ປັບປຸງປະມວນກົດໝາຍແພ່ງເພື່ອປົກປ້ອງສິດຜົນປະໂຫຍດອັນຖືກຕ້ອງຂອງປະຊາຊົນ

ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ) ສືບ​ຕໍ່​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ນີ້​ແມ່ນ​ປະ​ມວນ​ກົດ​ໝາຍ​ທີ່​ສຳ​ຄັນ​ໃນ​ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ, ກ່ຽວ​ຂ້ອງ​ຢ່າງ​ສະ​ໜິດ​ແໜ້ນ​ເຖິງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ.

 

ປັບປຸງປະມວນກົດໝາຍແພ່ງເພື່ອປົກປ້ອງສິດຜົນປະໂຫຍດອັນຖືກຕ້ອງຂອງປະຊາຊົນ - ảnh 1
ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ) ​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13

     ປະ​ມວນ​ກົດ​ໝາຍ​ແພ່ງໂດຍ​ກະ​ຊວງ​ຍຸດ​ຕິ​ທຳ​ຮຽບ​ຮຽ​ງ, ກຳ​ນົດ​ຖາ​ນະ​ນິ​ຕິ​ທຳ, ມາດ​ຖານ​ນິ​ຕິ​ທຳ​ໃຫ້​ແກ່​ການ​ປະ​ພຶດ​ຂອງ​ສ່ວນ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ… ປະ​ມວນ​ກົດ​ໝາຍ​ແພ່ງມີ​ໜ້າ​ທີ່​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງຂອງສ່ວນບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ, ຜົນ​ປະ​ໂຫຍດ​ຂອງ​ລັດ, ຜົນ​ປະ​ໂຫຍດ​ຂອງ​ວົງ​ຄະ​ນະ​ຍາດ​ສັງ​ຄົມ; ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ ແລະ ຄວາມ​ປອດ​ໄພ​ດ້ານ​ນິ​ຕິ​ທຳ​ໃນ​ການ​ພົວ​ພັນທາງ​ແພ່ງ, ປະ​ກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ​້ອງ​ຕ້ອງ​ການ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ.

    ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ

  ການ​ປັບ​ປຸງ, ເພີ່ມ​ເຕີມປະ​ມວນ​ກົດ​ໝາຍ​ນີ້ ແມ່ນ​ໄດ້​ຫັນ​ເປັນ​ລະ​ບອບ​ບັນ​ຍັດ​ຢ່າງ​ຄົບ​ຖ້ວນ ແລະ ລະ​ອຽດ, ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຮັບ​ຮອງ, ເຄົາ​ລົບ, ປົກ​ປ້ອງ ແລະ ຮັບ​ປະ​ກັນ​ບັນ​ດາ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ​ໃນ​ບັນ​ດາ​ຂົງ​ເຂດ​ຂອງ​ຊີ​ວິດ​ທາງ​ພົນ​ລະ​ເຮືອນ. ພ້ອມ​ກັນນັ້ນ ກໍ​ສ້າງ​ກົນ​ໄກ​ດ້ານ​ກົດ​ໝາຍ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຮັບ​ຮອງ, ເຄົາ​ລົບ, ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທາງ​ແພ່ງ​ຂອງ​ບັນ​ດາ​ເຈົ້າ​ຂອງ, ພິ​ເສດ ແມ່ນ​ໄດ້​​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງຝ່າຍ​ຖືກ​ເສຍ​ປຽບ, ຝ່າຍ​ມີ​ເຈດ​ຕະ​ນາ​ດີ​ໃນ​ການ​ພົວ​ພັນ​ທາງ​ແພ່ງ, ຈຳ​ກັດ​ໃນ​ລະ​ດັບ​ສູງ​ສຸດ​ສຳ​ລັບ​ການ​ແຊກ​ແຊງ​ຂອງ​ບັນ​ດາ​ອົງ​ການມີ​ສິດ​ອຳ​ນາດ​ແຫ່ງລັດ​ເຂົ້າ​ໃນ​ການ​ສ້າງຕັ້ງ, ປ່ຽນ​ແປງ, ຢຸດ​ຕິ​ບັນ​ດາ​ການ​ພົວ​ພັນ​ທາງ​ແພ່ງ. ທ່ານ ເຈືອງ​ທ້າຍ​ຮ່ຽນ ສ.ສ.ຊ ແຂວງ​ກຽນ​ຢາງ ຕີ​ລາ​ຄາ​ວ່າ : 

    “ ຮ່າງປະ​ມວນ​ກົດ​ໝາຍ​ແພ່ງ​ຄັ້ງ​ນີ້ ໄດ້​ຍົກ​ອອກ​ບັນ​ດາ​ລະ​ບອບ​ກຳ​ນົດ​ໃໝ່, ມີ​ຄວາມ​ກ້າວ​ໜ້າ. ປະ​ມວນ​ກົດ​ໝາຍ​ແພ່ງຄັ້ງ​ນີ້ ໄດ້​ປັບ​ປຸງ​ບັນ​ດາ​ການ​ພົວ​ພັນ​ທາງ​ແພ່ງ​ບົນ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ, ຫຼັກ​ການ​ສະ​ເໝີ​ພາບ​, ສະ​ໝັກ​ໃຈ. ຕົກ​ລົງ​ກັນ​ເອງ ແລະ ຮັບ​ຜິດ​ຊອບ​ລະ​ຫວ່າງ​ບັນ​ດາ​ເຈົ​້າຂອງ, ຈຳ​ກັດ​ໃນ​ລະ​ດັບ​ສູງ​ສຸດ​ສຳ​ລັບ​ການ​ບໍ​ລິ​ຫາ​ນ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ​ເຂົ້າ​ໃນ​ບັນ​ດາ​ການ​ຕິດ​ຕໍ່ພົວ​ພັນທາງ​ແພ່ງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ເສດ​ຖະ​ກິດ-ສັງ​ຄົມ, ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງຂອງ​ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ ”

    ໃນ​ລັດ​ຖະ​ທຳ​ມະ​ນູນ ກໍ​ມີ​ພາກ​ໜຶ່ງ​ກຳ​ນ​ົດ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ດັ່ງ​ນັ້ນ, ບັນ​ດາ​ກົດ​ໝາຍ​ອື່ນ​ກໍ​ຕ້ອງ​ສອດ​ຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ໃໝ່​ປີ 2013. ປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງ​ຄັ້ງ​ນີ້ ກໍ​ເດີນ​ຕາມ​ທ່າ​ອຽງ​ນີ້, ໄກ້​ຊິດ​ຕິດ​ແທດ ແລະ ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ​ໃໝ່​ປີ 2013. ທ່ານ​ນາງ ບຸຍ​ທິ​ອານ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ ຖື​ວ່າ : 

     “ ໃນປະ​ມວນ​ກົດ​ໝາຍ​ແພ່ງຄັ້ງ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ກັບ​ສິດ​ຂອງ​ພົນ​ລະ​ເມືອງ. ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ອັນຊອບ​ທຳ​ຂອງ​ພົນ​ລະ​ເມືອງ​ຫວຽດ​ນາມ ລ້ວນ​ແຕ່​ໄດ້​ຮັບ​ການ​ປົກ​ປ້ອງ​ໃນ​ທຸກ​ເວ​ລາ. ລັດ​ປົກ​ປ້ອງ, ສານ​ປົກ​ປ້ອງ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ມັນ​ຖືກ​ຕ້ອງ​ກັບ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ ນັ້ນ​ແມ່ນ​ລັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ ”

     ບາດ​ກ້າວ​ໃໝ່, ສອ​ດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ

   ປະ​ມວນ​ກົດ​ໝາຍ​ແພ່ງແມ່ນ​ປະ​ມ​ວນ​ກົດ​ໝາຍ​ທີ່​ສຳ​ຄັນຂອງ​ແຕ່​ລະ​ປະ​ເທດ. ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຄື​ໃນ​ປະ​ຈຸ​ບັນ​ນັ້ນ, ປະ​ມວນ​ກົດ​ໝາຍ​ແພ່ງ ບໍ່​ພຽງ​ແຕ່​ສະ​ຫງວ​ນ​ໃຫ້​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ຫງວ​ນ​ໃຫ້​ຊາວ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ​ອີກ​ດ້ວຍ. ເພາະ​ສະ​ນັ້ນ, ປະ​ມວນ​ກົດ​ໝາຍ​ນີ້​ຕ້ອງ​ສອດ​ຄ່ອງ​ກັບ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ, ກົດ​ໝາຍ ແລະ ທຳ​ນຽມ​ສາ​ກົນ. ທ່ານ​ດິງ​ຊວນ​ຖາວ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

    “ ໃນ​ການ​ພົວ​ພັນ​ທາງ​ແພ່ງ, ສິ່ງ​ທີ່​ຮັບ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ ແມ່ນ 2 ຝ່າຍ​ຄວນ​ຕົກ​ລົງ​ກັນ​ເອງ. ຖ້າ​ຫາກ 2 ຝ່າຍ​ໄກ່​ເກ່ຍ​ກັນ​ບໍ່​ໄດ້, ຈຶ່ງ​ນຳ​ຂຶ້ນ​ສານ. ໃນ​ຮ່າງ ປະ​ມວນ​ກົດ​ໝາຍ​ແພ່ງ​ຄັ້ງ​ນີ້, ສ.ສ.ຊ ສ່ວນຫຼາຍ​ໄດ້​ເຫັນ​ດີ​ກັບ​ເລື່ອງ​ສານບໍ່​ໄດ້​ປະ​ຕິ​ເສດ, ບໍ່​ຮັບ​ໃບ​ຄຳ​ຮ້ອງ​ຈາກ​ຜູ້​ກ່ຽວ​ກ່ຽວ​ກັບ​ການ​ແກ້​ໄຂ​ຄະ​ດີ​ແພ່ງ​ດ້ວຍ​ເຫດ​ຜົນ​ທີ່​ວ່າ : ຍັງ​ບໍ່​ທັນ​ມີ​ມາດ​ຕາ​ກຳ​ນົດຫຼືບໍ່​ລະ​ບຸ​ໃນ​ກົດ​ໝາຍ ”

     ສະ​ເພາະ​ກ່ຽວ​ກັບ​ຊັບ​ສົມ​ບັດ, ຮ່າງປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງ​ໄດ້​ກຳ​ນົດ​ວ່າ ຊັບ​ສົມ​ບັດ​ລວມ​ມີ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະ ຊັບ​ສົມ​ບັດ​ເຄື່ອນ​ທີ່; ຊັບ​ສົມ​ບັດ​ອາດ​ຈະ​ແມ່ນ​ວັດ​ຖຸ, ເງິນ​ສົດ, ໜັງ​ສື​ທີ່​ມີ​ມູນ​ຄ່າ, ສິດ​ຊັບ​ສິ​ນ​ສຳ​ລັບ​ບັນ​ດາ​ເປົ​້າ​ໝາຍ​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ ແລະ ບັນ​ດາ​ສິດ​ຊັບ​ສິນ​ອື່ນໆ. ທ່ານ ເລ​ດັກ​ເລີມ ສ.ສ.ຊ ນະ​ຄອນ​ໂຮ່​ຈິມ​ິນ ໃຫ້​ຮູ້ວ​່າ : 

    “ ສານ​ດັບ​ປັບ​ຂໍ​້ຜູກ​ພັນ​ໃນ​ສັນ​ຍາຂະ​ນະ​ທີ່​ສະ​ພາບ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ ແນ​ໃສ່ ປົກ​ປ້ອງ​ສິດຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງຂອງ​ບັນ​ດາ​ຝ່າຍ​ເມື່ອ​ສະ​ພາບ​ການ​ປ່ຽນ​ແປງ ຫາກບໍ່​ແມ່ນ​ໜຶ່ງຫຼື​ບັນ​ດາ​ຝ່າຍກໍ່​ຂຶ້ນ. ສານ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ໃຫ້​ແກ່​ບັນ​ດາ​ເຈົ້າ​ຂອງ​ເມື່ອ​ສັນ​ຍາ​ທາງ​ແພ່ງ​ເກີດມີການ​ປ່ຽນ​ແປງ​ກ່ຽວ​ກັບ​ສະ​ພາບ​ການ. ລັດ​ຕ້ອງແຊກ​ແຊງ​ດ້ວຍ​ລະ​ບຽບ​ກົດ​ໝາຍ ແລະ ສານ​ແມ່ນ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ແກ້​ໄຂ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ຝ່າຍ ”

    ປະ​ມວນ​ກົດ​ໝາຍ​ແພ່ງແມ່ນ​ປະ​ມວນ​ກົດ​ໝາຍ​ໃຫຍ່, ເປັນ​ພື້ນ​ຖານ​ໃນ​ລະ​ບົບ​ກົດ​ໝາຍຫວຽດນາມ​. ຮ່າງ ປະ​ມວນ​ກົດ​ໝາຍ​ແພ່ງ( ສະ​ບັບ​ປັບ​ປຸງ) ຄາດ​ວ່າ​ຈະ​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ການ​ປັບ​ປຸງກວ່າ 200 ມາດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ແພ່ງ ແມ່ນ​ຈຳ​ເປັນ, ຮັບ​ປະ​ກັນ​ສິດຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ພຶດ​ຕ​ິ​ກຳ​ຕົວ​ຈິງ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນ​າ​ຂອງ​ປະ​ເທດ​ຊາດ​ກໍ​ຄື​ໄປ​ທັນ​ກັບ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ນັບ​ມື້ນ​ັບ​ເລິກ​ເຊິ່ງ​ກ້​ວາງ​ຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ