ​ເສດ​ຖະ​ກິດ-​ສັງ​ຄົມປີ 2014 ບັນ​ລຸ​ຕາມຄາດໝາຍ​ທີ່​ໄດ້​ວາງ​ອອກ

 ບົດ​ລາຍ​ງານໃຫ້​ເຫັນ​ວ່າ ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ປີ 2014 ຂອງ​ຫວຽດ​ນາມ​ດ້ວຍ ບັນ​ດາ​ຄາດ​ໝາຍ​, ໜ້າ​ທີ່ເກືອບ​ທັງ​ໝົດ​ທີ່​ໄດ້​ວາງ​ອອກ ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ. ໃນ 14 ຄາດ​ໝາຍ​ຕົ້ນ​ຕໍ, ມີ 13 ຄາດ​ໝາຍ​ສາ​ມາດ​ບັນ​ລຸ ແລະ ລື່ນ​ກາຍ​ແຜນ​ການ, 1 ຄາດ​ໝາຍ​ເກືອບ​ບັນ​ລຸ​ຕາມ​ແຜນ​ການ. ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ການ​ເຕີບ​ໂຕ, ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ : 

   “ ການ​ເຕີບ​ໂຕ GDP ປີ 2014 ບັນ​ລຸ 5,98%, ລື່ນ​ກາຍ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ ແລະ ແມ່ນ​ອັດ​ຕາ​ສູງ​ສຸດ​ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ. ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິກວ່າ, ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ເພີ່ມ​ຂຶ້ນ 1,84 %, ຕ່ຳ​ທີ່​ສຸດ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ. ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 13,7%; ດຸນ​ການ​ຄ້າ​ສ່ວນ​ເກີນ​ປີ​ທີ 3 ລຽນ​ຕິດ, ມຸນ​ຄ່າ​ສົ່ງ​ອອກ​ເກີນ​ດຸນ 2,1 ຕື້ USD . ການ​ໜູນ​ຊ່ວຍ​ສັງ​ຄົມ​ໄດ້​ຮັບ​ປະ​ກັນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ. ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປັກ​ປັກ​ຮັກ​ສາ​ຢ່າງ​ໝັ້ນ​ແກ່ນ, ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສັງ​ຄົມ​ໄດ້​ຮັບ​ປະ​ກັນ ,ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນໄດ້​​ບັນ​ລຸໝາກ​ຜົນຫຼາຍ​ຢ່າງ…  ”

    ແລະ​ກໍ​ຕາມ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລ້ວ, ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ຄື​ດັ່ງ​ກ່າວ, ແມ່ນ​ຍ້ອນ​ມີ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່ຫຼວງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ.

      ເສດ​ຖະ​ກິດ-​ສັງ​ຄົມໃນ​ຊຸມ​ເດືອນຕົ້ນ​ປີ 2015 ສືບ​ຕໍ່​ຫັນ​ປ່ຽນ​ໄປ​ຢ່າງ​ຕັ້ງ​ໜ້າ

   ຕາ​ມບົດ​ລາຍ​ງານ ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015 ສືບ​ຕໍ່​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ ແລະ ບັນ​ລຸ​ບັນ​ດາ​ໝາກ​ຜົນ​ໃນ​ຂົງ​ເຂດ​ເກືອບ​ທັງ​ໝົດ. ລະ​ອຽດ​ຄື : ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ໃນ 4 ເດືອນ​ຕົ້ນ​ປີເພີ່ມ​ຂຶ້ນ 0,04 %, ຕ່ຳ​ທີ່​ສຸດ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ. ຍອດວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 8,2%. ເງິນ​ລົງ​ທຶນ​ໂດຍ​ກົງຂອງ​ຕ່າງ​ປະ​ເທດເພີ່ມ​ຂຶ້ນ 5%, ບັນ​ລຸ 4,2 ຕື້ USD, GDP ໃນ​ໄຕ​ມາດ​ທີ 1 ເພີ່ມ​ຂຶ້​ນ 6,03%, ຊຶ່ງ​ແມ່ນ​ຕົວ​ເລກ​ສູງ​ສຸດ​ໃນ 5 ປີ​ທີ່​ຜ່ານ​ມາ.

   ກ່ຽວ​ກັບ​ຂົງ​ເຂ​ດ​ວັດ​ທະ​ນະ​ທຳ,ສັງ​ຄົມ, ລັດ​ຖະ​ບານ​ໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ, ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແຮງ​ງານ 500.000 ຄົນ ເພີ່ມ​ຂຶ້ນ2,7%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ກາຍ.

    ກ່ຽວ​ກັບ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ ປ້ອງ​ກັນ​ຄວາມ​ສະ​ຫງົບ​, ການ​ພົວ​ພັນ​ຕ່າງ​ປະ​ເທດ​, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ : 

     “ ກຳ​ລັງ​ບົ່ມ​ຊ້ອນ​​ດ້ານປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປັກ​ປັກ​ຮັກ​ສາ​ຢ່າງ​ໝັ້ນ​ແກ່ນ, ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສັງ​ຄົມ​ໄດ້​ຮັບ​ປະ​ກັນ, ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຮອບ​ດ້ານ, ເປັນ​ເຈົ້າ​ການ​ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ​ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ…”

      7 ໜ້າ​ທີ່​ຕົ້ນ​ຕໍ​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫຼືອຂອງ​ປີ 2015

    ​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫຼືອຂອງ​ປີ 2015 , ລັດຖະ​ບານ​ກຳ​ນົດ 7 ໜ້າ​ທີ່ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ໃນ​ນັ້ນ​ສຸມ​ໃສ່​ການ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ; ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ, ຍົງ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ສື່​ສານ. ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ : (ເທບ) : “  ປີ 2015, ສູ້​ຊົນ​ບັນ​ລຸ​ຄາດ​ໝາຍ​ສັງ​ລວມ ແລະ ບັນ​ດາ​ຄາດ​ໝາຍ​ຕົ້ນ​ຕໍ​ທີ່​ໄດ້​ວາງ​ອອກ, ໃນ​ນັ້ນ, ລະ​ດັບການ​ເຕີບ​ໂຕ GDP ບັນ​ລຸ 6,2%, ຍອດ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 10%, ລະ​ດັບ​ເພີ່ມ​ຄ່າ​ໃຊ້​ສອຍ​ປະ​ມານ 5%, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແຮງ​ງານ 1,6 ລ້ານຄົນ. ສືບ​ຕໍ່ປະ​ຕິບ​ັດ​ແຜນ​ຮ່າງ​ສັງ​ລວມ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ບັນ​ດາ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂອງ​ຂະ​ແໜງ​, ຂົງ​ເຂດຄືນ​ໃໝ່. ສືບ​ຕໍ່​ປະ​ຕິ​ບັດ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ຜົນ​ປະ​ໂຫຍດ​ແຫ່ງ​ຊ​າດ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ ”

    ປີ 2015, ຫວຽດ​ນາມ​ມີ​ບັນ​ດາ​ວັນ​ບຸນ​ໃຫຍ່ ແລະ ເຫດ​ການ​ທີ່​ສຳ​ຄັນ​ຍິ່ງ,  ທັງ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ທົ່ວ​ພັກ, ທົ່ວ​ກ​ອງ​ທັບ, ທົ່ວ​ປວງ​ຊົນ ຈົ່ງ​ສາ​ມັກ​ຄີ​ກັນ ເປັນ​ຈິດ​ໜຶ່ງໃຈ​ດຽວ, ອອກ​ແຮງ​ແຂ່ງ​ຂັນ, ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ແຜນ​ການ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ຢ່າ​ງ​ມີ​ໄຊ, ຈັດ​ຕັ້ງ​​ສຳ​ເລັດ​ຜົນກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ, ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ລັດ​ຖະ​ບານ​ສະ​ເໜີ, ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊ​າດ​ຫວ​ຽດ​ນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ພໍ່​ແມ່​ພີ​ນ້ອງ​ຮ່ວມ​ຊາດ ຈົ່ງ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ ກວດ​ກາ, ສົມ​ທົບ​ກະ​ທຳ, ພະ​ຍາ​ຍາມ​ສູ້​ຊົນ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ ແລະ ຄົບ​ຊຸດກວ່າ​ອີກ​ໃນ​ທຸກວຽກ​ງານ, ຕັດ​ສິນ​ໃຈ​ເຮັດ​ສຳ​ເລັ​ດ​ບັນ​ດາ​ເປົ້າໝາຍ ແລະ ໜ້າ​ທີ່ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ