ປາກິສະຖານ ແລະ ການທ້າທາຍຖືກແຈ້ງກ່ອນ

(vovworld) – ​ພາຍຫຼັງ​ປະກາດ​ໄດ້​ຮັບ​ໄຊຊະນະ​ນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 11/5 ໜຶ່ງ​ວັນ, ອະດີດ​ນາຍົກລັດຖະມົນຕີ Nawaz Shaif ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ເອກະລາດຈຳນວນ​ໜຶ່ງ ​ແລະ ພິຈາລະນາ​ກ່ຽວ​ກັບ​ຕຳ​ແໜ່​ງລັດຖະມົນຕີ​ສຳຄັນ​ໃນ​ລັດຖະບານ ປາ​ກິ​ສະຖານ. ​ທ່ານNawaz Shaif ມີການ​ກະທຳ​ຮີບ​ເຮັ່ງ​ຄື​ແນວ​ນັ້ນ ​ເພາະວ່າ ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່​ພວມ​ລໍຖ້າ​ລັດຖະບານ​ໃໝ່​ແກ້​ໄຂ, ​ໃນ​ນັ້ນ​ການ​ທ້າ​ທາຍ​ອັນ​ດັບ​ໜຶ່ງ​ນັ້ນ​ແມ່ນ​ການ​ຟື້ນ​ຟູ​ເສດຖະກິດ, ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ.

ປາກິສະຖານ ແລະ ການທ້າທາຍຖືກແຈ້ງກ່ອນ - ảnh 1

ອະດີດ​ນາຍົກລັດຖະມົນຕີ Nawaz Shaif ​

(ພາບ: phunuonline)

ອະດີດ​ນາຍົກລັດຖະມົນຕີ Nawaz Shaif ຍອມຮັບ​ວ່າ, ທ່ານ​ໄດ້​ຮັບ​ໜ້າ​ທີ່​ປົກຄອງ​ປະ​ເທດ​ໃນ​ສະພາບ​ການ​ສັບສົນທີ່​ສຸດ. ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ, ​ເສດຖະກິດ​ຂອງ​ປະ​ເທດ​ອາຊີ​ໃຕ້​ນີ້​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ, ອັດຕາ​ຜູ້​ຫວ່າງ​ງານ​ສູງ, ການ​ຜະລິດ​ຖືກ​ຢຸດ​ສະ​ງັກ. ວິ​ກິດ​ການ​ດ້ານພະລັງງານ ​ເຮັດ​ໃຫ້​ຫຼາຍ​ເຂດ​ຢູ່ ປາ​ກິ​ສະຖານ​ຖືກ​ຕັດ​ໄຟຟ້າ​ເຖິງ 20 ຊົ່ວ​ໂມງ/ວັນ. ຕົວ​ເລກ​ສະຖິຕິ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 5 ປີຜ່ານມາ, ປະ​ເທດ ອາຊີ​ໃຕ້​ ດ້ວຍ​ພົນລະ​ເມືອງ​ປະມານ 190 ລ້ານ​ຄົນນີ້ ຍາມ​ໃດ​ກໍ່​ມີ​ລະດັບ​ເຕີບ​ໂຕ​ຕຳ່, ລະດັບ​ເພີ່ມ​ສະ​ເລ່ຍບໍ່​ທັນ​ຮອດ 3%/ປີ. ​ແຕ່ລະ​ປີ​ຜູ້​ອອກ​ແຮງ​ງານ 2 ລ້ານ​ຄົນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ນີ້​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ລັດຖະບານ​ອາຍຸ​ກ່ອນ​ຖືກ​ຕຳ​ນິຕິ​ຕຽນ​ຢ່າງ​ແຮງ. ຄຽງ​ຂ້າງ​ນັ້ນ, ປາ​ກິ​ສະຖານ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດຸນ​ຊຳລະ. ປີ​ກາຍ​ນີ້, ລະດັບ​ເຕີບ​ໂຕຍ​ອດຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ)​ ​ຂອງ ປາ​ກິ​ສະຖານ ​ໄດ້​ຫຼຸດ​ລົງ​ເກືອບ 3% ​ໃນ​ຂະນະ​ທີ່​ໄພ​ເງິນ​ເຟີ້ ​ໄດ້​ເພີ່ມ​ຂຶ້ນ​ປະມານ 11%. ປະຈຸ​ບັນ, ບັນດາ​ການ​ນຳ​ປະ​ເທດ​ນີ້​ຄາດ​ຄະ​ເນ​ວ່າ ຈະ​ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ​ຢູ່​ໃນ​ລະດັບ​ປະມານ 4,7% ຈີ​ດີ​ພີ ​ໃນ​ປີ​ການ​ເງິນ​ນີ້, ​ແຕ່​ນັກ​ໄຈ້​ແຍກເກືອບ​ທັງ​ໝົດພັດ​ຖື​ວ່າ ການ​ຂາດ​ດຸນ​ງົບປະມານ​ອາດ​ຈະ​ຢູ່​ໃນ​ລະດັບ​ສູງ​ກວ່າ​ນີ້​ຫຼາຍ. ​ເຂົາ​ເຈົ້າ​ກ່າວ​ເຕືອນ​ລັດຖະບານ​ໃໝ່ ອາດ​ຈະ​ຕ້ອງການ​ໄດ້​ຮັບ​ເງິນ​ກູ້​ຊ່ວຍ​ນັບ​ຕຶ້​ໂດ​ລາ​ສະຫະລັດ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF).

ນອກ​ນັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ລັດທິ​ກໍ່​ການ​ຮ້າຍ​ພວມ​ເກີດ​ຂຶ້ນປະຈຳ​ວັນ​ຢູ່​ປະ​ເທດ​ອິດສະ​ລາມ​ນີ້. ​ໃນ​ວັນ​ດຳ​ເນີນ​ການ​ເລືອກ​ຕັ້ງ 11/5, ​ໄດ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 32 ຄົນ ​ແລະ ມີ​ຜູ້​ຖືກ​ບາດ​ເຈັບ 224 ຄົນ ​ໃນ​ການ​ບຸກ​ໂຈມ​ຕີ​ກວ່າ 40 ຄັ້ງ​ໃນທົ່ວ​ປະ​ເທດ ປາ​ກິ​ສະຖານ. ຖ້າ​ຫາກ​ນັບ​ທັງ 22 ວັນ​ດຳ​ເນີນ​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ຍັງ​ຫຼາຍ​ກວ່າ​ຕົວ​ເລກ​ດັ່ງກ່າວ​ອີກ, ດ້ວຍ 110 ກວ່າ​ຄົນ​ເສຍ​ຊີວິດ, ​ໃນ​ນັ້ນມີຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 3 ທ່ານ ​ແລະ 350 ກວ່າ​ຄົນ​ຖືກ​ບາດ​ເຈ​ບ ຍ້ອນການວາງ​ລະ​ເບີດ ​ແລະ ຍິງ​ປືນ​ຄັ້ງ​ຕ່າງໆ.

​ໂດຍ​ແມ່ນ​ຜູ້​ທີ່​ມີ​ປະສົບ​ການ​ບົນ​ເວທີ​ການ​ເມືອງ ປາ​ກິ​ສະຖານ ດ້ວຍການ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີກ່ອນນີ້ 2 ຄັ້ງ, ດັ່ງ​ນັ້ນ​ທ່ານ Nawaz Shaif  ຈຶ່ງ​ເຂົ້າ​ໃຈ​ແຈ້ງ​ບັນດາ​ບັນຫາ​ຮີບ​ດ່ວນ​ໃນ​ສັງຄົມ ປາ​ກິ​ສະຖານ. ຍ້ອນ​ເຫດ​ນັ້ນ, ອະດີດ​ນາຍົກລັດຖະມົນຕີຜູ້ນີ້​ຈຶ່ງ​ຍົກ​ອອກ​ຄຳ​ຂວັນ​ທີ່​ວ່າ “ພື້ນຖານ​ເສດຖະກິດ​ - ປາ​ກິ​ສະຖານເຂັ້ມ​ແຂງ“. ​ເພື່ອ​ເຮັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ຄາດໝາຍ​ຕົ້ນ​ຕໍ່​ຂອງ​ລັດຖະບານ​ໃໝ່​ຢູ່ ປາ​ກິ​ສະຖານ ຈະ​ແມ່ນ​ການ​ຊຸກຍູ້​ເສດຖະກິດ, ຕໍ່ສູ້​ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ພະລັງງານ​ໃນ​ປະຈຸ​ບັນ. ທ່ານ Nawaz Shaif ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງເສລີ, ຮັກສາ​ນະ​ໂຍບາຍ​ຫັນ​ເປັນ​ເອກະ​ຊົນ, ຫຼຸດຜ່ອນ​ລາຄາ​ໄຟຟ້າ.

ກ່າວ​ຄວາມ​ເຫັນ​ຕໍ່ໜ້າ​ບັນດາ​ຜູ້​ສະໜັບສະໜູນ ພາຍຫຼັງ​ໄດ້​ຮັບ​ໄຊຊະນະ, ທ່ານ Nawaz Shaif ຮຽກຮ້ອງ​ໃຫ້​ພັກ​ຝ່າຍ​ຕ່າງໆ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ແລະ ​ແກ້​ໄຂ​ບັນດາ​ບັນ​ຫາ​ຂອງ​ປະ​ເທດ​ຊາດ. ກ່ອນ​ໜ້າ​ນັ້ນ, ທ່ານ Nawaz Shaif  ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ຝ່າຍ ຕາ​ລີ​ບານ, ​ເຊິ່ງ​ແມ່ນຂະ​ບວນການ​ອິດສະ​ລາມ ຫົວ​ຮຸນ​ແຮງ ທີ່​ໄດ້​ກໍ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເລືອກ​ຕັ້ງ, ຖື​ວ່າ​ນີ້​ແມ່ນ​ມາດ​ຕະການ​ເພື່ອ​ຢຸດຕິ​ສະພາບ​ວຸ່ນວາຍ​ທີ່​ເຄີຍ​ແກ່​ຍາວ​ມາ​ເປັນ​ເວລາ​ເກືອບ 7 ປີຜ່ານມາ​ຢູ່ ປາ​ກິ​ສະຖານ.

ບັນຍາກາດ​ຢູ່ ປາ​ກິ​ສະຖານ ພາຍຫຼັງ​ການ​ເລືອກ​ຕັ້ງ ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ຄື​ງານບຸນ. ປະຊາຊົນ​ສະ​ແດງ​ຄວາມເບີກບານ​ມ່ວນ​ຊື່ນຕໍ່ໜ້າ​ກາລະ​ໂອກາດ​ປະ​ເທດ​ຊາດ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​​ໃກ້ໆ​ນີ້. ​ແຕ່​ການ​ປ່ຽນ​ແປງ​ນັ້ນ​ແມ່ນອີງ​ໃສ່​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ຂອງ​ທ່ານ Nawaz Shaif, ຜູ້​ທີ່​ເຄີຍ​ເປັນ​ນາຍົກລັດຖະມົນຕີ 2 ຄັ້ງ​ ຢູ່​ປະ​ເທດ​ອິດສະ​ລາມນີ້​ໃນ​ຊຸມ​ປີ 90 ຂອງ​ສະຕະວັດ​ກ່ອນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ