ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິນກວາງຕອບສຳພາດນັກຂ່າວກ່ຽວກັບ
ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ
|
ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ແມ່ນໜຶ່ງໃນເນື້ອໃນ 4 ປະການທີ່ພົ້ນເດັ່ນ ແລະ ມີຄວາມ ສຳຄັນໃນຫອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ຊຶ່ງພວມຖືກດຳເນີນຢູ່ຮ່າໂນ້ຍ. ຄາດວ່າ ຮ່າງກົດໝາຍ ດັ່ງກ່າວຈະໄດ້ຮັບການລົງຄະແນນສຽງຮັບຮອງເອົາຈາກບັນດາ ສະມາຊິກສະພາແຫ່ງຊາດ(ສສຊ) ໃນວັນທີ 29/11 ເພື່ອທົດແທນໃຫ້ ກົດໝາຍວ່າທີ່ດິນປີ 2003 ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດສັງຄົມ, ຍົກສູງປະສິດທິຜົນ, ປະສິດທິພາບການຄຸ້ມຄອງລັດກ່ຽວກັບທີ່ດິນກໍຄືການແກ້ໄຂບັນດາສິ່ງທີ່ຄ້າງຄາໃນການຄຸ້ມຄອງ, ນຳໃຊ້ທີ່ດິນ ແລະ ຫຼຸດຜ່ອນສະພາບຮ້ອງທຸກ ຮ້ອງຟ້ອງໃນຂົງເຂດນີ້.
ສະພາແຫ່ງຊາດສະຫງວຽນ ກອງປະຊຸມ 3 ສະໄໝເພື່ອປຶກສາຫາລື ຮ່າງ ກົດໝາຍວ່າທີ່ດິນສະບັບປັບປຸງ
ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງແມ່ນ ຮ່າງກົດໝາຍທີ່ມີຄວາມສຳ ຄັນພິເສດ, ທັງແມ່ນຮ່າງກົດໝາຍທີ່ສັບສົນ ດ້ວຍລະດັບຂອບຂະໜາດທີ່ກ້ວາງໃຫຍ່, ສົ່ງຜົນສະທ້ອນໂດຍກົງເຖິງຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສົງຄົມ ແລະ ຊີວິດການເປັນຢູ່ຊອງປະຊາຊົນທຸກໆຄົນ. ຍ້ອນເຫດນີ້ເອງ, ພາຍຫຼັງດຳເນີນການປຶກສາຫາລື 2 ເທື່ອຢູ່ສະພາແຫ່ງຊາດ(ຄືໃນປະຊຸມສະໄໝສາມັນເທື່ອທີ 4 ແລະ ທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ 13) ແລະ ຮັບເອົາການປະກອບຄຳເຫັນຂອງທົ່ວປະຊາຊົນຄັ້ງ 1, ສະພາແຫ່ງຊາດຍັງບໍ່ທັນສາມາດຮັບຮອງເອົາ ຮ່າງກົດໝາຍສະບັບນີ້ຕາມບັນດາຂັ້ນຕອນປົກກະຕິ ແລະ ຕ້ອງສະຫງວນເວລາເພື່ອປຶກສາຫາລືອີກຄັ້ງໜຶ່ງໃນກອງ ປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 .
ຕາມບັນດາຜູ້ຊ່ຽນຊານແລ້ວ, ຮ່າງກົດໝາຍນີ້ ໄດ້ຮັບການຮຽບຮຽງຜ່ານວິວັດການທີ່ລະອຽດ, ມີວິທະຍາສາດ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບ. ເຫັນດີກັບຂໍ້ສັງເກດດັ່ງກ່າວ, ທີ່ວາລະໄຂປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຢືນຢັນວ່າ :
“ ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງມີຂອບເຂດການປົບປຸງຢ່າງກ້ວາງຂວາງ, ສົ່ງຜົນສະທ້ອນໂດຍກົງເຖິງການພັດທະນາເສດຖະກິດ, ສະຖຽນລະພາບທາງດ້ານການເມືອງ. ນີ້ແມ່ນປະມວນກົດໝາຍໄດ້ຮັບຄວາມສົນໃຈ ແລະ ການປະກອບຄຳເຫັນຈາກປະຊາຊົນທຸກຊັ້ນວັນນະ. ສະພາແຫ່ງຊາດໄດ້ສະຫງວນກອງປະຊຸມ 3 ສະໄໝເພື່ອປຶກສາຫາລື, ໃຫ້ຄຳເຫັນ, ພ້ອມທັງຊີ້ນຳຄົ້ນຄ້ວາ, ຮັບເອົາການປະຫອບຄຳເຫັນ, ອະພິປາຍຢ່າງເຂັ້ມງວດຈາກປະຊາຊົນ, ຈາກບັນດາ ສສຊ ຢູ່ທີ່ ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ແລະ ກອງປະຊຸມ ສະມາຊິກສະພາແຫ່ງຊາດສະເພາະກິດເພື່ອ່ສ້າງ ຮ່າງກົດໝາຍໃຫ້ສົມບູນແບບ ”
ກົດໝາຍວ່າທີ່ດິນໄດ້ຮັບການປັບປຸງໂດຍມີການສົມທົບຢ່າງກົມກ່ຽວລະຫວ່າງຜົນປະໂຫຍດແຫ່ງຊາດ ແລະ ປະຊາຊົນ
ກ່ຽວກັບເນື້ອໃນ, ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ໄດ້ມີພື້ນຖານ, ຮອບດ້ານພໍສົມຄວນ, ສຸມໃສ່ບັນດາບັນຫາໃຫຍ່ຄື ກຳມະສິດທີ່ດິນ, ສິດຂອງລັດໃນຖານະເປັນຕົວແທນໃຫ້ເຈົ້າຂອງກຳມະສິດກ່ຽວກັບທີ່ດິນ, ສິດ, ພັນທະຂອງຜູ້ນຳໃຊ້ທີ່ດິນ. ບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ, ວາງແຜນຜັງ, ນຳໃຊ້ທີ່ດິນເວົ້າລວມ, ທີ່ດິນແຕ່ລະປະເພດເວົ້າສະເພາະ; ປ່ຽນໃໝ່, ຍົກສູງລັກສະນະຮ່ວມສຳພັນ, ຄົບຊຸດລະຫວ່າງການວາງແຜນກຳນົດນຳໃຊ້ທີ່ດິນກັບບັນດາແຜນກຳນົດຂະແໜງການ, ຂົງເຂດຕ່າງໆ. ກຳນົດເວລາ ແລະ ກຳນົດລະດັບມອບດິນສຳລັບທີ່ດິນແຕ່ລະປະເພດ. ການດັດແປງຂໍ້ກຳນົດ, ນະໂຍບາຍການເງິນກ່ຽວກັບທີ່ດິນ, ກ່ຽວກັບລາຄາທີ່ດິນ, ກຳນົດລາຄາທີ່ດິນ, ການປະມູນກ່ຽວກັບສິດນຳໃຊ້ທີ່ດິນ. ດັດແປງຂໍ້ກຳນົດກ່ຽວກັບການຖອນທີ່ດິນຄືນ, ຊົດເຊີຍ, ໜູນຊ່ວຍ, ຕັ້ງຖິ່ນຖານຄົງທີ່ຄືນໃໝ່. ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິນກວາງ ໃຫ້ຮູ້ວ່າ :
“ກົດໝາຍວ່າທີ່ດິນຄັ້ງນີ້ ແມ່ນມີຫຼາຍຈຸດໃໝ່, ພິເສດແມ່ນກ່ຽວຂ້ອງເຖິງນະໂຍບາຍ ຖອນທີ່ດິນຄືນ, ນະໂຍບາຍຊົດເຊີຍ, ລາຄາທີ່ດິນ...ນີ້ແມ່ນບັນດາບັນຫາທີ່ໃໝ່ອຽມ. ບັນຫາເຫຼົ້ານີ້ໄດ້ເປັນເອກະພາບບົນຈິດໃຈເພື່ອຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດຂອງປະຊາຊົນ. ເມື່ອກ່ອນນີ້, ພວກເຮົາ ຖອນທີ່ດິນຄືນເພື່ອເປົ້າໝາຍພັດທະນາເສດຖະກິດສັງຄົມ ອັນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດຊາດໃນຊຸມປີທີ່ຜ່ານມາ. ແຕ່ພ້ອມກັນນັ້ນ, ກໍຍັງມີຂໍ້ຄົງຄ້າງທີ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງປະຊາຊົນ, ພາໄປເຖິງການຮ້ອງທຸກ ຮ້ອງຟ້ອງ. ບັນດາຂໍ້ຄົງຄ້າງນີ້ຈະໄດ້ຮັບການແກ້ໄຂໃນກົດໝາຍໃໝ່. ເທື່ອນີ້, ການຖອນທີ່ດິນຄືນຖືກກຳນັດຢ່າງແໜ້ນແຟ້ນ ”
ກະກຽມພື້ນຖານດ້ານກົດໝາຍເພື່ອພ້ອມແລ້ວຈະຜັນຂະຫຍາຍກົດໝາຍ
ພ້ອມກັບການປັບປຸງດ້ານເນື້ອໃນ, ບັນດາເງື່ອນໄຂດ້ານກົດໝາຍເພື່ອໃຫ້ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງ ສະດວກສະບາຍກໍໄດ້ກຽມພ້ອມ ເມື່ອ ຮ່າງກົດໝາຍໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ. ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິນກວາງ ໃຫ້ຮູ້ວ່າ:
“ ວຽກງານກະກຽມແມ່ນປະຕິບັດຢ່າງຮີບເຮັ່ງ. ມາຮອດປະຈຸບັນ, ອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ສົ່ງຮ່າງດຳລັດ 5 ສະບັບ ເຖິງບັນດາ ສສຊ, ໃນນັ້ນ, ມີດຳລັດສະເພາະກ່ຽວກັບລາຄາທີ່ດິນ. ບັນດາເອກະສານນີ້, ເຖິງວ່າຕ້ອງການວັນເວລາເພື່ອປັບປຸງກໍຕາມ, ແຕ່ອີກປະມານ 6 ເດືອນ ຈະສ້າງສຳເລັດ, ພ້ອມນັ້ນ ແມ່ນບັນດາບົດແນະນຳ, ຈົດໝາຍລະຫວ່າງກະຊວງ ”
ທີ່ດິນແມ່ນບັນຫາໃຫຍ່, ສັບສົນ ແລະ ສະດຸ້ງໄວທີ່ສຸດ. ໝາກຜົນ ສະຫຼຸບເກືອບ 10 ປີ ແຫ່ງການປະຕິບັດກົດໝາຍວ່າດ້ວຍທີ່ດິນປີ 2003 ໄດ້ຊີ້ໃຫ້ເຫັນບັນດາສິ່ງທີ່ຄົງຄ້າງ, ອ່ອນດ້ອຍຂອງລະບົບກົດໝາຍກ່ຽວກັບທີ່ດິນ, ພ້ອມນັ້ນ, ຕາມການສະຖີຕິກໍໃຫ້ເຫັນວ່າ 70 – 80% ຈຳນວນໃບຮ້ອງຟ້ອງ, ຮ້ອງທຸກໃນໄລຍະທີ່ຜ່ານມາ ແມ່ນກ່ຽວຂ້ອງເຖິງຂົງເຂດນີ້. ເພາະສະນັ້ນ, ເລື່ອງສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຢ່າງລະອຽດ ແມ່ນວຽກງານທີ່ຈຳເປັນ ເພື່ອສ້າງກອບກົດໝາຍທີ່ສົມບູບແບບກ່ວາເພື່ອສາມາດແກ້ໄຂບັນສິ່ງຄ້າງຄາໃນປະຈຸບັນ, ທັງນີ້ກໍເພື່ອຮັບປະກັນການພັດທະນາແບບຍືຍຍົງຂອງປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ .