ວັນທີ 16/4, ປະເທດອາເມລິກາ ຖືກສັ່ນສະເທືອນຍ້ອນເຫດວາງລະເບີດສອງຄັ້ງຢ່າງລຽນຕິດຢູ່ໃຈກາງນະຄອນ Boston ແຫ່ງທີ່ພວມດຳເນີນການແຂ່ງຂັນ Marathon ຂະຫນາດໃຫ່ຍທີ່ດຶງດູດການເຂົ້າຮ່ວມຂອງນັບໝື່ນໆຄົນ, ໃນນັ້ນມີນັກກິລາມາຈາກ 96 ປະເທດໃນໂລກ. ເຖິງວ່າ, ຫຼັງຈາກນັ້ນ, ເຈົ້າໜ້າທີ່ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາອາດຊະຍາກອນໂດຍໄວກໍ່ຕາມ ແຕ່ເຫດການດັ່ງກ່າວໄດ້ສ້າງບັນດາສິ່ງທ້າທາຍໃໝ່ໃຫ້ແກ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama .
ສະພາບການຢູ່ Bostonຫລັງເກີດເຫດ
(ພາບ:Getty)
ລູກລະເບີດ 2 ລູກໄດ້ລະເບີດຂຶ້ນຢູ່ມໍ່ກັບເປົ້າໝາຍຂອງການແຂ່ງຂັນແລ່ນ Marthon Boston ໄດ້ເຮັດໃຫ້ການແຂ່ງຂັນກິລາທີ່ຟົດຟື້ນນີ້ກາຍເປັນເຫດການຖືກທຳລາຍຢ່າງນອງເລືອດ. ໄລ່ມາຮອດຈຸດເວລາປະຈຸບັນ, ເຫດການດັ່ງກ່າວໄດ້ເຮັດໃຫ້ຢ່າງໜ້ອຍສຸດ 3 ຄົນເສຍຊີວິດ ແລະ ປະມານ 180 ຄົນຖືກບາດເຈັບ. ຈຳນວນຜູ້ຖືກບາດເຈັບລົ້ມຕາຍອາດຈະເພີ່ມຂຶ້ນອີກຍ້ອນມີຫຼາຍຄົນຖືກບາດເຈັບສາຫັດ. ພາຍຫຼັງການບຸກໂຈມຕີ, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຊີ້ນຳລັດຖະບານສະຫະລັດຕ້ອງເພີ່ມທະວີການປ້ອງກັນຄວາມສະຫງົບໃນທົ່ວປະເທດອາເມລິກາ ແລະ ໃຫ້ຄຳໝັ້ນສັນຍາທາງໂທລະພາບວ່າ ຈະນຳຜູ້ຢືນຢູ່ເບື້ອງຫຼັງເຫດວາງລະເບີດດັ່ງກ່າວທັງໝົດຂຶ້ນສານ.
(ພາບ:Getty)
ພາຍຫຼັງການບຸກໂຈມຕີ, ວັນທີ 16/4, ບັນດາການນຳສະຫະພາບເອີລົບ (ອີຢູ) ແລະ ອົງການນາໂຕ ໄດ້ພ້ອມກັນກ່າວປະນາມເຫດວາງລະເບີດທີ່ໂຫດຮ້າຍນີ້. ໃນວັນດຽວກັນ, ສະຫະສະມາຄົມແລ່ນ ແລະ ລານສາກົນ ກໍ່ໄດ້ກ່າວປະນາມເຫດວາງລະເບີດເຊັ່ນດຽວກັນ, ໂດຍຖືວ່າ: ນີ້ແມ່ນເຫດການບຸກໂຈມຕີແນ່ໃສ່ຄວາມກ້າຫານ ແລະ ນ້ຳໃຈເມດຕາຂອງມະນຸດ. ສ່ວນລັດເຊຍ, ຈີນ, ເຢຍລະມັນ, ຝະລັ່ງ, ອີຣານ….ກໍ່ພ້ອມກັນກ່າວປະນາມເຫດວາງລະເບີດ ແລະ ສະແດງຄວາມສາມັກຄີກັບປະຊາຊົນອາເມລິກາ. ປະທານາທິບໍດີລັດເຊຍ Putin, ປະທານປະເທດຈີນ ສີຈິ້ນຜິງ ແລະ ປະມຸກລັດຂອງຫຼາຍປະເທດໃນໂລກ ໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈມາຍັງທ່ານປະທານາທິບໍດີອາເມລິກາ Barack Obama.
ຊ່ວຍຜູ້ຖືກບາດເຈັບ
(ພາບ:AP)
ເຖິງວ່າ, ທ່ານປະທານາທິບໍດີອາເມລິກາ Barack Obama ແລະ ບັນດາເຈົ້າໜ້າທີ່ອາເມລິກາ ບໍ່ທັນຢືນຢັນວ່າ: ນີ້ແມ່ນເຫດການກໍ່ການຮ້າຍກໍ່ຕາມ ແຕ່ປະຊາຄົມໂລກຍັງຈື່ຈຳເຫດການບຸກໂຈມຕີກໍ່ການຮ້າຍຄັ້ງຕ່າງໆໃນອະດີດຕະການຢູ່. ກ່ອນນີ້ 10 ປີ, ເຫດການບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 11/9/2001 ໄດ້ເຮັດໃຫ້ສະພາບຄວາມສະຫງົບປອດໄພຢູ່ປະເທດອາເມລິກາ ແລະ ໂລກປ່ຽນແປງໄປນຳ. ຈາກເຫດການດັ່ງກ່າວ, ວໍຊິງຕັນ ໄດ້ປຸກລະດົມການຕໍ່ສູ້ແນ່ໃສອາບການນີສະຖານເພື່ອຕາມລ່າ ແລະ ດັບສູນເຮືອນຮັງຂອງອົງການອານເກດາ ແລະ ສຸດທ້າຍຫົວໂປ່ກໍ່ການຮ້າຍ Osama bin Laden ກໍ່ຖືກຍິງຕາຍຢູ່ປາກີສະຖານເມື່ອເດືອນ 5/2011. ຈາກຜົນງານດັ່ງກ່າວ, ປະເທດອາເມລິກາ ໄດ້ຕັດສິນໃຈດຳເນີນແຜນການຖອນທະຫານອອກຈາກອາບການນີສະຖານ ແຕ່ເຫດການຫາກໍ່ເກີດຂຶ້ນຫວ່າງແລ້ວນີ້ຢູ່ Boston ໄດ້ເຮັດໃຫ້ທ່າທີຂອງຫຼາຍຄົນປ່ຽນແປງ. ລູກລະເບີດ 2 ລູກໄດ້ລະເບີດຢູ່ເຫດການທີ່ດຶງດູດການຕິດຕາມຂອງເກືອບ 27.000 ຄົນ ແລະ ຜູ້ເຂົ້າຮ່ວມນັບໝື່ນຄົນ ແລະ ແນ່ໃສ່ນະຄອນທີ່ຖືກຖືວ່າສູນການສຶກສາ ທັງແມ່ນສູນການເງິນໃຫ່ຍຂອງອາເມລິກາ. ສິ່ງດັ່ງກ່າວໄດ້ສ້າງ “ຄວາມສັ່ນສະເທືອນໃຫ່ຍ“ ບໍ່ພຽງແຕ່ສຳລັບປະເທດອາເມລິກາ ເທົ່ານັ້ນ, ຫາກສຳລັບທົ່ວໂລກອີກດ້ວຍ. ເຖິງວ່າ, ຂະບວນການຕາລີບານ ຢູ່ປາກີສະຖານ ປະຕິເສດວ່າບໍ່ມີບົດບາດໃດໃນເຫດການວາງລະເບີດດັ່ງກ່າວ ແລະ ນັກໄຈ້ແຍກຫຼາຍທ່ານກໍ່ຖືວ່າ: ການບຸກໂຈມຕີຄັ້ງນີ້ ອາດຈະແມ່ນບັນດາພາກສ່ວນຫົວຮຸນແຮງຝ່າຍຂວາກໍ່ຂຶ້ນ. ແຕ່ເຫດການບຸກໂຈມຕີ ກໍ່ແມ່ນຄຳກ່າວເຕືອນຢ່າງແຮງກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍ ຊື່ງວໍຊິງຕັນ ປະຕິບັດນັບແຕ່ດົນນານມາແລ້ວ.
ມາຮອດຈຸດເວລານີ້, ອົງການສືບສວນສະຫະລັດອາເມລິກາ ຊື່ງແມ່ນອົງການນຳໜ້າໃນໜ້າທີ່ຕ້ານກໍ່ການຮ້າຍຂອງປະເທດອາເມລິກາ ພວມດຳເນີນການສືບສວນອາດຊະຍາກຳຂອງເຫດການບຸກໂຈມຕີ. ທ່ານ Charles Stone ອະດີດນັກສືບສວນລັດ Georgia ຜູ້ເຄີຍເຂົ້າຮ່ວມກອງຕ້ານການວາງລະເບີດຂອງອົງການນີ້ໃຫ້ຮູ້ວ່າ: ມີຈຸດທີ່ຄ້າຍຄືກັນລະຫວ່າງເຫດວາງລະເບີດຢູ່ Boston ກັບເຫດວາງລະເບີດຢູ່ງານມະຫາກຳກິລາໂລກ Atlanta ປະເທດອາເມລິກາ ເມື່ອປີ 1996. ເຖິງແນວນັ້ນກໍ່ຕາມ, ເຫດວາງລະເບີດສອງຄັ້ງຢ່າງລຽນຕິດທີ່ຫາກໍ່ເກີດຂຶ້ນນັ້ນ, ອີກເທື່ອໜຶ່ງໄດ້ສ້າງເປັນສິ່ງທ້າທາຍໃໝ່ໃຫ້ແກ່ການປ້ອງກັນຄວາມສະຫງົບຂອງອາເມລິກາ. ການກະທົບຫຼ້າສຸດຂອງເຫດການນີ້ແມ່ນເຮັດໃຫ້ຕະຫຼາດຫຼັກຊັບຂາດສະຖຽນລະພາບ. ບັນດານັກລົງທຶນຮີບເຮັ່ງຂາຍສິນຄ້າປະເພດຕ່າງໆຄື: ນ້ຳມັນ, ຄຳ… ແຕ່ສິ່ງທີ່ອັນຕະລາຍກ່ວານັ້ນແມ່ນ ມັນໄດ້ສົ່ງຜົນສະທ້ອນເຖິງຈິດຕະສາດຂອງປະຊາຊົນອາເມລິກາ ເມື່ອເຫດການວາງລະເບີດເກີດຂຶ້ນຄືເຫດການກໍ່ການຮ້າຍທີ່ເກີດຂຶ້ນຢູ່ອາເມລິກາກ່ອນນີ້ 10 ກ່ວາປີ./.