ບັນດາຜູ້ແທນທີ່ເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານິວເຄຼຍ ຂອງອີຣານ ຖ່າຍຮູບເປັນທີ່ລະນຶກຢູ່ເຊີແນວ ປະເທດສະວິດ
ເມື່ອວັນທີ 23/11/2013
|
ບໍ່ອາດປະຕິເສດຄວາມໝາຍປະຫວັດສາດຂອງສັນຍານິວເຄຼຍຊົ່ວຄາວທີ່ຫາກໍບັນລຸມາໄດ້ລະຫວ່າງກຸ່ມ P5+1 ກັບອີຣານເມື່ອທ້າຍອາທິດທີ່ຜ່ານມາພາຍຫຼັງໄລຍະເກືອບ 1 ທົດສະວັດ. ແຕ່ວ່າ ນີ້ພຽງແຕ່ແມ່ນສັນຍາຊົ່ວຄາວເທົ່ານັ້ນ. ເພື່ອກ້າວໄປເຖິງສັນຍານິວເຄຼຍນັ້ນ, ບັນດາຝ່າຍຕ້ອງຜ່ານຜ່າຄວາມທ້າທາຍ ແລະ ສິ່ງກີດຂວາງຫຼາຍຢ່າງ ແລະ ທ່ວງໃຫ້ທັງອີຣານ ແລະ ກຸ່ມ P5+1 ຕ້ອງມານະພະຍາຍາມເດີນຕາມມາດຕະການແກ້ໄຂໂດຍສັນຕິພາບ.
ຕາມສັນຍາທີ່ບັນລຸເມື່ອຕອນເຊົ້າວັນທີ 24/11 ຢູ່ເຊີແນວ ປະເທດສະວິດ, ອີຣານ ແລະ ກຸ່ມ P5+1ໄດ້ເປັນເອກະສັນກັນວ່າ ອີຣາຍ ຈະຢຸດການເສີມທາດ ຢູເຣນຽມສູງກ່ວາລະດັບ 5% ໃນ 6 ເດືອນ, ທຳລາຍສາງ ຢູເຣນຽມ ທີ່ໄດ້ເສີມໃນລະດັບ 20%, ຢຸດການເຄື່ອນໄຫວຂອງເຕົານິວເຄຼຍປະເພດນ້ຳໜັກ Arak . ແທນທີ່ ບັນດາປະເທດຝ່າຍຕາເວັນຕົກຈະຢຸດຕິບາງມາດຕະການລົງໂທດທີ່ມີຕໍ່ ອີຣານ ລວມມູນຄ່າ 8 ຕື້ USD ແລະ ຈະບໍ່ຈັດວາງຄຳສັ່ງລົງໂທດໃໝ່ອີກ.
ຜົນກະທົບໃນທັນທີ
ພາຍຫຼັງທີ່ ອີຣານ ແລະ ກຸ່ມ P5+1 ບັນລຸໄດ້ສັນຍາຄັ້ງປະຫວັດສາດເປັນເວລາ 1 ວັນ, ທ່ານລັດຖະມົນຕີການຕ່າງປະເທດຝະລັ່ງ Laurrent Fabius ໄດ້ແຈ້ງໃຫ້ຊາບວ່າ ນັບແຕ່ເດືອນ 12/2013 ເປັນຕົ້ນໄປ, ສະຫະພາບເອີລົບຈະຫຼຸດຜ່ອນບາງມາດຕະການລົງໂທດທີ່ມີຕໍ່ອີຣານ. ໃນວັນດຽວກັນ, ໂຄສົກລັດຖະບານ ອີຣານ ທ່ານ Mohammad Baqer Nobakht ໄດ້ຮັບຮູ້ວ່າ ອຳນາດການປົກຄອງ ອາເມລິກາໄດ້ຍົກເລີກການປິດລ້ອມຊັບສົມບັດລວມມູນຄ່າ 8 ຕື້ USD, ດ້ວຍທ່ວງທ່າດັ່ງກ່າວ, ວົງການນັກສັງເກດການໃຫ້ຂໍ້ວັງເກດວ່າ ອາດຈະເປັນໄປໄດ້ວ່າ ປະຊາຄົມໂລກຈະຍົກເລີກບັນດາມາດຕະການຂວຳ້ບາດດ້ານນ້ຳມັນຂອງອີຣານ. ນີ້ແມ່ນສິ່ງທີ່ພາໃຫ້ນ້ຳມັນດິບໃນທ້ອງຕະຫຼາດອາຊີ ແລະ ເອີລົບໃນການຕິດຕໍ່ຄ້າຂາຍເມ່ືອວັນທີ 25/11 ຖືກຕົກລາຄາ. ຢູ່ຕະຫຼາດອະສັງຫາລິມະຊັບ ອີຣານ, ສະກຸນເງິນ Rial ໄດ້ຖີບຕົວຂຶ້ນສູງເມື່ອທຽບໃສ່ເງິນ USD. ຫຸ້ນສ່ວນຂອງບັນດາຂະແໜງອຸດສາຫະກຳຖືກຜົນສະທ້ອນຢ່າງໜັກຍ້ອນຖືກຮັບຄຳສັ່ງຂວ້ຳບາດຄື ຂະແໜງກັ່ນນ້ຳມັນ ແລະ ອຸດສາຫະກຳໄດ້ຂຶ້ນລາຄາຢ່່າງວອງໄວທີ່ສຸດ.
ສິ່ງທ້າທາຍໃນປະຈຸບັນ
ພ້ອມກັບຄວາມປິຕິຊົມຊືນຕໍ່ໝາກຜົນແຫ່ງການເຈລະຈານັ້ນ, ບັນດາຝ່າຍກໍມີຄວາມເຂົ້າໃຈແຈ້ງກ່ຽວກັບບັນດາສິ່ງທ້າທາຍໂດຍພາວະວິໄສ ແລະ ອັດຕະວິໄສ ແມ່ນຈະຕ້ອງປະເຊີນໜ້າໃນໄລຍະທີ່ຈະມາເຖິງຄື : ການຍອມຮັບຂອງປະທານາທິບໍດີອາເມລິກາ Barak Obama ທີ່ວ່າ ສະພາບການໃນປະຈຸບັນຍັງຄົງປະສົບກັບຄວາມຫຍຸ້ງຍາກຢູ່, ດັ່ງນັ້ນບັນດາປະເທດຄວນຮັກສາຄວາມມານະພະຍາຍາມທາງການທູດກໍຄືສືບຕໍ່ເດີນຕາມ ມາດຕະການແກ້ໄຂໂດຍສັນຕິພາບໃຫ້ແກ່ບັນຫາທີ່ມີລັກສະນະສາກົນນີ້.
ສິ່ງທ້າທາຍທຳອິດ ແມ່ນເກີດມາຈາກພາຍໃນອີຣານ ແລະ ບັນດາປະເທດກຸ່ມ P5+1 ແລະ ຕົ້ນຕໍ່ແມ່ນອາເມລິກາ. ປະທານາທິບໍດີອີຣານພົບພໍ້ກັບການຄັດຄ້ານຈາກບັນດາກຸ່ມເດີນຕາມແນວທາງແຂງກະດ້າງຄື ກຳລັງພິທັກສາທາລະນະລັດ. ໃນຂະນະນັ້ນ, ຢູ່ອາເມລິກາ, ສະມາຊິກສະພາສູງ ທ່ານ Charles Schumer ຂອງນິວຢອກ ຊຶ່ງແມ່ນບຸກຄົນນິຍົມປະຊາທິປະໄຕຜູ້ທີ 3 ໃນສະພາສູງອາເມລິກາໃຫ້ຄຳວິຈານວ່າ : ສັນຍາສະບັບໜຶ່ງທີ່ສົມເຫດສົມຜົນກ່ວາ ຈະຕ້ອງສົມທົບລະຫວ່າງການຫຼຸດຜ່ອນຂວ້ຳບາດກັບການຫຼຸດຜ່ອນກຳລັງຄວາມສາມາດດ້ານ ນິວເຄຼຍໂດຍທຽບເທົ່າ. ກຸ່ມ ສສຊ ອາເມລິກາ 15 ທ່ານໄດ້ໝັ້ນໝາຍຊຸກຍູ້ແຜນການປ່ອນບັດໂດຍຜ່ານຮ່າງກົດໝາຍເຮັ່ງຮັດຄຳສັ່ງລົງໂທດຍິ່ງກ່ວາອີກ ແລະ ເຮັດໃຫ້ອີຣານຕົກຢູ່ໂດດດຽວ. ໃນອາທິດໜ້າ, ພວກເຂົາຈະພ້ອມກັນຮຽບຮຽງຂໍ້ສະເໜີໃຫ້ຮັບຮອງເອົາຮ່າງກົດໝາຍຈັດວາງຄຳສັ່ງລົງໂທດຕື່ມອີກໂດຍໄວ.
ນັ້ນແມ່ນຍັງບໍ່ທັນເຕື້ອງເຖິງການຂາດຄວາມເຊື້ອໝັ້ນ ແລະ ເຈດຕະນາດີຂອງອີຣານຂອງສະມາຊິກບາງທ່ານໃນກຸ່ມ P5+1. ທ່ານລັດຖະມົນຕີການຕ່າງປະເທດຝະລັ່ງ Laurrent Fabius ໄດ້ກ່າວເຕືອນໂດຍທາງອ້ອມວ່າ ຖ້າຫາກ ອີຣານບໍ່ເຄົາລົບຕໍ່ບັນດາເງື່ອນໄຂທີ່ໄດ້ໝັ້ນໝາຍນັ້ນ, ສະຫະພາບເອີລົບ ຈະມີສິດນຳໃຊ້ຮ່າງກົດໝາຍຈັດວາງຄຳສັ່ງລົງໂທດຄືປະຈຸບັນຄືນໃໝ່.
ສິ່ງທ້າທາຍອີກອັນໜຶ່ງທີ່ເກີດມາຈາກ ອີສະຣາແອນ ຊຶ່ງແມ່ນປະເທດພັນທະມິດຂອງຝ່າຍຕາເວັນຕົກ, ມາຮອດປະຈຸບັນຍັງຄົງກ່່າວຕຳໜິຕິຕຽນຢ່າງຮຸນແຮງກ່ຽວກັບວິວັດທະນາການເຈລະຈາກັບອີຣານ. ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ເຄີຍຖະແຫຼງຕົງວ່າ ສັນຍາ ເຊີແນວ ແມ່ນຄວາມຜິດພາດຄັ້ງປະຫວັດສາດ, ເຮັດໃຫ້ໂລກຕົກເຂົ້າສູ່ຄວາມອັນຕະລາຍຫຼາຍກ່ວາ. ຫາງສຽງຖືວ່າ ອິດສະຣາແອນ ຈະສືບຕໍ່ສົມທົບກັບສະພາແຫ່ງຊາດອາເມລິກາ ຊຸກຍູ້ການຮັບຮອງເອົາບັນດາ ມາດຕະການລົງໂທດເພີ່ມເຕີມທີ່ມີຕໍ່ອີຣານ.
ຄວາມມານະພະຍາຍາມປົກປ້ອງສັນຍາ
ທາງດ້ານສາກົນ, ອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກຕັ້ງໜ້າເຮັດໃຫ້ຄວາມວິຕົກກັ່ງວົນຈາກອິດສະຣາແອນຜ່ອນຄາຍລົງ. ຄາດວ່າ,ບັນດາເຈົ້າໜ້າທີ່ອາເມລິກາ ແລະ ອິດສະຣາແອນ ຈະມີການຢ້ຽມຢາມຊຶ່ງກັນ ແລະ ກັນໃນ 2-3 ມື້ຂ້າງໜ້າ. ກ່າວຄຳເຫັນຢູ່ ເຢລູຊາແລມ, ທ່ານເອກອັກຄະລັດຖະທູດສະຫະພາບເອີລົບປະຈຳອິດສະຣາແອນ Lars Faaborg-Andersen ຢືນຢັນວ່າ 28 ປະເທດສະຫະພາບເອີລົບ ຍາມໃດກໍຖືຄວາມສະຫງົບປອດໄພຂອງອິດສະຣາແອນ ແມ່ນຜົນປະໂຫຍດຈຸດສຸມ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ William Hague ໄດ້ກ່່າວເຕືອນວ່າ ອິດສະຣາແອນ ຄວນຫຼີກລ້ຽງບໍ່ວ່າການກະທຳໃດໆທີ່ອາດຈະກໍ່ຄວາມເສຍຫາຍໃຫ້ແກ່ສັນຍານິວເຄຼຍຊົ່ວຄາວລະຫວ່າງອີຣານ ແລະ ກຸ່ມ P5+1.
ສັນຍານິວເຄຼຍຊົ່ວຄາວລະຫວ່າງອີຣານ ແລະ ກຸ່ມ P5+1 ທີ່ບັນລຸໄດ້ຢູ່ເຊີແນວ ພວມໄດ້ຮັບການຍ້ອງຍໍຊົມເຊີຍ ແມ່ນສັນຍາຄັ້ງປະຫວັດສາດ ເພາະວ່າ ນີ້ເປັນຄັ້ງທຳອິດ ທີ່ມີຄຳໝັ້ນສັນຍາສາກົນກ່ຽວກັບການຢຸດໂຄງການນິວເຄຼຍຂອງອີຣານ ໄດ້ຮັບການລົງນາມ. ໄລຍະ 6 ເດືອນທີ່ຈະເຖິງ ບໍ່ແມ່ນໄລຍະເວລາທີ່ຍາວນານ ແຕ່ກໍມີຄວາມພຽງພໍເພື່ອໃຫ້ບັນດາຝ່າຍມີການກະທຳລະອຽດ ແລະ ເຈດຕະນາດີ ເພື່ອແນໃສ່ນຳສັນຍາຊົ່ວຄາວກ້າວໄປສູ່ສົນທິສັນຍາຮອບດ້ານກ່ຽວກັບນິວເຄຼຍຂອງອີຣານ.