(vovworld) – ກ່ອນນີ້ 65 ປີ, ວັນທີ 11/6/1948, ທ່ານປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງທົ່ວປວງຊົນ, ທົ່ວກອງທັບແຂ່ງຂັນຮັກຊາດ ເພື່ອແນໃສ່ປຸກລະດົມປະຊາຊົນຫວຽດນາມ “ລົບລ້າງຄວາມອຶກຫີວ, ຄວາມກືກໜັງສື, ແລະ ສັດຕູຕ່າງດ້າວ“. ມາຮອດປະຈຸບັນ, ບັນດາຂະບວນການແຂ່ງຂັນທີ່ເລີ່ມມາຈາກຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ ໄດ້ກາຍເປັນກຳລັງໜູນຢ່າງແຮງ, ປຸກລະດົມຊາວຫວຽດນາມ ທຸກຄົນບັນລຸຜົນງານອັນໃຫຍ່ຫຼວງ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
(ພາບ:ອິນເຕີແນດ)
ທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຂະບວນການແຂ່ງຂັນຮັກຊາດຕາມແນວຄິດປະທານ ໂຮ່ຈີມິນ ໃນຍຸກປະຈຸບັນ“ ໂດຍຄະນະແຂ່ງຂັນຍ້ອງຍໍສູນກາງຈັດຕັ້ງໃນວັນທີ 10/6, ຢູ່ຮ່າໂນ້ຍ, ຮອງສາສະດາຈານ, ດຣ. ດ່າວຢູຍກວາດ, ຮອງຫົວໜ້າບັນນາທິການໃຫຍ່ສື່ເອເລກໂຕນິກພັກກອມມູນິດຫວຽດນາມ, ຊີ້ແຈ້ງວ່າ:
“ແນວຄິດ ໂຮ່ຈີມິນ ກ່ຽວກັບການແຂ່ງຂັນຮັກຊາດ ກ່ອນອື່ນໝົດແມ່ນກຳນົດເນື້ອໃນແຂ່ງຂັນ. ຈຸດປະສົງຂອງການແຂ່ງຂັນຕ້ອງຕິດແໜ້ນກັບໜ້າທີ່ການເມືອງຂອງແຕ່ລະຂະແໜງການ, ແຕ່ລະກຳລັງ, ແຕ່ລະທ້ອງຖີ່ນ ແລະ ແຕ່ລະຫົວໜ່ວຍ. ກຳລັງໜູນດ້ານຈິດໃຈຂອງການແຂ່ງຂັນແມ່ນ: ຄວາມຮັກຕໍ່ປະເທດຊາດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈິດໃຈອອກແຮງງານຢ່າງດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ເຈດຈຳນົງອົງອາດ, ສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ. ສ່ວນກຳລັງໜູນດ້ານວັດຖຸນັ້ນແມ່ນຜົນປະໂຫຍດສ່ວນຕົວ, ຜົນປະໂຫຍດສ່ວນລວມ ແລະ ຜົນປະໂຫຍດສັງຄົມ ຕ້ອງໄດ້ຮັບການແກ້ໄຂຢ່າງປ່ອງດອງໃນຂະບວນການແຂ່ງຂັນຕ່າງໆ. ຜູ້ຮັກຊາດ ແມ່ນຕ້ອງແຂ່ງຂັນ, ຜູ້ແຂ່ງຂັນແມ່ນຜູ້ຮັກຊາດກວ່າໝູ່“.
ໃນສະພາບການໃໝ່, ໄລຍະໃໝ່, ຂະບວນການແຂ່ງຂັນຮັກຊາດຕາມແນວຄິດ ໂຮ່ຈີມິນ ໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ມີຫຼາຍຮູບການຢ່າງມີຫົວຄິດປະດິດສ້າງ, ດຶງດູດຫຼາຍຄົນເຂົ້າຮ່ວມ. ໃນຫຼາຍປີຜ່ານມາ, ບັນດາຂະບວນການ “ແບ່ງປັນຄວາມເຈັບແສບກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ“, “ປະກອບຫີນກໍ່ສ້າງເຈື່ອງຊາ“, “ຊາວໜຸ່ມສະໝັກໃຈລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ“, “ປະກອບປື້ມຝາກເງິນປະຢັດເພື່ອທະຫານເສຍອົງຄະ, ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ“…ໄດ້ເປັນກຳລັງດຶງດູດຜູ້ເຂົ້າຮ່ວມຂະບວນການຢ່າງກວ້າງຂວາງ. ພິເສດ, ລາຍການ “ທົ່ວປວງຊົນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“ ພວມໄດ້ຮັບການຜັນຂະຫຍາຍຢ່າງແຮງຢູ່ທ້ອງຖີ່ນຕ່າງ ແລະໃນເບື້ອງຕົ້ນ ໄດ້ເຮັດໃຫ້ໂສມໜ້າຊົນນະບົດຫວຽດນາມ ມີການປ່ຽນແປງ, ເໝາະສົມກັບການພັດທະນາຂອງຍຸກສະໄໝ. ສ່ວນຂົງເຂດວິທະຍາສາດ ເຕັກໂນໂລຢີ ກໍ່ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ, ຮັກສາລະດັບເຕີບໂຕເປັນປົກກະຕິ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ ເຈິ່ນວັນຕຸ່ງ, ຖືວ່າ:
“ໃນຂະບວນການແຂ່ງຂັນປະຈຸບັນ, ພວກຂ້າພະເຈົ້າພວມພ້ອມກັບບັນດາກະຊວງ, ຂະແໜງການ ແລະ ຊາວກະສີກອນສ້າງຄູນຄ່າດ້ານຈິດໃຈ, ນັບແຕ່ການອະນຸລັກຮັກສາ, ພັດທະນາໄມ້ປູກ, ປະກອບຄວາມຮູ້ກ່ຽວກັບວິທີການປູກຝັງ, ສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດ ເພື່ອໃຫ້ບັນດາຜະລິດຕະພັນນັ້ນສາມາດນຳມາເຊິ່ງປະສິດທິຜົນໃຫ້ແກ່ຊາວກະສີກອນໄດ້. ພວກຂ້າພະເຈົ້າຍັງສຸມໃສ່ການຖ່າຍທອດເຕັກໂນໂລຢີໃໝ່ໃຫ້ແກ່ຊາວກະສີກອນອີກ ແລະ ຫວັງວ່າເຂົາເຈົ້າຈະມີລາຍຮັບສູງກວ່າ, ອູ່ນອ່ຽນໃຈທຳການຜະລິດ ແລະ ນຳໃຊ້ວິທະຍາສາດ ເຕັກໂນໂລຢີເຂົ້າໃນການຜະລິດ ເພື່ອປະຕິບັດຕາມຄຳເວົ້າຂອງລຸງໂຮ່ທີ່ວ່າ, ວິທະຍາສາດ ເຕັກໂນໂລຢີ ແມ່ນເລີ່ມມາຈາກຊີວິດ ແລະ ຮັບໃຊ້ໃຫ້ແກ່ການຜະລິດ“.
ໃນຊຸມປີຜ່ານມາ, ທະຫານແມ່ນໜຶ່ງໃນບັນດາກຳລັງນຳໜ້າໃນວຽກງານຜັນຂະຫຍາຍຂະບວນການແຂ່ງຂັນຮັກຊາດ ມຸ່ງໄປສູ່ຈຸດໝາຍເພີ່ມທະວີກຳລັງແຮງສູ້ຮົບ, ປະກອບສ່ວນຮັກສາຄວາມສະຫງົບປອດໄພຂອງຊາດ. ພົນຕີ ຫງວຽນແທງຕ໋ວນ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດ, ໃຫ້ຮູ້ວ່າ:
“ໃນຂົງເຂດຄົ້ນຄ້ວາເຄື່ອງສື່ສານໂທລະຄົມ, ເປັນຄັ້ງທຳອິດທີ່ກອງທັບຂອງພວກເຮົາປະສົບຜົນສຳເລັດໃນການຜະລິດເຄື່ອງສື່ສານຄື່ນສັ້ນ. ສິ່ງດັ່ງກ່າວໝາຍຄວາມວ່າ ດ້ວຍບັນດາພາຫະນະຜະລິດທີ່ມີຢູ່ແລ້ວ, ພວກເຮົາສາມາດຮັບປະກັນດ້ານຕິດຕໍ່ພົວພັນໃນຂອບເຂດທົ່ວປະເທດ, ບໍ່ຕ້ອງນຳເຂົ້າຈາກຕ່າງປະເທດ.ເປັນອັນວ່າພວກເຮົາໄດ້ເປັນເຈົ້າໃນການນຳໃຊ້ເຕັກໂນໂລຢີທີ່ຕ້ອງການພູມປັນຍາສູງ“.
ມາຮອດປະຈຸບັນ, ການຊີ້ນຳຂອງປະທານ ໂຮ່ຈີມິນ ກ່ຽວກັບການແຂ່ງຂັນຮັກຊາດນັ້ນ ຍັງຄົງແມ່ນເຂັມຊີ້ທິດໃຫ້ແກ່ການເຄື່ອນໄຫວປະຕິວັດທຸກຢ່າງຂອງທົ່ວກອງທັບ, ທົ່ວປວງຊົນຫວຽດນາມ ຢູ່. ທ່ານ ບູ່ຍງອກຮ່ວາ, ຮອງຫົວໜ້າສານປະຊາຊົນສູງສຸດ, ໃຫ້ຮູ້ວ່າ:
“ຜ່ານການເຄື່ອນໄຫວພິພາກສາ, ຂະແໜງສານປະຊາຊົນໄດ້ປະກອບສ່ວນຕໍ່ສູ້ຕ້ານອາດສະຍາກຳ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ, ຮັກສາຄວາມຍຸຕິທຳ. ເຖິງວ່າຈະຢູ່ໃນໄລຍະໃດ, ຄຳສັ່ງສອນຂອງປະທານ ໂຮ່ຈີມິນ ສຳລັບຂະແໜງສານປະຊາຊົນກໍ່ໄດ້ຮັບການເຊີດຊູ, ແມ່ນທິດນຳໃຫ້ແກ່ການກະທຳຂອງພະນັກງານ ລັດຖະກອນຂະແໜງສານ. ໃນຊຸມປີມໍ່ໆມານີ້, ບັນດາພະນັກງານຂະແໜງສານ ໄດ້ຕັ້ງໜ້າຕອບສະໜອງ, ຍູ້ແຮງຂະບວນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ດ້ວຍທິດນຳໃກ້ຊິດກັບປະຊາຊົນ, ຮຳ່ຮຽນປະຊາຊົນ, ຊ່ວຍເຫຼືອປະຊາຊົນ. ສິ່ງດັ່ງກ່າວໄດ້ກາຍເປັນກຳລັງໜູນທີ່ເຂັ້ມແຂງ ເພື່ອໃຫ້ຂະແໜງປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ“.
ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມໃນປະຈຸບັນ, ບັນດາຂະບວນການແຂ່ງຂັນຮັກຊາດ ຍາມໃດກໍ່ເປັນແຫຼ່ງກຳລັງດ້ານຈິດໃຈ ເພື່ອລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະໃນສັງຄົມ ເພື່ອປະຕິບັດບັນດາຈຸດໝາຍທີ່ໄດ້ວາງອອກໃຫ້ສຳເລັດ