ປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຂອງພັກ: ຮັບຟັງຄຳເຫັນຂອງປະຊາຊົນ

​ຮ່າງບັນ​ດາ​ເອ​ກະ​ສານ​ທັງ​ໝົດ​ທີ່​ກະ​ກຽມ​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຖືກ​ປະ​ກາດ​ຢ່າງ​ເປີດ​ເຜີຍ​ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ນັບ​ແຕ່​ວັນ​ທີ 15/9/2015 ເປັນ​ຕົນ​ມາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ປະ​ກອບ​ຄຳ​ເຫັນ. ບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງນີ້ ແມ່ນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​ຮ່ວມ​ປະ​ກອບ​ຄຳ​ເຫັນ ເພື່ອ​ສ້າງ​ແນວ​ທາງ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

  

ປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຂອງພັກ:  ຮັບຟັງຄຳເຫັນຂອງປະຊາຊົນ - ảnh 1
(ພາບ​ປະ​ກອບ)

         ​ຮ່າງບັນ​ດາ​ເອ​ກະ​ສານ​ລວມ​ມີ: ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຢູ່​ທີ່ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ຮ່າງ​ບົດ​ລາຍ​ງານ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມໄລ​ຍະ 5 ປີ 2011-2020. ການ​ເຄື່ອນ​ໄຫວ​ຮັບ​ເອົາ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ໃສ່ບັນ​ດາ​ຮ່າງ​ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຶ່ງ​ແກ່​ຍາວ​ແຕ່​ວັນ​ທີ 15/9 ຫາ​ວັນ​ທີ 31/10/2015.

     ຫຼາຍ​ຮູບຫຼາຍ​ແບບ​ທາງ​ດ້ານ​ເນື້ອ​ໃນ​ທີ່​ຍົກ​ອອກ​ມາ​ເພື່ອ​ຮັບ​ເອົາ​ການ​ປະ​ກອບ​ຄຳ​ເຫັນ

   ການ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຢູ່​ທີ່ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ເລັ່ງ​ໃສ່​ບັນ​ດາ​ເນື້ອ​ໃນ​ເຊັ່ນ: ຕີ​ລາ​ຄາ​ໂດຍ​ສັງ​ເຂບ​ໝາກ​ຜົນ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ ແລະ 5 ບົດ​ຮຽນ​ໃຫຍ່; ການ​ຄາດ​ຄະ​ເນ​ສະ​ຖາ​ນະ​ການ​ໂລກ ແລະ ປະ​ເທດ​ຊາດ; ຈຸດ​ໝາຍ, ໜ້າ​ທີ່​ໂດຍ​ສັງ​ເຂບ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໄລ​ຍະ 5 ປີ (2016-2020); ກຳ​ນົດ​ທິດ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ທິດ​ທາງ, ໜ້າ​ທີ່​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາ​ດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ທິດ​ທາງ, ເປົ້າ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ; ທັດ​ສະ​ນະ, ຈຸດ​ໝາຍ, ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້​າ​ກັບ​ສາ​ກົນ; ກຳ​ນົດ​ທິດ, ມາດ​ຕະ​ການ​ແກ້​ໄຂ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂໍ້​ບັງ​ຄັບ, ສ້າງ​ລັດ​ແຫ່ງ​ອຳ​ນ​າດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ; ຕີ​ລາ​ຄາ​ສະ​ພາບ​ການກໍ່​ສ້າງ​ພັກ​ໄລ​ຍະ 5 ປີ​ທີ່​ຜ່ານມ​າ, ທິດ​ທາງ​ການກໍ່​ສ້າງ​ພັກ, ປ່ຽນ​ໃໝ່​ແບບ​ວິ​ທີ​ນຳ​ພາ ແລະ ຍົກ​ສູງ​ກຳ​ລັງ​ຕໍ່​ສູ້​ຂອງ​ພັກ; ເນື້ອ​ໃນ​ໜ້າ​ທີ່​ຈຸດ​ສຸມ 6 ປະ​ການ ຄວນ​ໄດ້​ຮັບ​ການ​ສຸມ​ໃສ່​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ໃນ​ອາ​ຍຸ​ການກອງ​ປະ​ຊຸມ​ໃຫ​ຍ່​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

  ພາຍຫຼັງ​ທີ່ບັນ​ດາ​ຮ່າງ​ເອ​ກະ​ສານ​ທັງ​ໝົດ​ທີ່​ກະ​ກຽມ​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫ​ຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຖືກ​ປະ​ກາດນັ້ນ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຖື​ວ່າ  ເນື້ອ​ໃນ​ຂອງ​ບັນ​ດາ​ຮ່າງ​ເອ​ກະ​ສານ​ແມ່ນ​ຄົບ​ຖ້ວນ ແລະ ອຸ​ດົມ​ສົມ​ບູນ. ທ່ານ​ພົນ​ຈັດ​ຕະ​ວ​າ ເຈີນ​ມິນ​ຮຸ່ງ ພະ​ນັກ​ງານ​ໄດ້​ອອກ​ພັກ​ກິນ​ເບ້ຍ​ບຳ​ນານ​ຢູ່​ແຂວງກວາງ​ນາມ​ໃຫ້​ຮູ້​ວ່າ :

   “ ຂ​້າ​ພະ​ເຈົ້າ​ຖື​ວ່າ ເອ​ກະ​ສານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ກິດ​ຈະ​ກຳ​ວິ​ທະ​ຍາ​ສາດ ແລະ ມີ​ຄຸນ​ນະ​ພາບ. ເນື້ອ​ໃນ​ກະ​ທັດ​ລັດ ແລະ ຄົບ​ຖ້ວນ, ການ​ໃຊ້​ຄຳ​ສັບ​ແມ່ນ​ສາ​ມາດ​ເຂົ້າ​ໃຈ​ງ່າຍ. ໝາຍ​ຄວາມ​ວ່າ ເຮັດ​ໄດ້​ເທົ່າ​ໃດ ກໍ​ແນ​ະ​ນຳ​ເທົ່າ​ນັ້​ນ. ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແລ້ວ​ກໍ​ຮອດ​ຜົນ​ສຳ​ເລັດ​ຂອງ​ອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​ສະ​ໄໝກ່ອນໆ ແລະ ບັນ​ດາ​ກຳ​ນົດ​ທິດ​ແຜນ​ນະ​ໂຍ​ບາຍ, ວິ​ທີ​ການ​ແກ້​ໄຂ​ໃຫ້​ອາ​ຍຸ​ການ​ທີ່​ຈະ​ມາ​ເຖິງ ກໍ​ລ້ວນ​ແຕ່​ຄົບ​ຖ້ວນ. ບັນ​ດາ​ສະ​ຫາຍ​ມີ​ການ​ກະ​ກຽມ​ລອບ​ຄອບ​ຖີ່​ຖ້ວນ​ເຊັ່ນ​ນັ້ນ ແມ່ນ​ຖືກ​ຕ້ອງ ແລະ ດີຫຼາຍ ”

      ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່

  ນັກ​ຄົ້ນ​ຄ້​ວາ ຫງວຽນ​ດິງ​ອານ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ນະ​ຄອນ ດານັ້ງ ຖື​ວ່າ ເລື່ອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ກາດ​ຮ່າງ​ບັນ​ດາເອ​ກະ​ສານ​ທັງ​ໝົດ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ມີ​ຄວາມ​ໝາຍ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ເຕົ້າ​ໂຮມ​ພູມ​ປັນ​ຍາ, ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ປະ​ຊາ​ທິ​ປະ​ໄຕ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ສ້າງ​ເນື້ອ​ໃນ​ເອ​ກະ​ສານ​ຂອງ​ພັກ. ນັກ​ຄົ້ນ​ຄ້​ວາ ຫງວຽນ​ດິງ​ອານ ເນັ້ນ​ໜັກ​ວ່າ :

    “ ຢາກ​ພັດ​ທະ​ນາ​ປະ​ເທດ​ຊາດ, ຕ້ອງ​ມີ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ, ດັ່ງ​ນັ້ນ​ປະ​ຊາ​ຊົນ​ຕ້ອງ​ເຂົ້າ​ຮ່ວມ​ປະ​ກອບຄຳ​ເຫັນ. ເອ​ກະ​ສານບໍ່​ແມ່ນ​ຂອງ​ພັກ, ຫາກ​ແມ່ນ​ຂອງ​ທົ່ວ​ປວງ​ຊົນ, ຕັດ​ສິນ​ບັນ​ດາ​ບັນ​ຫາ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງປະ​ຊາ​ຊົນ, ດັ່ງ​ນັ້ນ​ປະ​ຊາ​ຊົນ​ຕ້ອງ​ເຂົ້າ​ຮ່ວມ. ຕໍ່​ມາ​ຈຶ່ງ​ມີ​ມະ​ຕິ, ແລະ​ຈາກ​ມະ​ຕິນັ້ນ ຈຶ່ງ​ມີ​ໂຄງ​ການ​ດຳ​ເນີນ​ງານ ຊຶ່ງ​ໄດ້​ຮັບ​ການ​​ຜັນ​ຂະ​ຫຍາຍ​​ປະ​ຕ​ິ​ບັດຈາກ​ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ, ປະ​ຊາ​ຊົນ​ກໍ​ຕ້ອງ​ເຂົ້າ​ຮ່ວມ. ວຽກ​ງານ​ຂອງ​ປະ​ເທດ​ຊາດ ແມ່ນ​ສັບ​ສົນ​ທີ່​ສຸດ, ຕ້ອງ​ມີ​ການ​ປະ​ກອບ​ຄຳ​ເຫັນ​ຢ່າງຫຼວງຫຼາຍ ແລະ ມີ​ການ​ສັງ​ເກດ​ຕີ​ລາ​ຄາຈຶ່ງ​ຈະ​ໄປ​ສູ່​ສັດ​ຈະ​ທຳ​ໄດ້ ”

     ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ໃນ​ທົ່ວ​ປະ​ເທດ​ໄດ້​ເລີ່ມຈັດ​ຕັ້ງ​ບັ້ນ​ດຳ​ເນີນຊີ​ວິດ, ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ເນື້ອ​ໃນ​ລະ​ອຽດ​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່. ຈິດ​ໃຈປະ​ຊາ​ທິ​ປະ​ໄຕ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ການ​ປະ​ກອບ​ຄຳ​ເຫັນ​ສ້າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫ​ຍ່​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ທາງ​ດ້າ​ນ​ຄວາມ​ຮັບ​ຮູ້, ການ​ກະ​ທຳ​ໃນ​ການ​ຮ່ຳ​ຮຽນ, ຊາບ​ຊຶມ, ຜັນ​ຂະ​ຫຍາຍມະ​ຕິ ແລະ ບັນ​ດາ​ເອ​ກະ​ສານກອງ​ປະ​ຊຸມ​ໃຫ​ຍ່​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ​ໃນ​ໄລ​ຍະ​ຕໍ່​ໄປ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ແທດ​ເໝາະ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ