ປົກປັກຮັກສາສິ່ງແວດລ້ອມເພື່ອພັດທະນາແບບຍືນຍົງ

  ກອງ​ປະຊຸມ​ຄັ້ງທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫາ​ກໍ່ອອກ​ມະຕິ​ກ່ຽວ​ກັບ “ການ​ເປັນ​ເຈົ້າ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“. ມະຕິ​ແມ່ນ​ການ​ກຳນົດ​ທິດ​ສຳຄັນ​ເພື່ອ​ໃຫ້​ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ​ຂອງ​ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ປົກປັກຮັກສາສິ່ງແວດລ້ອມເພື່ອພັດທະນາແບບຍືນຍົງ - ảnh 1

ບົດບາດ​ຂອງ​ວົງ​ຄະນາ​ຍາ​ດ​ໃນ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ

(ພາບ:tnmttuyenquang.gov.vn)

   ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢູ່​ຫວຽດນາມ ພວມ​ດຳ​ເນີນ​ໄປ​ຢ່າງ​ວ່ອງໄວ ​ແລະ ຮ້າຍ​ແຮງ​ເກີນ​ການ​ຄາດ​ຄະ​ເນ. ຕາມ​​ສະຖິຕິ​ໃນ​ແຕ່​ລະ​ປີ​ແລ້ວ,  ​ໄພ​ທຳ​ມະຊາດ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ເຖິງເສດຖະກິດ​ແຕ່ 1-1,5% ຍອດ​ຜະລິດ​ຕະພັນ​ພາຍ​ໃນ. ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ຫວຽດນາມ ກໍ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນຢ່າງ​ມີ​ປະສິດທິ​ຜົນ​ເທື່ອ, ມົນລະພິດ​ສິ່ງ​ແວດ​ລ້ອມ​ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ຕາມ​ມະຕິ​ກອງ​ປະຊຸມ​ຄັ້ງທີ 7 ​ແລ້ວ, ຕ້ອງ​ເພີ່ມ​ທະວີ, ປ່ຽນ​ໃໝ່​ວຽກ​ງານ​ໂຄສະນາ, ສຶກສາ​ອົບຮົມ, ຍົກ​ສູງ​​ຄວາມ​ຮັບ​ຮູ້, ​ເປັນ​ເຈົ້າການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນຳ​ໃຊ້ຊັບພະຍາກອນ​ທຳ​ມະ​ຊາດຢ່າງ​ປະຢັດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ຊີ້​ແຈງ​ສິ່ງ​ດັ່ງກ່າວ​ທີ່​ວາລະ​ອັດກອງ​ປະຊຸມ​ຄັ້ງທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ:

   “ກ່ອນ​ອື່ນໝົດຕ້ອງ​ຍົກ​ສູງ​​ຄວາມ​ຮັບ​ຮູ້​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ລະບົບ​ການ​ເມືອງ, ຖື​ການ​ເປັນ​ເຈົ້າການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແມ່ນ​ບັນຫາ​ມີ​ຄວາມ​ໝາຍຕັດ​ສິນການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມທັງ​ແມ່ນ​ຈຸດໝາຍ ທັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ

ປົກປັກຮັກສາສິ່ງແວດລ້ອມເພື່ອພັດທະນາແບບຍືນຍົງ - ảnh 2

(ພາບ:disanxanh.cinet.vn)

  ປະຕິບັດ​ການເພີ່ມທະວີການ​ໂຄສະນາ, ສຶກສາ​ອົບຮົມ​ກ່ຽວ​ກັບ​ການ​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ນຳ​ໃຊ້​ຊັບພະຍາກອນຢ່າງ​ປະຢັດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​​ແມ່ນການ​ຍົກ​ສູງລັກສະນະ​ເປັນ​ເຈົ້າການຂອງ​ບັນດາ​ຂັ້ນ, ຂະ​ແໜງ​ການ ​ແລະ ທົ່ວ​ປວງ​ຊົນ. ທ່ານ​ຫວູຮົ່ງ​ແຄງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຖື​ວ່າ:

   “ຂ້າພະ​ເຈົ້າຖື​ວ່າ, ສິ່ງ​ສຳຄັນ​ໃນ​ປະຈຸ​ບັນ​ແມ່ນ​ ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ເຂົ້າ​ໂຮງຮຽນ. ​ໂຮງຮຽນ​ຕ້​ອງ​ໂຄສະນາ​ກ່ຽວ​ກັບການ​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ໃນ​ໂຄ​ງການ​ນອກ​ຫຼັກສູດ ​ແລະ ຄວນ​ນຳ​ບັນດາ​ເນື້ອ​ໃນ​ນີ້​​ເຂົ້າໃນ​ປຶ້ມ​ຕຳລາ​ຮຽນ

  ຄວາມ​ຮັບຜິດຊອບ​ໃນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​, ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນໜ້າທີ່​ຂອງ​ລັດ, ວິ​ສາ​ຫະກິດ ​ແລະ ທົ່ວ​ປວງ​ຊົນ, ​ໃນ​ນັ້ນ, ບັນ​ດານັກ​ວິ​ທະຍາ​ສາດ​ມີໜ້າ​ທີ່​ຍູ້​ແຮງ​ການຄົ້ນຄ້ວາ, ໝູນ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເຂົ້າຂົງ​ເຂດ​ນີ້. ທ່ານ​ໂງ​ທ່ວນ​ຄຽດ, ຮອງ​ຫົວໜ້າ​ພະ​ແນ​ກ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ ສັງກັດ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽດນາມ ຖື​ວ່າ:

   “ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ທັດສະນະ​ໃນ​ການ​ຊີ້​ນຳ, ພິ​ເສດ​ແມ່ນ​ປ່ຽນ​ແປງ​ກົນ​ໄກ​ຈັດ​ແບ່ງ​ແຫຼ່ງກຳລັງ​ໃຫ້​ແກ່​ການ​​ເຄື​ອ່ນ​ໄຫວ​ປ້ອງ​ກັນ, ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ຮັກສາຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ. ​ເພຶ່ອ​ແກ້​ໄຂ​ບັນຫາ​ນີ້​ຕ້ອງ​ມີ​ການ​ປະສານ​ສົມທົບ​ກັນ​ຢ່າງ​ຄົບ​ຊຸດ​ລະຫວ່າງ​ລັດ, ພາກ​ເອກະ​ຊົນ ​ແລະ ສັງຄົມ​ພົນລະ​ເຮືອນ​“.

   ໜ້າ​ທີ່​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ຮັກສາ​ຊັບພະຍາກອນ ​ແລະ ​ສິ່ງ​ແວດ​ລ້ອມ​ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ນີ້ ກໍ​ໄດ້​ຮັບ​ການ​ຊີ້​ແຈງຈາກ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ:

   “ໜ້າ​ທີ່​ລວມ​ທີ່ວາງ​ອອກ​ແມ່ນ: ຕ້ອງ​ຍູ້​ແຮງ​ການປ່ຽນແປງຮູບ​ແບບ​ເຕີບ​​ໂຕ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕາມ​ທິດ​ການ​ເຕີບ​ໂຕ​ຂຽວ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຕາມ​ບໍລິ​ເວນ ​ແລະ ຕາມ​ຂະ​ແໜງ​ການ​ດ ຂົງ​ເຂດ ​ແລະ ທະ​ວີຄູນ​ຢ່າງ​ກ້ວາງ​ຂວາງໃນ​ທົ່ວ​ປະ​ເທດ​ເທື່ອ​ລະ​ກ້າວ. ປະຕິບັດ​ການ​ແບ່ງ​ເຂດ​ຊີວະ​ພາບ ​ເປັນ​ພື້ນຖານ​ເພື່ອ​ວາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ, ຂະ​ແໜງ​ການ, ຂົງ​ເຂດ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຕາມ​ທິດ​ສອດຄ່ອງ​ກັບ​ຊີວະ​ພາບ​ພິ​ເສດຂອງ​ແຕ່ລະ​ເຂດ, ກົມ​ກຽວ​ກັບ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ“.

   ຕາມ​ມະຕິ​ຂອງກອງ​ປະຊຸມ​ຄັ້ງທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອດ​ປີ 2050, ຫວຽດນາມ ຈະ​ກາຍ​ເປັນ​ປະ​ເທດ​ພັດທະນາ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ເໝາະ​ສົມ, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ; ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ, ຊີວະ​ນາໆ​ພັນ ​ແລະ ບັນລຸ​ບັນດາ​ມາດຖານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ເທົ່າ​ທຽມ​ກັບ​ບັນດາ​ປະ​ເທດ​ອຸດສາຫະກຳ​ໃນ​ພາກ​ພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ