(vovworld) - ໂຄງການປະຕິຮູບດ້ານບໍລິຫານໄລຍະ 2001-2011 ຂອງ ຫວຽດນາມບັນລຸໄດ້ບັນດາໝາກຜົນດີພໍສົມຄວນ ແລະ ມີບາດກ້າວກະໂດດຂັ້ນຢ່າງແທ້ຈິງ, ປະກອບສ່ວນຫລາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ການປະຕິຮູບລະບຽບການບໍລິຫານດ້ວຍຈຸດໝາຍແມ່ນຫັນບັນດາລະບຽບການບໍລິຫານເປັນງ່າຍດ່າຍ, ຫລຸດຜ່ອນລາຍຈ່າຍໃນການປະຕິບັດບັນດາລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໄດ້ຫລາຍພໍສົມຄວນ ແມ່ນເນື້ອໃນຕົ້ນຕໍຂອງວຽກງານປະຕິຮູບດ້ານບໍລິຫານໃນໄລຍະໃຫມ່.
ຫັນລະບຽບການບໍລິຫານເປັນງ່າຍດາຍຈະປະຢັດໄດ້ຈຳນວນເງິນ
ຫລາຍພໍສົມຄວນໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ
ພາບ:internet
|
ເນື້ອໃນຕົ້ນຕໍຂອງໂຄງການສັງລວມການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2001 - 2011 ນັ້ນແມ່ນເລື່ອງທ່ານນາຍົກລັດຖະມົນຕີໄດ້ອະນຸມັດແຜນຮ່າງຫັນລະບຽບການບໍລິຫານເປັນງ່າຍດາຍໃນບັນດາຂົງເຂດຄຸ້ມຄອງລັດໄລຍະ 2007 -2010 ຫລືເອີ້ນຫຍ້ໍ້ວ່າ: ແຜນຮ່າງເລກທີ 30. ນີ້ເປັນຄັ້ງທຳອິດ ລັດຖະບານໄດ້ສ້າງຊ່ອງເປັນທາງການເພື່ອຮັບຟັງ, ຮັບເອົາຄວາມເຫັນຈາກພາກເອກະຊົນ ດ້ວຍເລື່ອງສ້າງຕັ້ງສະພາທີ່ປຶກສາປະຕິຮູບລະບຽບການບໍລິຫານ. ຫນຶ່ງໃນບັນດາຂົງເຂດໄດ້ຮັບຄວາມສົນໃຈເປັນພິເສດຈາກປະຊາຊົນ ແລະ ວິສາຫະກິດ ນັ້ນແມ່ນຂົງເຂດພາສີອາກອນ. ເພື່ອປະຕິບັດການຫັນລະບຽບການບໍລິຫານເປັນງ່າຍດາຍ, ຂະແຫນງສ່ວຍສາອາກອນບັນລຸໄດ້ບັນດາໝາກຜົນດີພໍສົມຄວນ, ຫັນລະບຽບການບໍລິຫານ 271 ຊຸດໃນຈຳນວນ 300 ຊຸດເປັນງ່າຍດາຍ, ປະຢັດໄດ້ເກືອບ 2.000 ຕື້ດົ່ງໃນແຕ່ລະປີ, ໃນນັ້ນ ຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານໄດ້ຮັບຖືວ່າ ແມ່ນກຸນແຈໃນການປະຕິຮູບລະບຽບການບໍລິຫານຂອງຂະແຫນງ. ທ່ານນາງ Hoang Thi Lan Anh ຮອງຫົວຫນ້າຄະນະປະຕິຮູບ ແລະ ຫັນເປັນທັນສະໄຫມ ສັງກັດກົມໃຫຍ່ສ່ວຍສາອາກອນ ໃຫ້ຮູ້ວ່າ:
“ຄຽງຄູ່ກັບການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ລະບຽບການບໍລິຫານເກືອບທັງໝົດລ້ວນແຕ່ໄດ້ຮັບການຄົ້ນຄ້ວາຈາກກົມໃຫຍ່ສ່ວຍສາອາກອນເພື່ອປັບປຸງໃຫ້ງ່າຍດາຍ, ຈະແຈ້ງກວ່າ ເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດນຳໃຊ້ຢ່າງງ່າຍດາຍ, ຕົວຢ່າງຄື: ແບບຟອມ ກໍພວມໄດ້ຮັບການຄົ້ນຄ້ວາປັບປຸງ ຕາມຄຳສັ່ງແນະນຳເລກທີ 60, ພິເສດລະບຽບເສຍອາກອນລາຍຮັບສ່ວນບຸກຄົນ.”
ໃນຂະນະນັ້ນ, ຂະແຫນງປະກັນສັງຄົມໄດ້ຖືການແບ່ງຂັ້ນເປັນຂອດບຸກທະລຸໃນການປະຕິຮູບລະບຽບການບໍລິຫານ ແລະ ສິ່ງນີ້ໄດ້ນຳມາຊຶ່ງປະສິດທິຜົນຢ່າງຕັ້ງຫນ້າ.
ຈາກພຶດຕິກຳຂອງຂະແຫນງສ່ວຍສາອາກອນ ແລະ ຂະແຫນງປະກັນສັງຄົມແມ່ນສະແດງໃຫ້ເຫັນໂຄງການປະຕິຮູບລະບຽບການບໍລິຫານຢູ່ ຫວຽດນາມ ຢ່າງມີຊີວິດຊີວາ. ມາຮອດປະຈຸບັນ, ທົ່ວປະເທດມີ 258 ລະບຽບການບຸລິມະສິດຖືກຫັນເປັນງ່າຍງາຍ. ຈາກວຽກງານນີ້ໄດ້ປະຢັດ 5.700 ຕື້ດົ່ງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນແຕ່ລະປີ. ໝາກຜົນຂອງບັນດາຄວາມມານະພະຍາຍາມໃນການປະຕິຮູບລະບຽບການບໍລິຫານເປັນຄັ້ງທຳອິດ ຫວຽດນາມມີຖານຂໍ້ມູນແຫ່ງຊາດກ່ຽວກັບລະບຽບການບໍລິຫານ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc, ຫົວຫນ້າຫນ່ວຍປະຕິບັດງານສະເພາະກິດກ່ຽວກັບການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີໃຫ້ຮູ້ວ່າ:
“ພວກເຮົາໄດ້ກວດກາສຳເລັດໂດຍພື້ນຖານ ແລະ ຮັບປະກັນ 2 ມາດຕະຖານສຳຄັນ,ນັ້ນແມ່ນຫັນລະບຽບການເປັນງ່າຍດາຍຢ່າງຫນ້ອຍສຸດ 30% ຈຳນວນ ລະບຽບການ. ນີ້ແມ່ນຜົນສຳເລັດສຳຄັນຊຶ່ງຫລາຍກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆໄດ້ສຳເລັດລື່ນກາຍລະດັບຄາດໝາຍຂອງນາຍົກລັດຖະມົນຕີທີ່ມອບໝາຍໃຫ້.”
ພາບປະກອບ:chaobuoisang.vn
|
ໃນຍຸດທະສາດພັດທະນາເສດຖະກິດສັງຄົມປີ 2011- 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປະຕິຮູບ, ສ້າງພື້ນຖານບໍລິຫານໃຫ້ສົມບູນແບບ. ນັ້ນແມ່ນສຸມໃສ່ສ້າງພື້ນຖານບໍລິຫານແຫ່ງລັດໃຫ້ປອດໃສ, ເຂັ້ມແຂງ, ຮັບປະກັນການຄຸ້ມຄອງເປັນເອກະພາບ, ມີປະສິດທິຜົນ, ມີຜົນສັກສິດ, ສ້າງ ແລະ ຊີ້ນຳການປະຕິບັດໂຄງການສັງລວມການປະຕິຮູບບໍລິຫານໄລຍະ 2011 - 2020 ໃນທຸກຂອດຄື: ລະບອບ, ກົງຈັກອົງການຈັດຕັ້ງ, ພະນັກງານ, ລັດຖະກອນ ແລະ ຫັນພື້ນຖານບໍລິຫານແຫ່ງຊາດເປັນທັນສະໄຫມ, ຖືກຕ້ອງກັບທີ່ຕັ້ງບົດບາດ ນັ້ນແມ່ນຫນຶ່ງໃນບັນດາເນື້ອໃນຂອງຂອດບຸກທະລຸຍຸດທະສາດ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ເນັ້ນຫນັກວ່າ:
“ພວກຂ້າພະເຈົ້າສືບຕໍ່ສະເຫນີວ່າ: ລະບຽບການບໍລິຫານແມ່ນປະຕູດຽວ. ແລ້ວຕິດຕາມກວດກາ, ເປີດເຜີຍ, ຫັນລະບຽບການບໍລິຫານເປັນກະຈ່າງແຈ້ງ, ຈາກນັ້ນຕິດຕາມຖັນແຖວພະນັກງານຢູ່ທຸກກະຊວງ, ຂະແຫນງການເມື່ອເຮັດວຽກ, ພົບປະກັບປະຊາຊົນ, ວິສາຫະກິດ. ໃນໄລຍະຈະມາເຖິງ ຕ້ອງຈຳກັດວິສາຫະກິດພວມເກີດຂຶ້ນໃນວິວັດການສ້າງລະບອບ, ນະໂຍບາຍ.”
ຫວຽດນາມ ພວມສ້າງພື້ນຖານບໍລິຫານຢ່າງມີປະຊາທິປະໄຕ, ເຄື່ອນໄຫວແບບອາຊີບ, ມີປະສິດທິພາບ ແລະ ມີສະມັດຕະພາບສູງ, ປະກອບສ່ວນສຳຄັນເຂົ້າໃນການປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫລວງ, ການຟຸມເຟືອຍ ແລະ ພັດທະນາເສດຖະກິດສັງຄົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການເຊ່ືອມໂຍງເຂົ້າກັບສາກົນ./.